ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ WHO ໄດ້ເຕືອນກ່ຽວກັບ ການແຜ່ລະບາດ ທີ່ສູງຂຶ້ນຢ່າງຫຼວງຫຼາຍ ໃນ ບຣາຊີລ ແລະເມັກຊິໂກ


ພວກອາສາສະໝັກ ຈັບມືກັນໃນການໄຫວ້ພາວັນນາ ກ່ອນທີ່ພວກເຂົາ ຈະທຳການສີດຢາຂ້າເຊື້ອ ເພື່ອຊ່ອຍໃນການຄວບຄຸມການແຜ່ລະບາດໃໝ່ຂອງໄວຣັສໂຄໂຣນາຢູ່ທີ່ ແຊນຕາ ມາຣຕາ ເຂດພວກຄົນທຸກຍາກອາໄສຢູ່, ໃນນະຄອນ ຣີໂອ ດີ ຈາແນໂຣ ຂອງບຣາຊີລ, ວັນເສົາ ທີ 28 ພະຈິກ 2020. Volunteers who have been sanitizing the narrow…
ພວກອາສາສະໝັກ ຈັບມືກັນໃນການໄຫວ້ພາວັນນາ ກ່ອນທີ່ພວກເຂົາ ຈະທຳການສີດຢາຂ້າເຊື້ອ ເພື່ອຊ່ອຍໃນການຄວບຄຸມການແຜ່ລະບາດໃໝ່ຂອງໄວຣັສໂຄໂຣນາຢູ່ທີ່ ແຊນຕາ ມາຣຕາ ເຂດພວກຄົນທຸກຍາກອາໄສຢູ່, ໃນນະຄອນ ຣີໂອ ດີ ຈາແນໂຣ ຂອງບຣາຊີລ, ວັນເສົາ ທີ 28 ພະຈິກ 2020. Volunteers who have been sanitizing the narrow…

ອົງການອະນາໄມໂຣກ ຫຼື WHO ກ່າວວ່າ ຕົນເປັນຫ່ວງຫຼາຍກ່ຽວກັບກໍລະນີຕິດເຊື້ອໄວຣັສໂຄໂຣນາ ທີ່ເພີ້ມສູງຂຶ້ນຢ່າງໄວວາ ຢູ່ໃນປະເທດບຣາຊີລ ແລະເມັກຊິໂກ.

ຫົວໜ້າອົງການ WHO ທ່ານເທໂດຣສ ອາດານົມ ເກບຣີເຢຊຸສ ໄດ້ກ່າວຕໍ່ບັນ ດານັກຂ່າວ ທີ່ກອງປະຊຸມແຈ້ງການຕາມປົກກະຕິຂອງທ່ານ ຢູ່ນະຄອນເຈນີວາ ໃນວັນຈັນວານນີ້ ວ່າ “ຂ້າພະເຈົ້າຄຶດວ່າ ບຣາຊີລ ຢູ່ໃນສະພາບທີ່ຮ້າຍແຮງແທ້ໆເລີຍ” ໃນການຕໍ່ສູ້ກັບຈຳນວນທີ່ສູງຂຶ້ນຢູ່ທີ່ນັ້ນ. ທ່ານໄດ້ກ່າວສະທ້ອນ ເຖິງຄວາມເປັນຫ່ວງແບບດຽວກັນກັບເມັກຊິໂກ ຊຶ່ງທ່ານໄດ້ກ່າວວ່າ ແມ່ນ “ຢູ່ໃນສະພາບທີ່ບໍ່ດີເລີຍ.”

ທ່ານເທໂດຣສ ໄດ້ກ່າວອີກວ່າ “ຈຳນວນກໍລະນີຕິດເຊື້ອສູງຂຶ້ນສອງເທົ່າ ແລະຈຳນວນການເສຍຊີວິດກໍຂຶ້ນສອງເທົ່າ…ພວກເຮົາຢາກຂໍໃຫ້ເມັກຊິໂກ ເອົາຈິງເອົາຈັງແທ້ໆ.”

ຈຳນວນສະສົມການເສຍຊີວິດຍ້ອນໂຄວິດ-19 ຂອງເມັກຊິໂກ ໄດ້ກາຍ 100,000 ຄົນເມື່ອວັນທີ 20 ພະຈິກ ແລະປະເທດນີ້ ໄດ້ມີການເສຍຊີວິດເພີ້ມຫຼາຍກວ່າ 5,600 ຄົນນັບຕັ້ງແຕ່ນັ້ນມາ.

ສ່ວນບຣາຊີລ ໄດ້ທຳສະຖິຕິການເສຍຊີວິດໃໝ່ ໂດຍມີຫຼາຍກວ່າ 172,000 ຄົນຍ້ອນໂຄວິດ-19 ຮອງອັນດັບສອງຈາກສະຫະລັດ ຊຶ່ງໄດ້ມີລາຍງານການເສຍຊີວິດຫຼາຍກວ່າ 267,000 ຄົນ.

ໃນວັນຈັນວານນີ້ ລັດທີ່ມີປະຊາກອນໜາແໜ້ນທີ່ສຸດຂອງບຣາຊີລ ຄື ຊາວ ປາວໂລ ໄດ້ອອກຄຳສັ່ງໃຫ້ຮ່ານຄ້າ ຮ້ານກິນດື່ມ ຫຼືບາ ແລະຮ້ານອາຫານທັງຫຼາຍ ໃຫ້ກຳນົດຈຳນວນຄົນເຂົ້າຮ້ານຂອງພວກເຂົາລົງ 40 ເປີເຊັນ ເພື່ອພະຍາຍາມຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ.

ໃນຂະນະທີ່ ບໍລິສັດຜະລິດຢາ ໂມເດີຣນາ ໄດ້ກ່າວໃນວັນຈັນວານນີ້ ວ່າ ຕົນໄດ້ຍື່ນຄຳຮ້ອງຂໍການອະນຸມັດສຸກເສີນ ຢູ່ໃນສະຫະລັດ ແລະກຳລັງຂໍການຮັບຮອງແບບດຽວກັນຢູ່ໃນຢູໂຣບ ເພື່ອແຈກຢາຍຢາວັກຊີນປ້ອງກັນໄວຣັສໂຄໂຣນາຂອງຕົນ ຫຼັງຈາກທີ່ການທົດລອງໄດ້ສະແດງໃຫ້ເຫັນວ່າ ມັນມີປະສິດທິພາບເຖິງ 94 ເປີເຊັນ.

ຄຳຮ້ອງດັ່ງກ່າວ ມີມາບໍ່ດົນຫຼັງຈາກທີ່ ບໍລິສັດຜະລິດຢາອີກແຫ່ງນຶ່ງ ຄື ຟາຍເຊີ-ໄບໂອເອັນເທັກ ໄດ້ຂໍການອະນຸມັດສຸກເສີນຄ້າຍຄືກັນນັ້ນ. ຖ້າໄດ້ຮັບການອະນຸມັດ ການສັກຢາວັກຊີນ ຢູ່ໃນສະຫະລັດອາດເລີ້ມຂຶ້ນໄວທີ່ສຸດໃນກາງເດືອນທັນວານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG