ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳ​ນຽບຂາວ ກຽມ​ຈັດ​ ກອງ​ປະ​ຊຸມສຸດຍອດ ສື່​ສັງ​ຄົມ


ອຳ​ນວຍ​ການ​ດ້ານ​ສື່​ສັງ​ຄົມຂອງ ທຳນຽບ​ຂາວ ທ່ານ ແດນ ສ​ກາ​ສີ​ໂນ, ຊ້າຍ ແລະ ຫົວ​ໜ້​າ​ທີ່​ປຶກ​ສາ​ຂອງ​ທ່ານ ດໍ​ໂນ​ລ ທ​ຣຳ, ທ່ານ ມິກ ມັ​ລ​ເວ​ນີ, ຂວາ, ຍ່າ​ງ​ຜ່ານ​ເດີ່ນ​ຫຍ້າ​ທຳ​ນຽບ​ຂາວ. 30 ມິ​ຖຸ​ນາ, 2019.
ອຳ​ນວຍ​ການ​ດ້ານ​ສື່​ສັງ​ຄົມຂອງ ທຳນຽບ​ຂາວ ທ່ານ ແດນ ສ​ກາ​ສີ​ໂນ, ຊ້າຍ ແລະ ຫົວ​ໜ້​າ​ທີ່​ປຶກ​ສາ​ຂອງ​ທ່ານ ດໍ​ໂນ​ລ ທ​ຣຳ, ທ່ານ ມິກ ມັ​ລ​ເວ​ນີ, ຂວາ, ຍ່າ​ງ​ຜ່ານ​ເດີ່ນ​ຫຍ້າ​ທຳ​ນຽບ​ຂາວ. 30 ມິ​ຖຸ​ນາ, 2019.

ກຸ່ມອະ​ນຸ​ລັກ​ນິ​ຍົມກຸ່ມ​ນຶ່ງ​ຊື່​ວ່າ ແມ່ນ​ໃຜ​ເປັນ​ໃຜ ແມ່ນ​ຈະ​ເດີນ​ທາງ​ມາທຳ​ນຽບ​ຂາວ ໃນ
ວັນພະຫັດມື້ນີ້ ເພື່ອປຶກສາຫາລືວິທີທີ່ຈະຮັບມືກັບລາຍງານ ແລະ ເລື່ອງຕ່າງໆຈາກສື່
ສັງຄົມ.

ແຕ່​ຍັກ​ໃຫຍ່​ດ້ານ​ສື່​ສັງ​ຄົມ​ເຊັ່ນ ທວິດ​ເຕີ ແລະ ເຟ​ສ​ບຸກ ຈະ​ບໍ່​ໄດ້​ເຂົ້າ​ຮ່ວມ. ມີ​ລາຍ​ງານ​
ວ່າເຂົາເຈົ້າບໍ່ໄດ້ຖືກເຊີນ.

ຂໍ້​ມູນ​ບາງ​ຢ່າງ​ກ່ຽວ​ກັບ ກອງ​ປະ​ຊຸ​ມ​ສຸດຍອດ ທຳ​ນຽບ​ຂາວ ແລະ ຜູ້​ເຂົ້າ​ຮ່ວມ​ຂອງ​ເຂົາ
ເຈົ້າແມ່ນສາມາດຫາເບິ່ງໄດ້, ແຕ່ງານດັ່ງກ່າວແມ່ນໄດ້ຈັດຂຶ້ນທ່າມກາງການວິພາກວິ
ຈານຢ່າງກວ້າງຂວາງ ກ່ຽວກັບ ສອງບໍລິສັດນັ້ນ.

ບາງ​ຄົນ​ໄດ້​ໂຕ້​ຖຽງ​ວ່າ ບັນ​ດາ​ບໍ​ລິ​ສັດ​ສື່​ສັງ​ຄົມ​ໄດ້​ປົກ​ປິດ ​ປາກ​ສຽງ​ຂອງ​ພວກ​ອະ​ນຸ​ລັກ​
ນິຍົມ. ຄົນອື່ນເວົ້າວ່າ ເຂົາເຈົ້າບໍ່ໄດ້ເອົາໃຈໃສ່ພຽງພໍ ເພື່ອປົກປ້ອງຜູ້ໃຊ້ຈາກການໃຫ້
ຂໍ້ມູນທີ່ຜິດ ແລະ ຂໍ້ຄວາມທີ່ເປັນການລົບກວນ.

ໃນ​ການ​ຕົກ​ລົງ​ຂົງ​ເຂດ​ນຶ່ງ, ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ຕ່າງໆແມ່ນ​ມີ​ອຳ​ນາດ ແລະ ຄວບ​ຄຸມ​
ຊ່ອງທາງຂໍ້ມູນ ແລະ ການຄ້າທີ່ສຳຄັນ. ມັນໄດ້ມີການກວດສອບຕໍ່ຕ້ານການຜູກຂາດ
ຫຼາຍຂຶ້ນ ແລະ ການຮຽກຮ້ອງໃຫ້ທຳການສອບສວນຢ່າງລະອຽດວ່າ ເຂົາເຈົ້າຄວນຖືກ
ມ້າງໃຫ້ເປັນບໍລິສັດທີ່ນ້ອຍລົງຫຼືບໍ່.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້ຕຳ​ນິ​ວິ​ຈານ​ບໍ​ລິ​ສັດຍັກໃຫຍ່​ດ້ານ​ສື່​
ສັງຄົມສາມບໍລິສັດຄື ເຟສບຸກ, ທວິດເຕ ແລະ ຢູທູບ ຕໍ່ສິ່ງທີ່ທ່ານເວົ້າວ່າ ທຳການກວດ
ສອບ ແລະ ລຳອຽງຕໍ່ການສະແດງຄວາມຄິດຄວາມເຫັນຂອງພວກອະນຸລັກນິຍົມ.

ທັງ​ສາມ​ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ປະ​ຕິ​ເສດ​ການ​ແນ​ເປົ້າ​ໃສ່​ຜູ້​ໃຊ້ ​ທີ່​ເປັນ​ຫົວ​ອະ​ນຸ​ລັກ​ນິ​ຍົມ ໃນ​
ເວລາທີ່ປະຕິບັດມາດຕະຖານຊຸມຊົນຂອງເຂົາເຈົ້າ.

ໃນ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ, ທຳ​ນຽບ​ຂາວ​ ໄດ້​ຂໍ​ໃຫ້​ປະ​ຊາ​ຊົນ​ສົ່ງ​ເລື່ອງ​ຂອງ​ເຂົາ​ເຈົ້າ
ໄປຫາເວັບໄຊ້ນຶ່ງ ເພື່ອເລົ່າປະສົບການຂອງເຂົາເຈົ້າ.

ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ ຈູດ ດີ​ເຣ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ຕອນ​
ບ່າຍຂອງວັນອັງຄານທີ່ຜ່ານມາວ່າ “ໃນຕົ້ນປີນີ້ທຳນຽບຂາວ ໄດ້ເປີດໃຊ້ອຸປະກອນນຶ່ງ
ເພື່ອອະນຸຍາດໃຫ້ຄົນອາເມຣິກັນ, ບໍ່ວ່າຈະເປັນທັດສະນະຄະຕິດ້ານການເມືອງຂອງ
ເຂົາເຈົ້າກໍຕາມ, ເພື່ອແບ່ງປັນວິທີທີ່ເຂົາເຈົ້າໄດ້ຮັບຜົນກະທົບຈາກຄວາມລຳອຽງໃນ
ໂລກອອນໄລນ໌. ຫຼັງຈາກໄດ້ຮັບການຕອບຫຼາຍພັນຄັ້ງ, ທ່ານປະທານາທິບໍດີຢາກພົວ
ພັນໂດຍກົງ ກັບບັນດາຜູ້ນຳດ້ານດິຈິຕອນດັ່ງກ່າວນີ້ ເພື່ອປຶກສາຫາລື ກ່ຽວກັບ ອຳ
ນາດຂອງສື່ສັງຄົມ.”

ເວັບ​ໄຊ້​ດັ່ງ​ກ່າວ​ຕອນນີ້​ໄດ້​ຖືກ​ປິດ​ແລ້ວ, ແຕ່​ຂໍ້​ຄວາມ​ຍັງ​ຄົງ​ບອກ​ໃຫ້​ຜູ້​ເຂົ້າໄປ​ເບິ່ງຮູ້​ວ່າ
“ເວທີສື່ສັງຄົມຄວນສະໜັບສະນູນເສລີພາບໃນການປາກເວົ້າ. ແຕ່ຄົນອາເມຣິກັນຫຼາຍ
ຄົນ ໄດ້ເຫັນບັນຊີຂອງເຂົາເຈົ້າຖືກປິດຊົ່ວຄາວ, ຖືກຫ້າມ ຫຼື ຖືກລາຍງານສຳລັບການ
ລະເມີດນະໂຍບາຍຜູ້ໃຊ້ທີ່ບໍ່ຈະແຈ້ງ ຢ່າງບໍ່ຖືກຕ້ອງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG