ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ຫາ​ທ້າ​ທ້າຍ ​ຕໍ່ຜູ້ປະກອບການ ທຸລະກິດ​ຂະ​ໜາດ​ນ້ອຍ ແລະ ​ກາງ (SMEs) ​ຢູ່ລາວ


ກົມ​ສົ່ງ​ເສີມ​ວິ​ສະ​ຫະ​ກິດ ຂະ​ໜາດ​ນ້ອຍ ແລະ​ຂະ​ໜາດ​ກາງ ໃນ ສ​ປ​ປ ລາວ.
ກົມ​ສົ່ງ​ເສີມ​ວິ​ສະ​ຫະ​ກິດ ຂະ​ໜາດ​ນ້ອຍ ແລະ​ຂະ​ໜາດ​ກາງ ໃນ ສ​ປ​ປ ລາວ.

ບັນ​ຫາ​ທ້າ​ທ້າຍ​ຕໍ່ຜູ້ປະກອບການທຸລະກິດ​ຂະ​ໜາດ​ນ້ອຍ ແລະ​ກາງ (SMEs) ​ຢູ່ລາວ
ໃນ​ການ​ເຂົ້າ​ເຖິງແຫຼ່ງທຶນສົ່ງ​ເສີມ SME ຈາກລັດຖະບານລາວ ແລະ ອົງການສາກົນ
ຄື​ຫຍັງ?

ໃນ​ຂະ​ນະ​ທີ່ຄວາມ​ສາ​ມາດໃນການ​ແຂ່ງ​ຂັນ​ທາງທຸ​ລະ​ກິດ​ຂອງ​ລາວໄດ້​ຕົກ​ຕ່ຳ​ລົງຢ່າງ​
ຕໍ່​ເນື່ອງ​ໃນ​ຫລາຍປີ​ມານີ້ ກໍ​ຄືຈາກອັນ​ດັບ 83 ໃນ​ປີ 2015-2016 ລົງ​ມາ​ຢູ່​ອັນ​ດັບ
113 ໃນ​ປີ 2019 ໃນຈໍ​ນວນ​ທັງ​ໝົດ 141 ປະ​ເທດທົ່ວ​ໂລກ. ສາ​ເຫດ​ທີ່​ສຳ​ຄັນ​ອັນ​ນຶ່ງ
ກໍຄື​ການ​ເຂົ້າເຖິງ​ແຫລ່ງ​ທຶນຂອງ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ​ກາງ​ໃນລາວຍັງເປັນ​
ບັນ​ຫາທ້າ​ທາຍ​ຢ່າງຫລວງຫລາຍຢູ່ ເຖິງ​ແມ່ນ​ວ່າ ລັດ​ຖະ​ບານ​ລາວ ແລະ​ສາ​ກົນ​ໄດ້​ມີ​
ທຶນ​ໃນ​ຈຳ​ນວນ​ຫລາຍ​ສົມ​ຄວນ​ເພື່ອ​ສົ່ງ​ເສີມ​ທຸ​ລະ​ກິດ​ກຸ່ມ​ດັ່ງ​ກ່າວນີ້​ຢູ່​ກໍ​ຕາມ. ດ້ວຍ​ເຫດ
​ໃດ​ຈຶ່ງ​ເປັນ​ເຊັ່ນ​ນັ້ນ, ກິ່ງ​ສະ​ຫວັນ ນັກ​ຂ່າວ​ຂອງ​ພວກ​ເຮົາມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງ
ນີ້ໂດຍ​ອີງ​ໃສ່​ຂໍ້​ຄິດ​ເຫັນ​ຈາກ​ຜູ້​ປະ​ກອບ​ການ ແລະເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ມາ​ສະ​ເໜີ​ທ່ານ
​ໃນ​ອັນ​ດັບ​ຕໍ່​ໄປ.


​ວິ​ສ​ະ​ຫະ​ກິດ​ຂະໜາດ​ນ້ອຍ ແລະ​ຂະ​ໜາດ​ກາງ (SMEs) ມີ​ຄວາມ​ສຳ​ຄັນຕໍ່​ເສດ​ຖະ
​ກິດ ແລະ​ການ​ສ້າງວຽກ​ເຮັດ​ງານ​ທຳ​ໃນ​ລາວ​ຫລາຍ ດັ່ງ​ທີ່ທ່ານ​ບຸນ​ປ​ອນ ບຸດ​ຕະ​ນະ​ວົງ,
ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ຖະ​ແຫຼງ​ຢືນ​ຢັນ​ຕໍ່​ກອງປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ
6 ຂອງ​ສະ​ພາ​ແຫ່ງ​ຊາດ​ລາວໃນຕົ້ນ​ປີນີ້​ວ່າ ​ປັດ​ຈຸ​ບັນ ​ວິ​ສ​ະ​ຫະ​ກິດ​ຂະໜາດ​ນ້ອຍ
ແລະ​ຂະ​ໜາດ​ກາງ (SMEs) ທີ່ກວາມ​ເອົາ 97 ເປີ​ເຊັນຂອງຈຳ​ນວນວິ​ສະ​ຫະ​ກິດ​ທັງ
​ໝົດ​ໃນລາວນັ້ນ ກວາມ​ເອົາ16 ເປີ​ເຊັນ ຂອງ ຍອດ​ຜະ​ລິດ​ພັນ​ລວມພາຍ​ໃນ​ (GDP)
ຂອງ​ປະ​ເທດ ແລະໄດ້​ສະ​ໜອງວຽກ​ງານໃຫ້​ແກ່​ປະ​ຊາ​ຊົນ​ໄດ້​ເຖິງ 63 ເປີ​ເຊັນ ຂອງ​
ການ​ຈ້າງ​ງານ​ທັ​ງ​ໝົດໃນ​ລ​າ​ວ. ໃນຫຼາຍປີຜ່ານມາລັດ​ຖະ​ບານ​ລາວ ແລະສະ​ຖາ​ບັນ
ການ​ເງິນ​ສາ​ກົນເພື່ອ​ການພັດ​ທະນາ​ສາ​ກົນ ເຊັ່ນທະນະຄານໂລກ ແລະ ທະນາຄານ
ພັດ​ທະ​ນາ​ເອ​ເຊຍ ຫລື ADB ກໍ​ໄດ້ສະໜອງທຶນເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ
ແລະກາງ ຫລື SMEs ໃນ​ຈຳ​ນວນບໍ່​ໜ້ອຍ.

ດັ່ງ​ທີ່ວີ​ໂອ​ເອ​ໄດ້​ລາຍ​ງານໄປ​ໃນ​ເດືອນ​ມັງ​ກອນປີນີ້​ວ່າ ໃນ​ຊ່ວງ​ 5 ປີຜ່ານມາ ກໍ​ຄື
2014-2019 ນີ້ ທະ​ນາ​ຄານ​ໂລກ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ລາວຄິດ​ເປັນ​ມູນ​ຄ່າ​ລວມ 20
ລ້ານໂດ​ລາເພື່ອຊ່ວຍ​ພັດ​ທະ​ນາ SME ຊຶ່ງໃນນັ້ນ 10 ລ້ານ​ໂດ​ລາ​ ແມ່ນ​ເພື່ອ​ຊ່ວ​ຍ
ເຫຼືອ​ດ້ານ​ເທັກ​ນິກ ສ່ວນອີກ 10 ລ້າ​ນ​ໂດ​ລາທີ່​ເຫລືອ​ແມ່ນເພື່ອ​ໃຫ້ SME ກູ້​ຢືມ.​ ​ແຕ່​
ກໍ​ປາ​ກົດ​ວ່າ ມາ​ຮອດປັດ​ຈຸ​ບັນນີ້ມີ​ການ​ປ່ອຍ​ກູ້ໃຫ້ SME ຄິດເປັນ​ມູນ​ຄ່າ​ລວມໄດ້ບໍ່​
ຮອດເຄິ່ງ​ນຶ່ງ​ຂອງ ເງິນ 10 ລ້ານ​ໂດ​ລາ ທີ່​ຈັດ​ໄວ້​ໃຫ້ກູ້​ຢືມ​ນັ້ນ. ທັງ​ນີ້​ກໍ​ເນື່ອງ​ມາຈາກ​
ການ​ຈັດ​ຕັ້ງ​ປະ​ຕິ​ບັດທີ່​ຊັກ​ຊ້າ​ໃນ​ພາກສ່ວນ​ຕ່າງໆ ໂດຍ​ສະ​ເພາ​ເມ່ນ​ພາກ​ລັດເອງ,
ອີງ​ຕາມ​ຄຳ​ເຫັນຂອງເຈົ້າ​ໜ້າ​ທີ່​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ລາວທ່ານ​ນຶ່ງ.

ບັນ​ດາ​ພະ​ນັກ​ງານ​ເຝິກ​ງານ
ບັນ​ດາ​ພະ​ນັກ​ງານ​ເຝິກ​ງານ

ເຊັ່ນ​ດຽວ​ກັນຕາມ​ການບອກ​ເລົ່າ​ຂອງ​ຜູ້​ປະ​ກອບ​ການ​ບາງ​ຄົນ​ເຫັນວ່າ ການສົ່ງເສີມ
ແລະການໃຫ້ທຶນຂອງພາກສ່ວນເຫລົ່າ​ນີ້ ແມ່ນຍັງບໍ່ໄດ້ເຂົ້າເຖິງຜູ້​ປະ​ກອບ​ການໂດຍ
ກົງດັ່ງການ​ໃຫ້​ສຳ​ພາດຂອງ​ທ້າວ​ນ້ອຍເຈົ້າ​ຂອງທຸລະກິດ ຮ້ານຖ່າຍຮູບ ແລະອັດເອ
ກະສານຂະໜາດນ້ອຍແຫ່ງ​ນຶ່ງ ໃນເຂດນະຄອນຫຼວງວຽງຈັນ ທີ່ໄດ້​ດຳ​ເນີນ​ທຸ​ລະ​ກິດ​
ມາ​ໄດ້ 5 ປີ​ແລ້ວ ຕໍ່​ວີ​ໂອ​ເອວ່າ:

“ຕາມຄວາມເປັນຈິງ ສ່ວນຕົວເຫັນວ່າໂຄງການນີ້ເປັນພຽງການແນະນໍາ ໃຫ້ສາ ມາດເຂົ້າໃກ້ເຖິງແຫຼ່ງທຶນຊື່ໆ ເພາະມັນມີຫຼາຍຂັ້ນຕອນ ແບບດຽວກັບຂໍກູ້ຢືມເງິນ
ຈາກທະນະຄານ ສຸດທ້າຍກໍແມ່ນທະນະຄານຄືເກົ່າເປັນຜູ້ໄດ້ສິດ ໃນການຄວບ
ຄຸມເງິນທຶນ ເພາະຕ້ອງໄດ້ມີຫຼັກຊັບຄໍ້າປະກັນຄືເກົ່າ, ເບິ່ງແລ້ວກໍຄືວ່າເປັນການ

ສົ່ງເສີມຝ່າຍສິນເຊື່ອທະນະຄານໃຫ້ມີຊ່ອງຫວ່າງໃນການດໍາເນີນການທີ່ບໍ່ຖືກ
ຕ້ອງ, ດີທີ່ສຸດຄວນໃຫ້ລັດຄວບຄຸມ ເກັບຂໍ້ມູນ ແລະອາດຈະໃຫ້ ສິດທິ ພິເສດ ສົ່ງເສີມໃນການກູ້ຢືມເງິນລະຫວ່າງ 30 ຫາ 40 ລ້ານກີບລົງມາ ໄດ້ສະດວກ
ດຍບໍ່ມີຫຼັກຊັບຄໍ້າປະກັນ.”

ຕໍ່​ສະ​ພາບ​ການ​ດັ່ງ​ກ່າວ​, ຕາມ​ຄຳ​ຄິດ​ເຫັນຂອງເຈົ້າໜ້າທີ່ຂັ້ນສູງຢູ່​ໃນກົມສົ່ງ ເສີມ
ທຸລະກິດຂະໜາດນ້ອຍ ແລະກາງ ຫລື SME ໃນກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​
ຄ້າ​ຂອງລາວແລ້ວ ການສະ​ໜອງ​ທຶນ​ດັ່ງກ່າວໃນ​ຕົວຈິງແລ້ວ ແມ່ນຍັງມີຫຼາຍຢ່າງ
ສະຫຼັບສັບຊ້ອນຊຶ່ງ​ເຮັດ​ໃຫ້ຜູ້ປະກອບການເສຍປຽບຍ້ອນການ ກົງອັດຕາດອກ
ເບ້ຍທະນະຄານສູງກວ່າທີ່ທະນະຄານໄດ້ກໍານົດໄວ້ ຊຶ່ງ​ທ່ານບອກວ່າ:
“ມີ ADB ມີ World Bank ເປັນທະນະຄານຕົວຫຼັກທີ່ໃຫ້ທຶນກູ້ຢືມ ໂດຍໃຫ້ ຂີ້
ດອກໃນອັດຕາຕໍ່າແຕ່ 6 ຫາ 9 ເປີເຊັນ ແຕ່ໃຫ້ລະວັງໂຕນີ້ ເພາະປະສົບການທີ່

ເຄີຍໄດ້ເຮັດວຽກກັບທະນະຄານບາງທະນະຄານ ເງິນຈໍານວນນີ້ຈະ ໃຫ້ທາງ
ກະຊວງ ບາງກະຊວງການເງິນ ແລ້ວການເງິນຈະໃຫ້ພາກສ່ວນ SME ແລະ
SME ຈະໃຫ້ບາງທະນະຄານທຸລະກິດທີ່ມີເງື່ອນໃຂຫັ້ນເປັນຜູ້ປ່ອຍ ມັນກໍຜ່ານ
ຫຼາຍຂັ້ນຕອນ ແຕ່ລະຂັ້ນຕອນມັນກໍ່ ບວກ ບວກ ບວກ ມັນກໍ່ມີ ຄວາມສ່ຽງ, ເພາະເງິນຈໍານວນນີ້ມັນກໍ່ກູ້ຢືມມາ ຕ້ອງໄດ້ໄປແທນເຂົາຄືນ ສະນັ້ນຜູ້ທີ່ມີສິດ

ປ່ອຍເງິນໄດ້ຕ້ອງແມ່ນທະນະຄານເທົ້ານັ້ນ ສະນັ້ນເຮົາ ຕ້ອງ ໄປຫາທະນະຄານ,
ລະວັງ ຈຸດນີ້ ເພາະມັນເປັນຊ່ອງຫວ່າງຢູ່ໃນຫັ້ນ ອັນນີ້ເວົ້າ ແບບອ້າຍນ້ອງຮັກ
ແພງນັບຖື ເພາະຂ້ອຍເຄີຍເຮັດວຽກທັງພາກລັດແນ່ ທາງ ພາກທຸລະກິດແນ່ ທັງພາກທະນະຄານ ທັງພວກເຈົ້າແນ່ ມັນມີຢູ່ບ່ອນນີ້ ຂັ້ນຕອນປະສານງານ ມາເວົ້າຢູ່ນີ້ຕົວປະສານງານທະນະຄານ ຕົວຢ່າງຄືເຈົ້າ ມາເວົ້າກັບຂ້ອຍ
ພວກ
ເຮົາຕົກລົງກັນອືນໍ ກະໄດ້ ຖືວ່າສິ້ນສຸດ ແຕ່ຫຼັງຈາກ ນັ້ນ ສອງສາມເດືອນຜ່ານໄປ
ທະນະຄານໂທມາທວງເອົາຄ່ານາຍໜ້າ ອື້ງກັບໝ້ອງ ເຈົ້າເວົ້າຫຍັງ ເຈົ້າເວົ້າບໍ່ມີ
ສັດຈະ ພວກຂ້ອຍບໍ່ຮູເລື້ອງນຳ , ມັນມີບັນຫາ ນາຍໜ້າສິນເຊື່ອຂອງທະນະຄານ ອັນນີ້ຄືເວົ້າໃຫ້ມີສະຕິລະວັງຕົວ ບໍ່ໄດ້ ໂຈມຕີຜູ້ໃດ ເວົ້າໃຫ້ມີສະຕິນໍາກັນຄັນຖື
ກຜູ້ບໍ່ດີ ມັນກໍ່ບໍ່ດີນຳ”

ສ່ວນ​ທ່ານ​ນາງ ຄຳ​ຈັນ ພົມ​ແສງ​ສະ​ຫວັນ ຮອງ​ປະ​ທານ​ສູນ​ກາງ​ແນວລາວ ສ້າງ​ຊາດຖະແຫຼງຢືນຢັນວ່າ ສະພາບໂດຍລວມຂອງພາກທຸລະກິດເອກະຊົນລາວ
ໃນປີ 2018 ຜ່ານມາຖືເປັນສະພາບການທີ່ບໍ່ດີຕໍ່ເສດຖະກິດຂອງ ລາວ ເພາະວ່າ
ມີຫົວໜ່ວຍທຸລະກິດເອກະຊົນຈຳນວນບໍ່ນ້ອຍທີ່ຕ້ອງປະສົບບັນຫາຂາດທຶນ ໂດຍສະເພາະແມ່ນຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ທີ່ກູ້ຢືມເງິນຈາກທະນາຄານນັ້ນ ຖືເປັນພາກສ່ວນທີ່ ໄດ້ຮັບຜົນກະທົບ ຫຼາຍທີ່ສຸດ
ຍ້ອນຄວາມບໍ່ໂປ່ງໃສໃນການປະຕິບັດໜ້າທີ່ຂອງພະນັກງານລັດເປັນສຳຄັນ.

ບັນ​ຫາ​ຕ່າງໆ​ເລົ່າ​ນີ້ ໄດ້​ເຮັດ​ໃຫ້ເຈົ້າ​ຂອງ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ​ກາງ​ຫລາຍ​ຄົນ
​ບໍ່​ມີຄວາມໝັ້ນໃຈທີ່​ຈະ​ໄດ້​ຮັບທຶນຊ່ວຍເຫຼືອສະໜັບສະໜຸນ SME ທັງຈາກທະນະ
ຄານໂລກ ແລະ ADB ທີ່​ແນ​ໃສ່ຍົກ​ສູງ​ຄວາມ​ສາ​ມາດ​ແຂ່ງ​ຂັນຂອງ SME ໃນ​ຕະ
​ຫລາດ​ພາຍ​ໃນ ແລະ​ສາ​ກົນ​ໄດ້ ຊຶ່ງເປັນ​ປັດ​ໃຈ​ທີ່​ສຳ​ຄັນ​ຫລາຍໃນ​ການ​ພັດ​ທະ​ນາ
​ປະ​ເທດ ໂດຍ​ສະ​ເພາະ​ຢູ່​ໃນ​ສະ​ພາບທີ່​ຄວາມ​ສາ​ມາດ ໃນການ​ແຂ່ງ​ຂັນ​ທາງທຸ​ລະ
​ກິດ​ຂອງ​ລາວໄດ້​ຕົກ​ຕ່ຳ​ລົງຢ່າງ​ຕໍ່​ເນື່ອງໃນ​ໄລ​ຍະ 4 ປີ​ມານີ້ ​ຊຶ່ງກໍ​ຄື​ໃນ​ປີ 2015-
2016 ຊຶ່ງ​ລາວຢູ່​ໃນອັນ​ດັບທີ​ 83 ​ແລ້ວ​ກໍ​ຕົກ​ລົງ​ມາ​ຢູ່​ອັນ​ດັບ 93 ໃນ​ປີ 2016-2017
ແລະ​ລົງ​ມາອີກ​ຢູ່​ອັນ​ດັບ 112 ໃນ​ປີ 2018 ຂອງ​ໂລກ. ສ່ວນ​ໃນ​ປີ 2019 ນີ້​ກໍ​ຍັງ​ຕົກ​
ລົງ​ມາ​ຢູ່​ອັນ​ດັບ 113 ຊຶ່ງ​ຕ່ຳ​ກວ່າ​ປະ​ເທດ​ເພື່ອ​ບ້ານ​ຂອງ​ລາວ ເຊັ່ນ​ກຳ​ປູ​ເຈຍ (ອັນ​ດັບ
|106), ​ຫວຽດ​ນາມ (69) ແລະ​ໄທ (ອັນ​ດັບ 40) ຈາກ​ການ​ຈັດ​ອັນ​ດັບ​ທັງ​ໝົດ 141
ປະ​ເທດທົ່ວ​ໂລກນັ້ນ.

ສະຫລຸບແລ້ວ ຜູ້ປະກອບການທຸລະກິດໃນລາວຍັງຂາດຄວາມໝັ້ນໃຈຕໍ່ກັບ ການເຂົ້າ
ຫາແຫຼ່ງທຶນສົ່ງ​ເສີມ SME ຈາກຜູ້ສະໜັບສະໜູນຫຼັກເຖິ​ງ​ແມ່ນວ່າ ລັດຖະບານລາວ
ແລະສະ​ຖາ​ບັນ​ການ​ເງິນເພື່ອ​ການ​ພັດ​ທະ​ນາສາກົນໃຫ້ ການ ສະໜັບ ສະໜູນແກ່
​ລາວ​ເພື່ອ​ສົ່ງ​ເສີມທຸລະກິດ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ​ກາງ ຫລື SMEs ຢູ່​ກໍ​ຕາມ.
ທັງນີ້ ກໍແມ່ນ ເປັນຍ້ອນການ​ຈັດ​ຕັ້ງ​ປະ​ຕິ​ບັດທີ່​ຊັກ​ຊ້າ​ໃນ​ພາກ​ສ່ວນ​ຕ່າງໆ ຊຶ່ງ​ລວມ​ມີ​
ພາກລັດ, ຝ່າຍປະສານງານສິນເຊື່ອຂອງທະນາ ຄານບາງທະນະຄານ ທີ່ຍັງບໍ່ສາມາດ
ປະຕິບັດພາລະໜ້າທີ່ຂອງຕົນທີ່ໄດ້ ມອບ ໝາຍຢ່າງຈິງຈັງຈາກອົງການ ຫຼື ທະນະ
ຄານທີ່ກ່ຽວຂ້ອງ. ສະ​ພາບ​ການ​ດັ່ງ​ກ່າວສົ່ງ​ຜົນ​ຕໍ່​ເນື່ອງ​ເຮັດໃຫ້ຄວາມ​ສາ​ມາດໃນການ​
ແຂ່ງ​ຂັນ​ທາງທຸ​ລະ​ກິດ​ຂອງ​ລາວໄດ້​ຕົກ​ຕ່ຳ​ລົງຢ່າງ​ຕໍ່​ເນື່ອງ​ໃນ​ໄລ​ຍະ 4 ປີ​ມານີ້. ສະ​ນັ້ນ,
ຫລາຍ​ພ​ກາ​ສ່ວນ ທີ່​ກ່ຽວ​ຂ້ອງ​ຍັງ​ຕ້ອງ​ໄດ້​ປັບ​ປຸງ​ການ​ປະ​ຕິ​ບັດ​ງານ ອຳ​ນວຍ​ຄວາມ​ສະ
​ດວກ​ໃນ​ການເຮັດ​ໃຫ້​ບັນ​ດາ​ທຸ​ລະ​ກິດ​ເຫລົ່າ​ນີ້ ເຂົ້າ​ເຖິງ​ແຫລ່ງ​ທຶນດັ່ງ​ກ່າວ​ໄດ້ຫລາຍ​ຂຶ້ນ.

XS
SM
MD
LG