ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການອາຫານໂລກ ກ່າວວ່າ ປັດຈຸບັນນີ້ ເຂົາເຈົ້າສາມາດເຂົ້າໄປຮອດຂົງເຂດ ທີ່ບໍ່ສາມາດເຂົ້າໄປເຖິງໄດ້ໃນເມື່ອກ່ອນ ແລ້ວ


ແມ່ຍິງຄົນນຶ່ງ ກໍາລັງຢືນໄຫ້ດ້ວຍຄວາມໂສກເສົ້າ ໃນຂະນະທີ່ນາງພະຍາຍາມຊອກຄົ້ນຫາຮ່າງຂອງລູກຊາຍນາງ ທີ່ປົນຢູ່ໃນກອງຊາກຫັກເພຂອງອາຄານທີ່ຢູ່ອາໄສປະຊາຊົນ ອັນໄດ້ຖືກທໍາລາຍ ເນື່ອງຈາກການບຸກລຸກເຂົ້າໄປ​ໃນໂຕເມືອງໂບໂຣດຽນກາ ໂດຍພວກຣັດເຊຍ, ຂົງເຂດນະຄອນຫຼວງກີຢິບ, ປະເທດຢູເຄຣນ, ເມື່ອວັນທີ 9 ເມສາ 2022.
ແມ່ຍິງຄົນນຶ່ງ ກໍາລັງຢືນໄຫ້ດ້ວຍຄວາມໂສກເສົ້າ ໃນຂະນະທີ່ນາງພະຍາຍາມຊອກຄົ້ນຫາຮ່າງຂອງລູກຊາຍນາງ ທີ່ປົນຢູ່ໃນກອງຊາກຫັກເພຂອງອາຄານທີ່ຢູ່ອາໄສປະຊາຊົນ ອັນໄດ້ຖືກທໍາລາຍ ເນື່ອງຈາກການບຸກລຸກເຂົ້າໄປ​ໃນໂຕເມືອງໂບໂຣດຽນກາ ໂດຍພວກຣັດເຊຍ, ຂົງເຂດນະຄອນຫຼວງກີຢິບ, ປະເທດຢູເຄຣນ, ເມື່ອວັນທີ 9 ເມສາ 2022.

ໂຄງການອາຫານໂລກ ຫຼື WFP ກ່າວວ່າ ພວກເຂົາເຈົ້າ ກໍາລັງເພີ້ມການຈັດສົ່ງການຊ່ວຍເຫຼືອທາງດ້ານອາຫານ ເຂົ້າໄປໃນຂົງເຂດທີ່ມີຄວາມຂັດແຍ້ງຂອງຢູເຄຣນ ທີ່ບໍ່ສາມາດເຂົ້າໄປເຖິງໄດ້ໃນເທື່ອກ່ອນນັ້ນ, ແຕ່ວ່າ ຍັງມີອີກຫຼາຍໆພື້ນທີ່ ທີ່ຍັງບໍ່ສາມາດ ໄປເຖິງໄດ້. ລິຊາ ສໄລນ໌ (Lisa Schlein) ມີລາຍງານໃຫ້ VOA ຈາກນະຄອນເຈນີວາ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຄວາມຂັດແຍ້ງ ຢູ່ໃນຢູເຄຣນ ກ້​າວເຂົ້າສູ່ອາທິດທີ 7 ແລ້ວ, ອົງການສະຫະປະຊາຊາດໄດ້ລາຍງານວ່າ ມີພົນລະເຮືອນເກືອບ 5,000 ຄົນທີ່ໄດ້ຮັບບາດ ເຈັບລົ້ມຕາຍ ຈາກສົງຄາມດັ່ງ​ກ່າວ, ເຊິ່ງລວມເຖິງຈໍານວນຜູ້ທີ່ໄດ້ຖືກສັງຫານເກືອບ 2,000 ຄົນ ອັນເປັນໂຕເລກ ທີ່ອົງການສະຫະປະຊາຊາດພິຈາລະນາວ່າ ເປັນຈໍານວນທີ່ຄາດ​ການ​ໄວ້​ແບບ​ຕ່ຳໆ.

ໃນຂະນະດຽວກັນ, ອົງການອາຫານໂລກ ກໍໄດ້ປະເມີນວ່າ ເກືອບເຄິງນຶ່ງຂອງ ຈໍານວນປະຊາກອນ 44 ລ້ານຄົນໃນປະເທດ ມີຄວາມກັງວົນກ່ຽວກັບການຊອກຫາອາຫານໃຫ້ພຽງພໍເພື່ອມາໄວ້ກິນ. ພວກເຂົາເຈົ້າກ່າວວ່າ ໃນຈໍານວນນີ້ ໂດຍມີປະມານ 6 ລ້ານຄົນ ທີ່ຕ້ອງການຄວາມຊ່ວຍເຫຼືອທາງ​ດ້ານ​ອາ​ຫານ​ແລະ​ເງິນ​ສົດ.

ໂດຍກ່າວທີ່ເມືອງລິວິບ, ຜູ້ປະສານງານສຸກເສີນ ຂອງອົງການອາຫານໂລກ ທ່ານ​ເຈກັບ ເຄີຣ໌ນ (Jacob Kern) ເວົ້າວ່າ ໜ່ວຍງານຂອງທ່ານໄດ້ລະດົມການຊ່ວຍເຫຼືອທາງດ້ານອາຫານຫຼາຍກວ່າ 60,000 ໂຕນ, ເຊິ່ງພຽງພໍສໍາລັບປະຊາຊົນ 2 ລ້ານຄົນ ໃນໄລຍະເວລາສອງເດືອນ.

ທ່ານກ່າວວ່າ ການຊ່ວຍເຫຼືອບາງຢ່າງ ແມ່ນໄດ້ແຈກຢາຍ ໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມສ່ຽງຢູ່ໃນຫຼາຍຂົງເຂດທີ່ຍາກຈະເຂົ້າເຖິງໄດ້ໃນກ່ອນໜ້ານັ້ນແລ້ວ, ເຊັ່ນວ່າ ເມືອງບູຊາ, ອິບປິນ, ໂຮສໂຕເມລ ແລະ ເມືອງໂບໂຣດຽນກາ, ບ່ອນທີ່ພົນລະເຮືອນ ໄດ້ຮັບຜົນກະທົບຈາກການໂຈມຕີທີ່ເປັນຕາຢ້ານໃນເວລາຫຼາຍອາທິດ ໂດຍການບຸກໂຈມ​ຕີຂອງກອງທະຫານ ຣັດເຊຍ.

ທ່ານ ເຄີຣ໌ນ ກ່າວວ່າ:

“ອົງການອາຫານໂລກ ສາມາດເຂົ້າເຖິງປະຊາຊົນຢູ່ໃນຢູເຄຣນ ໄດ້ 1.7 ລ້ານຄົນ ໂດຍຜ່ານການຊ່ວຍເຫຼືອທາງດ້ານອາຫານ ໃຫ້ແກ່ບັນດາຄອບຄົວທີ່ຢູ່ໃນບໍລິເວນທີ່ຖືກປິດລ້ອມ ແລະຂົງເຂດທີ່ໄດ້ຮັບຜົນກະທົບຈາກຄວາມຂັດແຍ້ງ. ປະຊາ ຊົນສ່ວນໃຫຍ່ 1.4 ລ້ານຄົນ ຂອງຈໍານວນທັງໝົດ 1.7 ລ້ານຄົນນັ້ນ ແມ່ນຄອບຄົວທີ່ຕິດຄ້າງຢູ່ໃນບໍລິເວນທີ່ຖືກປິດລ້ອມ ແລະຂົງເຂດບາງສ່ວນ ທີ່ຖືກປິດລ້ອມຂອງປະເທດ. ແຕ່ວ່າ ປະຊາຊົນຈໍານວນຫຼາຍທີ່ມີຄວາມສ່ຽງທີ່ສຸດ ແມ່ນຍັງຄົງຍາກສໍາລັບພວກເຮົາທີ່ຈະເຂົ້າເຖິງໄດ້ ໂດຍຢູ່ອີກຟາກນຶ່ງຂອງເສັ້ນແຫ່ງຄວາມຂັດແຍ້ງນັ້ນ.”

ຕົວຢ່າງທີ່ເຫັນໄດ້ຢ່າງແຈ່ມແຈ້ງທີ່ສຸດກໍຄື ເມືອງມາຣີອູໂປລ, ເຊິ່ງຢູ່ພາຍໃຕ້ການຍິງ​ຖະ​ຫຼົ່ມຂອງຣັດເຊຍ ຢ່າງລຽນຕິດ ນັບຕັ້ງແຕ່ເລີ້ມຕົ້ນສົງຄາມໃນວັນທີ 24 ກຸມພາເປັນຕົ້ນມາ. ທ່ານກ່າວວ່າ ພົນລະເມືອງຫຼາຍໝື່ນຄົນທີ່ໄດ້ຕົກຄ້າງຢູ່ບ່ອນລີ້ໄພໃຕ້ດິນ ແມ່ນມີຄວາມຕ້ອງການອາຫານ, ນໍ້າດື່ມ ແລະສິ່ງຂອງທີ່ຈໍາເປັນອື່ນໆ ເປັນຢ່າງຍິ່ງ. ຢ່າງໃດກໍຕາມ ທ່ານເຄີຣ໌ນ ກ່າວວ່າ ຂະບວນລົດເພື່ອຊ່ວຍ​ເຫຼືອບັນເທົາທຸກຕ່າງໆ ບໍ່ສາມາດທີ່ຈະເຂົ້າໄປໃນເມືອງເຫຼົ່ານັ້ນໄດ້ ໂດຍປາສະຈາກການອະນຸຍາດຈາກທຸກໆຝ່າຍ.

ທ່ານ ເຄີຣ໌ນ ກ່າວວ່າ:

“ແລະພວກເຮົາມີຄວາມຕ້ອງການ ຢ່າງໜ້ອຍ 48 ຊົ່ວໂມງ ໃນການຈັດສົ່ງອາ ຫານ ພ້ອມທັງເຄື່ອງຂອງຕ່າງໆຢ່າງປອດໄພ, ແລະກໍກັບອອກມາຢ່າງປອດໄພເຊັ່ນກັນ. ປະຊາຊົນຂອງເມືອງມາຣີອູໂປລ 100,000 ຄົນ ອາດຈະຕ້ອງການສະເພາະແຕ່ອາຫານເຖິງ 2 ຫຼື 3 ຄັນລົດບັນທຸກຕໍ່ມື້, ສະນັ້ນ ບໍ່ຕ້ອງເວົ້າເຖິງເຄື່ອງຂອງອັນອື່ນໆເລີຍ. ດັ່ງນັ້ນ ມັນບໍ່ແມ່ນຄໍາຖາມກ່ຽວກັບການຈັດສົ່ງລົດບັນ ທຸກເຂົ້າໄປທຸກໆ 10 ຄັນຕໍ່ເດືອນ, ມັນບໍ່ສາມາດທີ່ຈະຕັດໄດ້ເລີຍ.

ທ່ານເຄີຣ໌ນ ກ່າວວ່າ ການປະ​ຕິ​ບັດງານທາງດ້ານມະ​ນຸດ​ສະ​ທຳ ບໍ່ສາມາດທີ່ຈະດຳ​ເນີນ​ການຕໍ່​ໄປໄດ້ ຫາກບໍ່ໄດ້ຮັບການເຫັນດີຈາກທຸກຝ່າຍທີ່ຢູ່ໃນຄວາມຂັດແຍ້ງນັ້ນ. ເຈົ້າໜ້າທີ່ຂອງອົງການອາຫານໂລກ ໄດ້ທໍາການຮຽກຮ້ອງເຖິງທຸກຝ່າຍເພື່ອອະນຸຍາດໃຫ້ພວກເຂົາເຈົ້າສາມາດເຂົ້າໄປເຖິງທຸກໆຄອບຄົວ ທີ່ຍັງຄົງຕິດຄ້າງຢູ່ໃນເມືອງມາຣີອູໂປລ ແລະພື້ນທີ່ທີ່ຖືກປິດລ້ອມອື່ນໆ ຂອງຢູເຄຣນ ໂດຍບໍ່ມີຂໍ້ຈໍາກັດໃດໆ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG