ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທຳ​ນຽບ​ຂາວ​ ໄດ້​ເພັ່ງ​ເລັງ​ໃສ່​ທ່າ​ເຮືອ ຂະ​ນະ​ທີ່​ທ່ານ​ໄບ​ເດັນ ​​​ຈັດກອງ​ປະ​ຊຸມ​ເພື່ອ​ແກ້​ໄຂ​ບັນ​ຫາຕ່ອງ​ໂສ້ການ​ສະ​ໜອງສິນ​ຄ້າ


ປະທານາທິບໍດີໂຈ ໄບ​ເດັນກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມເຮັດ​ໃຫ້ລະບົບຕ່ອງໂສ້ການສະໜອງສິນ​ຄ້າຂອງ​ໂລກທີ່​ຖືກອຸດ​ຕັນ​ຢູ່​ນັ້ນ​ລຸລ່ວງ​ໄປ, ທີ່ທຳ​ນຽບ​ຂາວ​ໃນ​ວັນ​ທີ 13 ຕຸ​ລາ, 2021
ປະທານາທິບໍດີໂຈ ໄບ​ເດັນກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມເຮັດ​ໃຫ້ລະບົບຕ່ອງໂສ້ການສະໜອງສິນ​ຄ້າຂອງ​ໂລກທີ່​ຖືກອຸດ​ຕັນ​ຢູ່​ນັ້ນ​ລຸລ່ວງ​ໄປ, ທີ່ທຳ​ນຽບ​ຂາວ​ໃນ​ວັນ​ທີ 13 ຕຸ​ລາ, 2021

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນໃນວັນພຸດວານນີ້ ໄດ້ພົບປະກັນທີ່ ທຳນຽບຂາວ ກັບບັນດາບໍລິສັດຂົນສົ່ງ, ຮ້ານຂາຍຍ່ອຍຂະໜາດໃຫຍ່ແລະ ສະ ຫະພັນກໍ​າ​ມະ​ບານເພື່ອປະກາດຂັ້ນຕອນຕ່າງໆ ທີ່ແນໃສ່ການເຮັດ​ໃຫ້ລະບົບຕ່ອງໂສ້ການສະໜອງສິນ​ຄ້າທີ່​ຖືກອຸດ​ຕັນ​ຢູ່​ນັ້ນ ​ລຸລ່ວງ​ໄປໄດ້ ຊຶ່ງ​ເປັນການ​ສະ​ເໜີທີ່ທຳນຽບຂາວຫວັງວ່າ ຈະຊຸກຍູ້ສິ່ງທີ່ອາດຈະເປັນ ການ​ໃຊ້ເວລາທີ່ຄົນມັກຫລາຍ​ແທ້ໆ ໃນອາເມຣິກາ ກໍຄື: ການໄປເລາະຊື້ເຄື່ອງ.

"ມື້ນີ້, ພວກເຮົາມີການປະກາດທີ່ສຳຄັນທີ່ຈະເອົາສິ່ງທີ່ທ່ານຊື້ນັ້ນມາໃຫ້ທ່ານ, ໄປວາງ​ໄວ້​ຢູ່ທີ່ຊັ້ນວາງເຄື່ອງໃຫ້ໄວຂຶ້ນ," ນັ້ນ​ຄື​ສິ່ງ​ທີ່ທ່ານໄບ​ເດັນກ່າວໂດຍປະກາດການເຄື່ອນໄຫວຫຼາຍຢ່າງ ທີ່ແນໃສ່ບໍ່ພຽງແຕ່ສະ​ໜອງ​ຕາມຄວາມມັກ​ຂອງຊາວອາເມຣິກັນໃນການຊື້ເຄື່ອງເທົ່ານັ້ນ, ແຕ່ຍັງເປັນການເສີມສ້າງເສດຖະກິດໂລກທີ່ປ້ອນອາ​ຫານ​ໃຫ້​ພວກອຶດຫິວ​ນຳ​ອີກ​ດ້ວຍ.

ການເຄື່ອນໄຫວເຫຼົ່ານັ້ນ ລວມມີການປ່ຽນແປງຂອງທ່າເຮືອໃຫຍ່ທີ່ສຸດຂອງປະເທດສອງ​ແຫ່ງເພື່ອໃຫ້ມີ​ການບໍລິການ 24 ຊົ່ວໂມງຕໍ່ມື້, ເຈັດມື້ຕໍ່ອາທິດ, ແລະ ຄຳໝັ້ນສັນຍາຈາກບໍລິສັດຕ່າງໆ ເຊັ່ນ: Walmart, FedEx, UPS, Samsung, Target ແລະ Home Depot ເພື່ອເພີ່ມຊົ່ວໂມງເຮັດວຽກຂອງ ເຂົາເຈົ້າຂຶ້ນ ແລະ ໃຊ້ທ່າເຮືອ ແລະເຄືອຂ່າຍການຂົນສົ່ງໃຫ້ຫຼາຍຂຶ້ນໃນຊ່ວງ ເວລາທີ່ບໍ່​ມີຄົນ​ໃຊ້​ຫລາຍ​ທີ່ສຸດນັ້ນ.

ທຳນຽບຂາວກ່າວວ່າ ໃນ​ຈຳ​ນວນທຸລະກິດ 6 ແຫ່ງ​ເຫລົ່ານັ້ນ ແມ່ນມີຕູ້ຄອນ ເທນເນີທີ່ເຕັມໄປດ້ວຍຜະລິດຕະພັນທີ່ຊາວອາເມຣິກັນຢາກ​ໄດ້ເຊັ່ນ: ເຄື່ອງຫຼີ້ນ, ເຄື່ອງເຟີນີເຈີ, ລົດຖີບແລະເຄື່ອງໃຊ້ໄຟຟ້າຢູ່ຫຼາຍກວ່າ 3,500 ໜ່ວຍ- ຈະ ຖືກເອົາເພີ່ມເຂົ້າໄປໃນຕ່ອງໂສ້ການສະໜອງສິນ​ຄ້າຂອງສະຫະລັດ ໃນທ້າຍ ປີນີ້.

ເຈົ້າໜ້າທີ່ກ່າວວ່າ ນຶ່ງ​ໃນ​ບັນ​ດາປະເທດທີ່​ມັກຊື້ເຄື່ອງ ທີ່ໃຫຍ່ທີ່ສຸດອັນດັບນຶ່ງ ຂອງໂລກມາຢູ່ຈຸດນີ້ໄດ້ແນວໃດ, ສ່ວນນຶ່ງກໍແມ່ນພຽງ​ແຕ່​ເປັນຍ້ອນເລື້ອງ​ຂອງການສະໜອງ ແລະຄວາມຕ້ອງການເທົ່າ​ນັ້ນ. ການຄ້າເອເລັກໂຕຣນິກໃນໄຕມາດທໍາອິດຂອງປີ 2021 ແມ່ນສູງກ່ວາປີທີ່ຜ່ານມາ 39 ເປີ​ເຊັນ, ຍ້ອນວ່າ ຊາວອາເມຣິກັນຢູ່ເຮືອນ, ເຂົ້າສູ່ລະບົບອິນ​ເຕີ​ແນັດ ແລະກົດ “ຊື້.”

ອຸດສາຫະກໍາຈໍານວນນຶ່ງ ປະສົບກັບຄວາມຫຍຸ້ງຍາກ ໃນການຮັບເອົາວັດສະດຸ ແລະການເອົາຜະລິດຕະພັນສໍາເລັດຮູບໄປ​ວາງໄວ້ຢູ່ເທິງຊັ້ນວາງສິນ​ຄ້າຂອງຫ້າງຮ້ານຕົນ ຍ້ອນວ່າ ມີສິ່ງທ້າທາຍຈາກການລະບາດຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ, ການຂາດແຄນແຮງງານ ແລະຄວາມຕ້ອງການຂອງຜູ້ບໍລິໂພກເພີ່ມສູງຂຶ້ນ. ໃນຂະນະດຽວກັນ ຂໍ້ຈຳກັດເພື່ອ​ສະ​ກັດ​ກັ້ນການລະບາດຂອງພະຍາດໃນທົ່ວໂລກໄດ້ປິດທ່າເຮືອທີ່ສຳຄັນ, ລວມທັງທ່າ​ເຮືອທີ່ມີ​ການ​ໃຊ້​ບໍ​ລິ​ການທີ່ຫຼາຍ​ທີ່ສຸດຂອງໂລກບາງ​ແຫ່ງ​ອີກ​ດ້ວຍ. ເຖິງ​ແມ່ນທຳນຽບຂາວໄດ້ກ່າວວ່າຂໍ້ລິເລີ່ມອັນນີ້ແມ່ນ ມີຈຸດປະສົງແນ​ໃສ່ຊ່ວຍເຫຼືອຕ່ອງໂສ້ການສະໜອງສິນ​ຄ້າທົ່ວໂລກ​ເຊັ່ນ​ກັນ, ແຕ່​ທ່ານປະທານາທິບໍດີໄດ້ກ່າວເນັ້ນໃຫ້​ເຫັນເຖິງຄວາມຈຳເປັນທີ່ສະຫະລັດຈະຕ້ອງ ກ້າວໜ້າ ໄປກ່ອນບັນ​ດາຄູ່ແຂ່ງຂອງຕົນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG