ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ໃຊ້ຢາຫຍັງ ປົວພະຍາດໂຄວິດ -19 ຂອງເພິ່ນ?


ຊຸດກ້ອງຢາປະສົມ remdesivir ໃຊ້ຢູ່ໃນໂຮງໝໍແຫ່ງນຶ່ງຂອງເຢຍຣະມັນ, ວັນທີ 8 ເມສາ, 2020
ຊຸດກ້ອງຢາປະສົມ remdesivir ໃຊ້ຢູ່ໃນໂຮງໝໍແຫ່ງນຶ່ງຂອງເຢຍຣະມັນ, ວັນທີ 8 ເມສາ, 2020

ບັນຊີລາຍຊື່ຂອງການປິ່ນປົວທີ່ປະທານາທິບໍດີດໍໂນລ ທຣໍາໄດ້ຮັບສຳລັບການຕິດເຊື້ອໄວຣັສໂຄໂຣນາຂອງເພິ່ນ ແມ່ນມີນັບແຕ່ການໃຊ້ຢາທີ່ຢູ່ໃນຂັ້ນທົດລອງຈົນເຖິງຢາທີ່ຂາຍແບບທົ່ວໄປຕາມຮ້ານ. ນີ້ແມ່ນຂໍ້ທີ່ໜ້າສັງເກດຫລາຍທີ່ສຸດ 4 ຂໍ້.

ການປິ່ນປົວດ້ວຍສານຕ້ານທານຂອງຮ່າງກາຍ

ທຳນຽບຂາວກ່າວວ່າທ່ານ ທຣໍາ ໄດ້ຮັບສານຕ້ານທານຂອງຮ່າງກາຍໃນວັນສຸກຜ່ານມາ. ທາດໂປຼຕີນທີ່ສະກັດກັ້ນເຊື້ອໂຣກເຫຼົ່ານີ້ ແມ່ນແນໃສ່ປ້ອງກັນບໍ່ໃຫ້ໄວ ຣັສໂຄໂຣນາເຂົ້າໄປໃນຈຸລັງ ແລະເຮັດໃຫ້ເກີດການຕິດເຊື້ອ. ລະບົບພູມຕ້ານ ທານຂອງພວກເຮົາປົກກະຕິສ້າງພູມຕ້ານທານດ້ວຍຕົວມັນເອງ, ແຕ່ວ່າມັນອາດໃຊ້ເວລາຫຼາຍອາທິດ ເພື່ອໃຫ້ພວກມັນປາກົດອອກມາເພື່ອຮັບມືກັບການຕິດເຊື້ອ ໃໝ່ເຊັ່ນໄວຣັສໂຄໂຣນາ. ການສັກຢາຕ້ານເຊື້ອ ທີ່ປູກຢູ່ໃນຫ້ອງທົດລອງ ແມ່ນເຮັດໃຫ້ມັນໄວຂຶ້ນ.

ບໍລິສັດຜະລິດຢາເຣີເຈີເນີຣອນ (Regeneron) ຜະລິດສານຕ້ານທານຂອງຮ່າງ ກາຍສອງຢາງ ປະສົມກັນທີ່ທ່ານທຣໍາໄດ້ຮັບ. ການປິ່ນປົວແບບນີ້ແມ່ນຍັງຢູ່ໃນຂັ້ນທົດລອງ ແລະບໍ່ໄດ້ຮັບການອະນຸມັດຈາກອົງການອາຫານແລະຢາສະຫະລັດ ເທື່ອ. ທ່ານທຣໍາໄດ້ຮັບສານດັ່ງກ່າວຜ່ານໂຄງການ "ການນຳໃຊ້ທີ່ເຫັນອົກເຫັນ ໃຈ" ຂອງບໍລິສັດເຊິ່ງບໍລິສັດ Regeneron ກ່າວວ່າ "ມີຈຸດປະສົງໃຊ້ສຳລັບຄົນເຈັບທີ່ເປັນໂຣກຮ້າຍແຮງ ຫຼື ຢູ່ໃນສະພາບທີ່ເປັນໄພຂົ່ມຂູ່ຕໍ່ຊີວິດທີ່ບໍ່ມີທາງເລືອກອື່ນໃນການປິ່ນປົວທີ່ເໝາະສົມ ຫຼືບໍ່ມີການປິ່ນປົວແບບໃດໄວ້ໃຫ້ໃຊ້ເລີຍ."

ຜະລິດຕະພັນນີ້ແມ່ນນຶ່ງ ໃນການປິ່ນປົວສອງແບບດ້ວຍພູມຕ້ານທານທີ່ກໍາລັງຢູ່ໃນການທົດລອງໃນຂັ້ນທ້າຍໆ. ທັງສອງບໍລິສັດ Regeneron ແລະບໍລິສັດຜະລິດຢາອື່ນໆ, ແອລລີ ລີລີ (Eli Lilly), ເມື່ອບໍ່ດົນມານີ້ ໄດ້ປະກາດຜົນການທົດລອງທີ່ເຮັດໃຫ້ເປັນໜ້າດີໃຈຢູ່ໃນບົດຖະແຫຼງຂ່າວ, ແຕ່ວ່າ ຂໍ້ມູນຂອງພວກເຂົາເຈົ້າຍັງບໍ່ໄດ້ຖືກທົບທວນໂດຍພວກນັກຊ່ຽວຊານອື່ນເທື່ອ.

ດຣ. ຣາເຈດ ການດີ (Rajesh Gandhi), ແພດຊ່ຽວຊານດ້ານການຕິດເຊື້ອຢູ່ໂຮງໝໍທົ່ວໄປ ຂອງລັດແມັສຊາຈູແຊັສ (Massachusetts) ແລະໂຮງຮຽນແພດສາດຮາວາດກ່າວວ່າ "ຂ້າພະເຈົ້າຄິດວ່າ ມັນເປັນການປິ່ນປົວໃຫ້ຄວາມຫວັງທີ່ດີ. ດຣ. ການດີ (Gandhi) ໄດ້ຊ່ວຍຂຽນຄໍາແນະນໍາ ໃນການປິ່ນປົວ ພະຍາດໂຄວິດ-19 ສຳລັບສະຖາບັນສຸຂະພາບແຫ່ງຊາດ ແລະສະມາຄົມພະຍາດຕິດແປດຂອງອາເມຣິກາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG