ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ຜູ້ໃດທີ່ຈະມາເປັນຜູ້ຂັບເຄື່ອນນະໂຍບາຍ AI ແລະສະກຸນເງິນ Crypto ຂອງ ທ່ານ ທຣໍາ


ຜູ້ໃດທີ່ຈະມາເປັນຜູ້ຂັບເຄື່ອນນະໂຍບາຍ AI ແລະສະກຸນເງິນ Crypto ຂອງ ທ່ານ ທຣໍາ.

ວ່າທີ່ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ ກ່າວວ່າ ເພິ່ນຕ້ອງການໃຫ້ ສະຫະລັດ ເປັນຜູ້ນໍາຂອງໂລກໃນດ້ານປັນຍາປະດິດ ແລະສະກຸນເງິນ Crypto. ດ້ວຍເຫດນັ້ນ, ທ່ານຈຶ່ງໄດ້ສະເໜີຊື່ຜູ້ປະກອບການ ແລະນັກລົງທຶນຈາກ Silicon Valley ໃຫ້ມາເປັນລາຊາແຫ່ງ AI ແລະສະກຸນເງິນ Crypto.

ວ່າທີ່ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ແຕ່ງຕັ້ງ ທ່ານ ເດວິດ ແຊັກສ໌ (David Sacks) ມາເປັນລາຊາດ້ານປັນຍາປະດິດ ແລະສະກຸນເງິນ Crypto ຫຼື ທີ່ປຶກສາລະດັບສູງ ຜູ້ທໍາອິດຂອງທໍານຽບຂາວ.

ທ່ານ ແຊັກສ໌ ເປັນຜູ້ປະກອບການ ແລະເປັນນັກລົງທຶນຂອງ Silicon Valley ມາເປັນເວລາດົນນານແລ້ວ. ທ່ານ ທຣໍາ ກ່າວໂດຍຄາດຫວັງວ່າ ທ່ານ ແຊັກສ໌ ຈະຊ່ວຍຊີ້ນໍາ ສະຫະລັດ ອອກຈາກສິ່ງທີ່ທ່ານຮ້ອງວ່າ ຄວາມອະຄະຕິ ແລະການກວດກາ ຫຼື ເຊັນເຊີ ຂອງບໍລິສັດເທັກໂນໂລຈີຂະໜາດໃຫຍ່.

ທ່ານ ຈອນ ເພລິສເຊໂຣ (John Pelissero), ສາດສະດາຈານດ້ານຈັນຍາບັນຈາກມະຫາວິທະຍາໄລ Santa Clara ກ່າວວ່າ ທ່ານ ແຊັກສ໌ ມີພາລະຢ່າງຫຼວງຫຼາຍ.

ທ່ານ ຈອນ ເພລິສເຊໂຣ, ຈາກມະຫາວິທະຍາໄລ Santa Clara ກ່າວຜ່ານ Zoom ວ່າ:

“ຄວາມທ້າທາຍສໍາລັບຜູ້ໃດກໍຕາມ ແມ່ນຈະພະຍາຍາມໃນການຈັດການເທັກໂນໂລຈີ ແລະວິທີການທາງການເງິນແບບໃໝ່ 2 ປະເພດນີ້ ທີ່ກໍາລັງພັດທະນາຢ່າງໄວວາ.”

ທ່ານ ແຊັກສ໌ ປະຕິເສດການຮ້ອງຂໍເພື່ອສໍາພາດ, ແຕ່ລາວມັກເວົ້າສະເໝີກ່ຽວກັບຄວາມຈໍາເປັນທີ່ຈະຈໍາກັດອໍານາດຂອງບໍລິສັດເທັກໂນໂລຈີຂະໜາດໃຫຍ່.

ທ່ານ ເດວິດ ແຊັກສ໌, ຜູ້ທີ່ກໍາລັງເຂົ້າມາເປັນຜູ້ບໍລິຫານໃຫຍ່ດ້ານ AI ແລະ ສະກຸນເງິນ Crypto ກ່າວວ່າ:

“ພວກເຮົາຈະບໍ່ມີສຸຂະພາບດີໃນການເລີ້ມຕົ້ນຂອງລະບົບນິເວດ, ພວກເຮົາຈະບໍ່ມີການເວົ້າແບບເສລີ ແລະພວກເຮົາຈະບໍ່ມີການແຂ່ງຂັນ ລະຫວ່າງຜູ້ໃຫ້ບໍລິການຕ່າງໆທີ່ຫຼາກຫຼາຍ ເພື່ອພະຍາຍາມທີ່ຈະກາຍມາເປັນຈຸດໃຈກາງທາງດ້ານນະວັດກໍາໃຫ້ຫຼາຍຂຶ້ນ.”

ທ່ານ ແຊກສ໌ ຍັງໄດ້ຫາລືກ່ຽວກັບທ່າແຮງຂອງສະກຸນເງິນ Crypto ນໍາອີກດ້ວຍ.

ທ່ານ ເດວິດ ແຊັກສ໌, ຜູ້ທີ່ກໍາລັງເຂົ້າມາເປັນຜູ້ບໍລິຫານໃຫຍ່ດ້ານ AI ແລະ ສະກຸນເງິນ Crypto ກ່າວວ່າ:

“ສິ່ງທີ່ bitcoin ມອບໃຫ້ຄືສະກຸນເງິນອີກປະເພດນຶ່ງ ເຊິ່ງບໍ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ, ແຕ່ໄດ້ຮັບການສະໜັບສະໜູນຈາກຄະນິດສາດ, ແລະການສະໜັບສະໜູນຈາກການໃສ່ລະຫັດ. ຂ້າພະເຈົ້າຄິດ ຫຼາຍໆຄົນອາດຈະໃຊ້ເວລາຄິດໄປເທື່ອລະໜ້ອຍວ່າ ນັ້ນແມ່ນຮູບແບບຂອງເງິນທີ່ດີກວ່າ ເມື່ອເວລາຜ່ານໄປ.”

ຜູ້ບໍລິຫານໃນລັດຖະບານຂອງ ທ່ານ ໄບເດັນ ໄດ້ສະແດງຄວາມກັງວົນກ່ຽວກັບຕະຫຼາດສະກຸນເງິນ Crypto ແລະຄວາມສ່ຽງທາງການເງິນທີ່ອາດເກີດຂຶ້ນຕໍ່ບັນດານັກລົງທຶນ.

ບັນດາຜູ້ສະໜັບສະໜູນສະກຸນເງິນ Crypto ມີຄວາມຍິນດິທີ່ ທ່ານ ທຣໍາ ໃຫ້ຄວາມສໍາຄັນໃນການຊ່ວຍເຫຼືອອຸດສາຫະກໍາທີ່ກໍາລັງເຕີບໃຫຍ່ຂະຫຍາຍໂຕ ທີ່ນໍາທາງຜ່ານຜ່າ ວໍຊິງຕັນ ໄປໄດ້.

ທ່ານນາງ ຄຣິສຕີນ ສມິດທ໌ (Kristin Smith), CEO ຂອງສະມາຄົມ Blockchain ກ່າວຜ່ານ Zoom ວ່າ:

“ຫາກມີຜູ້ໃດຜູ້ນຶ່ງສາມາດມີບົດບາດໃນການປະສານງານ ເພື່ອຮັບປະກັນວ່າອົງການທີ່ເໝາະສົມທັງຫຼາຍ ກຳລັງປຶກສາຫາລືກັນແລະກັນ, ພ້ອມທີ່ຈະເຂົ້າມາແຊກແຊງຖ້າໜ່ວຍງານຕ່າງໆບໍ່ເຫັນດີ ກັບສິ່ງທີ່ເຫັນວ່າສຳຄັນທີ່ສຸດ.”

ທ່ານ ເພລິສເຊໂຣ ກ່າວວ່າ ການທີ່ ທ່ານ ແຊັກສ໌ ສົ່ງອິດທິພົນຕໍ່ນະໂຍບາຍໃນຂະນະທີ່ບໍລິສັດຮ່ວມທຶນຂອງພວກເຂົາ ແນເປົ້າໝາຍໃສ່ການລົງທຶນໃນດ້ານ Crypto ແລະປັນຍາປະດິດນັ້ນ ກໍອາດຈະເຮັດໃຫ້ເກີດມີບັນຫາດ້ານຈັນຍາບັນ.

ທ່ານ ຈອນ ເພລິສເຊໂຣ, ຈາກມະຫາວິທະຍາໄລ Santa Clara ກ່າວຜ່ານ Zoom ວ່າ:

“ມັນຈະເປັນເລື້ອງຍາກສໍາລັບມະຫາຊົນທີ່ຈະຮູ້ວ່າ ເມື່ອຮອດຍາມທີ່ລັດຖະບານຂອງ ທ່ານ ທຣໍາ ຈະດໍາເນີນນະໂຍບາຍດ້ານ AI ຫຼື ນະໂຍບາຍສະກຸນເງິນ Crypto, ເຊິ່ງນະໂຍບາຍດັ່ງກ່າວນັ້ນ ຈະຖືກດໍາເນີນງານເພື່ອຜົນປະໂຫຍດຂອງມະຫາຊົນ ຫຼື ບໍ່.”

ສື່ມວນຊົນລາຍງານວ່າ ທ່ານ ແຊັກສ໌ ຈະເຮັດວຽກໃນບົດບາດບໍ່ເຕັມເວລາ ຢູ່ທໍານຽບຂາວ, ແລະຈະບໍ່ຈໍາເປັນຕ້ອງໄດ້ຮັບການຮັບຮອງຈາກສະພາສູງຂອງສະຫະລັດ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

U.S. President-elect Donald Trump says he wants the United States to be the world leader in artificial intelligence and crypto currency. To that end, he has nominated a Silicon Valley entrepreneur and investor to be the AI and crypto czar. Michelle Quinn has the story.
President-elect Donald Trump has named David Sacks the first White House artificial intelligence and crypto currency czar, or high-level adviser.
Sacks is a longtime Silicon Valley entrepreneur and investor. Trump said he expects Sacks to help steer the U.S. away from what he calls Big Tech bias and censorship.
It’s a lot on Sacks’ plate, says Santa Clara University ethics professor John Pelissero.

John Pelissero, Santa Clara University, Zoom.
“The challenge for anyone is going to be to try to manage two emerging technologies and methods of finance that are quickly evolving.”

Sacks declined a request for an interview, but he has frequently talked about the need to limit big technology firms’ power.
David Sacks, Incoming AI and Crypto Czar.

“We are not going to have a healthy startup ecosystem, we’re not going to have free speech and we’re not going to have competition among the various providers to try to be a more innovative town square.”
Sacks has also discussed crypto currency’s potential.

David Sacks, Incoming AI and Crypto Czar.
“What bitcoin offers is a different kind of currency, where it’s not backed by a government, but it’s backed by math, it’s backed by encryption. ... I think a lot of people might over time gradually think that’s a better form of money.”

Regulators in the Biden administration have expressed concerns about the cryptocurrency market and its potential financial risks to investors.
Crypto advocates are heartened that Trump is prioritizing helping the burgeoning industry navigate Washington.

Kristin Smith, Blockchain Association CEO, Zoom.

“Having someone who can be in the coordinating role to make sure the right agencies are talking to each other and intervene if agencies disagree over something is going to be very important.”
Sacks influencing policy while his venture firm pursues crypto and artificial intelligence investments may raise ethical issues, says Pelissero.

John Pelissero, Santa Clara University, Zoom.

“It's going to be difficult for the public to know that when it comes to the way the Trump administration is going to approach AI or crypto policy that it will be done in the public interest.”
Sacks will work part time in the White House role, according to media reports, and will not require confirmation by the U.S. Senate.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG