ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ພວມປະເຊີນ ກັບວິກິດການ ດ້ານການເມືອງ ແລະ ເສດຖະກິດ (ສະໄລດ໌/ວີດີໂອ)


Western World Scrambles to Stabilize Ukraine
please wait

No media source currently available

0:00 0:02:54 0:00
ລິງໂດຍກົງ
ບັນດາປະເທດຕາເວັນຕົກ ພວມໂຮມແຮງກັນຮ່າງໂຄງການຊ່ອຍ
ເຫລືອທາງດ້ານການເງິນແກ່ຢູເຄຣນ ເພື່ອຊ່ອຍໃຫ້ຢູເຄຣນລອດ
ພົ້ນ ຈາກວິກິດການ ທາງດ້ານການເມືອງ ແລະເສດຖະກິດ. ການ
ດຳເນີນຄວາມພະຍາຍາມດັ່ງກ່າວ ມີຂຶ້ນໃນຂະນະທີ່ຣັດເຊຍໂຈະ
ການໃຫ້ເງິນກູ້ຢືມມູນຄ່າ 15 ພັນລ້ານໂດລາແກ່ຢູເຄຣນ ຫຼັງຈາກ
ປະທານາທິບໍດີ Viktor Yunukovych ໄດ້ຖືກປົດອອກຈາກຕຳ
ແໜ່ງ. ນັກຂ່າວວີໂອເອ Zlatica Hoke ລາຍງານວ່າ ສະຫະລັດ
ກໍຮວມຢູ່ໃນ ບັນດາປະເທດຕາເວັນຕົກ ທີ່ໃຫ້ຄຳໝັ້ນສັນຍາ ຈະ
ໃຫ້ການຊ່ອຍເຫລືອແບບສຸກເສີນແກ່ຢູເຄຣນ ດັ່ງໄພສານຈະນຳ
ເອົາລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ທ່ານ Alexei Ulyukayev ລັດຖະມົນຕີພັດທະນາເສດຖະກິດ ຂອງຣັດເຊຍ ກ່າວໃນມື້ວັນ
ຈັນຜ່ານມານີ້ວ່າ ເງິນຊ່ອຍເຫຼືອງວດຕໍ່ໄປໃນມູນຄ່າ 2 ພັນລ້ານໂດລາສຳລັບຢູເຄຣນແມ່ນ ໄດ້ຕົກຢູ່ໃນ “ສະພາບລໍຖ້າ” ແລະກຸງມົສກູ ຈະຕັດສິນໃຈວ່າ ຈະປ່ອຍເງິນກູ້ກ້ອນນີ້ໃຫ້ຫລື
ບໍ່ຫຼັງຈາກທີ່ຢູເຄຣນເລືອກເອົາລັດຖະບານຊຸດໃໝ່.

ທ່ານ Ulyukayev ກ່າວວ່າ “ມັນຂຶ້ນຢູ່ກັບວ່າແມ່ນຜູ້ໃດເປັນຫຼືຈະເປັນພວກຮັບຜິດ ຊອບຍ້ອນວ່າ ມັນເປັນເງິນກ້ອນໃຫຍ່ຫຼາຍ. ເວລາອົງການກອງທຶນສາກົນ IMF
ຫຼືສະຖາບັນທີ່ມີຄວາມຮັບຜິດຊອບອື່ນໆ ໃຫ້ການສະໜັບສະໜຸນພວກອົງການ ເຫຼົ່ານີ້ກໍມີເງື່ອນໄຂ ແລະຖາມວ່າພວກໃດເປັນພາຄີ. ພວກເຮົາກໍເຊັ່ນດຽວກັນ.”


ທ່ານ Yuriy Sergeyev ເອກອັກຄະລັດຖະທູດຢູເຄຣນ ປະຈຳອົງການສະຫະປະຊາຊາດ ກ່າວໃນມື້ວັນຈັນຜ່ານມານີ້ວ່າ ບັນຫາການເງິນຂອງປະເທດຂອງທ່ານແມ່ນຮ້າຍແຮງກວ່າ ທີ່ລັດຖະບານຊຸດກ່ອນໄດ້ກ່າວອ້າງ ແລະກໍຕ້ອງການຄວາມຊ່ອຍເຫຼືອດ້ານການເງິນຈາກ
ສະຫະພາບຢູໂຣບ ເພີ່ມຕື່ມຈາກເງິນກູ້ຢືມຂອງຣັດເຊຍ.

ທ່ານ Sergevev ເວົ້າວ່າ “ກ່ອນອື່ນໝົດ ພວກເຮົາຈະຕ້ອງ ຟື້ນໂຕຄືນ ຈາກວິກິດ
ການໃນທັນທີ ຫຼັງຈາກນັ້ນ ກໍເຮັດສຸດຄວາມສາມາດຂອງພວກເຮົາເພື່ອສ້າງບັນ ຍາກາດ ທີ່ຈະຊຸກຍູ້ໃຫ້ພວກນັກລົງທຶນຕ່າງປະເທດແລະໃນປະເທດ ພາກັນທຳ ການລົງທຶນຄັ້ງໃໝ່. ສອງມາພວກເຮົາຕ້ອງໄດ້ເລີ້ມການເຈລະຈາຄືນໃໝ່ກັບອົງ
ການ IMF ຊຶ່ງໄດ້ຍຸດຕິລົງ ໂດຍລັດຖະບານຊຸດກ່ອນນັ້ນ.”


ພວກຜູ້ນຳຊົ່ວຄາວຂອງຢູເຄຣນກ່າວວ່າ ປະເທດຕົນຕ້ອງການເງິນ 35 ພັນລ້ານໂດລາໃນ
ໄລຍະສອງປີຂ້າງໜ້າ ເພື່ອຫລີກລ່ຽງການຜິດສັນຍາໃນການຈ່າຍໜີ້ສິນ. ປະຊາຄົມນາໆ ຊາດມີຄວາມເປັນຫ່ວງວ່າ ຢູເຄຣນທີ່ຂາດແຄນເງິນນັ້ນອາດແຕກແຍກອອກຈາກກັນ ຖ້າ ຫາກບໍ່ໄດ້ຮັບການຊ່ອຍເຫຼືອສຸກເສີນ.



ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague ໄດ້ຍົກເອົາບັນຫານີ້ຂຶ້ນມາ ອະພິປາຍ ຢູ່ໃນສະພາອັງກິດ ໃນມື້ວັນຈັນຜ່ານມາ.

ທ່ານ Hague ກ່າວວ່າ “ສະຖານະການດ້ານການເງິນຂອງຢູເຄຣນແມ່ນຮ້າຍແຮງ
ຫຼາຍ ແລະຖ້າບໍ່ມີ ການຊ່ອຍເຫລືອຂອງພາຍນອກແລ້ວກໍອາດຈະບໍ່ລອດ. ວິກິດ ການດ້ານເສດຖະກິດໃນຢູເຄຣນຈະເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ສະຖຽນລະພາບ ຂອງປະເທດແລະຈະສົ່ງຜົນກະທົບທີ່ສ້າງຄວາມເສຍຫາຍໃນຂອບເຂດທີ່ກວ້າງ ຂວາງ.”


ສ່ວນລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານ Laurent Fabius ກ່າວວ່າ ພວມມີການ
ສົນທະນາຫາລືກັນຢູ່ ກ່ຽວກັບການເປີດກອງປະຊຸມໃຫ້ຄວາມຊ່ອຍເຫຼືອຂອງນາໆຊາດ.

ທີ່ກຸງວໍຊິງຕັນໂຄສົກຂອງທຳນຽບຂາວທ່ານ Jay Carney ກ່າວວ່າ ສະຫະລັດຈະດຳເນີນ ງານຮ່ວມກັບບັນດາພາຄີນາໆຊາດ ເພື່ອຊ່ອຍສ້າງສະຖຽນລະພາບ ໃຫ້ແກ່ເສດຖະກິດຂອງ ຢູເຄຣນ.

ທ່ານ Carney ເວົ້າວ່າ “ການໃຫ້ຄວາມສະໜັບສະໜຸນດັ່ງກ່າວນີ້ ແມ່ນເພີ້ມໃສ່ໂຄງ ການຂອງອົງການ IMF ເພື່ອຊ່ອຍເຮັດໃຫ້ການປະຕິຮູບງ່າຍຂຶ້ນແລະເພື່ອເຮັດໃຫ້ ຢູເຄຣນຢູ່ໃນທ່າທີ່ສາມາດລົງທຶນຫຼາຍຂຶ້ນ ໃນດ້ານສາທາລະນະສຸກແລະການສຶກ
ສາເພື່ອຊ່ອຍໃຫ້ຢູເຄຣນ ພັດທະນາຊັບພະຍາກອນມະນຸດແລະເສີມຂະຫຍາຍຕາ ໜ່າງຄວາມປອດໄພຂອງຕົນ ດັ່ງນັ້ນ ພວກເຮົາຈຶ່ງຈະດຳເນີນງານ ຮ່ວມກັບພາຄີ
ນາໆຊາດ ເພື່ອສະໜັບສະໜຸນໂຄງການຂອງ IMF.”


ສ່ວນຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton ໄດ້ຢ້ຽມຢາມນະຄອນຫຼວງ Kyiv ໃນມື້ວັນຈັນຜ່ານມາ ເພື່ອປຶກສາຫາລືກ່ຽວກັບ ມາດຕະການສຸກເສີນ ທີ່ຈະໃຫ້ການຊ່ອຍເຫຼືອແກ່ເສດຖະກິດທີ່ພວມປະສົບບັນຫາຂອງຢູ ເຄຣນ. ສະຫະພາບຢູໂຣບຮຽກຮ້ອງໃຫ້ມີການສ້າງຕັ້ງລັດຖະບານຊຸດໃໝ່ທີ່ປະກອບດ້ວຍ ທຸກພັກຝ່າຍ ແລະໃຫ້ຈັດການເລືອກຕັ້ງທີ່ເປັນປະຊາທິປະໄຕ ຂຶ້ນໃນຢູເຄຣນ.

EU, IMF Vow Assistance for Battered Ukraine Economy
please wait

No media source currently available

0:00 0:02:10 0:00
ລິງໂດຍກົງ
XS
SM
MD
LG