ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບຂາວ ຍົກເລີກ ການເປີດ ໃຫ້ເຂົ້າຊົມທໍານຽບ ເພາະບໍ່ມີ ງົບປະມານ (ສະໄລດ໌/ວີດີໂອ)


ບໍ່ມີງົບປະມານ ສຳລັບພະນັກງານ ໃນໂຄງການເປີດໃຫ້ເຂົ້າຊົມທໍານຽບຂາວ ເລີ້ມແຕ່ວັນເສົາຈະມາເຖິງນີ້ ເປັນຕົ້ນໄປ
ບໍ່ມີງົບປະມານ ສຳລັບພະນັກງານ ໃນໂຄງການເປີດໃຫ້ເຂົ້າຊົມທໍານຽບຂາວ ເລີ້ມແຕ່ວັນເສົາຈະມາເຖິງນີ້ ເປັນຕົ້ນໄປ
ບັນດາ​ຜູ້​ມາ​ຢ້ຽມ​ຢານນະຄອນຫລວງວໍ​ຊິງ​ຕັນ ສາມາດຄາດ
ໝາຍເຖິງ​ຄວາມ​ຮູ້ສຶກ​ໄດ້ ​ກ່ຽວ​ກັບການ​ຕັດ​ການ​ໃຊ້​ຈ່າຍ​ຂອງ​
ລັດຖະບານລົງ ​ໃນ​ອາທິດ​ນີ້.

ທໍານຽບຂາວ ​ກຳລັງ​ຍົກ​ເລີກການ​ນໍາ​ທ່ຽວ ອັນເປັນທີ່​ນິຍົມ​ທີ່​
ສຸດ ຊຶ່ງ​ຈະ​ເລີ້ມ​ແຕ່​ວັນ​ເສົາຈະ​ມາ​ເຖິງ​ນີ້ ​ເພາະວ່າ ມີ​ການ​ຕັດ​
ພະນັກງານລົງ.

​ໂຄສົກ​ຍິງ​ຜູ້​ນຶ່ງ​ກ່າວ​ວ່າ ທໍານຽບຂາວ ມີ​ຄວາມ​ຜິດ​ຫວັງ​ຫລາຍ​ທີ່​ສຸດ ທີ່​ໄດ້​ເອົາ​ບົດບາດ​
ດັ່ງກ່າວ​ແລະເວົ້າ​ວ່າ ການ​ຍົກ​ເລີກ​ການ​ນໍາ​ທ່ຽວດັ່ງກ່າວ ຈະ​ບໍ່​ມີ​ການ​ກຳນົດ​ຄືນໃໝ່.

ເຊີນຊົມພາບຫ້ອງຕ່າງໆໃນທໍານຽບຂາວ ໃນຍາມເທດສະການຄຣິສມັສ
ຫລື White House Christmas Tour:



ການ​ຕັດ​ງົບປະມານ 85 ພັນ​ລ້ານ​ໂດ​ລາ ເລີ້ມມີ​ຜົນ​ບັງຄັບ​ໃນ​ວັນ​ທີ 1 ​ເດືອນ​ມີນາ ຫລັງ​ຈາກທໍານຽບຂາວ ​ແລະ​ລັດຖະສະພາ ​ບໍ່​ສາມາດ​ຕົກ ລົງ​ກັນ​ໄດ້ ກ່ຽວ​ກັບ​ເລື່ອງ​ງົບປະມານ.

ປະຊາຊົນ​ອາ​ເມຣິກັນສາມາດຄາດໝາຍ​ໄດ້ ​ກ່ຽວ​ກັບຜົນ​ກະທົບທີ່ຈະຄ່ອຍໆຮູ້ສຶກ
ຈາກການ​ຕັດ​ງົບປະມານໂດຍອັດຕະໂນມັດ​ ທີ່​ຮ້ອງ​ວ່າ Sequester ນັ້ນ ​ໃນ​ບໍ່​ເທົ່າ​
ໃດ​ອາທິດຂ້າງ​ໜ້ານີ້ ຖ້າ​ຫາກ​ບໍ່​ສາມາດ​ບັນລຸ​ການ​ຕົກລົງ​ກັນ​ໄດ້.

ເບິ່ງວີດິໂອກ່ຽວກັບຜົນກະທົບ ຈາກການຕັດງົບປະມານ:

XS
SM
MD
LG