ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໖ ພຶດສະພາ ໒໐໒໔

WHO ຮຽກຮ້ອງໃຫ້ໂລກ ຢັບຢັ້ງອາການຕ້ານທານຢາ artemisinin


ຜູ້ອໍານວຍການ​ໃຫຍ່ຂອງອົງການອະນາໄມໂລກ, ທ່ານ​ນາງ Margaret Chan ກ່າວຄໍາປາໃສໃນງານເປີດຕົວ ແຜນປະຕິບັດການ​ຂອງ​ໂລກເພື່ອຢັບຢັ້ງການແຜ່ຜາຍຂອງອາການຕ້ານທານຕໍ່ຢາ artemisinin ຊຶ່ງເປັນອາ ວຸດທີ່ມີພະລັງທີ່ສຸດໃນການປິ່ນປົວພະຍາດໄຂ້ມາເລເຣຍ ທີ່ສໍານັກງານໃຫຍ່ຂອງອົງການ WHO ທີ່ນະຄອນ
ຜູ້ອໍານວຍການ​ໃຫຍ່ຂອງອົງການອະນາໄມໂລກ, ທ່ານ​ນາງ Margaret Chan ກ່າວຄໍາປາໃສໃນງານເປີດຕົວ ແຜນປະຕິບັດການ​ຂອງ​ໂລກເພື່ອຢັບຢັ້ງການແຜ່ຜາຍຂອງອາການຕ້ານທານຕໍ່ຢາ artemisinin ຊຶ່ງເປັນອາ ວຸດທີ່ມີພະລັງທີ່ສຸດໃນການປິ່ນປົວພະຍາດໄຂ້ມາເລເຣຍ ທີ່ສໍານັກງານໃຫຍ່ຂອງອົງການ WHO ທີ່ນະຄອນ

ອົງການອະນາໄມໂລກ ຫລື WHO ກຳລັງຮຽກຮ້ອງໃຫ້ມີການປະຕິບັດການຢ່າງຮີບດ່ວນ ເພື່ອຢັບຢັ້ງການແຜ່ຜາຍຂອງອາການຕ້ານທານຕໍ່ຢາ artemisinin ທີ່ໃຫ້ກິນຄວບຄູ່ກັນໄປ ກັບຢາອື່ນໆ ເພື່ອປິ່ນປົວຄົນປ່ວຍເປັນໂຣກໄຂ້ມາເລເຣຍ ຫລື ໄຂ້ຍຸງຊຶ່ງເປັນວິທີການປີ່ນປົວ ທີ່ມີປະສິດທິຜົນດີທີ່ສຸດສໍາລັບໂຣກໄຂ້ມະເລເຣຍນັ້ນ. ພ້ອມດຽວກັນ ທາງ WHO ກໍໄດ້ລົງ ມືດໍາເນີນແຜນປະຕິບັດການໃໝ່ອັນນຶ່ງ ເພື່ອປ້ອງກັນສິ່ງທີ່ອົງການນີ້ເອີ້ນວ່າ ອາວຸດທີ່ມີພະ ລັງທີ່ສຸດໃນການປິ່ນປົວພະຍາດທີ່ຮ້າຍແຮງກັນດານນີ້.

ການຄົ້ນພົບອາການຕ້ານທານຢາ artemisinin ຢູ່​ຕາມ
ເຂດຊາຍ​ແດນ​ກຳປູ​ເຈຍ​-ໄທ​ ໃນ​ປີ 2008 ນັ້ນ ໄດ້ເປັນ
ເຫດການ​ທີ່ເຕືອນ​ໃຫ້​ລະວັງ​ໄພ ທັງນີ້ກໍເນື່ອງຈາກວ່າຢາ
ເຫຼົ່ານີ້ແມ່ນການປິ່ນປົວທີ່ມີປະສິດທິຜົນດີທີ່ສຸດສໍາລັບໂຣກ
ໄຂ້ມາເລເຣຍຊະນິດ falciparum ຊຶ່ງ​ເປັນຊະນິດທີ່ຮ້າຍ
ແຮງກວ່າໝູ່ທີ່ສຸດ.

ຮ້ານຂາຍຢາແຫ່ງນຶ່ງ ທີ່ເມືອງໄພລິນ ໃນເຂດ ຊາຍແດນກໍາປູເຈຍ-ໄທ ບ່ອນທີ່ມີການພົບ ເຫັນອາການຕ້ານທານຢາ artisiminin. (AP/David Longstreath)
ຮ້ານຂາຍຢາແຫ່ງນຶ່ງ ທີ່ເມືອງໄພລິນ ໃນເຂດ ຊາຍແດນກໍາປູເຈຍ-ໄທ ບ່ອນທີ່ມີການພົບ ເຫັນອາການຕ້ານທານຢາ artisiminin. (AP/David Longstreath)

ຜູ້ອໍານວຍການ​ໃຫຍ່ຂອງອົງການອະນາໄມໂລກ, ທ່ານ​ນາງ Margaret Chan ກ່າວ
ວ່າຢາ artemisinin ທີ່​ໃຊ້ຮ່ວມກັບຢາຕ້ານໄຂ້ມາເລເຣຍອີກຊະນິດ​ນຶ່ງ​ນັ້ນ ເພີ່ມຄວາມ
ເປັນໄປໄດ້ໃນການຂ້າເຊື້ອກາ​ຝາກພະຍາດມາເລເຣຍຫລາຍຂຶ້ນ. ທ່ານກ່າວດັ່ງນີ້:

ປະໂຫຍດຂອງວິທີການປິ່ນປົວເຫຼົ່ານີ້ ດຽວນີ້​ກຳລັງຕົກຢູ່ພາຍໃຕ້ການຂົ່ມຂູ່...
ຕະຫລອດຫຼາຍສິບປີທີ່ຜ່ານມາ, ພວກເຮົາ​ໄດ້ເສຍຢາທີ່​ໃຊ້ຕໍ່ສູ້ຕ້ານຢັນກັບພະ
ຍາດ​ນີ້ ອັນ​ແລ້ວ​ອັນ​ເຫລົ່າ ເມື່ອອາການຕ້ານທານຢາກໍ່​ຕົວຂຶ້ນ
ຫລືພັດທະນາ
ຂຶ້ນ​ມາ, ​ມີ​ການຕັ້ງ​ໂຕຂຶ້ນມາ, ​ແລະຫລັງ​ຈາກ​ນັ້ນກໍແຜ່ຜາຍໄປຢ່າງໄວໃນລະ
ດັບສາກົນ, ຊຶ່ງ​ໄດ້ເຮັດໃຫ້ຢາພວກນີ້ໃຊ້ບໍ່​ໄດ້ຜົນຫຍັງ​ເລີຍ...ແລະ ມັນກໍ​ບໍ່
ເປັນ​ການເວົ້າໂຍກ
ເກີນຄວາມ​ຈິງດອກ ຖ້າຂ້າພະ​ເຈົ້າຈະເວົ້າວ່າຜົນຮ້າຍຂອງ
ອາການຕ້ານທານຢາ
artemisinins ທີ່​ແຜ່ຜາຍ​ຢ່າງ​ກວ້າງຂວາງຢູ່ນັ້ນ ຈະ
ກາຍເປັນ​ໄພຫາຍຍະ​ນະອັນ​ໃຫຍ່ຫລວງ
.”

ອົງການ WHO ​ໄດ້​ໃຫ້​ຂໍ້ສັງ​ເກດ​ເຖິງຄວາມຄືບໜ້າຢ່າງ​ໃຫຍ່ຫຼວງ ໃນການຕໍ່ສູ້ຕ້ານກັບ ໂຣກມາເລເຣຍໃນຊ່ວງສິບປີທີ່ຜ່ານມາ ​ແລະ​ປະ​ເມີນວ່າ ຈໍານວນກໍລະນີຄົນ​ເປັນໄຂ້ມາ
ເລເຣຍໄດ້ຫລຸດລົງຫລາຍກວ່າເຄິ່ງນຶ່ງຢູ່ໃນຫລາຍກວ່າ 43 ປະເທດ.

ພວກຜູ້ຍິງໄດ້ຮັບມຸ້ງກາງນອນທີ່ສູນ ແຈກມຸ້ງແຫ່ງນຶ່ງ ໃນເຂດ Sesheke ປະເທດຊໍາເບຍ, ວັນທີ 30 ກັນຍາ 2010
ພວກຜູ້ຍິງໄດ້ຮັບມຸ້ງກາງນອນທີ່ສູນ ແຈກມຸ້ງແຫ່ງນຶ່ງ ໃນເຂດ Sesheke ປະເທດຊໍາເບຍ, ວັນທີ 30 ກັນຍາ 2010

ການ​ວິເຄາະສະພາບ​ການຢູ່​ໃນ 34 ປະ​ເທດ​
ໃນ​ທະວີບອາ​ຟຣິກາ​ເມື່​ອ​ໄວໆ​ມາ​ນີ້ ​ພົບ​ວ່າ
ມີ​ຫລາຍ​ກວ່າ 730,000 ຄົນ​ ໄດ້​ຖືກ​ຊ່ວຍ
ຊີວິດ​ໄວ້ໃນ​ຊ່ວງ​ປີ 2000 ຫາ 2010 ​ແລະ
ເກືອ​ບຮອດ 3/4 ຂອງຈໍານວນ​ນັ້ນ ແມ່ນ
ໄດ້​ຖືກ​ຊ່ວຍ​ຊີວິດ​ໄວ້​ນັບ​ແຕ່​ປີ 2006 ​ເປັນ
ຕົ້ນມາ ຊຶ່ງເປັນ​ໄລຍະ​ທີ່ມີ​ການ​ໃຊ້ມຸ້ງ​ຍ້ອມ
ນໍ້າຢາ​ກັນ​ຍຸງ ​ແລະການ​ໃຊ້​ວິທີ​ປິ່ນປົວໂດຍ
ການເອົາຢາ artemisinin ໃຫ້ຄົນປ່ວຍ
ກິນຄວບຄູ່ໄປກັບຢາ​ອື່ນໆ ຢ່າງແຜ່ຫລາຍ
ຂຶ້ນ. ​

ພວກເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ
ຊີວິດຂອງຫຼາຍໆຄົນຈະສູນ​ເສຍ​ໄປ ຖ້າ​
ຫາກ​ບໍ່​ມີ​ການເອົາ​ບາດກ້າ​ວເພື່ອ​ຢຸດການ
ໂຜ່​ຕົວ​ຂຶ້ນມາຂອງ​ອາການຕ້ານທານ​ຢາ artemisinin ນັ້ນ.

ຜູ້​ປະສານ​ງານໂຄງການໄຂ້​ມະ​ເລ​ເຣຍໃນ​ໂລກຂອງ​ອົງການ WHO, ທ່ານ Pascal
Ringwald ​ບອກກັບ VOA ວ່າແຜນປະຕິບັດການສໍາລັບນໍາ​ໃຊ້​ທົ່ວ​ໂລກທີ່ມີຫ້າບາດ ກ້າວຂອງອົງການອະນາໄມໂລກແມ່ນມີເປົ້າໝາຍທີ່ຈະເຮັດເຊັ່ນນັ້ນ​. ທ່ານຊີ້ແຈງວ່າ:

“ສິ່ງທີ່ພວກເຮົາພະຍາຍາມທີ່ຈະເຮັດ ກໍຄືພະຍາຍາມຢຸດການແຜ່ຜາຍຂອງອາ
ການຕ້ານຢາ....​ໂດຍໃຊ້ວິທີ​ການ​ປິ່ນປົວທີ່ດີກວ່າ​ເກົ່າ, ມີການຄວບຄຸມການ​ແຜ່​
ເຊື້ອຂອງ​ໄຂ້ຍຸງ ແລະການສຶກສາອົບຮົມປະຊາຊົນ​ໃຫ້​ຫລາຍຊຶ້ນ...ນອກ​ນັ້ນ​ແລ້ວ
ພວກເຮົາຍັງຈະຕ້ອງ​ໄດ້ເພີ່ມ​ການເຝົ້າກວດກາ​ເບິ່ງປະສິດທິ​ຜົນ​ຂອງຢາຕ້ານໄຂ້
ມາເລເຣຍນໍາຊຶ່ງນີ້ກໍໝາຍຄວາມວ່າ ພວກເຮົາຕ້ອງເບິ່ງວ່າຢາຍັງມີ​ປະສິດທິ​ຜົນ
ດີຢູ່ບໍ່ ແລະ​ເບິ່ງ​ວ່າການຕ້ານທານ​ຢາ artemesinin ບໍ່​ໄດ້​ໂຜ່ຕົວຂຶ້ນມາໃໝ່
ໃນບ່ອນອື່ນໆ.”

Dr. Ringwald ກ່າວວ່າ ການປັບປຸງວິທີການກວດສຸຂະ​ພາບ​ເພື່ອວິນິດ​ໃສພະຍາດ ກໍ
ເປັນ​ເລື້ອງທີ່ສໍາຄັນເພື່ອໃຫ້ແນ່ໃຈວ່າ ຜູ້​ຄົນ​ທີ່ຄວນ​ຈະໄດ້ຮັບການປິ່ນປົວໂຣກ​ໄຂ້ມາເລ
ເຣຍນັ້ນ ບໍ່​ໄດ້​ຮັບ​ການ​ປິ່ນປົວສໍາລັບອາການໄຂ້ທີ່ເກີດມາຈາກສາເຫດອື່ນໆ. ທ່ານເວົ້າ
ອີກວ່າ ນອກ​ນັ້ນ​ແລ້ວກໍຈະ​ຕ້ອງມີ​ການພັດທະນາຢາຕ້ານ​ໂຣກ​ໄຂ້ມາເລເຣຍຂຶ້ນມາໃໝ່
ເພື່ອ​ນໍາ​ໃຊ້ແທນຢາ artemisinins ​ໃນ​ທີ່​ສຸດ.

ແລະທ້າຍສຸດ, ທ່ານກ່າວວ່າ ຄວາມສໍາເລັດຂອງແຜນປະຕິບັດການ​ໃນ​ທົ່ວ​ໂລກດັ່ງກ່າວ​ນີ້
ແມ່ນຈະຂຶ້ນຢູ່ກັບການ​ໄດ້ຮັບເງິນທຶນທີ່ຈໍາເປັນສໍາລັບຈັດ​ຕັ້ງປະຕິບັດມາດຕະການຕ່າງໆ
ຂອງ​ແຜນການນີ້ ຊຶ່ງຈໍານວນເງິນທີ່ຕ້ອງ​ການນັ້ນ ຄາດ​ວ່າຈະ​ຕົກ​ເປັນ 175 ລ້ານໂດລາ ຕໍ່ປີ.

XS
SM
MD
LG