ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳນຽບຂາວ ມີ 'ຄວາມເປັນຫ່ວງຫຼາຍ' ກ່ຽວ ກັບ ການກີດກັນ ທາງສື່ສັງຄົມ ຂອງອີຣ່ານ


ໃນວັນເສົາ ວັນທີ 30 ທັນວາ ປີ 2017 ພາບນີ້ ໄດ້ຖ່າຍໂດຍ ບຸກຄົນທີ່ຖືກວ່າຈ້າງໂດຍ ອົງການຂ່າວ ເອພີ (Associated Press) ແລະ ໄດ້ມາຈາກອົງການເອພີ ທີ່ຢູ່ນອກປະເທດ
ອີຣ່ານ, ສະແດງໃຫ້ເຫັນພວກນັກສຶກສາ ມະຫາວິທະຍາໄລ ເຂົ້າຮ່ວມ ການປະທ້ວງ ຢູ່ໃນມະຫາວິທະຍາໄລ ເຕຫະຣ່ານ ໃນຂະນະທີ່ ພວກຕຳຫຼວດ ຕໍ່ຕ້ານຈະລາຈົນ ຂອງອີຣ່ານ ສະ
ກັດກັ້ນ ພວກເຂົາ ບໍ່ໃຫ້ເຂົ້າຮ່ວມ.
ໃນວັນເສົາ ວັນທີ 30 ທັນວາ ປີ 2017 ພາບນີ້ ໄດ້ຖ່າຍໂດຍ ບຸກຄົນທີ່ຖືກວ່າຈ້າງໂດຍ ອົງການຂ່າວ ເອພີ (Associated Press) ແລະ ໄດ້ມາຈາກອົງການເອພີ ທີ່ຢູ່ນອກປະເທດ ອີຣ່ານ, ສະແດງໃຫ້ເຫັນພວກນັກສຶກສາ ມະຫາວິທະຍາໄລ ເຂົ້າຮ່ວມ ການປະທ້ວງ ຢູ່ໃນມະຫາວິທະຍາໄລ ເຕຫະຣ່ານ ໃນຂະນະທີ່ ພວກຕຳຫຼວດ ຕໍ່ຕ້ານຈະລາຈົນ ຂອງອີຣ່ານ ສະ ກັດກັ້ນ ພວກເຂົາ ບໍ່ໃຫ້ເຂົ້າຮ່ວມ.

ສະມາຊິກສະພາ ຂອງອີຣ່ານທ່ານນຶ່ງ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ມີສອງຄົນໄດ້ຖືກຍິງ
ຕາຍ ໃນຄືນວານນີ້ ຢູ່ໃນເມືອງ ໄອຊີ (Izeh) ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ
ໃນຂະນະທີີ່ເຂດຕ່າງໆທົ່ວອີຣ່ານ ຍັງສືບຕໍ່ເຫັນການປະທ້ວງ ຕໍ່ຕ້ານລັດຖະບານຢູ່ ເຊິ່ງ
ໄດ້ເກີດຂຶ້ນ ເມື່ອສັບປະດາແລ້ວນີ້.

ອົງການຂ່າວ ເອີລນາ (ILNA) ໄດ້ອ້າງອີງເຖິງຄຳເວົ້າ ຂອງທ່ານຮີເດຢາໂທລາ ຄາເດີມີ
(Hedayattolah Khademi) ທີ່ກ່າວວ່າ ທ່ານຍັງບໍ່ທັນຮູ້ເທື່ອວ່າ ຜູ້ໃດ ເປັນຜູ້ທີ່ຮັບ
ຜິດຊອບ ສຳລັບການຍິງດັ່ງກ່າວ.

Protesters Overturn Iranian Police Van
please wait

No media source currently available

0:00 0:01:30 0:00
ລິງໂດຍກົງ

ຄວາມວຸ້ນວາຍ ທີ່ໄດ້ເກີດຂຶ້ນ ໃນປັດຈຸບັນນີ້ ໂດຍມີຜູ້ປະທ້ວງຈຳນວນບໍ່ຫຼາຍ ໃນວັນ
ພະຫັດຜ່ານມານີ້ ຢູ່ໃນເມືອງ ມາດສ໌ຮາດ (Mashhad) ຊຶ່ງເປັນເມືອງໃຫຍ່ອັນດັບສອງ
ຂອງອີຣ່ານ ແລະ ເປັນຖານທີ່ໝັ້ນຫລັກ ສຳລັບພວກຝ່າຍຄ້ານຂອງ ປະທານາທິບໍດີ
ຮາຊານ ຣູຮານີ ທີ່ນິຍົມແນວທາງກາງ ກ່ອນທີ່ຈະກະຈາຍອອກໄປເຂດອື່ນໆຂອງ
ປະເທດ.

ຄະນະລັດຖະບານທ່ານທຣຳ ກ່າວວ່າ ຕົນມີ “ຄວາມເປັນຫ່ວງຫຼາຍ” ກ່ຽວກັບ ການກີດ
ກັນຊາວອີຣ່ານ ຈາກການສື່ສານຫາກັນ ທາງລະບົບສື່ສັງຄົມຕ່າງໆ ຂອງເຕຫະຣ່ານ
ໃນການເຮັດໃຫ້ການປະທ້ວງ ຫລຸດຜ່ອນລົງ.

ອີຣ່ານ ໄດ້ກີດກັນການເຂົ້າເຖິງແອັບສົ່ງຂໍ້ຄວາມ ຊື່ວ່າ ເທເລແກຣມ (Telegram)
ແລະ ແອັບລົງຮູບພາບໃຫ້ກັນເບິ່ງ ຊື່ຶວ່າ ອິນສຕະແກຣມ (Instagram) ໃນວັນອາທິດ
ວານນີ້ ໂດຍທີ່ສື່ມວນຊົນຂອງທາງການ ກ່າວວ່າ ການເຄື່ີອນໄຫວດັ່ງກ່າວ ແມ່ນແນໃສ່
ເພື່ອຮັກສາຄວາມສະຫງົບ. ຊາວອີຣ່ານ ໄດ້ນຳໃຊ້ແອັບຕ່າງໆ ເພື່ອສື່ສານຫາກັນ ກ່ຽວ
ກັບການເດີນຂະບວນປະທ້ວງ ຢູ່ຕາມທ້ອງຖະໜົນ ເຊິ່ງກໍ່ໃຫ້ເກີດຄວາມບໍ່ພໍອົກພໍໃຈ
ຂອງມະຫາຊົນ ຫຼັ່ງໄຫລອອກມາຢ່າງໃຫຍ່ສຸດ ຕໍ່ບັນດາຜູ້ນຳທາງສາສະໜາ ຂອງ
ອີຣ່ານ ນັບຕັ້ງແຕ່ ການປະທ້ວງຕໍ່ຕ້ານ ຜົນການເລືອກຕັ້ງ ປະທານາທິບໍດີ ເມື່ອປີ
2009 ເປັນຕົ້ນມາ.

ໃນການໃຫ້ສຳພາດ ຕໍ່ວີໂອເອ ພະແນກພາສາເປີເຊຍ ໃນວັນອາທິດວານນີ້ ຮອງຜູ້
ຊ່ວຍ ປະທານາທິບໍດີ ດ້ານຍຸດທະສາດການສື່ສານ ທ່ານ ໄມໂກລ ແອນຕັນ (Michael
Anton) ກ່າວວ່າ ບໍ່ມີຫຍັງຫຼາຍ ທີ່ສະຫະລັດ ຈະສາມາດເຮັດໄດ້ ກ່ຽວກັບ ການຮັດກຸມ
ທາງສື່ສັງຄົມຂອງອີຣ່ານ. ແຕ່ທ່ານກ່າວວ່າ ຄະນະລັດຖະບານທ່ານທຣຳ ຄາດໝາຍ
ວ່າ ບໍລິສັດຂອງ ສະຫະລັດ ແລະ ບັນດາປະເທດຕາເວັນຕົກ ຈະຍຸຕິເຮັດສຳປະທານ
ໃດໆ ກັບລັດຖະບານຂອງອີຣ່ານ.

ໃນພາບທີ່ໄດ້ຖືກເປີດເຜີຍ ໂດຍເວັບໄຊທາງການ ຂອງສຳນັກງານ ປະທານາທິບໍດີ ອີຣ່ານ ນີ້, ສະແດງໃຫ້ເຫັນ ປະທານາທິບໍດີ ຮາຊານ ຣູຮານນີ ກ່າວຖະແຫລງ ໃນກອນປະຊຸມຄະນະລັດຖະບານ ໃນນະຄອນຫຼວງເຕຮາຣ່ານ ຂອງປະເທດອີຣ່ານ, ວັນອາທິດ ທີ 31 ທັນວາ 2017.
ໃນພາບທີ່ໄດ້ຖືກເປີດເຜີຍ ໂດຍເວັບໄຊທາງການ ຂອງສຳນັກງານ ປະທານາທິບໍດີ ອີຣ່ານ ນີ້, ສະແດງໃຫ້ເຫັນ ປະທານາທິບໍດີ ຮາຊານ ຣູຮານນີ ກ່າວຖະແຫລງ ໃນກອນປະຊຸມຄະນະລັດຖະບານ ໃນນະຄອນຫຼວງເຕຮາຣ່ານ ຂອງປະເທດອີຣ່ານ, ວັນອາທິດ ທີ 31 ທັນວາ 2017.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG