ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຂາວ ຮຽກຮ້ອງໃຫ້ຊາວອາເມຣິກັນ ສືບຕໍ່ຄວາມພະຍາຍາມຫລຸດຜ່ອນ ທ່າມກາງການເພີ້ມຂຶ້ນຂອງໂອໄມຄຣອນ


ດຣ. ໂຣເຊລ ວາເລັນສະກີ ຜູ້ອໍານວຍການສູນຄວບຄຸມແລະປ້ອງກັນພະ​ຍາດຂອງສະຫະລັດ ຫຼື CDC ຮ່ວມລາຍງານການຮັບ​ມື​ກັບໂຄວິດ-19 ທີ່ທຳນຽບຂາວ ວັນທີ 12 ທັນວາ 2021.
ດຣ. ໂຣເຊລ ວາເລັນສະກີ ຜູ້ອໍານວຍການສູນຄວບຄຸມແລະປ້ອງກັນພະ​ຍາດຂອງສະຫະລັດ ຫຼື CDC ຮ່ວມລາຍງານການຮັບ​ມື​ກັບໂຄວິດ-19 ທີ່ທຳນຽບຂາວ ວັນທີ 12 ທັນວາ 2021.

ໃນລະຫວ່າງການຖະແຫຼງຂ່າວ ໃນມື້ວັນພຸດວານນີ້, ໜ່ວຍງານຮັບຜິດຊອບໂຄວິດ-19 ປະຈໍາທໍານຽບຂາວ ໄດ້ເຕືອນປາຊາຊົນຊາວອາເມຣິກັນ ໃຫ້ດໍາເນີນຄວາມພະຍາຍາມ ໃນການຫຼຸດຜ່ອນການແຜ່ລະບາດຂອງໄວຣັສສາຍພັນໂອໄມ ຄຣອນ, ເຖິງແມ່ນວ່າມັນຈະມີຄວາມຮຸນແຮງທີ່ຫຼຸດລົງ ແລະພວກເຂົາເຈົ້າໄດ້ມີການປະກາດຄວາມພະຍາຍາມອັນໃໝ່ ເພື່ອຊ່ວຍໃຫ້ໂຮງຮຽນຍັງຄົງເປີດຕໍ່ໄປ.

ໃນຂະນະທີ່ໄວຣັສສາຍພັນໂອໄມຄຣອນ ໄດ້ແຜ່ກະຈາຍໄປທົ່ວສະຫະລັດ, ດຣ. ໂຣເຊລ ວາເລັນສະກີ ໄດ້ເນັ້ນວ່າ ການໃສ່ໜ້າກາກ, ການຮັບການສັກຢາວັກຊີນ ແລະການກວດໂຄວິດ-19 ເມື່ອມີຄວາມຈໍາເປັນ ຄືຍຸດທະສາດສໍາຄັນເພື່ອຊ່ວຍຫຼຸດຜ່ອນ ກໍລະນີຜູ້ຕິດເຊື້ອໄວຣັສລົງໄດ້.

ທ່ານນາງ ວາເລັນສະກີ, ຜູ້ອໍານວຍການສູນຄວບຄຸມແລະປ້ອງກັນພະ​ຍາດຂອງສະຫະລັດ ຫຼື CDC ກ່າວວ່າ ປັດຈຸບັນ ໄວຣັສສາຍພັນໂອໄມຄຣອນ​ ແມ່ນ​ປະເປັນ 98 ເປີເຊັນ ຂອງກໍລະນີຜູ້ປ່ວຍໂຄວິດ-19 ລາຍໃໝ່ຢູ່ໃນສະຫະລັດ. ໃນຕົ້ນອາທິດນີ້, ສະຫະລັດ ແມ່ນ​ມີຈໍານວນຜູ້ຕິດເຊື້ອ ​ຫຼາຍ​ເປັນ​ປະ​ຫວັດ​ການ ໃນແຕ່ລະວັນເກືອບເຖິງ 1 ລ້ານ 5 ແສນຄົນ, ອີງຕາມລາຍງານຂອງສູນຂໍ້ມູນໄວ ຣັສໂຄໂຣນາ ແຫ່ງມະຫາວິທະຍາໄລ ຈອນສ໌ ຮັອປກິນສ໌.

ທ່ານນາງ ວາເລັນສະກີ ກ່າວວ່າ “ພວກເຮົາທຸກຄົນຕ້ອງຮັບຜິດຊອບ ໃນສ່ວນຂອງພວກເຮົາເອງ ເພື່ອປົກປ້ອງການເຂົ້າຮັບການຮັກສາໃນໂຮງໝໍ ແລະຊ່ວຍຫຼຸດຜ່ອນການແຜ່ກະຈາຍໃນການລະບາດຂອງໄວຣັສ ໃນຕໍ່ໜ້າ.”

ໜ່ວຍງານປະທໍານຽບຂາວໄດ້ປະກາດວ່າ ລັດຖະບານຂອງທ່ານ ໄບເດັນ ຈະແຈກຢາຍ ເຄື່ອງກວດໂຄວິດ 10 ລ້ານຊຸດໃນແຕ່ລະເດືອນ ໃຫ້ແກ່ບັນດາໂຮງ ຮຽນຕ່າງໆໃນທົ່ວປະເທດ ເພື່ອໃຫ້ໝັ້ນໃຈວ່າ ໂຮງຮຽນຈະຍັງຄົງເປີດຢູ່ຕໍ່ໄປ, ເຊິ່ງມີປະລິມານເຄື່ອງກວດ ຫຼາຍກວ່າໃນປີທີ່ຜ່ານມາ ເຖິງສອງເທົ່າ.

ເຖິງແມ່ນວ່າໄວຣັສສາຍພັນໂອໄມຄຣອນ ຈະມີການແຜ່ເຊື້ອໄດ້ສູງ, ແຕ່ມັນກໍມີຄວາມຮ້າຍແຮງຕໍ່າກວ່າສາຍພັນເດລຕ້າ, ໂດຍລຸດຜ່ອນຄວາມສ່ຽງໃນການເຂົ້າໄປຮັບການປິ່ນປົວຮັກສາຢູ່ໃນໂຮງໝໍ ແລະການເສຍຊີວິດລົງ.

ທ່ານນາງ ວາເລັນສະກີ, ອ້າງເຖິງການສຶກສາຫຼ້າສຸດ ສົມທຽບໃສ່ສາຍພັນທັງສອງ ໂດຍກ່າວວ່າ ການຕິດເຊື້ອໂອໄມຄຣອນ ກ່ຽວຂ້ອງກັບການຫຼຸດຄວາມສ່ຽງໃນການເສຍຊີວິດລົງເຖິງ 91 ເປີເຊັນ ແລະຫຼຸດຄວາມສ່ຽງໃນການເຂົ້າປິ່ນປົວໃນຫ້ອງມໍ​ລະ​ສຸມ ຫຼື ICU ເຖິງ 74 ເປີເຊັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG