ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຂາວ ຮ​ຽ​ກ​ຮ້ອງ​ໃຫ້​ເມັກ​ຊິ​ໂກ ແລະ​ສາມ​ປະ​ເທດ​ອາ​ເມ​ຣິ​ກາ​ກາງ ຊ່ວຍ ​ບໍ່​ໃຫ້​ຄົນ​ເຂົ້າ​ເມືອງມາຍັງ​ສະ​ຫະ​ລັດ


​ທ່ານ​ມິກ ມູ​ລ​ວາ​ນີ ລຸນຫຼັງ​ການ​ສຳ​ພາດ​ທາງ​ໂທ​ລະ​ພາບ ທີທຳ​ນຽບ​ຂາວ ວັນ​ທີ 13 ການ​ຍາ 2017.
​ທ່ານ​ມິກ ມູ​ລ​ວາ​ນີ ລຸນຫຼັງ​ການ​ສຳ​ພາດ​ທາງ​ໂທ​ລະ​ພາບ ທີທຳ​ນຽບ​ຂາວ ວັນ​ທີ 13 ການ​ຍາ 2017.

ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໃນ​ວັນ​ອາ​ທິດ​ວານ​ນີ້​ໄດ້​ຮຽກ​ຮ້ອງ​ ເມັກ​ຊິ​ໂກ ແລະ
​ສາມ​ປະ​ເທດ​ອາ​ເມ​ຣິ​ກາ​ກາງ ໃຫ້ຄວບຄຸມຈຳນວນທີ່ຖີບຕົວສູງຂຶ້ນຂອງ ຫຼາຍ​ພັນຄົນ
ພວກ​ເ​ຂົ້າ​ເມືອງທີ່​ຜິດ​ກົດ​ໝາຍ ມຸ້ງ​ໜ້າ​ມາສູ່​ສະ​ຫະ​ລັດ ​ໂດຍໃຫ້​ຂໍ້​ສັງ​ເກດ​ວ່າ ​ອະ​ດີດ
ຫົວ​ໜ້າກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ ຂອງອະດີດ​ປະ​ທາ​ນາ​ທິ​ບໍ​ດີ​ບາ​ຣັກ
ໂອບາມາ ເຫັນ​ພ້ອມ​ວ່າ​ມີ​ວິ​ກິດ​ການ​ຄົນ​ເຂົ້າ​ເມືອງ​ຢູ່​ຊາຍ​ແດນທາງ​ພາກ​ໃຕ້​ຂອງ​
ສະ​ຫະ​ລັດ.

ຫົວໜ້າພະນັກງານຊົ່ວ​ຄາວ​ທຳນຽບຂາ​ວ ທ່ານ​ມິກ ມູນ​ວາ​ນີ ໄດ້ບອກ​ເມັກ​ຊິ​ໂກ
ກົວ​ເຕີ​ມາ​ລາ ຮອນ​ດູ​ຣັ​ສ ແລະ​ແອ​ລ​ຊານ​ວາ​ດໍ​ຣ ຢູ່​ໃນ​ການ​ສຳ​ພາດ​ກັບ​ໂທ​ລະ​ພາບ
ABC ວ່າ “ພວກ​ເຮົາ​ຕ້ອງ​ການຄວາມຊ່ວຍ​ເຫຼືອ​ຈາ​ກ​ພວກ​ທ່ານ.” ທ່ານ​ກ່າວ​ວ່າ​
ເມັກ​ຊິ​ໂກ​ ​ຕ້ອງ​ພ້ອມ​ພຽງໃຈ ກັບ​ກົວ​ເຕີ​ມາ​ລາ ​ຢູ່​ຊາຍ​ແດນ​ພາກໃຕ້ ເພື່ອ​ປ້ອງ​ກັນ
​ຂະ​ບວນ​ຜູ້ຄົນ ຈາ​ກການ​ຂຶ້ນມາ​ສູ່​ພາກ​ເໜືອ ​ຜ່າ​ນ​ເມັກ​ຊິ​ໂກ ມາ​ຫາ​ສະ​ຫະ​ລັດ ແລະ
ສາມ​ປະ​ເທດ​ອາ​ເມ​ຣິ​ກາ​ກາງ ຈຳເປັນຕ້ອງ​ໄດ້ຄວບຄຸມພວກເຂົ້າເມືອງ​ບໍ່​ໃຫ້​ໜີ​ອອກ
​ຈາກປະ​ເທດຂອງ​ເຂົາ​ເຈົ້າ.

ທ່ານ​ໄດ້ເປີດຊ່ອງວ່າງໄວ້​ຄວາມອາດສາມາດທີ່ວ່າ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຈະ
​ປິດ​ຊາຍ​ແດນ​ສະ​ຫະ​ລັດ​ກັບ​ເມັກ​ຊິ​ໂກ ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ ເຖິງ​ແມ່ນ​ທ່ານເວົ້າ​
ວ່າ ທ່ານ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຕັດ​ການ​ຊ່ວຍ​ເຫຼືອ​ຂອງສະຫະລັດປະ​ມານ 500 ລ້ານ​
ໂດ​ລາ​ ແກ່​ບັນ​ດາ​ປະ​ເທດສາມ​ຫລ່ຽມ ພ​າ​ກ​ເໜືອກໍຕາມ.

ກ່ຽວ​ກັບ​ວິ​ກິ​ດ​ການ​ຢູ່​ຊາຍ​ແດນ​ທາງພາກ​ໃຕ້​ສະ​ຫະ​ລັດ ​ທ່ານ​ມູນ​ວາ​ນີ ກ່າວ​ວ່າ “ທ່ານ
​ເຈ ຈອນ​ສັນ ຮັບ​ຮູ້​ວ່າ ​ພວກ​ເຮົາເຮັດຖືກ​ຕ້ອງ” ຊຶ່ງທ່ານອ້າງ​ເຖິງ​ລັດ​ຖະ​ມົນ​ຕີກະ​ຊວງ
​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ​ຂອງ​ປະ​ທາ​ນາ​ທິບໍດີ​ໂອ​ບາ​ມາ “ພວກ
​ເຮົາ​ບໍ່​ຢາກ​ເວົ້າ​ວ່າ ພ​ວກ​ເຮົາ​ໄດ້​ບອກ​ພວກ​ທ່ານ​ແນວນັ້ນວ ແຕ່​ພວກເຮົາກໍໄດ້​ບອກ
​ພວກ​ທ່ານໄປແລ້ວ.”

ໃນ​ວັນ​ເສົາ​ຜ່ານ​ມາ ທ່ານ​ຈອນ​ສັນ ກ່າວ​ຕໍ່​ໂທ​ລະ​ພາບ Fox ວ່າ “ໂດຍ​ການຕີຄວາມ​
ໝາຍຂອງ​ຜູ້​ໃດ​ກໍຕາມ ໂດຍ​ມາດ​ຕະ​ການ​ໃດໆກໍຕາມ ບັດ​ນີ້​ພວກ​ເຮົາ​ມີ​ວິ​ກິ​ດ​ການ​ຢູ່
​ທາງ​ພາກ​ໃຕ້​ຂອງ​ພວກ​ເຮົາ.”

ໄດ້​ມີ​ການ​ກັກ​ຄົນ​ເຂົ້​າ​ເມືອງໄວ້ 4,000 ຄົນ​ ຢູ່​ຊາຍ​ແດນໃນ​ມື້​ນຶ່ງ​ອາ​ທິດ​ແລ້ວ​ນີ້ ແລະ​
ສະ​ຫະ​ລັດ​ກຳ​ລັງ​ຈະ​ມີ​ຢູ່​ອີກ 10,000 ຄົນທັງ​ໝົດໃນເດືອນ​ມີນາ.​

ທ່ານ ຈອນສັນເວົ້າວ່າ “ຈຳນວນດັ່ງກ່າວ ແມ່ນຫລາຍພິລຶກເທົ່າທີ່ຂ້າພະເຈົ້າເຄີຍ
ເຫັນມາ ໃນຮອບສາມປີ ທີ່ຂ້າພະເຈົ້າໄດ້ເປັນລັດຖະມົນຕີກະຊວງຮັກສາຄວາມ
ປອດໄພພາຍໃນຢູ່.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG