ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ພອມພຽວ ຈະເດີນທາງ ໄປປະເທດ ເກົາຫຼີເໜືອ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ກ່າວຄຳປາໄສ ຢູ່ໃນງານທີ່ຈັດຂຶ້ນ ຢູ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ. 28 ມິຖຸນາ, 2018.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ກ່າວຄຳປາໄສ ຢູ່ໃນງານທີ່ຈັດຂຶ້ນ ຢູ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ. 28 ມິຖຸນາ, 2018.

ທ່າມກາງຄວາມເປັນຫ່ວງ ກ່ຽວກັບ ເກົາຫຼີເໜືອ ທີ່ປາກົດວ່າ ຈະຂະ ຫຍາຍ ແທນທີ່
ຈະທັບມ້າງສະຖານທີ່ອາວຸດນິວເຄລຍ ແລະ ລູກສອນໄຟນັ້ນ, ລັດຖະມົນຕີການຕ່າງ
ປະເທດ ສະຫະລັດ ທ່ານ ໄມຄ໌ ພອມ ພຽວ ໃນສັບປະດານີ້ຈະເດີນທາງຄັ້ງທີ 3 ໄປ
ນະຄອນຫຼວງ ພຽງຢາງ.

ທ່ານ ພອມພຽວ, ຜູ້ທີ່ໄດ້ທຳການເດີນທາງໄປ ເກົາຫຼີເໜືອ ຄັ້ງທຳອິດໃນຕົ້ນປີນີ້ ໃນ
ນາມຜູ້ອຳນວຍການອົງການສືບລັບຊີໄອເອນັ້ນ, ແມ່ນມີກຳນົດຈະເດີນທາງໄປນະ
ຄອນຫຼວງ ພຽງຢາງ ອີກ ແຕ່ວັນພະຫັດ ຫາ ວັນເສົາຈະມາເຖິງນີ້.

ການເດີນທາງຂອງທ່ານ ມີຂຶ້ນລຸນຫຼັງການປຶກສາຫາລືຕ່າງໆໃນວັນອາ ທິດທີ່ຜ່ານມາ
ຢູ່ເຂດປອດທະຫານ ໃນເກົາຫຼີ ລະຫວ່າງ ເອກອັກຄະລັດຖະທູດສະຫະລັດ ປະຈຳ
ປະເທດ ຟີລິບປິນ ທ່ານ ຊຸງ ກິມ ກັບ ເຈົ້າໜ້າທີ່ ເກົາຫຼີເໜືອ.

ນີ້ແມ່ນຄັ້ງທຳອິດ ທີ່ເຈົ້າໜ້າທີ່ ສະຫະລັດ ແລະ ເກົາຫຼີເໜືອ ຖືກຮັບຮູ້ວ່າໄດ້ພົບປະ
ກັນ ນັບຕັ້ງແຕ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ຈັດການເຈລະຈາ ກັບທ່ານ ກິມ ຈົງ
ອຶນ ໃນວັນທີ 12 ມິຖຸນາ ທີ່ຜ່ານມາ ທີ່ປະເທດ ສິງກະໂປ.

ໂຄສົກທຳນຽບຂາວ ທ່ານນາງ ຊາຣາ ຮັກຄາບີ ແຊນເດີສ໌ ໄດ້ຕອບຄຳຖາມຂອງວີໂອ
ເອໃນກອງປະຊຸມຖະແຫຼງຂ່າວ ເມື່ອວັນຈັນວານນີ້ວ່າ “ພວກເຮົາໄດ້ສືບຕໍ່ທຳຄວາມ
ກ້າວໜ້າ. ມື້ວານນີ້ ພວກເຮົາໄດ້ຈັດການປະຊຸມທີ່ດີ. ທ່ານລັດຖະມົນຕີຕ່າງປະເທດ
ຈະເດີນທາງໄປພຸ້ນໃນທ້າຍສັບປະດານີ້ ເພື່ອສືບຕໍ່ການປຶກສາຫາລືພວກນັ້ນ.”

ແນວໃດກໍຕາມ, ທ່ານນາງ ແຊນເດີສ໌ ກໍໄດ້ປະຕິເສດ ທີ່ຈະເວົ້າເຖິງລາຍງານຕ່າງໆ
ທີ່ອ້າງເຖິງທັງເຈົ້າໜ້າທີ່ສືບລັບ ສະຫະລັດ ແລະ ຮູບພາບຈາກດາວທຽມ ທີ່ ເກົາຫຼີ
ເໜືອ ໄດ້ສືບຕໍ່ພັດທະນາໂຄງການ ນິວເຄລຍ ແລະ ລູກສອນໄຟຂີປະນາວຸດໄລຍະ
ໄກຂອງເຂົາເຈົ້າ.

ເມື່ອບໍ່ດົນມານີ້ ທ່ານ ທຣຳ ໄດ້ປະກາດວ່າ “ມັນບໍ່ມີໄພຂົ່ມຂູ່ ກ່ຽວກັບ ອາວຸດນິວເຄລຍ
ຈາກ ພຽງຢາງ ອີກຕໍ່ໄປແລ້ວ, ຍ້ອນຄວາມສຳເລັດທີ່ຍິ່ງໃຫຍ່” ຈາກການເຈລະຈາ
ຂອງທ່ານ ກັບຜູ້ນຳ ເກົາຫຼີເໜືອ.

ພາບຖ່າຍຈາກດາວທຽມ ແລະບັນດາເຈົ້າໜ້າທີ່ສືບລັບ ສະຫະລັດ, ໄດ້ ໂຕ້ແຍ້ງຂໍ້ອ້າງ
ດັ່ງກ່າວນັ້ນ, ເຊິ່ງໄດ້ເປີດເຜີຍໃຫ້ເຫັນຫຼັກຖານ ກ່ຽວກັບ ການປະຕິບັດງານ ເມື່ອບໍ່ດົນ
ມານີ້ ຢູ່ສະຖານທີ່ລຶກລັບໃນ ເກົາຫຼີເໜືອ, ທີ່ເຊື່ອມໂຍງກັບການຜະລິດທາດຢູເຮນຽມ
ສຳລັບສ້າງອາວຸດນິວເຄລຍຂອງປະເທດ ດັ່ງກ່າວ.

ເກົາຫຼີເໜືອ ຍັງປາກົດວ່າໄດ້ສຳເລັດໃນການຂະຫຍາຍສະຖານທີ່ ຜະ ລິດລູກສອນ
ໄຟຂີປະນາວຸດ ໃນເມືອງ ຮຳຮຸງ ອີກດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Pompeo Returns to North Korea Thursday
please wait

No media source currently available

0:00 0:02:12 0:00

XS
SM
MD
LG