ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ​ອານາ​ໄມ​ໂລກ ກ່າວວ່າ ​ ໄວຣັຊ Zika ອາດຈະລະບາດໄປເຖິງຂົງເຂດ ເອເຊຍ ປາຊິຟິກ


ພາບດິຈິຕໂຕລທີ່ເປັນສີ ໃນກ້ອງສ່ອງຈຸລະທັດ ຈາກສູນກາງ ຄວບຄຸມພະບາດສະຫະລັດ ທີ່ສະແດງໃຫ້ໄວຣັຊ Zika,ທີ່ເປັນສີແດງ, ທີ່ຍາວປະມານ 40 nanometers.
ພາບດິຈິຕໂຕລທີ່ເປັນສີ ໃນກ້ອງສ່ອງຈຸລະທັດ ຈາກສູນກາງ ຄວບຄຸມພະບາດສະຫະລັດ ທີ່ສະແດງໃຫ້ໄວຣັຊ Zika,ທີ່ເປັນສີແດງ, ທີ່ຍາວປະມານ 40 nanometers.

ຄາດ​ວ່າໄວຣັຊ Zika ​ຈະ​ລະບາດ ​ໃນ​ທົ່ວ​ຂົງ​ເຂດເອ​ເຊຍ ປາຊິ​ຟິກ ອິງຕາມຄຳ​ເຕືອນຂອງ ອົງການ​ອານາ​ໄມ​ໂລກ ຫຼື WHO ​ ​ໃນ​ລາຍ​ງານ​ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້.

ລາຍ​ງານ​ມີ​ຂຶ້ນ​ໃນ​ຂະນະ​ທີ່ ​ໄດ້​ມີ​ຫຼາຍ​ຮ້ອຍ​ກໍລະນີ ​ໃນ​ສິງກະ​ໂປ ​ແລະ​ມີ​ເດັກນ້ອຍ​ສອງ​ຄົນ ​ໃນ​ເມືອງ​ໄທ ​ໄດ້​ກວດ​ພົບເຫັນວ່າ ພົວພັນ​ເສື່ອ​ມ​ໂຍງ​ກັບ ໄວຣັຊ Zika micro-
cephaly.

ລາຍ​ງານ​ຂອງ WHO ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່ ​ໃນ​ກອງ​ປະຊຸມ​ປະຈຳ​ປີ ທີ່​ພົບ​ປະກັນ​ໃນນະ ຄອນຫຼວງ​ມາ​ນິລາ ​ໄດ້​ກ່າວ​ວ່າ ​ “ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ໄວຮັຊນີ້ຈະ​ແຜ່​ລະບາດ​ໃນ​ຂົງ​ເຂດ​ທີ່​ວ່າ​ນີ້” ທີ່​ຮວມ​ໄປ​ເຖິງ ຈີນ ຍີ່ປຸ່ນ ອອສເຕຍ​ເຣຍ ບາງ​ປະ​ເທດ​ໃນ​ກຸ່ມ​ປະ​ເທດ​ອາ​ຊຽນ​ແລະ​ໝູ່​ເກາະ ປາຊິ​ຟິກ.

ດຣ. Li Aalan ຜູ້ອຳນວຍການ​ຄວາມ​ປອດ​ໄພ​ດ້ານ​ອານາ​ໄມ ​ແລະ ສຳ​ນັກ​ງານ​ຂອງ​ອົງການ WHO ຂອງ​ຂົງ​ເຂດຕາ​ເວັນ​ຕົກ ໄດ້​ກ່າວ​ວ່າ ອາການ ໄວຣັຊ Zika ​ໃນນັ້ນ​ແມ່ນ​ບໍ່​ຮ້າຍ​ແຮງ ​ແລະ​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ເຖິງ​ການ​ລົ້ມຕາຍ​ແຕ່​ຢ່າງ​ໃດ​ເທື່ອ
​ໃນ​ທົ່ວໂລກ.

​ໃນ​ຂະ​ດຽວ​ກັນ​ນີ້ ​ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ຂົງ​ເຂດ ​ກໍໄດ້​ເພີ່ມ​ການ​ກວດກາ​ເບິ່ງ ຕຽມ​ຕົວຮັບ​ມືກັບ​ ໂຣກຮ້າຍທີ່​ສະ​ລັບ​ສັບ​ຊ້ອນ​ນີ້ ​ແລະ​ຈະ​ແບ່ງປັນ​ແລະ​ປະສານ​ງານ​ຂໍ້​ມູນ​ຕ່າງໆ ຊຶ່ງ​ທາງ​ອົງ ການ WHO ​ໄດ້ກ່າວ​ໄວ້.

ຄວາມ​ສະ​ລັບ​ສັບ​ຊ້ອນ​ນີ້ ​ແມ່ນ​ຮວມທັງ microcephaly ຄືການ​ເກີດມາແບບຜິດປົກກະຕິ ຂອງເດັກ​ທາລົກ ບ່ອນ​ທີ່​ພວກ​ເດັກນ້ອຍ​ເກີດ​ມາ​ມີ​ອາການ​ຫົວ​ລີບ ​ແລະ​ສະໝອງ​ອາດ​ຈະ​ບໍ່​ໄດ້​ພັດທະນາ​ຢ່າງ​ຖືກຕ້ອງ​ຄົບ​ຖ້ວນ ຊຶ່ງ​ຮວມທັງ ອາການ​ຂອງ​ໂຣກ Guillain-Barre ກໍ​ຄື​ອາການ​ຂອງ​ລະບົບ​ພູມ​ຕ້ານທານ​ທີ່​ຜິດ​ປົກກະຕິ ທີ່​ໂຈມ​ຕີພາກສ່ວນ​ຂອງ ລະບົບ​ປະສາດ.

ຂົງ​ເຂດ​ປາຊິ​ຟິກ ຕາ​ເວັນ​ຕົກ​ ​ແມ່ນ​ເຂດ​ທີ່​ມີ​ການ​ກະທົບ ຈາກ​ໄວຣັຊ Zika ລະດັບສອງ​ໃນ​ທົ່ວ​ໂລກ. ດຣ. Li ​ກ່າວ​ວ່າ ຈຳນວນ 19 ໃນ 27 ປະ​ເທດ ​ໄດ້​ມີ​ລາຍ​ງານ ວ່າມີ ໄວຣັຊ Zika ນັບ​ຕັ້ງ​ແຕ່ ປີ 2007 ​ແລະມີ ອີກ 13 ປະ​ເທດ ​ໃນ​ປີ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG