ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຳ​ນຽບ​ຂາວ​ກຽມ​ພ້ອມ ​ສຳ​ລັບການກະ​ທຳ​ ທີ່​ອາດ​ເປັນ​ໄປໄດ້​ຂອງ​​ຣັດ​ເຊຍ​ ໃນຢູ​ເຄ​ຣນ


White House Girds for Possible Russia Action in Ukraine
please wait

No media source currently available

0:00 0:03:21 0:00

ເບິ່ງວີ​ດິ​ໂອ​ກ່ຽວ​ກັບທຳ​ນຽບ​ຂາວ​ວາງ​​ແຜນ​ກຽມ​ພ້ອມ​ສຳ​ລັບການ ກະ​ທຳ​ທີ່​ອາດ​ເປັນ​ໄປໄດ້​ຂອງ​​ຣັດ​ເຊຍ​ ໃນຢູ​ເຄ​ຣນ

ວໍ​ຊິງ​ຕັນ​ໄດ້ສັ່ງ​ໃຫ້ທະຫານ 8,500 ຄົນ ຢູ່​ໃນ​ທ່າກຽມ​ພ້ອມໃນ​ລະ​ດັບ​ສູງກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ​ທີ່​ຈະ​ຖືກ​ສົ່ງ ໄປ​ຍັງ​ຢູ​ໂຣບ ​ແລະ​ອາດຈະ​ຍົກຍ້າຍ​ພະ ນັກງານ​ສະຖານທູດ​ຈຳນວນ​ນຶ່ງ ​ອອກ​ຈາກ​ຢູ​ເຄຣນກໍ​ເປັນ​ໄດ້ ​ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ລະຫວ່າງຣັດ​ເຊຍ​ ແລະ​ບັນດາ​ປະ​ເທດ ໃນ​ອົງ​ການເນ​ໂຕ້ ​ເພີ່ມ​ທະວີຂຶ້ນຍ້ອນປະທານາທິບໍດີ​ຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ຍັງ​ສືບ​ຕໍ່​ ເຄື່ອນ​ຍ້າຍ​ທະ ຫານໄປ​ໃກ້​ຊາຍ​ແດນ​ຢູ​ເຄຣນ. Anita Powell ນັກຂ່າວວີໂອເອປະ​ຈຳທຳນຽບຂາວ ມີລາຍງານມາຈາກນະ​ຄອນ​ຫລວງວໍຊິງຕັນ ຊຶ່ງ​ບົວ​ສະ​ຫວັນ​ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຄວາມ​ເຄັ່ງ​ຕຶງ​ພວມ​ຮ້ອນ​ແຮງຂຶ້ນ​ຢູ່​ຕາມ​ຊາຍ​ແດນ ​ທີ່​ໜາວ​ເຢັນ​ຂອງ​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ຣັດ​ເຊຍ​ໄດ້​ຍ້າຍ​ກຳ​ລັງ​ທະ​ຫານ ​ໄປປະ​ຈຳ​ການ​ຢູ່​ທີ່ນັ້ນເພີ້ມ​ຂຶ້ນ.

​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້, ປະທານາທິບໍດີຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນໄດ້​ສັ່ງ​ໃຫ້ສົ່ງ​ລົດທະຫານ​ ໄປ​ຍັງ​ຊາຍ​ແດນ​ທາງ​ພາກ​ໃຕ້​ຂອງ​ເບ​ລາຣຸສ ໃນ​ການ​ຊ້ອມ​ລົບ​ຮ່ວມກັນ​ໃນ​ເດືອນ​ໜ້າ ​ໃນ​ບໍ​ລິ​ເວນ​ປະ​ມານ 75 ກິ​ໂລ​ແມັດ ຫ່າງຈາກ​ນະຄອນ ຫຼວງ​ຂອງ​ຢູ​ເຄຣນ.

ທ່ານ​ນາງ​ເຈນ ຊາ​ກີ, ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວກ່າວວ່າ ລັດຖະບານຂອງທ່ານ ໄບ​ເດັນ ກຽມພ້ອມທີ່ຈະຕອບໂຕ້ຄືນ ​ໂດຍ​ຢູ່ຄຽງຂ້າງ​ກັບຄູ່ພາ​ຄີ​ຂອງ​ຕົນ ​ໃນອົງ​ການເນ​ໂຕ້. ທ່ານ​ນາງ​ກ່າວ​ດັ່ງ​ນີ້:
"ເຖິງແມ່ນວ່າພວກເຮົາບໍ່ສາມາດເຂົ້າໄປເບິ່ງຈິດໃຈຂອງປະທານາທິບໍດີປູຕິນໄດ້ ກໍຕາມ ແຕ່ພວກເຮົາກໍເຫັນການກະກຽມທີ່ພວກເຂົາກຳລັງເຮັດຢູ່ເຂດຊາຍແດນ. ພວກເຮົາໄດ້ເຫັນຢ່າງຈະແຈ້ງ ແລະທ່ານປະທານາທິບໍດີ ໄດ້ຊີ້ແນະວ່າ ການເຄື່ອນໄຫວທາງທະຫານຂອງຣັດເຊຍອາດຈະເກີດຂຶ້ນໄດ້ໃນທຸກເວລາ. ທ່ານກໍກ່າວແບບນີ້ເຊັ່ນກັນໃນອາທິດແລ້ວນີ້. ດັ່ງນັ້ນ ພວກເຮົາໄດ້ມີການໂອ້ລົມ ແລະ ສົນທະນາກັນ ກັບບັນດາປະເທດທີ່ຢູ່ດ້ານຕາເວັນອອກ."

ປະຕິກິລິຍາ​ຂອງຝ່າຍອາ​ເມ​ຣິກາ ລວມມີ​ ການ​ສັ່ງ​ໃຫ້​ກຳລັງ​ທະຫານ​ສະ​ຫະ​ລັດ 8,500 ຄົນ ກຽມ​ພ້ອມ​ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້​ທີ່ຈະ​ຖືກ​ສົ່ງໄປປະ​ຈຳ​ການ​ຢູ່​ປະ​ເທດ​ສະ​ມາ​ຊິກ​ອື່ນໆ​ຂອງອົງການເນ​ໂຕ້, ​ແລະການ​ຍົກ​ຍ້າຍ​ພະນັກງານ​ຈຳ​ນວນ​ນຶ່ງ​ ຢູ່​ສະຖານເອກ​ອັກ​ຄະ​ລັດ​ຖະທູດ​ສະ​ຫະ​ລັດ​ ໃນນະ​ຄອນ​ຫລວງ​ກີ​ຢິບ​ອອກ.

ປະທານາທິບໍດີ​ສະຫະລັດ ທ່ານ​ໂຈ ໄບ​ເດັນ ບໍ່ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້ ​ເປັນ​ເວລາ​ຫຼາຍ​ມື້ແລ້ວ ​ໂດຍ​ບໍ່​ສົນ​ໃຈຕໍ່​ຄຳ​ຖາມ​ທີ່​ຮ້ອງ​ຂຶ້ນມາ​ຖາມ​ທ່ານ​ໃນ​ວັນ​ຈັນ​ຜ່ານ​ມານີ້.

​ໃນ​ຕອນຕໍ່​ມາ​ຂອງ​ວັນ​ດຽວ​ກັນ, ທ່ານ​ໄດ້ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງປະ​ເທດ​ຢູ​ໂຣບ, ອີ​ຢູ ​ແລະອົງ​ການເນ​ໂຕ້, ​ໃນ​ນັ້ນຝ່າຍ​ຕ່າງໆ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ປາດ​ຖະໜາຂອງ​ເຂົາ​ເຈົ້າ ​ຢາກ​ໃຫ້ມີວິ​ທີ​ແກ້​ໄຂ​ບັນ​ຫາ​ຜ່ານ​ທາງ​ການ​ທູດ, ​ແລະໄດ້ປຶກສາ​ຫາລືກ່ຽວ​ກັບ “ການ​ກະກຽມ​ເພື່ອຈະ​ວາງ​ມາດ​ຕະ​ການລົງ​ໂທດທີ່​ຈະ​ສົ່ງ​ຜົນຕາມ​ມາອັນ​ໃຫຍ່​ຫຼວງ ​ແລະຜົນ​ເສຍ​ຫາຍ​ທາງ​ດ້ານ​ເສດຖະກິດ​ຢ່າງ​ຮ້າຍ​ແຮງ ​ຕໍ່ຣັດ​ເຊຍ​ໃນ​ການ​ກະທຳ​ເຊັ່ນ​ນັ້ນ ​ເພື່ອເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ເຂດ​ພາກ​ຕາ​ເວັນ​ອອກ ​ຂອງ​ອົງການເນ​ໂຕ້.”

​ຂະນະດຽວ​ກັນ​ນັ້ນ, ກຳລັງ​ທະ​ຫານຢູເຄ​ຣນພວມ​ກຽມພ້ອມສຳ​ລັບ​ການ​ບຸກ​ໂຈມ​ຕີ ​ແລະ​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ຂະ​ບວນການ​ທາງ​ການ​ທູດ​ ລະຫວ່າງ​ສະ​ຫະ​ລັດ ແລະຣັດ​ເຊຍ.

ທ່ານ​ໂວ​ໂລ​ດິ​ເມຍ (Volodymyr), ທະຫານຂອງ​ຢູ​ເຄ​ຣນ​ຄົນ​ນຶ່ງ​ກ່າວ​ເປັນ​ພາ​ສາ​ຢູ​ເຄ​ຣນ​ວ່າ:
“ມັນເປັນການຜິດພາດເມື່ອສອງປະເທດ (ຣັດເຊຍ ແລະສະຫະລັດ) ທຳການສົນທະນາກັນກ່ຽວກັບອະນາຄົດຂອງປະເທດອື່ນ. ພວກເຮົາຄວນໄດ້ເຂົ້າຮ່ວມ ໃນການເຈລະຈາເຫຼົ່ານັ້ນ."

ພວກ​ນັກ​ສັງ​ເກດ​ການ​ກ່ຽວ​ກັບຣັດ​ເຊຍກ່າວ​ວ່າ ຣັດ​ເຊຍ​ກຳລັງ​ພະຍາຍາມ​ເຈລະ ຈາ​ກ່ຽວ​ກັບອະນາຄົດ​ຂອງ​ຢູ​ເຄຣນ​ໂດຍ​ທີ່​ບໍ່​ໃຫ້ຢູ​ເຄຣນທີ່​ບໍ່ໄດ້ຢູ່​ໃນ​ການ​ເຈລະຈາ​ລະດັບ​ສູງ​ຫຼາຍ​ຄັ້ງນັ້ນ ໄດ້ມີ​ສ່ວນ​ກ່ຽວ​ຂ້ອງ​ນຳ.

​ແຕ່​ບັນດາ​ນັກວິ​ເຄາະ​ກໍ​ບໍ່ໄດ້​ຄິດ​ວ່າ ຄວາມ​ຂັດ​ແຍ້​ງກັນ ຈະ​ເປັນ​ສິ່ງ​ທີ່ບໍ່​ສາ​ມາດ​ຫຼີກ​ລ້ຽງໄດ້, ສ່ວນ​ນຶ່ງກໍ​ແມ່ນເປັນ​ຍ້ອນ​ຄວາມ​ພະຍາຍາມ​ທາງ​ການ​ທູດທີ່ສ່ວນ​ໃຫຍ່ແມ່ນນຳພາ​ໂດຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະ​ຫະ​ລັດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ.

​ທ່ານ​ແອນດ​ຣູ ລໍ​ເຊນ (Andrew Lohsen), ນັກ​ຄົ້ນ​ຄວ້າໃນໂຄງການຢູ​ໂຣບ, ຣັດ​ເຊຍ ແລະຢູ​ເຣ​ເຊຍທີ່ສູນສຶກ​ສາດ້ານ​ຍຸດທະສາດແລະສາກົນ ກ່າວຜ່ານທາງ Zoom ວ່າ:
“ທ່ານຮູ້ບໍ່ວ່າ, ອັນນີ້ຍັງເປັນການປະເຊີນໜ້າກັນ ທີ່ບໍ່ທັນແຜ່ລາມອອກໄປ ໃຫ້ກາຍເປັນການຂັດແຍ້ງກັນຢ່າງເປີດເຜີຍເທື່ອ. ຂ້າພະເຈົ້າຄິດວ່າມັນຍັງມີຄວາມ ເປັນໄປໄດ້ຢູ່ ທີ່ຈະກໍານົດຂອບເຂດທີ່ຈະພາໃຫ້ກາຍເປັນແນວນັ້ນໄດ້ ໂດຍບໍ່ ຕ້ອງສົນໃຈກັບວ່າ ຄວາມເປັນໄປໄດ້ທີ່ຈະເຮັດເຊັ່ນນັ້ນ ບາງຄັ້ງຈະເບິ່ງຄືວ່າຍັງໄກຢູ່ກໍຕາມ. ຄວາມຈິງກໍຄື, ພວກເຮົາຍັງລົມກັນຢູ່.”

ຄູ່ຕຳແໜ່ງຝ່າຍຣັດເຊຍຂອງທ່ານບ​ລິງ​ເກັນ ກ່າວໃນອາທິດແລ້ວນີ້ວ່າ ມົສກູບໍ່ ໄດ້ຄາດຫວັງວ່າຈະມີບາດກ້າວທີ່​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້ ຈາກການເຈລະຈາ ຮອບຫລ້າສຸດນັ້ນ ແຕ່ຢາກໃຫ້ມີຄຳຕອບເປັນລາຍລັກອັກສອນຕໍ່ຂໍ້ສະເໜີຂອງ ຕົນ, ເຊິ່ງລວມມີການໃຫ້ເນ​ໂຕ້ຫຼຸດຜ່ອນການໄປ​ປະ​ຈຳ​ຢູ່​ໃນເຂດຢູໂຣບຕາເວັນ ອອກບາ​ງ​ສ່ວນ​ລົງ ແລະຫ້າມບໍ່ໃຫ້ຢູເຄຣນເຂົ້າເປັນພັນທະມິດດ້ານຄວາມໝັ້​ນ​ຄົງ.

ນັກວິເຄາະຣັດ​ເຊຍຈຳ​ນວນ​ນຶ່ງເວົ້າວ່າ ທ່ານປູ​ຕິນກໍາລັງຫຼີ້ນເກມແບບ​ແກ່ຍາວ. ​ທ່ານ​ເລ​ອອນ ອາ​ຣອນ (Leon Aron), ນັກ​ຄົ້ນ​ຄວ້າ​ຂັ້ນ​ສູງຂອງສະຖາບັນ ວິສາຫະກິດຂອງອາເມຣິກາ​ ກ່າວຜ່ານທາງ Zoom ວ່າ:
“ທ່ານປູຕິນເປັນນັກກິລາຢູໂດທີ່ມີຄວາມທະເຍີທະຍານ. ແລະໃນກິລາຢູໂດ, ເຈົ້າບໍ່ຄ່ອຍຈະຊະນະ ແຕ່ກົງກັນຂ້າມກັບສິ່ງທີ່ມັກເປັນກໍຄືວ່າ ເຈົ້າບໍ່ຄ່ອຍຈະ ຊະນະ ໂດຍການຕ່ອຍມັດ ແຕ່ເຈົ້າຈະຊະນະໂດຍການສະສົມຄະແນນ. ບໍ່ມີການຊົກໃຫ້ລົ້ມລົງ. ທ່ານບໍ່ໄດ້ຊະນະ. ແຕ່ເບິ່ງແມ໋, ທ່ານກວດສອບເນໂຕ້, ທ່ານໄດ້ທົດສອບມັນເບິ່ງ. ແລະເນໂຕ້ກໍສະແດງໃຫ້ເຫັນສະພາບຄອນແຄນ ແລະຄວາມແຕກແຍກກັນຢ່າງຫຼວງຫຼາຍ. ທຸກໆຄັ້ງທີ່ທ່ານເຮັດບາງສິ່ງບາງຢ່າງ ຫຼືເວົ້າອັນໃດອັນນຶ່ງ ປະທານາທິບໍດີສະຫະລັດ ກໍດ່ວນຕອບກັບໂລດ ຫຼືບໍ່ກໍຈະໂທຫາ ຫຼືຈັດຕາຕະລາງກອງປະຊຸມສຸດຍອດໂລດ. ແລະມີຄະແນນອື່ນໆຫຼາຍອັນອີກທີ່ສະສົມໄວ້ດ້ວຍວິທີນີ້. ແລະບໍ່ຕ້ອງມີຂໍ້ສົງໄສຫຍັງເລີຍ ທ່ານກຳລັງຊະນະ.”

​ໃນ​ຂະນະ​ດຽວ​ກັນ ຢູ່​ໃນເຂດ​ຊາຍ​ແດນ​ຣັດ​ເຊຍກັບຢູ​ເຄ​ຣນນັ້ນ ກົງລໍ້​ແຫ່ງສົງຄາມກໍກຳ​ລັງ​ໝູ​ນຢູ່​.

XS
SM
MD
LG