ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ອະນາໄມໂລກ ຮຽກຮ້ອງໃຫ້ໃຊ້ຢາ Antiretroviral ປິ່ນປົວ ຜູ້ຕິດເຊື້ອ HIV


ທ່ານນາງ Ruth Munyao, ນັກເພສັດຊະກອນ, ໃຊ້ຢາສັກ antiretroviral (ARV) ຢູ່ທີ່ໂຮງໝໍ Mater ໃນນະຄອນ Nairobi
ປະເທດເຄນຢາ, ວັນທີ 10 ກັນຍາ , 2015.
ທ່ານນາງ Ruth Munyao, ນັກເພສັດຊະກອນ, ໃຊ້ຢາສັກ antiretroviral (ARV) ຢູ່ທີ່ໂຮງໝໍ Mater ໃນນະຄອນ Nairobi ປະເທດເຄນຢາ, ວັນທີ 10 ກັນຍາ , 2015.

ອົງການ​ອາ​ນະ​ໄມ​ໂລກຫຼື WHO ຈັດ​ພິທີ​ເພື່​ອ​ເປັນ​ຂີດ​ໝາຍ​
ເນື່ອງ​ໃນ​ວັນ​ໂຣກ AIDS ຂອງໂລກ ​ໃນວັນ​ອັງຄານມື້​ນີ້ ​ໂດຍ
​ເນັ້ນ​ໜັກໃສ່່​ຄວາ​ມຕ້ອງການ ເພື່ອ​ຂະຫຍາຍການ​ໃຊ້​ຢາ​ປົວ
ປະສົມ​ກັນຫຼາຍຊະນິດ ຫຼື antiretroviral ​ແກ່​ບັນດາ​ຜູ້​ທີ່​ຕິດ​
ເຊື້ອ HIV.

ອົງການ​ອາ​ນະ​ໄມ​ໂລກກ່າວ​ວ່າ ປະມານ 16 ລ້ານ ຂອງ​ຈຳນວນ
37 ລ້ານ​ຄົນທີ່ຕິດ​ເຊື້ອ HIV ທີ່​ພາ​ໃຫ້​ເປັນ​ໂຣກ AIDS ນັ້ນ ​ກຳ
ລັງ​ກິນ​ຢາ​ປະສົມ​ກັນ ​ແລະ​ໃຊ້​ກັນຢູ່​ທົ່ວ​ໂລກດັ່ງ​ກ່າວ​ ​ເພື່ອ​ຍຸດຕິ
ການ​ລະບາດ ຂອງ​ໂຣກ AIDS ພາຍ​ໃນຄົນລຸ້ນ​ໜຶ່ງ.

ອົງການ​ອະນາ​ໄມ​ໂລກ​ ໄດ້​ອ້າງ​ເ​ຖິງການ​ສຶກສາທີ່ສະ​ແດງ​ໃຫ້​ເຫັນ​ວ່າຜູ້ ຄົນ​ທີ່​ເລີ້ມປິ່ນ
ປົວບໍ່​ດົນຫລັງ​ຈາກໄດ້​ຕິດ​ເຊື້ອ​ໄວ​ຣັສນັ້ນ ມີ​ໂອກາດ​ໜ້ອຍ​ລົງ​ທີ່​ຈະຕິ​ດ​ແປດ​ໄປ​ຫາ​ຄົນ
​ອຶ່ນ​ໃນ​ຂະນະ​ທີ່​ເຂົາ​ເຈົ້າຍັງມີ​ສຸ​ຂະພາບແຂງ​ແຮງ​ດີ.

ດ້ວຍ​ເຫດຜົນ​ດັ່ງກ່າວ ທາງ​ອົງການ WHO ຈຶ່ງຮຽກຮ້ອງ​ໃຫ້​ມີ​ການ​ທົດ​ລອງ​ເພີ້​ມຂື້ນ​ເພື່ອ
ຜູ້ຄົນ​ຈະ​ຮູ້​ເຖິງສະພາບການ HIV ຂອງ​ເຂົາ​ເ​ຈົ້າແລະ ​ການ​ປິ່ນປົວ​ຂັ້ນ​ຕົ້ນ ​ແກ່​ບັນດາ​ຜູ້​ທີ່
​ທົດ​ສອບວ່າ ຕິດ​ເຊື້ອ​ໄວ​ຣັສ. ລາຍ​ງານ​ກ່າວ​ວ່າ ການ​ປິ່ນປົວ​ດ້ວຍຢາ antiretroviral
ສາມາດ​ປ້ອງ​ກັນ​ການ​ເສຍ​ຊີວິດ ​ແກ່ 21 ລ້ານ​ຄົນ​ທີ່​ພົວພັນ​ກັບໂຣກ AIDS ​ແລະ​ອີກ 28
ລ້ານ​ຄົນ​ທີ່​ຈະ​ຕິດ​ກັບ​ເຊື້ອ​ດັ່ງກ່າວໃນ​ປີ 20​30.

ສະຫະລັດ ຍັງ​ໄດ້​ປະກາດ​ແຜນການ​ໃໝ່ ​ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ເນັ້ນ​ໜັກ​ໃສ່​ການຂະ​
ຫຍາ​ຍທົດ​ລອງ ການ​ປິ່ນປົວ​ດ້ວຍ​ຢາ antiretroviral ຢູ່​ທົ່ວ​ໂລກ ​ແກ່​ບັນດາ​ຜູ້ທີ່​ຕິດເຊື້ອ
HIV ​ໂດ​ຍການ​ເອົາ​ຢາ​ໃຫ້​ແກ່​ພວກ​ທີ່​ມີ​ຄວາມ​ສ່ຽງ​ສູງ​ໃນເຊື້ອ HIV ​ແລະ​ລົບ​ລ້າງ​ການ​ຖືກ
​ປະນາມ ​ແລະ​ຈຳ​ແນ​ກກີດ​ກັນ​ຕໍ່​ບັນດາ​ຜູ້​ຕິດ​ເຊື້ອ HIV.

​ໃນ​ຈຳນວນ 37 ລ້ານ​ຄົນ​ທີ່ຕິດ​ເຊື້ອ​ໄວຣັສນັ້ນ 26 ລ້ານ​ຄົນ​ພາກັນ​ຢູ່ ເຂດ​ໃຕ້​ທະ​ເລ​ຊາຍ
ຊາ​ຮາຣາ ​ໃນອາ​ຟຣິກາ ຊຶ່​ງປະກອບ​ເປັນ 70 ​ເປີ​ເຊັນ​ຂອງຜູ້​ຕິດ​ເຊື້ອ HIV ​ໃໝ່ ທາງອົງ
ການ WHO ກ່າວ​ວ່າ ປະ ກອບ​ເປັນກາຍກວ່າ​ເຄິ່ງໜຶ່ງຂອງພວກ​ຕິດ​ເຊື້ອ HIV ນັ້ນ.

ວັນ​ໂຣກ​ AIDS ຂອງໂລກ ​ໄດ້​ຈັດ​ຂື້ນໃນ​ວັນ​ທີ 1 ​ເດືອນທັນ​ວາ ທຸກ​ປີນັບ​ແຕ່​ປີ 1988
​ເປັນ​ຕົ້ນ​ມາ ​ເພື່ອ​ເປັນ​ໂອ​ກາດ​ສະ​ແດງເຖິງການ​ສະໜັບສະ​ໜູນ​ ແກ່ບັນດາ​ຜູ້​ທີ່ຕິດ​ເຊື້ອ
​HIV/AIDS ​ລະ​ນຶກ​ເຖິງບັນດາ​ຜູ້​ທີ່​ໄດ້​ເສຍ​ຊີວິດ ​ແລະ​ເນັ້ນ​ໜັກ​ໃສ່​ການ​ຕໍ່ສູ້​ຕ້ານ​ການ​
ແຜ່​ລະບາດຂອງ​ໂຣກ ດັ່ງກ່າວ.

World Aids Day
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG