ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ຫວັງ​ວ່າ​ຈະ​ໄດ້​ຊາກ​ສົບ ຂອງ​ນາຍ​ພົນ​ສະ​ໄໝ​ຈັກ​ກະ​ພັດ ນາ​ໂປ​ລີ​ອົງ​ ຄືນ​ຈາກ ຣັດ​ເຊຍ


ຊາກ​ສົບ​ທີ່​ຄາດ​ວ່າ​ເປັນ​ຂອງ​ນາຍ​ພົນ ຝ​ຣັ່ງ ຊາ​ລ​ສ ເອ​ຕຽງ ກູ​ແດັງ, ໃນ​ເມືອງ ສ​ໂມ​ເລັ​ນ​ສ໌, ປະ​ເທດ ຣັດ​ເຊຍ. 7 ກໍ​ລະ​ກົດ, 2019.
ຊາກ​ສົບ​ທີ່​ຄາດ​ວ່າ​ເປັນ​ຂອງ​ນາຍ​ພົນ ຝ​ຣັ່ງ ຊາ​ລ​ສ ເອ​ຕຽງ ກູ​ແດັງ, ໃນ​ເມືອງ ສ​ໂມ​ເລັ​ນ​ສ໌, ປະ​ເທດ ຣັດ​ເຊຍ. 7 ກໍ​ລະ​ກົດ, 2019.

ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາ​ກ​ຣົງ ຫວັງ​ວ່າການ​ສົ່ງ​ສົບ​ຂອງ​ນາຍ​ພົນ ຊາ​ລ​ສ໌ ເອ​ຕຽງ ກູ​ແດັງ ກັບ​ຄືນ​ປະ​ເທດ, ຜູ້​ທີ່​ຖືກ​ຂ້າ​ຕາຍ​ໃນ​ປະ​ເທດ ຣັດ​ເຊຍ ດົນ​ກວ່າ​ສອງ​ສັດ​ຕະ​ວັດ​ທີ່​ຜ່ານ​ມານັ້ນ, ອາດ​ມີ​ບົດ​ບາດ​ທີ່​ເປັນ​ສັນ​ຍາ​ລັກ​ໃນ​ການ​ພະ​ຍາ​ຍາມ​ທາງ​ການ​ທູດ​ຂອງ​ທ່ານ ກັບ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູຕິນ.

ທ່ານ ກູ​ແດັງ, ທີ່ແມ່ນ​ນຶ່ງ​ໃນນາຍ​ພົນ​ທີ່​ຊົມ​ຊອບ​ຂອງ​ຈັກ​ກະພັດ ນາ​ໂປ​ລີ​ອົງ ໂບ​ນາ​ປາກ​ ນັ້ນ, ໄດ້ເສຍ​ຊີ​ວິດ​ຍ້ອນໂຣກ​ເນື້ອ​ເໜົ່າ ສາມ​ວັນຫຼັງ​ຈາກ​ລູກ​ປືນ​ໃຫຍ່​ໄດ້​ທຳ​ລາຍ​ຂາ​ຂອງ​ລາວ​ໃນ​ການ​ຕໍ່​ສູ້ເມື່ອ​ປີ 1812, 20 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ ສ​ໂມ​ເລັ​ນ​ສ໌ ຂອງ ຣັດ​ເຊຍ. ມີ​ລາຍ​ງານ​ວ່າ ຈັກ​ກາ​ພັດ ນາ​ໂປ​ລີ​ອົງ ໄດ້​ນັ່ງ​ທາງ​ຂ້າງ​ທ່ານ ກູ​ແດັງ ໃນ​ເວ​ລາ​ທີ່​ທ່ານ​ເສຍ​ຊີ​ວິດ.

ຖ້າ​ທຸກ​ຢ່າງ​ເປັນ​ໄປ​ຕາມ​ແຜນ​ການ​ຂອງ​ທາງ​ການ ຝ​ຣັ່ງ ນັ້ນ, ຊາກ​ສົບ​ຂອງ​ທ່ານ ກູ​ແດັງ ຈະ​ຖືກ​ນຳ​ກັບ​ຄືນ​ໄປ​ນະ​ຄອນຫຼວງ ປາ​ຣີ ໃນ​ປີ 2020 ແລະ ຝັງ​ຄືນ​ດ້ວຍ​ການ​ສະ​ແດງ​ຄັ້ງ​ໃຫຍ່ ໃນ​ພິ​ທີ​ທີ່​ທ່ານ ມາກ​ຣົງ ຫວັງ​ວ່າ ທ່ານ ປູ​ຕິນ ຈະ​ເຂົ້າ​ຮ່ວມ.

ຫົວ​ໃຈ​ຂອງ​ທ່ານ ກູ​ແດັງ ແມ່ນ​ຢູ່​ໃນ​ນະ​ຄອນຫຼວງ​ຂອງ ຝ​ຮັ່ງ​ແລ້ວ, ເຊິ່ງ​ຖືກ​ສົ່ງ​ໄປ​ທີ່​ນັ້ນ​ດ້ວຍກອງ​ທະ​ຫານ​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ທ່ານ. ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ, ໂຄງ​ກະ​ດູກ​ທີ່​ມີ​ຂາ​ດຽວ​ໄດ້​ຖືກ​ພົບ​ເຫັນ​ໃນ​ໂລງ​ສົບ​ໄມ້​ຢູ່​ສວນ​ສາ​ທາ​ລະ​ນ​ະ​ແຫ່ງ​ນຶ່ງ​ໃນ​ເມືອງ ສ​ໂມ​ເລັນ​ສ໌. ການ​ກວດ​ສອບ DNA ໃນ​ເວ​ລາ​ຕໍ່​ມາ​ໄດ້​ກຳ​ນົດ​ອອກ​ມາ​ວ່າ​ເປັນ​ຂອງ​ທ່ານ ກູ​ແດັງ.

ຖ້າ​ວັງ ເຄ​ຣັມ​ລິນ ເຫັນ​ດີ​ກັບ​ການ​ຂໍ​ຮ້ອງ​ຂອງ ຝ​ຣັ່ງ, ທ່ານ ກູ​ແດັງ, ຜູ້​ທີ່​ມີ​ອາ​ຍຸ 44 ໃນ​ເວ​ລາ​ທີ່​ເພິ່ນ​ຖືກ​ຂ້າ​ຕາຍ​ນັ້ນ, ຖະ​ຖືກ​ຝັງ​ຄືນ​ໃນ​ຕຶກ ເລ ແອັງ​ວາ​ລິ​ເດ ບ່ອນ​ທີ່​ຂຸມ​ຝັງ​ສົບ​ຂອງ​ຈັກ​ກະ​ພັດ​ ນາ​ໂປ​ລີ​ອົງ ແລະ ວິ​ລະ​ບູ​ລຸດ​ທະ​ຫານ​ສົງ​ຄາມ​ຄົນ​ອື່ນໆ​ຕັ້ງ​ຢູ່.

ຜູ້​ຊ່ຽ​ວ​ຊານ ກ່ຽວ​ກັບ ຣັດ​ເຊຍ ທ່າ​ນ​ນາງ ເອ​ແລນ ກາ​ແຣກ ດັອງ​ໂກ​ສ (Helene Carrere d’Encausse) ໄດ້​ກ່າວ​ຕໍ່​ໜັງ​ສື​ພິມ Le Figaro ວ່າ ທ່ານ ມາກ​ຣົງ “ມີ​ຄວາມ​ຮູ້​ສຶກ ກ່ຽວ​ກັບ ສັນ​ຍາ​ລັກ​ຕ່າງໆ” ແລະ ໄດ້ເຫັນພິ​ທີ​ຝັງ​ສົບ​ຄືນ ດັ່ງ​ກັບ​ປະ​ໂຫຍດ​ທີ່​ເປັນ​ໄປ​ໄດ້ ໃນ​ການ​ໂຄ​ສະ​ນາ​ທາງ​ການ​ທູດ​ດົນ 4 ເດືອນ​ຂອງ​ທ່ານ ເພື່ອ​ໂນ້ມ​ນ້າວ​ໃຫ້ ຣັດ​ເຊຍ ເຂົ້າ​ໃນ​ກຸ່ມ​ປະ​ເທດ​ຕາ​ເວັນ​ຕົກ.

ທ່ານ​ນາງ​ໄດ້​ກ່າວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ ມາກ​ຣົງ ແມ່ນ​ກຳ​ລັງ​ທີ່​ຈະ​ເຮັດ​ໃຫ້​ສາຍ​ພົບ​ເຫັນ​ລະ​ຫວ່າງ ຝ​ຣັ່ງ ແລະ ຣັດ​ເຊຍ ກັບ​ເຂົ້າ​ມາໃນ​ທິດ​ທາງ​ທີ່​ຖືກ​ຕ້ອງ​ຄືນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG