ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ແມ່ນຫຍັງ ເຮັດໃຫ້ ອາເມຣິກາ ແຕກແຍກ?


ພວກມີສິດອອກສຽງ ກຳລັງປ່ອນບັດເລືອກຕັ້ງກ່ອນກຳນົດ ທີ່ມີການຢູ່ຫ່າງກັນ ຢູ່ຕູ້ເລືອກຕັ້ງ ພາຍໃນສູນຈັດງານ ບິສມາກຄ໌ ໃນຂະນະທີ່ ໄວຣັສໂຄໂຣນາ ທີ່ເຮັດໃຫ້ເປັນພະຍາດ (COVID-19) ສືບຕໍ່ລະບາດໃນນະຄອນບິສມາກຄ໌ ລັດດາໂກຕາເໜືອ, ວັນທີ 26 ຕູລາ 2020.
ພວກມີສິດອອກສຽງ ກຳລັງປ່ອນບັດເລືອກຕັ້ງກ່ອນກຳນົດ ທີ່ມີການຢູ່ຫ່າງກັນ ຢູ່ຕູ້ເລືອກຕັ້ງ ພາຍໃນສູນຈັດງານ ບິສມາກຄ໌ ໃນຂະນະທີ່ ໄວຣັສໂຄໂຣນາ ທີ່ເຮັດໃຫ້ເປັນພະຍາດ (COVID-19) ສືບຕໍ່ລະບາດໃນນະຄອນບິສມາກຄ໌ ລັດດາໂກຕາເໜືອ, ວັນທີ 26 ຕູລາ 2020.

ຊາວອາເມຣິກັນຫຼາຍຄົນ ແປກໃຈວ່າ ການເລືອກຕັ້ງປະທານາທິບບໍດີສະຫະ ລັດ ຈຶ່ງມີການແຂ່ງຂັນດ້ວຍຄະແນນທີ່ສູສີກັນ ຊຶ່ງສະທ້ອນໃຫ້ເຫັນຄວາມແບ່ງແຍກທີ່ຝັງເລິກຢູ່ພາຍໃນປະເທດ ເອລີຊາເບັດ ລີ ນັກຂ່າວວີໂອເອ ໄດ້ຍິນມາຈາກຊີວິດຄວາມເປັນຈິງ ທີ່ແຕກຕ່າງກັນສອງຂ້າງ ໃນອາເມຣິກາ ຊຶ່ງ ໄຊຈະ ເລີນສຸກ ມີລາຍລະອຽດຂອງລາຍງານນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະຫະລັດ ອາດຈະເປັນປະເທດດຽວ ແຕ່ໃນຂະນະທີ່ການເລືອກຕັ້ງປະທານາທິ ບໍດີສະແດງໃຫ້ເຫັນ ກໍແມ່ນວ່າ ຊາວອາເມຣິກັນ ເບິ່ງຄືວ່າ ຈະມີຊີວິດຢູ່ໃນສອງ ຄວາມເປັນຈິງທີ່ແຕກຕ່າງກັນ ໂດຍຂຶ້ນຢູ່ກັບວ່າ ພວກເຂົາເຈົ້າຈະມັກ ພັກການ ເມືອງໃດ.

ຊາຍຄົນນີ້ ບອກແຕ່ຊື່ກົກຂອງລາວ ວ່າ ແຈັຟ (Jeff) ເປັນຜູ້ສະໜັບສະໜຸນທ່ານໄບເດັນ.

ທ່ານແຈັຟ ກ່າວວ່າ “ຂ້ອຍຮູ້ສຶກເບື່ອໜ່າຍຫຼາຍ ແລະເປັນຈັ່ງຊັ້ນ ມາຕະຫຼອດ. ຂ້ອຍບໍ່ຮູ້ຈັກປະເທດນີ້ ອີກຕໍ່ໄປ. ຂ້ອຍບໍ່ຮູ້ຈັກແທ້ໆເລີຍ. ຂ້ອຍຄຶດວ່າ ດໍໂນລ ທຣຳ ເຮັດໃຫ້ມັນແຕກ.”

ສ່ວນທ່ານນາງ ເບັດຕ໌ ຈໍແດນ ສະໜັບສະໜຸນທ່ານທຣຳ.

ທ່ານນາງເບັດຕ໌ ກ່າວວ່າ “ເອີ້ ທ່ານທຣຳ ປັບປຸງເສດຖະກິດ ໃນຄວາມເຫັນຂອງຂ້ອຍ. ເງິນ 401K (ເງິນກະສຽນວຽກງານ) ຂອງຂ້ອຍແມ່ນເພີ້ມຂຶ້ນ. ອັດຕາຄ່າຈ້າງຂອງຂ້ອຍແມ່ນເພີ້ມຂຶ້ນ. ດຽວນີ້ ຂ້ອຍມີລາຍໄດ້ຫຼາຍຂຶ້ນ ແລະຮຸ້ນທັງ ຫຼາຍຂອງຂ້ອຍ ໄດ້ສູງຂຶ້ນ ແລະຂ້ອຍມີລາຍໄດ້ຫຼາຍຂຶ້ນ.”

ທັດສະນະທັງສອງເຫຼົ່ານີ້ ສະທ້ອນເຖິງຄວາມແບ່ງແຍກ ທີ່ຝັງເລິກໃນປະເທດ.

ທ່ານໄມເກີລ ອາວາເຣສ ເປັນອາຈານດ້ານລັດຖະສາດ ປະຈຳສະຖາບັນເທັກໂນໂລຈີຂອງລັດຄາລີຟໍເນຍ.

ທ່ານອາວາເຣສ ກ່າວວ່າ “ພວກເຮົາໄດ້ແຕກແຍກກັນ ໃນແນວທາງຂອງການສະໜັບສະໜຸນພັກນຶ່ງແລະອຸດົມການຢ່າງແຂງຂັນ. ພວກເຮົາໄດ້ແຕກແຍກກັນກ່່ຽວກັບບັນຫາຫລາຍຢ່າງ ດ້ານສັງຄົມແລະເສດຖະກິດ. ພວກເຮົາໄດ້ແຕກແຍກກັນໃນຄວາມຄິດເຫັນຂອງພວກເຮົາ ແລະປະຕິກິລິຍາຂອງພວກເຮົາຕໍ່ໂຣກລະບາດ.”

ການເລືອກຕັ້ງທີ່ຫາກໍຜ່ານມາ ບໍ່ໄດ້ມີ “ຄື້ນສີຟ້າ” ທີ່ພັກເດໂມແຄຣັັດ ໄດ້ຄາດຫວັງໄວ້. ການຢັ່ງຫາງສຽງໄດ້ສະແດງໃຫ້ເຫັນວ່າ ທ່ານໄບເດັນ ນຳໜ້າຢູ່ໃນສະໜາມແຂ່ງຂັນທີ່ສຳຄັນ ຄືລັດຟລໍຣີດາ ຊຶ່ງທ່ານທຣຳ ໃນທີ່ສຸດກໍໄດ້ຊະນະລັດນີ້.

ເປັນຫຍັງການຢັ່ງຫາງສຽງຄວາມຄິດເຫັນ ຈຶ່ງບໍ່ຖືກ?

ທ່ານອາວາເຣສ ກ່າວວ່າ “ມັນອາດເປັນຍ້ອນໂຣກລະບາດແທ້ ກໍເປັນໄດ້ ການຄາດເດົາທັງຫຼາຍເຫຼົ່ານີ້ ທີ່ໄດ້ຄິດຂຶ້ນ ກ່ຽວກັບວິທີກຳນົດເປົ້າໝາຍຜູ້ຄົນສຳລັບການສຳຫຼວດ ແລະຕໍ່ຈາກນັ້ນ ວິທີການຊັ່ງຊາຄືນຂໍ້ມູນສະຖິຕິ ທີ່ອາດເປັນລະ ບົບທີ່ຜິດພາດກໍເປັນໄດ້.”

ໃນຂະນະທີ່ຄະນະໂຄສະນາຫາສຽງຂອງທ່ານໄບເດັນ ໄດ້ສຸມໃສ່ໃນເລື້ອງການຮັບມືກັບໂຣກລະບາດຂອງທ່ານທຣຳ ແລະການແຂ່ງຂັນທີ່ສູສີກັນ ສະແດງໃຫ້ເຫັນວ່າ ພັກເດໂມແຄຣັດ ອາດຈະໄດ້ຕັດສິນຢ່າງຜິດພາດ ເຖິງຄວາມສຳຄັນຂອງບັນຫາອື່ນໆ ທີ່ພາໃຫ້ບັນດາຜູ້ມີສິດເລືອກຕັ້ງໄປສະໜັບສະໜຸນທ່ານທຣຳ.

ທ່ານອາວາເຣສ ກ່າວຜ່ານທາງສໄກ້ປ໌ ວ່າ “ພວກສະໜັບສະໜຸນທ່ານທຣຳ ຮູ້ ສຶກບໍ່ໄດ້ມີສ່ວນຮ່ວມ. ພວກເຂົາຮູ້ສຶກຄືວ່າ ຖ້າຫາກພວກເຂົາ ແລະຄອບຄົວຂອງພວກເຂົາໄດ້ພາດໂອກາດຕ່າງໆໄປ. ແລະຂ້າພະເຈົ້າຄຶດວ່າ ອັນນັ້ນເປັນຄວາມ ບໍ່ພໍໃຈບາງຢ່າງ ທີ່ທ່ານທຣຳ ໄດ້ຍົກເອົາເລື້ອງນີ້ຂຶ້ນມາເວົ້າ ຢ່າງສຳເລັດຜົນແທ້ໆ ແລະຂ້າພະເຈົ້າບໍ່ຄຶດວ່າ ອັນນັ້ນໄດ້ປ່ຽນແປງໄປນັບແຕ່ປີ 2016 ເປັນຕົ້ນມາ ແລະຄວາມຈິງແລ້ວ ມັນອາດຮ້າຍແຮງຂຶ້ນກວ່າເກົ່າ.”

ການແຂ່ງຂັນທີ່ໃກ້ຄຽງກັນ ຍັງຊີ້ໃຫ້ເຫັນເຖິງການປ່ຽນແປງດ້ານສະຖິຕິຈຳນວນປະຊາກອນ ແລະພູມສາດດ້ານການເມືອງໃນສະຫະລັດ.

ທ່ານອາວາເຣສ ກ່າວຜ່ານທາງສໄກ້ປ໌ ວ່າ “ຂ້າພະເຈົ້າຄຶດວ່າ ຄວາມສາມາດຄາດຄະເນການສະໜັບສະໜຸນຈາກປະຊາກອນພາກສ່ວນທີ່ແຕກຕ່າງກັນນັ້ນ ຄືກຸ່ມ ຊາວຜິວດຳເພື່ອພັກເດໂມແຄຣັດ ບໍ່ແມ່ນສິ່ງທີ່ພັກເດໂມແຄຣັດສາມາດກາງຕໍ່ໄດ້. ແລະຂ້າພະເຈົ້າຄຶດວ່າ ພວກເຂົາເຈົ້າຕ້ອງເຮັດວຽກແທ້ໆເພື່ອຈະໄດ້ຮັບຄະແນນສຽງຂອງພວກຊາວຜິວດຳ ແລະຊາວລາຕິນ ແລະພວກທີ່ປາກເວົ້າພາ ສາສະເປນ.”

ທ່ານນາງເທຣຊີ ຮິນສັນ ຈາກລັດບ້ານເກີດ ເດລາແວ ຂອງທ່ານໄບເດັນ ໄດ້ປ່ອນບັດໃຫ້ແກ່ທ່ານທຣຳ.

ທ່ານນາງເທຣຊີ ຮິນສັນ ຜູ້ສະໜັບສະໜຸນ ທ່ານທຣຳ ກ່າວວ່າ “ຂ້ອຍບໍ່ໄດ້ເຫັນຄວາມກະຕືລືລົ້ນຫຼາຍ ສຳລັບທ່ານໂຈ ໄບເດັນ ຂ້ອຍໝາຍຄວາມວ່າ ຂ້ອຍບໍ່ເຫັນເລີຍ.”

ຜູ້ສະໜັບສະໜຸນທ່ານໄບເດັນ ນາງເບັດຕ໌ ຈອບສັນ ກ່າວວ່າ ນາງຢາກປ່ຽນ ແປງ ໄປຈາກຄວາມແບ່ງແຍກ ຂອງສີ່ປີທີ່ຜ່ານມາ.

ທ່ານນາງຈອບສັນ ກ່າວວ່າ “ຂ້ອຍວິງວອນໃຫ້ປົວແປງປະເທດຂອງພວກເຮົາ ທີ່ພວກເຮົາສາມາດເຂົ້າມາຮ່ວມກັນ ແລະນັ່ງລົງແລ້ວມີການສົນທະນາກັນ ບ່ອນທີ່ທຸກຝ່າຍແມ່ນໄດ້ຖືກຮັບຟັງ.”

ປະທານາທິບໍດີຄົນຕໍ່ໄປ ຈະປະເຊີນກັບໂຣກລະບາດທີ່ຍັງຈະມີຢູ່ຕໍ່ໄປ ແລະຜົນກະທົບຕໍ່ເສດຖະກິດຂອງປະເທດ ໃນຂະນະດຽວກັນ ກໍພະຍາຍາມ ທີ່ຈະນຳພາປະເທດທີ່ຍັງມີການແບ່ງແຍກກັນຢູ່ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Many Americans are surprised that the U.S. presidential election has been so closely fought, reflecting the deep divide within the country. VOA’s Elizabeth Lee hears from two different realities in America.

The U.S. may be one country, but as the presidential election shows, Americans seem to be living in two different realities – depending on their political preferences.

This man, who only gives his first name as Jeff, is a Biden supporter.

(Jeff, Biden Supporter)
“I’m sick to my stomach and have been. I don’t recognize this country anymore. I really don’t. I think Donald Trump broke it.”

Beth Jordan supports Trump.

(Beth Jordan, Trump Supporter)
“Well, he [Trump] improved the economy, in my opinion. My 401K is up. My rates are up. I make more money now and my stocks have increased, and I'm earning more money.”

These two views reflect a deep divide in the country.

(Michael Alvarez, California Institute of Technology Political Scientist)
“We're divided on partisan and ideological lines. We’re divided on many issues, social and economic. We’re divided in our opinions and our reactions to the pandemic.”

Election night was not the “blue wave” Democrats had hoped. Polls had shown Biden in the lead in the key battleground state of Florida, which Trump ultimately won.

Why are the opinion polls off?

(Michael Alvarez, California Institute of Technology Political Scientist)
“It could very well be that in the pandemic, a lot of these assumptions that are being made about how to target subjects for a survey, and then how to reweight the data statistically may well have been systematically wrong.”

While the Biden campaign focused on Trump’s handling of the pandemic, the close race shows Democrats may have misjudged the importance of the other issues that led voters to support Trump.

(Michael Alvarez, California Institute of Technology Political Scientist)
“They [Trump supporters] feel left out. They feel as if they and their families have missed out on opportunities. And I think that's the sort of discontent that Trump has really successfully seized upon, and I don't think that that's changed since 2016, and in fact, it may have gotten worse.”

The tight race also points to the changing demographics and political geography in the U.S.

(Michael Alvarez, California Institute of Technology Political Scientist)
“I think that the predictable support from different segments, like Blacks for the Democratic Party, is not something that the Democrats can count on. And I think that they need to really work to earn the votes of Blacks and Latinos and Hispanics.”

Tracy Hinson, from Biden’s home state of Delaware, voted for Trump.

(Tracy Hinson, Trump Supporter)
“I didn't see a lot of enthusiasm for Joe Biden, I mean I just didn't.”

Biden supporter Beth Jobson says she wants change, away from the divisiveness of the last four years.

(Beth Jobson, Biden Supporter)
“I'm praying for healing with our country, that we can come together, and sit down and have a conversation where all sides are heard.”

The next president will have to face the ongoing pandemic and its economic fallout, while trying to lead a divided country.

XS
SM
MD
LG