ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ອົງການອະນາໄມໂລກ ກ່າວວ່າ ການລະບາດ ຂອງອີໂອບາ ຍັງບໍ່ເຖິງຂັ້ນ ສຸກເສີນ ເທື່ອ


ຄົນຜູ້ທີ່ສົງໄສວ່າ ຕົນເອງຕິດ ອີໂບລາ ພາກັນນັ່ງລໍຖ້າ ຢູ່ສູນກາງ ປິ່ນປົວ ທີ່ເມືອງ ບີໂກໂຣ ສາທາລະນະລັດ ປະຊາທິປະໄຕ ຄອງໂກ.

ອົງການ​ອະນາ​ໄມ​ໂລກຫຼື WHO ໄດ້​ເຕືອນກ່ຽວກັບ​ການລະບາດຂອງ​ອີ​ໂບລາ ຢູ່ໃນ
ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງສາທາລະນະ​ລັດປະຊາທິປະໄຕ​ຄອງ​ໂກ ວ່າມີຄວາມ
ສ່ຽງ​ສູງ​ຕໍ່​ສາທາລະນະຊົນ ​ແຕ່ຍັງບໍ່ທັນເຖິງຂັ້ນ ​ເປັນໄພ​ສຸກ​ເສີນທາງດ້ານ​ອະນາ​ໄມ​
ຕໍ່ສາທາລະນະຊົນທີ່ສ້າງຄວາມເປັນ​ຫ່ວງໃຫ້ແກ່ນາໆຊາດເທື່ອ. ມີ​ລາຍ​ງານ​ວ່າ 25
ຄົນ​ໄດ້​ເສຍ​ຊີວິດ​ຈາກ​ການລະບາດ ຮວມທັງ​ພະນັກງານ​ການແພດສາ​ມຄົນ.

ອົງການ​ອະນາ​ໄມ​ໂລກ​ລາຍ​ງານ​ວ່າ ມີ 14 ຫາ 45 ກໍລະນີ​ທີ່ສົງ​ໄສ​ຂອງ​ພະຍາດ​ໄດ້​
ຮັບການ​ຢືນຢັນ​ວ່າ​ ແມ່ນ​ອີ​ໂບລາ.

ຂີ​ດໝາຍ​ທີ່ຈະປະກາດ​ວ່າ ພະຍາດ​ຮ້າຍ​ແຮງນີ້ ເປັນ​ພາວະ​ສຸກ​ເສີນທາງ​ດ້ານ​ອະນາ​
ໄມ​ລະຫວ່າງປະເທດ ຍັງ​ບໍ່​ທັນ​ເຖິງຂັ້ນເທື່ອ ໂດຍສະ​ເພາະໃນ​ປັດຈຸບັນ.

​ແຕ່ວ່າ​ປະທານ​ຄະນະ​ກຳມະການ​ສຸກ​ເສີນ ຂອງອົງການ WHO ທ່ານ​ໂຣ​ເບີດສະ​ແຕັຟ​
ເຟິນ ກ່າວ​ວ່າ ນີ້​ອາດມີການ​ປ່ຽນແປງ ​ໃນຂະນະທີ່ເຊື້ອ​ໄວຣັສ ​ບໍ່​ສາມາດ​ຄວບ​ຄຸມໄວ້
​ຢູ່​ໃນ​ເຂດ​ຊົນນະບົດ​ຂອງ​ບິ​ໂກ​ໂຣ ທີ່​ໄດ້ມີການ​ພົບ​ພໍ້ເປັນ​ເທື່ອ​ທຳ​ອິດ​ເມື່ອ ວັນ​ທີ 8
ເດືອນ​ພຶດສະພາ.

ທ່ານ​ກ່າວ​ວ່າ ​ກໍລະນີ​ຈຳນວນ​ນຶ່ງ​ໄດ້​ຖືກ​ພົບ​ເຫັນ​ຢູ່​ໃນ​ເຂດ​ເທດສະບານ​ຂອງເມືອງ
ແອັມບານ​ດາ​ກາ. ທ່ານ​ສະ​ແຕັຟ​ເຟິນ ກ່າວ​ວ່າ “ຄວາມ​ສ່ຽງ ​ຂອງ​ການ​ແຜ່​ຂະຫຍາຍ
ໄປຕ່າງປະເທດ ​ໂດຍ​ສະ​ເພາະ​ເປັນ​ເ​ລື່ອງ​ໃຫຍ່ ​ເພາະວ່າ​ ເມືອງແອັມ​ບານ​ດາ​ກາ ​ຢູ່​
ໃກ້ກັບ​ແມ່​ນໍ້າ​ຄອງໂກ ທ່າ​ນສາມາດ​ເດີນທາງ​ໄປ​ນະຄອນກິນ​ຊາ​ຊາ ​ແລະ​ຂ້າມ​ຊາ​ຍ
ແດນໄປຍັງຄອງ​ໂກບຣາຊາວິລ. ​ແລະ​ນັ້ນ ​ແນ່ນອນ​ເປັນ​ຂົງ​ເຂດທີ່ມີການ​ສັນຈອນ
ໄປມາທີ່ສຳ ຄັນຂ້າມ​ຊາຍແດນ​ນັ້ນ.

ຮອງຜູ້ອຳນວຍການ ຫ້ອງການສຸກເສີນ ແລະຕຽມພ້ອມຂອງ ອົງການອະນາໄມໂລກ ຫຼື WHO ດຣ. ປີເຕີ ຊາລາມາ ກ່າວກ່ຽວກັບການລະບາດອີໂອລາ ທີ່ຫ້ອງການໃຫຍ່ອີໂອລາ ທີ່ນະຄອນເຈນີວາ.
ຮອງຜູ້ອຳນວຍການ ຫ້ອງການສຸກເສີນ ແລະຕຽມພ້ອມຂອງ ອົງການອະນາໄມໂລກ ຫຼື WHO ດຣ. ປີເຕີ ຊາລາມາ ກ່າວກ່ຽວກັບການລະບາດອີໂອລາ ທີ່ຫ້ອງການໃຫຍ່ອີໂອລາ ທີ່ນະຄອນເຈນີວາ.

ອົງການ WHO ​ໄດ້​ເຕືອນ​ກ່ຽວກັບເຊື້ອໄວຣັສອີ​ໂບລາ ສາມາດແຜ່​ລະບາດ​ໄປ​ຫາ​
ເກົ້າ​ປະ​ເທດ​ເພື່ອນ​ບ້ານ ຂອງສາທາລະນະ​ລັດ​ປະຊາທິປະໄຕຄອງ​ໂກ. ທ່ານ​ສະ
​ແຕັຟ​ເຟີ​ນ ກ່າວ​ວ່າ ​ສາທາລະນະ​ລັດ​ປະຊາທິປະໄຕຄອງ​ໂກ ​ແລະ​ສາທາລະນະ​
ລັດ​ອາ​ຟຣິກາ​ກາງ ​ແມ່ນມີຄວາມຫຼໍ່ແຫຼມເປັນພິເສດ ກຳລັງມີການສົ່ງ​ເຄື່ອງມື​ແລະ​ພະນັກງານໄປຊ່ວຍແລ້ວ.

ບໍ່​ຄື​ກັນກັບ​ການລະບາດຂອງ​ອີ​ໂອລາ​ຢູ່​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍຊີວິດຫຼາຍ​ກວ່າ 11,000 ຄົນ ລັດຖະບານ​ສາທາລະນະ​ລັດ​ປະຊາທິປະໄຕ
ຄອງ​ໂກ ອົງການ​ອະນາ​ໄມໂລກ ​ແລະ​ອົງການ​ຕ່າງໆ​ໄດ້ຮັບມືຢ່າງ​ວ່ອງ​ໄວ​ຕໍ່​ການ
ລະບາດ​ໃນ​ປັດ​ຈຸ​ບັນນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG