ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ອະນາໄມໂລກ ຕຽມຮັບມື ກັບເຊື້ອໄຂ້ຍຸງ ທີ່ ຕ້ານທານຢາ


ຄົນໄຂ້ໂຣກໄຂ້ຍຸງ ກຳລັງນອນຢູ່ໂຮງໝໍ ເມືອງໄພລິນ ໃນພາກຕາເວັນຕົກ ຂອງກຳປູເຈຍ.
ຄົນໄຂ້ໂຣກໄຂ້ຍຸງ ກຳລັງນອນຢູ່ໂຮງໝໍ ເມືອງໄພລິນ ໃນພາກຕາເວັນຕົກ ຂອງກຳປູເຈຍ.
ອົງການ​ອະນາ​ໄມ​ໂລກ​ເຕືອນ​ວ່າ ມີ​ຄວາມຕ້ອງການ​ເງິນ​ປະມານ
450 ລ້ານ​ໂດ​ລາ​ໃນ​ໄລ​ຍະ 3 ປີ​ຕໍ່ໜ້າ​ນີ້ ​ເພື່ອ​ຢຸດ​ການລະບາດ​
ຂອງ​ເຊື້ອ​ພະຍາດ​ໄຂ້ຍຸງສາຍ​ພັນ​ທີ່​ມີ​ຄວາມຕ້ານທານ​ຕໍ່​ຢາ​ arte
misinin ບໍ່​ໃຫ້​ແຜ່​ລາມ​ອອກ​ຈາກ​ພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້​ ໄປ​ຍັງ​ແຫ່ງ​ອື່ນໆ​ໃນ​ໂລກ. ບັນດາ​ນັກ​ຄົ້ນເວົ້າກ່າວ​ວ່າ ​
ເຊື້ອ​ພະຍາດ​ທີ່​ມີຄວາມຕ້ານທານຢາ​ ໄດ້ແຜ່​ລະບາດ​ໄປ​ຍັງ​ມຽນ
ມ້າແລະ​ຫວຽດນາມ ນັບ​ແຕ່​ໄດ້​ພົບ​ເຫັນພະຍາດ​ດັ່ງ ກ່າວ​ຄັ້ງ​ທຳ​
ອິດ ຢູ່​ເລາະ​ຕາມ​ຊາຍ​ແດນ​ກຳປູ​ເຈຍ​ຕິດ​ກັບ​ໄທ ​ໃນ​ປີ 2008. ຜູ້​
ສື່​ຂ່າວ​ວີ​ໂອ​ເອ Steve Herman ມີ​ລາຍ​ງານ​ເລື່ອງນີ້ຈາກ​ບາງ
ກອກ ດັ່ງສິງ​ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ມາສະ​ເໜີ​ທ່ານ.

ອົງການ​ອະນາ​ໄມ​ໂລກ​ກຳລັງ​ມີ​ຄວາມຕື່ນ​ຕົກ​ໃຈ​ກ່ຽວ​ກັບ​ເຊື້ອ​ໄຂ້ຍຸງທີ່​ມີ​ຄວາມຕ້ານທານ
​ຕໍ່​ຢາປົວ​ພະຍາດ​ດັ່ງກ່າວ ແລະ​ພວມ​ກະກຽມ​ແຜນ​ການ​ຮັບ​ມື​ແບບ​ສຸກ​ເສີນຕໍ່​ອັນ​ທີ່​ເອີ້ນວ່າ ​
ໄພ​ຂົ່ມຂູ່​ທີ່​ອາດ​ເປັນ​ໄປ​ໄດ້​ຢ່າງ​ຮ້າຍ​ແຮງ ຕໍ່​ສຸຂະພາບ​ຂອງ​ຄົນ​ເຮົາ​ໃນ​ທົ່ວ​ໂລກ​ນັ້ນ.

ການ​ປ້ອງ​ກັນ​ຂັ້ນ​ທຳ​ອິດຕໍ່ຕ້ານ​ເຊື້ອ​ພະຍາດ​ໄຂ້ຍຸງ​ສາຍ​ພັນ​ທີ່​ຮ້າຍ​ແຮງ​ດັ່ງ​ກ່າວນີ້ ຄືການ ​ປິ່ນປົວ​ທີ່​ອີງ​ໃສ່​ຢາ artemisinin ນັ້ນແມ່ນ​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ.

Dr. Eva-Maria Christophel ຫົວໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງອົງການ​ອະນາ​ໄມໂລກ
ທີ່​ກຸງມານີລາ ກ່າວ​ວ່າ ​ເວລາ​ນີ້​ທາງ​ອົງການອະ​ນາ​ໄມ​ໂລກໃຫ້​ການ​ຄ້ຳປະກັນ​ວ່າ ​ມີ​ການ​
ຕິດຕາມ​ເບິ່ງ​ພະຍາດດັ່ງກ່າວ​ຢ່າງ​ພຽງພໍ ໃນ​ບັນດາ​ຂົງ​ເຂດ​ອ້ອມ​ແອ້ມ​ແຫລ່ງທີ່ມາ ຂອງ
ການລະ​
ບາດ​ຂອງໄຂ້​ຍຸງ​ສາຍ​ພັນນີ້ ​ໃນ​ເຂດ​ລຸ່ມແມ່​ນ້ຳຂອງ​ນັ້ນ ຊຶ່ງ​ Dr. Christophel ກ່າວ​ວ່າ :

"ໝົດ​ທຸກ​ປະ​ເທດ ​ໃນ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກ ສາມາດ​ຕິດຕາມ​ໄດ້​ຢ່າງ​ແທ້​ຈິງ ​
ໃນ​ຄຸນນະ ພາ​ບສູງ ເບິ່ງສະຖານະ​ການ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງໄຂ້​ຍຸງ​
ສາຍ​ພັນຕ້ານ​ຢາ​ໃນ​ປະ​ເທດ​ຂອງ​ພວກ​ຕົນ ​ເພື່ອ​ຢາກ​ຮູ້ຈັກ​ຢ່າງ​ແທ້​ຈິງ​ວ່າຈະ​ມີ
​ບັນຫາ​ອີກ​ບໍ​ໃນ​ບ່ອນ​ອື່ນໆ​ໃນ​ຂັ້ນ​ຕໍ່​ໄປ​ ແລະ​ຫຼັງ​ຈາກນັ້ນ ຖ້າ​ຫາກ​ພົບ​ເຫັນ​ວ່າ​
ມີ​ອີກ ຈະ​ຕ້ອງ​ມີ​ການ​ຮັບ​ມື​ເພື່ອ​ຄວບ​ຄຸມ​ໃນ​ທຳນອງ​ດຽວ​ກັນ​ຕື່ມ​ອີກ.”


Dr. Christophel ກ່າວ​ວ່າ ​ປະຊາ​ຄົມ​ຕ່າງໆບ່ອນ​ທີ່​ມີ​ການ​ພົບ​ເຫັນວ່​າ ໄດ້ມີການລະບາດ
ຂອງ​ໂຣກດັ່ງກ່າວ ຈະ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ຊຶ່ງ Dr. Christophel ກ່າວວ່າ:

“ພວກ​ປະຊາ​ຄົມ​ເຫຼົ່າ​ນີ້ ​ຈະ​ເຫັນ​ການ​ຄວບ​ຄຸມ​ໂຣກມາລາ​ເຣຍ​ຫຼາຍ​ສົມຄວນແລະ​
ການ​ກະກຽມ​ເພື່ອ​ທຳ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ການກຳ​ຈັດ​ພະຍາດ ທີ່​ຮວມທັງ
​ການ​ວິນິດ​ໄສ​ຫຼື​ກວດ​ໂຣກ ​ແລະ​ການ​ປິ່ນປົວ ​ແລະ​ທຳ​ການ​ປ້ອງ​ກັນ​ກ່ຽວກັບ​ເລື້ອງ​
ມຸ້ງ​ກັນ​ຍຸງ​ນຳ. ​ໃນ ບາງ​ປະ​ເທດ ການ​ສີດ​ຢາ​ຂ້າ​ຍຸງພາຍ​ໃນ​ບ່ອນຢູ່​ອາ​ໄສ ​ແລະ
​ການ​ສຶກສາ​ດ້ານ​ອະນາ​ໄມ​ສຳລັບ​ປ້ອງ​ກັນ​ໂຣກມາລາ​ເຣຍ ​ເພື່ອ​ວ່າ​ພວກ​ຜູ້​ຄົນ​
ຈະ​ຮູ້ຈັກ​ຄັກ​ແນ່​ວ່າ​ພວກ​ເຮົາ​ເຮັດ​ຫຍັງ ​ແລະ​ຮູ້ຈັກ​ວິທີ​ປ້ອງ​ກັນ​ເຂົາ​ເຈົ້າ​ເອງ​ໄດ້."


ພວກ​ທີ່​ສ່ຽງ​ກັບ​ການ​ຕິດພະຍາດ​ດັ່ງກ່າວ ​ແມ່ນ​ພວກ​ຊາວບ້ານທີ່​ອາ​ໄສ​ຢູ່​ເລາະຕາມ
ແຄມ​ປ່າ​ ຊຶ່ງບ່ອນມັກ​ຢູ່ຂອງ​ພວກ​ຍຸງທີ່​ນຳ​ເຊື້ອ​ Plasmodium falciparum ຊຶ່ງ​ເປັນເຊື້ອ
​ກາຝາກ ຫລື​ເຊື້ອ​ພະ​ຍາດ ໄປ​ໃສ່​ຄົນ​ນັ້ນ.

ການ​ໃຊ້​ຢາ artemisinin ໃນ​ປະລິມານ 3 ມື້ ປະ​ສົມ​ກັບຢາ​ຊະນິດ​ອື່ນໆ​ ສາມາດກຳຈັດ ​
ເຊື້ອ​ພະ​ຍາດນີ້​ເກືອບ​ທັງ​ໝົດ​ໄດ້.

ອົງການ​ອະນາ​ໄມ​ໂລກກ່າວ​ວ່າ ການ​ຕໍ່​ຕ້ານ​ຢາ artemisinin ອາດ​ມີ​ສາ​ເຫດ​ມາ​ຈາກ​
ການທີ່ວ່າເຊື້ອ​ພະຍາດ​ອາດ​ລຶ້ງ​ກັບ​ຢາ​ຊະ​ນິດນີ້ມາ​ດົນ​ນານ​ແລ້ວ ຕະຫຼອດ​ທັງ​ການ​ໃຊ້​
ຢາ​ທີ່ບໍ່​ໄດ້​ມາດຕະຖານ ຫຼື​ບໍ່​ກໍ​ຢາ​ປອມ ​ໃນ​ເອ​ເຊຍແລະ​ໃນ​ອາ​ຟຣິກາ​ນັ້ນ.

ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ຊ່ອຍ​ເຫຼືອ 100 ລ້​ານດອລ​ລາ​ເພື່ອ
ຕໍ່ສູ້ປາບ​ປາມ​ການ​ແຜ່​ລະບາດຂອງ​ເຊື້ອ​ໄຂ້​ຍຸງ​ສາຍ​ພັນ​ຕ້ານ​ຢານັ້ນ ​ແມ່ນ​ມາຈາກ​ກອງ​
ທຶນ​ຕໍ່ຕ້ານ​ໂຣກ AIDS ​ໂຣກປອດ​ແຫ້ງແລະ​ໂຣກມາລາ​ເຣຍຂອງ​ໂລກ ທີ່​ມີ​ຫ້ອງການ​ຕັ້ງ​
ຢູ່​ໃນ​ປະ​ເທດ​ສະ​ວິດ​ເຊີ​ແລນ. ​ແຕ່​ຊ່ອງ​ຫວ່າງ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ທາງ​ດ້ານ​ການ​ເງິນ​
ຈຳນວນ 450 ລ້ານ​ດອ​ລລາ​ນັ້ນ ແມ່ນ​ຍັງ​ມີ​ຢູ່.



XS
SM
MD
LG