ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳນຽບຂາວ ແລະສະມາຊິກພັກເດໂມແຄຣັດ ເລີ້ມການເຈລະຈາ ກ່ຽວກັບຂໍ້ຕົກລົງ ເງິນຊ່ວຍເຫຼືອໄວຣັສໂຄໂຣນາ


ປະທານສະພາຕໍ່າພັກເດໂມແຄຣັດ ທ່ານນາງແນນຊີ ເພໂລຊີ ລະຫວ່າງກອງປະຊຸມນັກຂ່າວ ທີ່ລັດຖະສະພາ ວັນທີ 27 ສິງຫາ 2020.
ປະທານສະພາຕໍ່າພັກເດໂມແຄຣັດ ທ່ານນາງແນນຊີ ເພໂລຊີ ລະຫວ່າງກອງປະຊຸມນັກຂ່າວ ທີ່ລັດຖະສະພາ ວັນທີ 27 ສິງຫາ 2020.

ທຳນຽບຂາວແລະສະມາຊິກສະພາຕໍ່າພັກເດໂມແຄຣັດ ບໍ່ໄດ້ທຳຄວາມຄືບໜ້າ ໃນວັນພະຫັດວານນີ້ ກ່ຽວກັບຂໍ້ຕົກລົງບັນເທົາທຸກດ້ານການເງິນສຳລັບໄວຣັສ ໂຄໂຣນາ ທີ່ໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາເປັນເວລາຫຼາຍອາທິດ ໃນຂະນະທີ່ ເງິນຊ່ວຍເຫຼືອສຳລັບຊາວອາເມຣິກັນທີ່ຫວ່າງງານ ພວມໝົດລົງ.

ປະທານສະພາຕໍ່າ ທ່ານນາງແນນຊີ ເພໂລຊີ ກ່າວໃນຕອນບ່າຍ ວັນພະຫັດວານນີ້ ໃນການໂທລະສັບຫາຫົວໜ້າທີ່ປຶກສາທໍານຽບຂາວທ່ານມາກ ມີໂດສ໌ “ໂດຍເຮັດໃຫ້ເປັນທີ່ຈະແຈ້ງວ່າ ທຳນຽບຂາວບໍ່ຫົວຊາຕໍ່ຄວາມຕ້ອງການຂອງ ຊາວອາເມຣິກັນ ໃນຂະນະທີ່ວິກິດການໄວຣັສໂຄໂຣນາ ສ້າງຄວາມເສຍຫາຍ ໃຫ້ແກ່ຊີວິດການເປັນຢູ່.”

ທ່ານນາງເພໂລຊີ ແລະຜູ້ນຳພັກເດໂມແຄຣັດ ທ່ານຈັກ ຊູເມີ ໄດ້ພົບປະເທື່ອ ສຸດທ້າຍກັບລັດຖະມົນຕີການເງິນ ທ່ານສະຕີເວິນ ມານຸຈີນ ແລະທ່ານມີໂດສ໌ ເມື່ອທ້າຍເດືອນກໍລະກົດ ໃນຂະນະທີ່ເງິນຊ່ວຍເຫຼືອ 600 ໂດລາຕໍ່ອາທິດ ທີ່ີ ເປັນເງິນຊ່ວຍເຫຼືອສຳລັບການຫວ່າງງານຂອງລັດຖະບານກາງໄດ້ໝົດອາຍຸລົງ ສຳລັບຊາວອາເມຣິກັນຫຼາຍລ້ານຄົນ ທີ່ບໍ່ມີວຽກເຮັດງານທຳ ຍ້ອນການແຜ່ລະ ບາດຂອງໄວຣັສໂຄໂຣນາ.

ການໃຫ້ຄວາມເຫັນ ຂອງທ່ານນາງເພໂລຊີ ກ່ຽວກັບທ່າທີ ໃນການເຈລະຈາ ຕໍ່ Politico ໃນວັນອັງຄານທີ່ຜ່ານມານັ້ນ ທ່ານມີໂດສ໌ ກ່າວວ່າ “ຂ້າພະເຈົ້າຄິດ ວ່າ ສ່ວນໂຕແລ້ວທ່່ານນາງກ່າວວ່າ

ທ່ານນາງຕ້ອງການຂໍ້ຕົກລົງແລະທ່ານນາງ ກ່າວວ່າ ທ່ານນາງຕ້ອງການຂໍ້ຕົກລົງ ແຕ່ວ່າເມື່ອເວົ້າເຖິງການຕົກລົງກັບພັກຣີ ພັບບລິກັນ ແລະລັດຖະບານແລ້ວ ພວກເຮົາບໍ່ເຫັນມີການເຄື່ອນໄຫວຫຍັງຫຼາຍ.

The White House and congressional Democrats made no progress Thursday on a coronavirus financial relief package that has been stalled for weeks, as benefits ran out for millions of unemployed Americans.

House Speaker Nancy Pelosi said a Thursday afternoon call with White House Chief of Staff Mark Meadows “made clear that the White House continues to disregard the needs of the American people as the coronavirus crisis devastates lives and livelihoods.”

Pelosi and Senate Democratic Leader Chuck Schumer last met with Treasury Secretary Steven Mnuchin and Meadows at the end of July, just as $600 a week in supplemental federal unemployment benefits expired for millions of Americans put out of work because of the coronavirus pandemic.

Commenting on Pelosi’s negotiating position to Politico Tuesday, Meadows said, “I think privately she says she wants a deal, and publicly she says she wants a deal, but when it comes to dealing with Republicans and the administration, we haven't seen a lot of action."

XS
SM
MD
LG