ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

WHO ປະກາດວ່າ ເຊືຶ້ອອີໂບລາ ແມ່ນບັນຫາ ສາທາລະນະສຸກໂລກ (ວີດີໂອ/ສະໄລດ໌)


EBOLA UPD CNPK
please wait
Embed

No media source currently available

0:00 0:02:43 0:00

ຫົວໜ້າ WHO ​​ປະກາດ​ວ່າ ການ​​ແຜ່​ລະບາດຂອງ​ເຊື້ອ​ອີ​ໂບລາ ຢູ່ອາ​ຟຣິກາຕາ​ເວັນ​ຕົກນັ້ນ ເປັນສະພາ​ວະສຸ​ກ​ເສິນ​ດ້ານສາທາລະນະສຸກ​ສາກົນ

ອົງການ​ອະ​ນາ​ໄມ​ໂລກ ຫລື WHO ​ໄດ້​ປະກາດ​ໃຫ້ ການແຜ່​
ລະບາດຂອງ​ເຊື້ອ​ອີ​ໂບລາ ຢູ່ອາ​ຟຣິກາຕາ​ເວັນ​ຕົກນັ້ນ ເປັນ
ສະພາ​ວະສຸ​ກ​ເສິນ​ດ້ານສາທາລະນະ ສຸກ​ສາກົນ ທີ່​ຕ້ອງ​ການ
ການຕອບ​ໂຕ້ເປັນພິ​ເສດ ​ຈຶ່ງ​ຈະຢຸດ​ຢັ້ງບໍ່​ໃຫ້ແຜ່​ລາມ​ອອກ
​ໄປ​ໄດ້.

ຢູ່​ທີ່​ກອງ​ປະຊຸມ​ນັກ​ຂ່າວ ທີ່ນະຄອນ ​Geneva ​ໃນ​ວັນ​ສຸກ​ມື້​ນີ້ ຫົວໜ້າອົງ​ການ​ອະນາໄມ
ໂລກ ດຣ. Margaret Chanກ່າວ​ວ່າ ການ​ປະກາດດັ່ງກ່າວ​ນີ້ ​ແມ່ນ​ເປັນ “​ການຮ້ອງ​ຂໍ​
ຢ່າງ​ແຈ້ງຂາວ ​ໃຫ້​ນາໆ​ຊາດເປັນເອກ​ກະພາບກັນ” ​ໃນ​ການຕໍ່ຕ້ານ​ເຊື້ອ​ອີ​ໂບລາ.

ໃນ​ຂະນະ​ທີ່ຮ້ອງ​ຂໍການ​ຊ່ວຍ​ເຫລືອ​ຈາກນາໆ​ຊາດ​ຫລາຍ​ຂື້ນນັ້ນ ທ່ານ​ນາງກ່າວ​ວ່າ​ ບັນ
ດາປະ​ເທດ​ທີ່​ຖືກກະທົບ​ຈາກ ເຊື້ອໄວຣັສ ທີ່​ຮ້າຍ​ແຮງ​ເຖິງ​ຕາຍ​ນີ້ “​ແມ່ນ ບໍ່​ມີ​ຄວາມ​ສາ
ມາດທີ່​ຈະ​ຮັບ​ມື​ກັບ​ການ​ລະບາດ ທີ່​ໃຫຍ່ຂະໜາດ​ນີ້ແລະສະ​ລັບສັບ ຊ້ອນ​ຂະໜາດ​ນີ້."

ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວວ່າ ການ​ປະກາດຂອງ WHO ຈະ​ມີຜົນ​ກະທົບ​ແນວ​ໃດ.


ໃນ​ວັນ​ພະຫັດ​ວານ​ນີ້ ສູ​ນກາງ​ຄວບ​ຄຸມແລະ​ປ້ອງກັນພະ​ຍາດ CDC ຂອງ ສະຫະລັດ
ໄດ້ປະກາດ​ໃຫ້ ​ສູນ​ກາງ​ປະຕິບັດ​ງານສຸກ​ເສີນ​ຂອງ​ຕົນ ຢູ່​ໃນລະດັບ​ກຽມພ້ອມ​ສູງ​ສຸດ
ເພື່ອ​ຮັບ​ມື​ກັບ​ການ​ລະບາດ​ຂອງ​ເຊື້ອ​ອີ​ໂບລາ.

​ຫົວໜ້າສູ​ນກາງ​ CDC ດຣ. Thomas Frieden ​ໄດ້ກ່າວ​ຕໍ່ຄະນະ​ກຳມະການ​ ລັດຖະ
ສະພາ ທີ່ຮັບ​ຟັງຄຳໃຫ້ການກ່ຽວ​ກັບອີ​ໂບລາ ວ່າ ໃນ​ບໍ່​ຊ້າ ທາງ​ສູນ​ກາງ​ກໍຈະ​ມີ​ຜູ້​ຊ່ຽວ
ຊານ​ພະຍາດ 50 ຄົນ ຢູ່​ໃນອາ​ຟຣິກາ ຕາ​ເວັນ​ຕົກ. ​ແລະທ່ານ ກ່າວ​ວ່າ ທ່ານ​ແນ່​ໃຈ
ວ່າ ການ​ແຜ່​ລະບາດ​ຂະໜາດ​ໃຫຍ່ຂອງ​ເຊື້ອ​ອີ​ໂບລາ​ຢູ່ໃນ ສະຫະລັດ ຈະ​ບໍ່​ເກີດ​ຂື້ນ.

ລັດຖະສະພາສະຫະລັດ ຮັບຟັງຄຳໃຫ້ການ ກ່ຽວກັບການຮັບມື ກັບເຊື້ອອີໂບລາ:

US Hearing Yields Scathing Remarks About Ebola Response
please wait

No media source currently available

0:00 0:02:05 0:00

XS
SM
MD
LG