ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການອະນາໄມໂລກກ່າວວ່າ ມີພະນັກງານການແພດຈໍານວນຫຼາຍໄດ້ຖືກໂຈມຕີ, ສູນບໍລິການທາງດ້ານສຸຂະພາບຫຼາຍແຫ່ງໄດ້ຖືກທໍາລາຍ


ເຈົ້າໜ້າທີ່ທາງການແພດ ພາກັນຖືປ້າຍໃກ້ກັບທາງແຍກ ແບບ ອອລ-ຮາວາ ໃນລະຫວ່າງທີ່ນັ່ງລໍຖ້າການປິດທີ່ຊາຍແດນ ຊີເຣຍ-ເທີກີ ໃນເຂດທີ່ວ່າການລັດ ອິດລິບ, ປະເທດຊີເຣຍ, ວັນທີ 2 ກໍລະກົດ, ປີ 2021.
ເຈົ້າໜ້າທີ່ທາງການແພດ ພາກັນຖືປ້າຍໃກ້ກັບທາງແຍກ ແບບ ອອລ-ຮາວາ ໃນລະຫວ່າງທີ່ນັ່ງລໍຖ້າການປິດທີ່ຊາຍແດນ ຊີເຣຍ-ເທີກີ ໃນເຂດທີ່ວ່າການລັດ ອິດລິບ, ປະເທດຊີເຣຍ, ວັນທີ 2 ກໍລະກົດ, ປີ 2021.

ອົງການອະນາໄມໂລກ ຫລື WHO ກ່າວວ່າມີບັນດາພະນັກງານທາງດ້ານການແພດ ແລະຄົນປ່ວຍຫຼາຍກວ່າ 700 ຄົນ ໄດ້ຖືກສັງຫານ, ຫຼາຍກວ່າ 2,000 ຄົນໄດ້ຮັບບາດເຈັບ, ແລະສະຖານບໍລິການດ້ານສຸຂະພາບຫຼາຍຮ້ອຍແຫ່ງໄດ້ຖືກທໍາລາຍໃນບັນດາປະເທດທີ່ເກີດມີບັນຫາຂັດແຍ້ງ ລະຫວ່າງປີ 2018 ຫາປີ 2020. ລີຊາ ສລາຍນ໌ (Lisa Schlein) ມີລາຍງານມາໃຫ້ VOA ຈາກນະຄອນ ເຈນີວາ, ເຊິ່ງ ທິບສຸດາຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ການວິເຄາະເປັນເວລາສາມປີ ທີ່ໄດ້ດໍາເນີນການ ໃນ 17 ປະເທດ ແລະເຂດດິນແດນແຫ່ງຕ່າງໆທີ່ມີບັນຫາຂັດແຍ້ງນັ້ນ ໂດຍລວມມີ ເອທີໂອເປຍ, ເຢເມນ, ຊີເຣຍ, ໂມຊໍາບິກ, ເຂດດິນແດນຂອງປາເລສໄຕນ໌ ທີ່ຖືກຢຶດຄອງ, ແລະມຽນມາ.

ຂໍ້ມູນໃໝ່ສະແດງໃຫ້ເຫັນວ່າ ວຽກງານການແພດຍັງຕົກຢູ່ພາຍໃຕ້ການໂຈມຕີ ຢ່າງຕໍ່ເນື່ອງ. ຈົນເຖິງປີນີ້, ອົງການອະນາໄມໂລກ ໄດ້ບັນທຶກເຫດການ 588 ເຫດການໃນ 14 ປະເທດ ທີ່ມີເຫດການສຸກເສີນ, ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ 114 ຄົນ ແລະບາດເຈັບອີກ 278 ຄົນ ສໍາລັບບຸກຄະລາກອນທາງການແພດ ແລະບັນດາຄົນປ່ວຍ.

ຜູ້ອໍານວຍການໃຫຍ່ໃນດ້ານການຊ່ວຍເຫຼືອທາງການແພດສຸກເສີນຂອງ WHO, ທ່ານ ອາລທາຟ໌ ມູຊານີ (Altaf Musani) ກ່າວວ່າ ຜົນກະທົບຂອງການໂຈມຕີໃນວຽກງານດ້ານການແພດນັ້ນ ແມ່ນໜັກໜ່ວງຫຼາຍເກີນກວ່າການເອົາຊີວິດຄົນທັງຫຼາຍຊ້ຳ. ທ່ານ ມູຊານີ ກ່າວວ່າ ຜົນທີ່ຕິດຕາມມາທາງດ້ານການແພດນັ້ນ ແມ່ນໜ້າວິຕົກກັງວົນແທ້ໆ ໂດຍສະເພາະເມື່ອຄໍານຶງເຖິງການຮັບມືກັບການລະບາດຢ່າງຕໍ່ເນື່ອງຂອງໂຄວິດ-19 ທີ່ຍັງມີຢູ່ຕໍ່ໄປ.

ທ່ານມູຊານີ ເວົ້າວ່າ “ຜົນກະທົບດັ່ງກ່າວ ໄດ້ກະທົບກະເທືອນໃສ່ສະພາບຈິດໃຈ ຂອງພວກພະນັກງານດ້ານການແພດທັງຫຼາຍ ແລະເປັນຜູ້ເຕັມໃຈທີ່ຈະໄປເຮັດວຽກ ຢ່າງເທົ່າທຽມກັບຄວາມເຕັມໃຈຂອງຊຸມຊົນ ໃນການສະແຫວງຫາການເບິ່ງແຍງທາງດ້ານສຸຂະພາບ ແລະແຫລ່ງຊັບພະຍາກອນກໍຍັງຫລຸດລົງຢ່າງຫຼວງຫຼາຍ ສໍາລັບການຕອບສະໜອງຕໍ່ວິກິດການທາງດ້ານສຸຂະພາບ ທ່າມກາງສະພາບການອື່ນໆ.”

ທ່ານ ມູຊານີ ກ່າວອີກວ່າ ຜົນທີ່ໄດ້ຮັບຈາກເຫດການທີ່ເກີດຂຶ້ນໃນຄັ້ງດຽວນັ້ນແມ່ນໃຫຍ່ຫຼາຍ ແລະກໍມີຜົນກະທົບທີ່ຍາວນານຕໍ່ລະບົບໃນວົງກວ້າງ. ເມື່ອສະຖານທີ່ບໍລິການທາງດ້ານສຸຂະພາບທັງຫຼາຍຖືກທໍາລາຍ, ທ່ານໄດ້ກ່າວວ່າ ພວກເຂົາຕ້ອງສ້າງຂຶ້ນມາໃໝ່.

ເມື່ອມີບັນດາພະນັກງານການແພດເສຍຊີວິດ ຫລືໄດ້ຮັບບາດເຈັບ, ທ່ານກ່າວວ່າ ກໍາລັງແຮງງານທີ່ສໍາຄັນ ຕ້ອງໄດ້ຮັບການເສີມກຳລັງຄືນ, ສ້າງລະບົບທີ່ສໍາຄັນເລົ່ານັ້ນກັບຄືນມາໃໝ່, ທ່ານກ່າວວ່າ ຕ້ອງໄດ້ໃຊ້ເງິນຫຼາຍໃນການລົງທຶນແລະໃຊ້ເວລາຫຼາຍປີ ເຊິ່ງພວກຄົນທີ່ທຸກຍາກ ກໍບໍ່ໄດ້ຮັບການຮັກສາປິ່ນປົວເລີຍ.

ທ່ານ ມູຊານີ ໄດ້ອະທິບາຍຕໍ່ໄປວ່າ:

“ໃນຊ່ວງການແຜ່ລະບາດ, ຫຼາຍກວ່າສິ່ງອື່ນໃດ ພວກພະນັກງານທາງການແພດ ຕ້ອງໄດ້ຮັບການປົກປ້ອງ ແລະໄດ້ຮັບຄວາມເຄົາລົບ. ບັນດາໂຮງໝໍ ແລະສະຖານທີ່ບໍລິການທາງດ້ານສຸຂະພາບ ລວມທັງການຂົນສົ່ງຂອງລົດໂຮງໝໍສຸກເສີນ ບໍ່ຄວນຖືກນຳໃຊ້ເພື່ອວັດຖຸປະສົງທາງດ້ານທະຫານ. ເງື່ອນໄຂທີ່ເປັນພື້ນຖານສໍາຄັນໃນການດໍາເນີນວຽກງານທາງດ້ານການແພດເພື່ອຊ່ວຍຊີວິດ ຕ້ອງໄດ້ໃຫ້ພື້ນທີ່ທີ່ຈໍາເປັນ.”

ທ່ານ ມູຊານີ ຕັ້ງຂໍ້ສັງເກດວ່າ ການຫຼຸດລົງໃນດ້ານສັກກະຍະພາບໃດໆນັ້ນ ກໍຈະຂັດຂວາງການບໍລິການ ແລະກີດກັນຊຸມຊົນທີ່ດ້ອຍໂອກາດໃນການເບິ່ງແຍງທີ່ຮີບດ່ວນ.

ອົງການອະນາໄມໂລກ ຫລື WHO ກໍາລັງຮຽກຮ້ອງຕໍ່ທຸກຝ່າຍທີ່ມີບັນຫາຂໍ້ຂັດແຍ້ງກັນ ໃຫ້ຮັບປະກັນວ່າ ມີພື້ນທີ່ເຮັດວຽກທີ່ປອດໄພໃນການບໍລິການທາງດ້ານການແພດໃຫ້ແກ່ປະຊາຊົນ. ພວກເຂົາເຈົ້າກ່າວວ່າ ຜູ້ໃດກໍ່ຕາມທີ່ຕົກຢູ່ໃນສະຖານະການສຸກເສີນຕ່າງໆ ຕ້ອງສາມາດເຂົ້າເຖິງການຮັກສາປິ່ນປົວໄດ້ຢ່າງປອດໄພ ທີ່ປາດສະຈາກຄວາມຮຸນແຮງ, ການຄຸກຄາມ ຫຼື ຄວາມຢ້ານກົວອື່ນໆ.

The World Health Organization says more than 700 health care workers and patients were killed, more than 2,000 injured, and hundreds of health facilities destroyed in countries of conflict between 2018 and 2020. Lisa Schlein reports for VOA from Geneva.

A three-year analysis was carried out in 17 conflict-ridden countries and territories, including Ethiopia, Yemen, Syria, Mozambique, the occupied Palestinian territories, and Myanmar.

New data show that health care continues to be under attack. So far this year, the World Health Organization has recorded 588 incidents in 14 countries with emergencies, causing 114 deaths and 278 injuries of health care workers and patients.

The WHO’s director of health emergencies interventions, Altaf Musani, says the impact of those health care attacks goes well beyond claiming lives. He says the ramifications are significant and alarming, especially considering the ongoing COVID-19 response.

“Their impact reverberates on health care workers’ mental health and willingness to report to work, equally, on communities’ willingness to seek health care, and also drastically reduces resources for responding to a health crisis, amongst others.”

Musani says the ripple effect of a single incident is huge and has a long-lasting impact on the system at large. When health facilities are destroyed, he says, they need to be rebuilt.

When health care workers are killed or wounded, he says a vital work force must be reinforced. Building back those vital systems, he says, requires years of costly investment, years in which people in need are underserved.

“During the pandemic, more than ever, health care workers must be protected, must be respected. Hospitals and health care facilities, including the transportation of ambulances should not be used for military purposes. Essential conditions for the continued delivery of vital health care must be given the necessary space.”

Musani notes any reduction in capacity will interrupt services and deprive vulnerable communities of urgent care.

The WHO is calling on all parties in conflicts to ensure safe working spaces for the delivery of health care services. It says people caught in emergency situations must be able to safely access care, free from violence, threat, or fear.

XS
SM
MD
LG