ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ຢັ້ງຢືນວ່າຈີນ ເປັນປະເທດທີ່ປອດຈາກພະຍາດມາເລເຣຍ ຫຼື ໄຂ້ຍຸງ


ປະທານທີ່ຖືກເລືອກໃໝ່ ຮັບຜິດຊອບຂົງເຂດປາຊີຟິກຕາເວັນຕົກ ຂອງອົງການອະນາໄມໂລກ ດຣ. ພາກ ເນືອງຫູ (Park Neunghoo) ກຳລັງປະຕິບັດໜ້າທີ່ ໃນກອງປະຊຸມປະຈຳປີ ໄລຍະ 5 ວັນ ຢູ່ທີ່ສຳນັກງານໃຫຍ່ ຂອງຂົງເຂດ ເມື່ອວັນຈັນ ທີ 7 ຕຸລາ 2019, ໃນນະຄອນຫຼວງ ມະນີລາ ຂອງຟີລິບປິນ.
ປະທານທີ່ຖືກເລືອກໃໝ່ ຮັບຜິດຊອບຂົງເຂດປາຊີຟິກຕາເວັນຕົກ ຂອງອົງການອະນາໄມໂລກ ດຣ. ພາກ ເນືອງຫູ (Park Neunghoo) ກຳລັງປະຕິບັດໜ້າທີ່ ໃນກອງປະຊຸມປະຈຳປີ ໄລຍະ 5 ວັນ ຢູ່ທີ່ສຳນັກງານໃຫຍ່ ຂອງຂົງເຂດ ເມື່ອວັນຈັນ ທີ 7 ຕຸລາ 2019, ໃນນະຄອນຫຼວງ ມະນີລາ ຂອງຟີລິບປິນ.

ອົງການອະນາໄມໂລກ ຫຼື WHO ໃຫ້ການຢັ້ງຢືນແກ່ຈີນ ຊຶ່ງເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ເປັນປະເທດທີ່ປອດຈາກພະຍາດມາເລເຣຍ ຫຼືໄຂ້ຍຸງ. ລີຊາ ສໄລນ໌ ລາຍງານມາໃຫ້ວີໂອເອ ຈາກນະຄອນເຈນີວາ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມັນໃຊ້ເວລາເຈັດທົດສະວັດທີ່ຈີນ ຈະບັນລຸຂີດໝາຍທີ່ສຳຄັນອັນນີ້ໄດ້. ຈາກທີ່ມີກໍລະນີຂອງມາເລເຣຍ 30 ລ້ານຄົນຢູ່ໃນປະເທດ ໃນຊຸມປີ 1940 ມາເປັນສູນກໍລະນີ ໃນທຸກມື້ນີ້.

ທ່ານເພໂດຣ ອາລອນໂຊ ຜູ້ອຳນວຍການໂຄງການມາເລເຣຍໃນທົ່ວໂລກຂອງອົງການອະນາໄມໂລກ ກ່າວຕໍ່ວີໂອເອ ວ່າ ຜົນສຳເລັດນັ້ນ ຄວນເປັນສິ່ງສ້າງແຮງບັນດານໃຈແກ່ປະເທດອື່ນໆທັງຫຼາຍໃນທົ່ວໂລກ ທີ່ພະຍາດມາເລເຣຍລະ ບາດຢູ່ນັ້ນ.

ທ່ານອາລອນໂຊ ກ່າວວ່າ “ຈີນ ນັ້ນ ໃນເວລາຊ່ວງນຶ່ງ ໄດ້ມີກໍລະນີພະຍາດມາເລເຣຍ 30 ລ້ານຄົນ ໃນແຕ່ລະປີ ແລະຂ້າພະເຈົ້າ ໃຫ້ປະເທດນັ້ນ ຢູ່ໃນສອງປະເທດທີ່ມີພາລະໜັກທີ່ສຸດໃນໂລກ ຕໍ່ການສາມາດທີ່ຈະຫລຸດຜ່ອນພະຍາດມາເລເຣຍ ແລະກຳຈັດໄພພິບັດຂອງມະນຸດຊາດ ໄດ້ຢ່າງແທ້ຈິງ.”

ຈີນ ເປັນປະເທດທຳອິດໃນຂົງເຂດປາຊີຟິກຕາເວັນຕົກຂອງອົງການ WHO ທີ່ໄດ້ຮັບການຮັບຮອງໃຫ້ປອດພະຍາດມາເລເຣຍ ໃນໄລຍະເວລາຫຼາຍກວ່າ 3 ທົດສະວັດຜ່ານມາ. ປະເທດອື່ນໆໃນຂົງເຂດ ທີ່ໄດ້ຮັບຖານະດັ່ງກ່າວ ລວມມີ ອອສເຕຣເລຍ ສິງກະໂປ ແລະບຣູນາຍ.

ຢູ່ໃນທົ່ວໂລກ 40 ປະເທດ ແລະອານາເຂດຕ່າງໆ ໄດ້ຖືກປະກາດວ່າ ບໍ່ມີໄຂ້ມາເລເຣຍ. ປະເທດທີ່ຫາກໍຖືກປະກາດລວມມີ ແອລຊາລວາດໍ ອາລຈີເຣຍ ອາເຈັນຕີນາ ປາຣາໄກວ ແລະອຸສເບັກກິສຖານ.

ການລົບລ້າງພະຍາດມາເລເຣຍ ແມ່ນຍາວນານ ມີຂັ້ນຕອນສະຫລັບຊັບຊ້ອນ ທີ່ພົວພັນກັບຫຼາຍໆປັດໄຈ. ທ່ານອາລອນໂຊ ກ່າວວ່າ ການພັດທະນາເສດຖະ ກິດ ການປັບປຸງສະພາບການເປັນຢູ່ຂອງປະຊາຊົນ ແລະການຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ແນໃສ່ການປ້ອງກັນ ການຄວບຄຸມ ແລະການຮັກສາປິ່ນປົວໄຂ້ມາເລເຣຍ ແມ່ນສຳຄັນຍິ່ງເພື່ອຄວາມສຳເລັດ.

ທ່ານອາລອນໂຊ ກ່າວວ່າ “ວິທີຄວບຄຸມ ສ່ວນໃຫຍ່ແລ້ວ ໂດຍຜ່ານການນຳໃຊ້ມຸ້ງທີ່ແສ່ດ້ວຍນ້ຳຢາຂ້າແມງໄມ້ ມາໄດ້ຫຼາຍປີ ແລະຈະຍັງຄົງເປັນສັນຫລັງຂອງຄວາມພະຍາຍາມໃນການປ້ອງກັນ. ການປິ່ນປົວແບບປະສົມປະສານດ້ວຍຢາ Artemisinin ຈະຍັງຄົງເປັນສັນຫຼັງຂອງຄວາມພະຍາຍາມ ໃນການຮັກສາປິ່ນ ປົວຂອງພວກເຮົາ.”

ອົງການ WHO ກະປະມານວ່າ ຍັງມີກໍລິນີໄຂ້ມາເລເຣຍໃໝ່ 229 ລ້ານຄົນໃນແຕ່ລະປີ ຊຶ່ງນຳໄປສູ່ການສູນເສຍຊີວິດ ຫຼາຍກວ່າ 400,000 ຄົນ. ອາຟຣິກາ ເປັນແຫຼ່ງຂອງກໍລະນີແລະການເສຍຊີວິດທັງຫຼາຍເຫຼົ່ານັ້ນ ເຖິງ 94 ເປີເຊັນ.

ທ່ານອາລອນໂຊ ກ່າວວ່າ ພວກຍຸງໃນອາຟຣິກາ ມີປະສິດທິພາບຫຼາຍແທ້ໆໃນການແຜ່ຜາຍພະຍາດມາເລເຣຍ. ອັນນີ້ ທ່ານກ່າວວ່າ ເປັນນຶ່ງໃນຫຼາຍໆເຫດຜົນ ເປັນຫຍັງມັນຈຶ່ງເປັນຄວາມທ້າທາຍໂດຍພິເສດ ໃນການກຳຈັດພະຍາດດັ່ງກ່າວຈາກທະວີບອາຟຣິການີ້.

ທ່ານອາລອນໂຊ ເວົ້າວ່າ “ແລະແນ່ນອນ ສິ່ງທັງໝົດນີ້ ແມ່ນເຮັດໃຫ້ຍາກຂຶ້ນຍ້ອນການຂາດແຄນດ້ານເສດຖະກິດ ແລະການພັດທະນາດ້ານຊັງຄົມ ຄວາມຫຍຸ້ງຍາກທັງຫຼາຍ ເຊັ່ນໃນການສື່ສານ ຄວາມທຸກຍາກ ບ່ອນຢູ່ອາໄສ ການຂາດແຄນໄຟຟ້າ. ສະນັ້ນ ມັນເປັນຜົນກະທົບທີ່ສະສົມເຂົ້າກັນ. ມັນເປັນບ່ອນທີ່ ຈີນ ເມື່ອມີອາຍຸ 60 ປີແລ້ວ…ແລະ ພວກເຮົາກໍມີຄວາມຫຍຸ້ງຍາກຫຼາຍ ແມ່ນກະທັງການຮັກສາໄວ້ ສິ່ງທີ່ພວກເຮົາໄດ້ປະສົບຜົນສຳເລັດ ຕະຫຼອດໄລຍະ 20 ປີທີ່ຜ່ານມາ.”

ໃນຂະນະດຽວກັນ ຄວາມກ້າວໜ້າທີ່ໄດ້ຮັບຫຼາຍສົມຄວນໃນການປ້ອງກັນ ແລະຄວບຄຸມພະຍາດມາເລເຣຍ ນັ້ນ ແມ່ນອາດເປັນໄປໄດ້ໂດຍມີເຄື່ອງມືຕ່າງໆໃນປັດຈຸບັນນີ້, ທ່ານອາລອນໂຊ ກ່າວວ່າ ພຽງແຕ່ຢາວັກຊີນທີ່ມີປະສິດທິພາບສູງເທົ່ານັ້ນ ສາມາດລົບລ້າງພະຍາດນີ້ໄດ້.

ຫົວໜ້າອົງການ WHO ຮັບຜິດຊອບເລື້ອງມາເລເຣຍ ກ່າວວ່າ ທ່ານເບິ່ງໂລກໃນແງ່ດີຢ່າງລະມັດລະວັງ ທີ່ວ່າ ຢາວັກຊີນເຊັ່ນນັ້ນ ແມ່ນຢູ່ໃກ້ຂອບຟ້າ. ທ່ານໃຫ້ຂໍ້ສັງເກດວ່າ ໂຄງການທົດລອງເພື່ອການພັດທະນາຢາວັກຊີນກັນພະຍາດມາເລເຣຍອັນທຳອິດຂອງໂລກ ທີ່ເອີ້ນວ່າ RTS,S, ຢູ່ທີ່ສາມປະເທດ ໃນເຂດໃຕ້ທະເລຊາຍຊາຮາຣາຂອງອາຟຣິກາ ນັ້ນ ໄດ້ສະແດງໃຫ້ເຫັນວ່າ ສະໜອງການປົກປ້ອງໄດ້ສ່ວນນຶ່ງຕໍ່ພະຍາດມາເລເຣຍ ໃນພວກເດັກນ້ອຍ.

ທ່ານກ່າວວ່າ ຢາວັກຊີນດັ່ງກ່າວ ຊຶ່ງໄດ້ຖືກນຳເໜີໂຕ ໃນປີ 2019 ແມ່ນເປັນໄປໄດ້ສູງວ່າ ຈະບໍ່ເປັນໄປຕາມຄວາມຫວັງ ທີ່ຈະປ່ຽນແປງເກມໄດ້ ດັ່ງທີ່ຄົນທັງໝົດໄດ້ສະແຫວງຫານັ້ນ. ແຕ່ທ່ານກ່າວຕື່ມວ່າ ມັນເປັນການເລີ້ມຕົ້ນທີ່ດີຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG