ພະນັກງານຄົນນຶ່ງຂອງອົງການອະນາໄມໂລກ ຫລື WHO ທີ່
ຕິດເຊື້ອ ໄວຣັສອີໂບລາ ໄດ້ເດີນທາງໄປເຖິງເຢຍຣະມັນແລ້ວ
ເພື່ອຮັບການຮັກສາປິ່ນປົວ.
ຜູ້ຊ່ຽວຊານ ດ້ານລະບາດວິທະຍາ ຊາວເຊເນການ ໄດ້ຖືກສົ່ງ
ໄປເຖິງນະຄອນ Hamburg ໃນວັນພຸດມື້ນີ້ ຫຼັງຈາກທີ່ໄດ້ຕິດ
ເຊື້ອໄວຣັສດັ່ງກ່າວ ຈາກຫ້ອງແລັບກວດເຊື້ອອີໂບລາ ໃນ
Sierra Leone.
ຫຼັງຈາກມີການຕິດເຊື້ອແລ້ວ ອົງການ WHO ໄດ້ກ່າວໃນວັນ
ອັງຄານວານນີ້ວ່າ ໄດ້ທຳການປິດຫ້ອງແລັບດັ່ງກ່າວ ຢູ່ທີ່ເມືອງ
Kailahun ແລະ ຖອນພະນັກງານຂອງຕົນຈາກທີ່ນັ້ນ.
ອີໂບລາ ໄດ້ເອົາຊີວິດ ຫຼາຍກວ່າ 1,400 ຄົນແລ້ວ ແລະ ໄດ້ເຮັດໃຫ້ມີຄົນເຈັບປ່ວຍອີກ
ຢ່າງນ້ອຍ 2,600 ຄົນ ຢູ່ໃນເຂດອາຟຣິກາຕາເວັນຕົກ ນັບຕັ້ງແຕ່ໄດ້ມີການລະບາດ
ເລີ້ມຂຶ້ນ ໃນເດືອນມີນາເປັນຕົ້ນມາ.
ລວມຢູ່ໃນບັນດາປະເທດ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ກໍແມ່ນ Sierra
Leone, Guinea ແລະ Liberia ບ່ອນທີ່ລັດຖະບານ ໄດ້ປິດລ້ອມບໍ່ໃຫ້ມີການເຂົ້າອອກ
ຄຸ້ມຄົນທຸກຍາກທັງໝົດ ຢູ່ໃນນະຄອນ ຫລວງມອນໂຣເວຍ.
ຢູ່ໃນໄລບີເຣຍ ບ່ອນທີ່ມີລາຍງານວ່າ ມີຈຳນວນຜູ້ເສຍຊີວິດສູງທີ່ສຸດ ນັ້ນ ເຈົ້າໜ້າທີ່
ລັດຖະບານບາງຄົນ ໄດ້ພາກັນຫລົບໜີອອກຈາກປະເທດ ຫຼືບໍ່ໄປລາຍງານຕົວ ເພື່ອ
ເຮັດວຽກ. ສະຖານະການດັ່ງກ່າວ ໄດ້ກົດດັນໃຫ້ ປະທານາທິບໍດີ Ellen Johnson
Sirleaf ຕ້ອງອອກຄຳສັ່ງ ໃນວັນອັງຄານວານນີ້ ໃຫ້ລັດຖະມົນຕີໝົດທຸກຄົນ ກັບຄືນໄປ
ເຮັດ ວຽກ. ບັນດາເຈົ້າໜ້າທີ່ໄລບີເຣຍ ກ່າວວ່າ ລັດຖະມົນຕີຈຳນວນນຶ່ງ ຜູ້ທີ່ຂັດຂືນ ບໍ່
ປະຕິບັດຕາມຄຳສັ່ງນັ້ນ ໄດ້ຖືກປົດອອກຈາກຕຳແໜ່ງ.