ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ຽວຊານຂອງ WHO ກ່າວວ່າ ການລະບາດຂອງໄວຣັສສາຍພັນຍ່ອຍໂອໄມຄຣອນ ກາຍມາເປັນເລື້ອງທໍາມະດາໄປແລ້ວ


ປະຊາຊົນພາກັນໃສ່ໜ້າກາກປ້ອງກັນ ມ່ວນຊື່ນກັບການຍ່າງຫຼິ້ນຢູ່ເທິງ ຂົວຍ່າງກາງອາກາດ ໃນຂະນະທີ່ໄວຣັສໂຄໂຣນາສາຍພັນໂອໄມຄຣອນຍັງຄົງແຜ່ລະບາດຢ່າງຕໍ່ເນື່ອງ, ໃນ ກຸມພາ ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ, ວັນທີ 7 ກຸມພາ 2022.
ປະຊາຊົນພາກັນໃສ່ໜ້າກາກປ້ອງກັນ ມ່ວນຊື່ນກັບການຍ່າງຫຼິ້ນຢູ່ເທິງ ຂົວຍ່າງກາງອາກາດ ໃນຂະນະທີ່ໄວຣັສໂຄໂຣນາສາຍພັນໂອໄມຄຣອນຍັງຄົງແຜ່ລະບາດຢ່າງຕໍ່ເນື່ອງ, ໃນ ກຸມພາ ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ, ວັນທີ 7 ກຸມພາ 2022.

ນຶ່ງໃນຜູ້ຊ່ຽວຊານລະດັບສູງທາງດ້ານໂຄວິດ-19 ຂອງອົງການອະນາໄມໂລກ (WHO) ກ່າວວ່າ ທ່ານນາງຄາດວ່າໄວຣັສຍ່ອຍຂອງສາຍພັນໂອໄມຄຣອນທີ່ກໍາລັງເພີ້ມການແຜ່ລະບາດຂຶ້ນສູງນີ້ ຈະກາຍເປັນເລື້ອງທໍາມະດາຢູ່ໃນທົ່ວໂລກ.

ໃນລະຫວ່າງພາກການສຶກສາຂອງການຖາມ ແລະ ຕອບທາງອອນລາຍ ກ່ຽວກັບໂຣກລະບາດໃນມື້ວັນອັງຄານແລ້ວນີ້, ຫົວໜ້າຝ່າຍເທັກນິກທາງດ້ານໂຄວິດ-19 ຂອງ WHO ທ່ານນາງມາເຣຍ ແວນ ເກີໂກບ (Maria Van Kerkove) ກ່າວວ່າ ໃນຂະນະທີ່ຍັງບໍ່ມີການລະບຸວ່າ ອາການຂອງສາຍພັນຍ່ອຍ BA.2 ຮ້າຍແຮງກວ່າອາການທີ່ເກີດຈາກສາຍໂອໄມຄຣອນ, ແຕ່ການຄົ້ນ​ຄວ້ານັ້ນແມ່ນຍັງຄົງດໍາເນີນຢູ່ຢ່າງຕໍ່ເນື່ອງ.

ນັກວິທະຍາສາດກ່າວວ່າ ໂດຍທົ່ວໄປແລ້ວ ສາຍພັນໂອໄມຄຣອນບໍ່ໄດ້ເຮັດໃຫ້ຄົນມີອາການເຈັບປ່ວຍເໝືອນດັ່ງສາຍພັນອາລຟາ ແລະເດລຕ້າ, ເຖິງແມ່ນວ່າ ມັນຈະມີການແຜ່ລະບາດໄວກວ່າກໍຕາມ.

ໃນລະຫວ່າງພາກການສຶກສາທາງອອນລາຍ, ທ່ານນາງ ແວນ ເກີໂກບ ກ່າວວ່າ ລາຍງານຂອງອາທິດແລ້ວນີ້ ກ່ຽວກັບຈໍານວນຜູ້ເສຍຊີວິດຈາກໂຄວິດ-19 ເພີ້ມຂຶ້ນເປັນອາທິດທີຫ້າ ຕິດຕໍ່ກັນຢູ່ໃນທົ່ວໂລກ, ໂດຍມີຜູ້ເສຍຊີວິດເຖິງ 500,000 ຄົນ, ນີ້ ແມ່ນສິ່ງທີ່ທ່ານນາງມີຄວາມກັງວົນທີ່ສຸດຢູ່ນະເວລານີ້.

ໃນຂະນະດຽວກັນ, ປະເທດຕ່າງໆໃນຢູໂຣບ ຍັງຄົງດໍາເນີນການຍົກເລີກມາດຕະການທາງດ້ານໂຄວິດ-19 ຢ່າງຕໍ່ເນື່ອງ. ລັດຖະມົນຕີກະຊວງສາທາລະນະສຸກຂອງໂປແລນ ທ່ານອາດາມ ນີຊຽວສະກີ (Adam Niedzielski) ກ່າວໃນການຖະແຫຼງຂ່າວຂອງມື້ວັນພຸດວານນີ້ວ່າ ຖ້າຈໍານວນໂຕເລກຂອງກໍລະນີຜູ້ປ່ວຍໂຄວິດ-19 ນັ້ນຍັງຫຼຸດລົງຢ່າງຕໍ່ເນື່ອງ, ປະເທດຂອງພວກເຮົາຈະຍົກເລີກຂໍ້ຈໍາກັດສ່ວນໃຫຍ່ຂອງໂຄວິດ-19 ແບບກວມລວມພາຍໃນເດືອນໜ້ານີ້. ທ່ານຍັງກ່າວຕໍ່ນັກຂ່າວອີກວ່າ ທ່ານມີຄວາມເຊື່ອວ່າ “ພວກເຮົາກໍາລັງຢູ່ໃນຊ່ວງເລີ້ມຕົ້ນແຫ່ງການສິ້ນສຸດຂອງໂຣກລະບາດນີ້.”

ໃນປະເທດອັງກິດ, ນາຍົກລັດຖະມົນຕີ ບໍຣິສ ຈອນຊັນ ໄດ້ກ່າວກັບສະມາຊິກສະພາໃນມື້ວັນພຸດວານນີ້ວ່າ ພາຍໃນທ້າຍເດືອນນີ້ ທ່ານມີຄວາມຕັ້ງໃຈທີ່ຈະຍຸຕິຂໍ້ຜູກມັດທາງກົດໝາຍສໍາລັບປະຊາຊົນພາຍໃນປະເທດທີ່ຈະຕ້ອງກັກໂຕເອງ ຖ້າຜົນກວດໂຄວິດ-19 ຫາກອອກມາເປັນບວກ.

ຂໍ້ຮຽກຮ້ອງດັ່ງກ່າວມີກໍານົດທີ່ຈະສິ້ນສຸດໃນວັນທີ 24 ມີນາ, ແຕ່ທ່ານ ຈອນຊັນ ກ່າວວ່າ ຖ້າໃນປັດຈຸບັນນີ້ ກໍລະນີຜົນກວດທີ່ເປັນບວກຍັງຄົງມີທ່າອ່ຽງອອກມາຢູ່ເລື້ອຍໆ, ທ່ານຈະຍຸຕິຂໍ້ຮຽກຮ້ອງດັ່ງກ່າວ ກ່ອນກໍານົດນຶ່ງເດືອນ.

ແລະຢູ່ໃນປະເທດສະວີເດັນ, ເຈົ້າໜ້າທີ່ທາງການແພດກ່່າວວ່າ ລັດຖະບານໄດ້ຢຸດການກວດໂຄວິດ-19 ໃນວົງກວ້າງ ເຖິງແມ່ນຈະຍັງຄົງມີຜູ້ສະແດງອາການຂອງການຕິດເຊື້ອອອກມາໃຫ້ເຫັນຢູ່ກໍຕາມ, ເຊິ່ງເລີ້ມມີຜົນ​ບັງ​ຄັບ ໃນມື້ວັນພຸດວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG