ລາຍງານຂອງຜູ້ສື່ຂ່າວວີໂອເອເວົ້າວ່າ ມີແຕ່ 1 ສ່ວນ 3
ຂອງພວກປະເທດທີ່ມີການແຜ່ລະບາດຂອງໄຂ້ມະເລເຣຍ
ຫລື ໄຂ້ຍຸງ ທີ່ຕິດຕາມເບິ່ງສະມັນທະພາບຂອງຢາຕ້ານໄຂ້
ມະເລເຣຍໃນລະດັບ 1 ແລະ ສອງ.
ຫົວໜ້າພະແນກວ່າດ້ວຍໄຂ້ມະເລເຣຍໃນໂລກຂອງ
ອົງການອະນາໄມໂລກ ຫລື WHO ທ່ານ Robert
Newman ເວົ້າວ່າ ສະພາບຂາດການເຝົ້າລະວັງເບິ່ງ
ປະສິດທິພາບຂອງຢາຕ້ານພະຍາດດັ່ງກ່າວນີ້ ອາດພາໃຫ້
ມີສະພາວະເປັນອັນຕະລາຍໄດ້. ທ່ານໄດ້ໃຫ້ຄຳເຫັນວ່າ
ການປິ່ນປົວໂດຍການເອົາຢາ artemisinin ໃຫ້ພວກຄົນປ່ວຍເປັນໂຣກໄຂ້ຍຸງກິນຄວບ
ຄູ່ກັນໄປກັບຢາອື່ນໆ ຊຶ່ງເອີ້ນກັນວ່າ ACT ນັ້ນ ເຫັນວ່າເປັນວິທີດຽວເທົ່ານັ້ນ ທີ່ມີປະ
ສິດທິຜົນດີໃນການການປິ່ນປົວໂຣກໄຂ້ມະເລເຣຍ.
ທ່ານກ່າວວ່າ ການທີ່ບັນດາປະເທດທີ່ມີການແຜ່ລະບາດຂອງໂຣກໄຂ້ມະເລເຣຍຄອຍຕິດ
ຕາມເບິ່ງປະສິດທິພາບຂອງຢາຕ້ານພະຍາດດັ່ງກ່າວນີ້ ແມ່ນສຳຄັນຫລາຍເພື່ອວ່າຈະສາ
ມາດກວດພົບອາການຕ້ານທານຢາ artemisinin ໄດ້ແຕ່ຫົວທີ. ທ່ານ Newman ກ່າວວ່າ:
ເຖິງແມ່ນວ່າຈະໄດ້ມີການພັດທະນາຢາໃໝ່ ແລະ ມີຫລາຍວຽກທີ່ຕ້ອງໄດ້ສຸມເຂົ້າໃສ່ການພັດທະນາຢາໃໝ່ຕ່າງໆ ແຕ່ວ່າ ສິ່ງ ເຫລົ່ານັ້ນກໍຍັງອີກຕັ້ງຫລາຍໆປີໃນຂ້າງໜ້າກວ່າຈະເຫັນຜົນ. ແລະ ສະນັ້ນໃນປັດຈຸບັນນີ້ ພວກເຮົາຕ້ອງໄດ້ດຳເນີນຄວາມພະຍາຍາມຢ່າງຫລວງຫລາຍອີ່ຫລີ ເພື່ອປົກປ້ອງການປິ່ນປົວ ທີ່ໃຊ້ ACT
ນີ້ ໃຫ້ເປັນການປິ່ນປົວໂຣກໄຂ້ຍຸງທີ່ມີປະສິດທິຜົນ. ພວກເຮົາຈຳເປັນຕ້ອງໄດ້
ສືບຕໍ່ເຝົ້າຕິດຕາມເບິ່ງບັນຫາ ... ພວກເຮົາຕ້ອງເຂົ້າໃຈວ່າ ອາການຕ້ານທານ
ຢາ ຫລືດື້ຢາປົວໄຂ້ມະເລເຣຍ artemisinin ໄດ້ເລີ້ມໂຜ່ຕົວຂຶ້ນມາແລ້ວ. ພວກ
ເຮົາຕ້ອງກຽມຕົວເພື່ອຕໍ່ສູ້ກັບມັນ.
ໃນເດືອນກຸມພາ 2009 ອົງການອະນາໄມໂລກ ຫລື WHO ໄດ້ຢືນຢັນວ່າ ອາການຕ້ານ
ທານຢາ artemisinin ໄດ້ເລີ້ມໂຜ່ຕົວຂຶ້ນມາຢູ່ເຂດຊາຍແດນກຳປູເຈຍກັບໄທ. ເຖິງວ່າ
ຈະເປັນແນວນັ້ນກໍຕາມ ພວກຄົນເຈັບທີ່ຕິດເຊື້ອໄຂ້ມະເລເຣຍ ຍັງໄດ້ຖືກປິ່ນປົວຕາມວິທີ
ປິ່ນປົວທີ່ອີງໃສ່ການປະສົມປະສານຢາ artemisinin ນັ້ນຢູ່, ມີແຕ່ວ່າມັນໃຊ້ເວລາດົນ
ກວ່າເກົ່າ ທີ່ຈະຫາຍຈາກການເປັນໄຂ້ປະເພດນີ້ໄດ້.
ຜູ້ປະສານງານ ໂຄງການໄຂ້ມະເລເຣຍໃນໂລກຂອງອົງການWHO ທ່ານ Pascal
Ringwald ເວົ້າວ່າ ອາການຕ້ານທານຢາແມ່ນ ເປັນໄພຂົ່ມຂູ່ຂະໜາດໃຫຍ່ ຕໍ່ການ
ກຳຈັດ ແລະຄວບຄຸມໄຂ້ມະເລເຣຍ. ທ່ານໃຫ້ຄຳເຫັນວ່າ ການທີ່ພວກເຮົາຊອກຮູ້ວ່າ
ຢາທີ່ໃຊ້ໃນການປິ່ນປົວດ້ານນີ້ຍັງມີປະສິດທິຜົນຢູ່ຫລືບໍ່ ນັ້ນແມ່ນສຳຄັນຫລາຍ.
ສະນັ້ນ ທ່ານຈຶ່ງໄດ້ໃຫ້ຄຳແນະນຳວ່າ ຄວນມີການເພີ້ມທະວີຕິດຕາມເບິ່ງອາການຕ້ານ
ທານຢາຂຶ້ນຫລາຍກວ່າເກົ່າ. ທ່ານ Ringwald ເວົ້າວ່າ ກຳປູເຈຍ ແລະ ອິນໂດເນເຊຍ
ແມ່ນສອງປະເທດທີ່ເປັນຕົວຢ່າງໃນການຕິດຕາມເບິ່ງ ອາການຕ້ານທານຢາ ຢ່າງຫ້າວ
ຫັນດີ. ທ່ານກ່າວດັ່ງນີ້:
ພວກປະເທດເຫລົ່ານີ້ໄດ້ສະແດງໃຫ້ເຫັນວ່າ ຢາໃນລະດັບທຳອິດ ຂອງພວກເຂົາ
ເຈົ້າ ບໍ່ມີປະສິດທິຜົນອີກແລ້ວ ແລະ ພວກເຂົາເຈົ້າກໍໄດ້ປ່ຽນຢາໃນລະດັບທຳອິດ
ຂອງພວກເຂົາເຈົ້າ, ດຽວນີ້ ພວກເຂົາເຈົ້າຢູ່ໃນຂັ້ນຕອນຂອງການປ່ຽນແປງ,
ເພາະວ່າການປິ່ນປົວແບບ ACT ຂອງພວກເຂົາເຈົ້າໃຊ້ການ ບໍ່ໄດ້ອີກແລ້ວ
ຍ້ອນວ່າ ຢາທີ່ມາໃຊ້ຄວບຄູ່ກັບຢາຢູ່ໃນ ACT ນັ້ນ ໄດ້ຂາດປະສິດທິພາບລົງ.
ສະນັ້ນ ສິ່ງນີ້ແຫລະ ແມ່ນເປັນຕົວຢ່າງອັນດີ ທີ່ສະແດງໃຫ້ເຫັນວ່າ ການເຝົ້າ
ຕິດຕາມເບິ່ງການດື້ຢາ ມີຜົນກະທົບແນວໃດຕໍ່ການປ່ຽນແປງນະໂຍບາຍ ຄື
ແນວໃດ ແລະ ຄົນເຈັບຈະຖືກປິ່ນປົວຄືແນວໃດ.
ອົງການ WHO ເວົ້າວ່າໄດ້ມີປະກົດການຈໍານວນນຶ່ງ ທີ່ພິສູດໃຫ້ເຫັນວ່າມີ ອາການຕ້ານ
ທານຢາ artemisinin ຍັງອາດໂຜ່ຕົວຂຶ້ນມາຢູ່ເຂດຊາຍແດນມຽນມາກັບໄທ ແລະຢູ່ໃນ
ແຂວງໜຶ່ງຂອງຫວຽດນາມ.
ອົງການເວົ້າວ່າ ມີການເປັນຫ່ວງກັນວ່າ ອາການຕ້ານທານຢາ ດັ່ງກ່າວອາດຈະແຜ່ລາມ
ຈາກຊາຍແດນກຳປູເຈຍກັບໄທ ໄປຫາ ທະວີບອາຟຣິກກາ ຄືກັນກັບອາການດື້ຢາປົວ
ໄຂ້ມະເລເຣຍຕ່າງໆ ເຊ່ນ ຢາ Chloroquine ທີ່ເກີດຂຶ້ນໃນຊຸມປີ 1960 ແລະ 1970 ນັ້ນ.
ບົດລາຍງານ ຂອງອົງການ WHO ແມ່ນອີງໃສ່ ການສຶກສາຄົ້ນຄວ້າ 1 ພັນ 100 ບັ້ນທີ່
ໄດ້ດຳເນີນການໂດຍ ໂຄງການຄຸ້ມຄອງໂຣກໄຂ້ມະເລເຣຍແຫ່ງຊາດ ຕ່າງໆ ແລະ ໂດຍ
ສະຖາບັນຄົ້ນຄວ້າຕ່າງໆ ໃນໄລຍະ 10 ປີ ຜ່ານມາ.