ທຸກໆປີ ໃນຍາມເທດສະການຄຣິສມາສ ທໍານຽບຂາວແມ່ນໄດ້
ຮັບການຕົກແຕ່ງເອ້ຍ້ອງຢ່າງສວຍງາມ ດ້ວຍຕົ້ນຄຣິສມາສ
ຫລາຍໆຕົ້ນໃນແຕ່ລະຫ້ອງ. ດາຣາ ບັກຄໍາ ຫົວໜ້າວີໂອເອ
ພະແນກພາສາລາວໄດ້ໄປຊົມ ເມື່ອວັນທີ 22 ທັນວາ 2012
ແລະມີຮູບງາມໆມາໃຫ້ຊົມ.
ປະມວນພາບ ທໍານຽບຂາວ ໃນຍາມບຸນຄຣິສມາສ

໑
ທາງຍ່າງເຂົ້າໄປສູ່ ໂຕຕຶກທໍານຽບຂາວ ທາງດ້ານຫລັງ ຂຶ້ນໄປສູ່ຫ້ອງຕ່າງໆຢູ່ຊັ້ນສອງ. (White House Christmas Tour, Dec. 22, 2012)

໒
ມຸມນຶ່ງຂອງຫ້ອງໂຖງໃຫຍ່ ກໍ້າຕາເວັນອອກ ຫລື East Room ຂອງທໍານຽບຂາວ (White House Christmas Tour, Dec. 22, 2012)

໓
ຫ້ອງໂຖງໃຫຍ່ ກໍ້າຕາເວັນອອກ ຫລື East Room ຂອງທໍານຽບຂາວ (White House Christmas Tour, Dec. 22, 2012)

໔
ການຕົກແຕ່ງກະຈົກບານໃຫຍ່ ຢູ່ຫ້ອງຕາເວັນອອກ ຫລື the East Room (White House Christmas Tour, Dec. 22, 2012)