ເຂົ້າເປັນອາຫານຜົນລະປູກທ່ີມີແຜ່ຫຼາຍທ່ີສຸດແນວນ່ຶງຂອງໂລກ. ຄວາມສຳເລັດໃນການປູກອາຫານເມັດທ່ີວ່ານີ້ສາມາດເວົ້າໄດ້ວ່າ ເປັນຍ້ອນທັງແຮງງານທ່ີມີຢູ່ຢ່າງຫຼວງ ຫຼາຍ ສຳລັບການປູກຝັງແລະເກັບກ່ຽວ ຕະຫລອດທັງນ້ຳຝົນທ່ີອຸດົມສົມບູນຢູ່ໃນດິນແດນບ່ອນປູກຝັງເຂົ້ານັ້ນ. ເຂົ້າຂາວໄດ້ກາຍມາເປັນທີ່ນິຍົມແລະມີຫລາຍເປັນພິເສດ ຍ້ອນ ການເກັບຮັກສາໄວ້ໄດ້ເປັນເວລາດົນນານ. ເນື່ອງຈາກເຂົ້າເປັນພາກ ສ່ວນທ່ີສຳຄັນທ່ີສຸດຂອງອາຫານການກິນຂອງຄົນໃນທົ່ວໂລກ ພວກນັກວິທະຍາສາດຈ່ຶງພາກັນຄົ້ນຄວ້າເບິ່ງວ່າ ມັນມີຄວາມກ່ຽວພັນແນວໃດກັບໂຣກຊ້ຳເຮື້ອຂອງຄົນ.
ທ່ານ ຈີ ຊັນ ເປັນຫົວໜ້າຄະນະຂຽນລາຍງານສະບັບໃໝ່ ຂອງສະຖາບັນສາທາລະນະສຸກຂອງມະຫາວິທະຍາໄລ Harvard. ການຄົ້ນຄວ້າຂອງທ່ານສະແດງໃຫ້ເຫັນວ່າ ການກິນ ອາການທ່ີເຕັມໄປດ້ວຍເຂົ້າຂາວ ມີສ່ວນພົວພັນກັບການເພີ່ມຂຶ້ນ ໃນການສ່ຽງຕໍ່ການເປັນໂຣກເບົາຫວານປະເທດ 2 ຊ່ຶງແມ່ນບັນຫາສຸຂະພາບທ່ີຮ້າຍແຮງອັນນຶ່ງ ທ່ີເກີດຂຶ້ນເວລາ ຮ່າງກາຍຂອງເຮົາ ບໍ່ສາມາດໃຊ້ນ້ຳຕານໃນເສ້ນເລືອດໄດ້ ຢ່າງຖືກຕ້ອງ.
ປະກອບສ່ວນໃນການສຶກສານີ້ ມີຜູ້ຊາຍຫຼາຍກວ່າ 39 ພັນຄົນແລະແມ່ຍິງຫຼາຍກວ່າ 157 ພັນຄົນ ຊຶ່ງພວກເຂົາເຈົ້າໄດ້ຖືກສອບຖາມກ່ຽວກັບວິຖີຊີວິດຂອງເຂົາເຈົ້າ ກ່ຽວກັບວ່າພວກເຂົາເຈົ້າພາກັນຢູ່ກິນແບບໃດ ແລະເຂົາເຈົ້າມີໂຣຄາພະຍາດແນວໃດຫລືບໍ່ ກ່ອນໜ້າເຂົ້າມາ ຮ່ວມໃນການຄົ້ນຄວ້າ.
ພວກນັກຄົ້ນຄວ້າໄດ້ພົບເຫັນວ່າ ພວກປະກອບສ່ວນທ່ີກິນເຂົ້າຂາວ 5 ຈານ ຫລືຫຼາຍກວ່າ ໃນແຕ່ລະອາທິດ ແມ່ນມີການສ່ຽງເພ່ີມຂຶ້ນເຖິງ 17% ໃນການທ່ີຈະເປັນໂຣກເບົາ ຫວານປະເພດ 2. ກົງກັນຂ້າມ ພວກທ່ີກິນເຂົ້າກ້ອງຫລືເຂົ້າແພ່ແດງ 2 ຈານ ຫຼືຫຼາຍ ກວ່ານັ້ນ ຕໍ່ອາທິດ ແມ່ນມີການສ່ຽງ ຫຼຸດລົງ 11%.
ເຂົ້າກ້ອງ ທີ່ພາສາອັງກິດເອີ້ນວ່າ brown rice ນັ້ນ ແມ່ນຮູບແບບຕາມທຳມະຊາດຂອງເມັດເຂົ້າ ທີ່ໄດ້ມາຫລັງຈາກຕຳເອົາເປືອກມັນ ອອກແລ້ວ. ແຕ່ຖ້າເຮົາເອົາເຂົ້າກ້ອງໄປເຮັດໃຫ້ມັນຫຼ້ອນແລະຂາວງາມຂຶ້ນ ກໍຄືສີເອົາເປືອກຊັ້ນນອກຂອງມັນອອກ ລວມທັງແກບກັບຮຳນຳນັ້ນ ເຮົາກໍຈະໄດ້ເມັດເຂົ້າຂາວໆມາ. ຢ່າງໃດກໍດີ ເວົ້າແທ້ແລ້ວ ເຂົ້າຂາວແມ່ນເປັນແຕ່ພຽງແປ້ງຊ່ືໆ.
ທ່ານ ຈີ ຊັນ ອະທິບາຍວ່າ ການສູນເສຽຊັ້ນນອກທ່ີເຕັມໄປດ້ວຍເສ້ນຟາຍເບີ້ນັ້ນ ຈະປ່ອຍໃຫ້ທາດແປ້ງຖືກດູດຊືມເອົາເຂົ້າໄປໃນຮ່າງກາຍໄດ້ໂດຍໄວ ຊຶ່ງທ່ານອະທິບາຍວ່າ:
“ຊັ້ນນອກຂອງເມັດເຂົ້າ ຈະເຮັດໃຫ້ທາດ enzyme ທ່ີຍ່ອຍອາຫານນັ້ນ ເຊື່ອມຊຶມເຂົ້າໄປໃນທາດແປ້ງ ຊ້າລົງ ສົ່ງຜົນໃຫ້ການປ່ອຍນ້ຳຕານເຂົ້າໄປໃນເສັ້ນເລືອດ ຊ້າລົງໄປນຳກັນ ສຳລັບເຂົ້າກ້ອງ ເມື່ອສົມທຽບໃສ່ກັບເຂົ້າຂາວ.”
ເຖິງແມ່ນວ່າເຫດຜົນແທ້ໆ ຍັງບໍ່ທັນຮູ້ກັນຄັກເທື່ອກໍຕາມ ແຕ່ເຮົາກໍເວົ້າໄດ້ວ່າ ການກິນອາຫານອັນໃດທ່ີປ່ອຍໃຫ້ນ້ຳຕານເຂົ້າໄປໃນເສັ້ນເລືອດຢ່າງວ່ອງໄວ ແມ່ນມີສ່ວນພົວພັນກັບການສ່ຽງຢ່າງສູງ ກັບການເປັນໂຣກເບົາຫວານປະເພດ 2. ດ່ັງນັ້ນ ການເລືອກກິນອາ ຫານ ເຊັ່ນເຂົ້າກ້ອງນັ້ນ ຈ່ຶງເປັນສ່ິງສຳຄັນໃນການປ້ອງກັນໂຣກດ່ັງກ່າວ.
ດອກເຕີ້ ຊັນ ຊີ້ໃຫ້ເຫັນວ່າ ນອກຈາກຜົນປະໂຫຽດອັນໃຫຽ່ຫຼວງທ່ີວ່ານີ້ແລ້ວ ເຂົ້າທ່ີບໍ່ຫຼ້ອນດີປານໃດ ມັກຈະມີຄຸນປະໂຫຽດໃນດ້ານໂພຊະນາການຫຼາຍກວ່າຈຳພວກທ່ີຫຼ້ອນກວ່າ. ຄວາມຈິງແລ້ວ ການກິນເຂົ້າທ່ີເອົາແຕ່ແກບອອກຊ່ືໆ ເຊັ່ນເຂົ້າ ble ປະເພດທ່ີເອີ້ນໃນພາສາອັງກິດວ່າ whole wheat ແລະເຂົ້າ barley ນັ້ນ ແມ່ນອາດສາມາດຫຼຸດຜ່ອນ ການເປັນໂຣກເບົາຫວານປະເພດ 2 ໄດ້ຫຼາຍເຖິງ 36% ຊ່ຶງທ່ານຊັນກ່າວວ່າ:
“ຂ້າພະເຈົ້າຄິດວ່າ ການຄົ້ນຄວ້າກ່ຽວກັບເຂົ້າຂອງພວກເຮົາໃນເວລານີ້ ແມ່ນສອດຄ່ອງກັບພາບໂດຍລວມ ທີ່ວ່າເມື່ອໃດຫາກເປັນໄປໄດ້ ມັນກໍສົມຄວນທ່ີຈະແນະນຳໃຫ້ຜູ້ຄົນຫັນມາກິນອາຫານເມັດ ທ່ີເອົາແຕ່ແກບຊ່ືໆອອກນັ້ນ ແທນການກິນທາດຄາໂບຮາຍເດຣດທ່ີລະອຽດອ່ອນ ເຊັ່ນເຂົ້າຂາວໆ, ເຂົ້າຈ່ີສີຂາວແລະສິ່ງຕ່າງໆທ່ີເພ່ີມນ້ຳຕານນັ້ນ.”
ແຕ່ກໍບໍ່ເປັນຈ່ັງໂຊກ ທ່ີເຂົ້າກ້ອງແມ່ນຈະບູດເໜົ່າໄວກວ່າ. ຍ້ອນວ່າຊັ້ນ ຮຳຂອງມັນເຕັມໄປດ້ວຍນ້ຳມັນ ມັນຈ່ຶງບູດເໜົ່າໄວ ຖ້າບໍ່ເກັບມ້ຽນໄວ້ໃນຕູ້ເຢັນ ຫລືມຽນໄວ້ດີໆໃນຖົງ ບໍ່ໃຫ້ລົມເຂົ້າ. ສະນັ້ນມັນຈຶ່ງບໍ່ແມ່ນ ອາຫານທີ່ເໝາະສົມ ສຳລັບປະຊາຄົມທຸກຍາກແລະຢູ່ຫ່າງໄກ. ເພ່ືອຮັບມືກັບບັນຫາດ່ັງກ່າວ ສະຖາບັນຄົ້ນຄວ້າເຂົ້າລະຫວ່າງຊາດ ຫຼື IRRI ຈ່ຶງພວມປະຕິບັດງານ ເພ່ືອຊອກຫາຊະນິດຂອງເຂົ້າຂາວ ທ່ີປ່ອຍໃຫ້ແປ້ງຂອງມັນເຊ່ືອມຊືມເຂົ້າໃນເສ້ນເລືອດຢ່າງຊ້າໆ. ທ່ານນາງ Melisa Fitzgerald ນັກຄົ້ນຄວ້າປະຈຳສະຖາບັນ IRRI ກ່າວວ່າ ການຊອກຄົ້ນຫາຊະນິດຂອງເຂົ້າ ທ່ີຄວບຄຸມການເຊ່ືອມຊືມຂອງທາດແປ້ງນັ້ນ ກໍແມ່ນເປັນບາດກ້າວອັນທຳອິດ ໄປສູ່ການປະດິດຄິດສ້າງອາຫານເມັດ ທ່ີຜູ້ຄົນຈະຮັບເອົາໄດ້ ໃຫ້ເປັນພາກສ່ວນຂອງອາຫານການກິນຂອງພວກເຂົາເຈົ້າ.