ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ກ່າວວ່າ ຮ່າງກົດໝາຍນີ້ ຈະກີດກັນ ບໍ່ໃຫ້ ສຫລ ຈັດຕັ້ງປະຕິບັດ ຂໍ້ຕົກລົງ ກັບ ອີຣ່ານ


ຜູ້ຍິງຄົນໜຶ່ງກຳລັງເບິ່ງ ລັດຖະສະພາ ສະຫະລັດ.
ຜູ້ຍິງຄົນໜຶ່ງກຳລັງເບິ່ງ ລັດຖະສະພາ ສະຫະລັດ.

ທຳນຽບຂາວ​ກ່າວ​ວ່າ ຮ່າງ​ກົດໝາຍທີ່​ຊອກ​ຫາ​ທາງກີດ​ກັ້ນ
ສະຫະລັດບໍ່​ໃຫ້ຍົກ​ເລີກການ​ລົງ​ໂທດບາງ​ຢ່າງ​ຕໍ່​ອີຣ່ານນັ້ນ
ອາດ​ຈະ​ລະ​ເມີດ ​ຕໍ່​ຄວາມໝາຍ​ໝັ້​ນທີ່​ຈຳ​ເປັນ ​ເພື່ອ​ຈັດຕັ້ງ
ປະຕິບັດ​ຂໍ້​ຕົກລົງ​ສາກົນ ​ເພື່ອ​ຈຳກັດ​ໂຄງການ​ນິວ​ເຄລຍອີ
ຣ່ານ.

ອີ​ຣ່ານ ​ໄດ້​ເຮັດ​ຂໍ້​ຕົກລົງ​ກັບສະຫະລັດ ອັງກິດ ຈີນ ຝຣັ່ງ
ຣັດ​ເຊຍ ​ແລະ​ເຢຍ ຣະມັນ ​ໃນ​ປີແລ້ວ​ນີ້ ​ເພື່ອ​ຫລຸດ​ຜ່ອນ​ກິດ
ຈະການ​ນິວ​ເຄລຍຂອງ​ຕົນ ​ແລະ​ຫລຸດ​ຜ່ອນ​ຄວາມ​ເປັນ​ຫ່ວງ
​ທີ່ວ່າ​ຕົນ​ໄດ້​ພະຍາ​ຍາ​ມ ສ້າງອາວຸດ​ນິວ​ເຄລຍນັ້ນ. ​ເພື່ອເປັນ
ການ​ແລກປ່ຽນ ບັນດາ​ປະ​ເທດ​ເຫລົ່າ​ນັ້ນ​ໄດ້​ເຫັນ​ດີ​ໃຫ້​ຍົກ​ເລີກ
ການ​ລົງ​ໂທດ​ທາງ​ດ້ານເສດຖະກິດ ທີ່​ເຂົາ​ເຈົ້າ​ໄດ້​ວາງ​ເອົາ​ໄວ້ຍ້ອນ​ກ່າວ​ຫາ​ກ່ຽວກັບ​ວຽກ
ງານ ການ​ສ້າງ​ອາວຸດ​ນິວ​ເຄລຍ.

ຮ່າງກົດໝາ​ຍຢູ່​ໃນ​ສະພາ​ຕໍ່າ ຈະ​ຫ້າມ​ການ​ຍົກຍ້າຍ​ການ​ລົງ​ໂທດ​ຕໍ່ບັນດາ​ສ່ວນ​ບຸກຄົນ
​ແລະ​ບໍລິສັດ​ຕ່າງໆ ຈົນ​ກວ່າ ປະທາ​ນາ​ທິບໍດີ​ໄດ້​ໃຫ້​ການຢັ້ງຢືນ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ພົວພັນ
​ກັບ​ກິດຈະການ​ຕ່າງໆຂອງໜ່ວຍພິທັກ​ປະຕິວັດ​ອີຣ່ານ ອົງການ ​ກໍ່​ການ​ຮ້າຍ ຫລືຜູ້​ໃດ​ກໍ
​ຕາມ​ທີ່​ຊັບ​ສົມບັດ​ຖືກ​ກັກ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ ​ແຜ່ຜາຍອາວຸດທີ່ມີ​ອະນຸ​ພາບ
​ຮ້າຍ​ແຮງ.

ອົງການ​ບໍລິຫານ ​ແລະ​ງົບປະມານ​ສະຫະລັດ ຫຼື OBM ກ່າວ​ວ່າ ລັດຖະບານ ປະທານາ​
ທິບໍດີ Barack Obama ​ໄດ້​ຄັດຄ້ານ​ຢ່າງ​ແຮງ​ຕໍ່​ຮ່າງ​ກົດໝາຍນີ້ແລະ​ອາດ​ຈະ​ໃຊ້​ສິດຍັບ​
ຢັ້ງ ຖ້າ​ຫາກ​ສະພາ​ຕໍ່າແລະ​ສະພາ​ສູງຮັບ​ຜ່ານ​ມາດ​ຕະການນີ້.

ຖະ​ແຫລ​ງການກ່ຽວ​ກັບນະ​ໂຍບາຍ​ຂອງອົງການ OBM ​ທີ່ນຳ​ອອກເຜີຍ​ແຜ່ໃນ​ວັນ​ຈັນ
​ວານ​ນີ້ ກ່າວ​ວ່າ ຮ່າງ​ກົດໝາຍ​ນີ້ຈະ​ຫ້າມ​ບໍ່​ໃຫ້ສະຫະລັດ ​ເຮັດ​ຫລ້ອນ​ພັນທະຂອງ​ຕົນ
​ໂດຍ​ເຊື່ອມໂຍງ​ຂໍ້​ຕົກລົງ​ນິວ​ເຄລຍ​ໃສ່ກັບ​ບັນຫາຕ່າງໆ​ທີ່​ບໍ່​ພົວພັນ. ຖະ​ແຫຼງການກ່າວ​
ວ່າ​ ສິ່ງ​ເຫລົ່ານັ້ນ​ແມ່ນຮວມທັງ​ບັນດາ​ກິດຈະການ​ທີ່​ຜ່າ​ນມາ ​ແລະ​ບັນດາ​ສ່ວນ​ບຸກຄົນ
ຜູ້​ທີ່​ບໍ່ຕ້ອງ​ໄດ້​ຖືກ​ລົງ​ໂທດ ​ເວລາ​ໃດ​ທີ່​ການ​ຕົກລົງ​ມີ ຜົນ​ບັງຄັບ​ໃຊ້.

​ຜົນ​ທີ່​ຈະ​ຕິດ​ຕາມມາ ອີງ​ຕາມ​ທຳນຽບຂາວ​ແລ້ວ ​ແມ່ນຮວມທັງ​ຄວາມ​ເປັນ​ໄປ​ໄດ້ “ຂອງ
ການ​ພັງ​ທະລາຍ​ລົງ ​ໃນ​ການຈັດ​ແຈງ​ດ້ານ​ການ​ທູດ​ທີ່​ກວ້າງຂວາງຢ່າງ​ສັນ ຕິ ​ແລະ​ສາ
ມາດ​ພິສູດ​ໄດ້ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ອີຣ່ານຈາກ​ການ​ມີ​ອາວຸດ​ນິວ​ເຄລຍ ຢູ່​ໃນ​ຄວາມ​ຄອບ​
ຄອງ.”

XS
SM
MD
LG