ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມິວ​ນິກ ​ເຕ​ືອນ​ວ່າ ປະ​ຊາ​ທິ​ປະ​ໄຕ​ ​ຂອງປະ​ເທດຕາ​ເວັນ​ຕົກ ​ພວມ​ໄດ້​ຮັບ​ການ​ຂົ່ມ​​ຂູ່


ພວກ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ເຢຍ​ຣະ​ມັນ ຢືນ​ຍາມ​ຮັ​ກ​ສາ​ຢູ່ກອງ​ປະ​ຊ​ຸມຄວາມ​ໝັ້ນ​ຄົງ​ມິວ​ນິກ ທີ່​ໂຮງ​ແຮມ​ເບ​ເຢີ​ຣິ​ສ​ແຊ​ຣ ຮອ​ຟ ໃນເມືອງ​ທາງ​ພາກ​ໃຕ້​ຂອງ​ເຢຍ​ຣ​ະ​ມັນ ​ເມື່ອວັນ​ທີ 14 ກຸມ​ພາ 2020.
. 14, 2020.
ພວກ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ເຢຍ​ຣະ​ມັນ ຢືນ​ຍາມ​ຮັ​ກ​ສາ​ຢູ່ກອງ​ປະ​ຊ​ຸມຄວາມ​ໝັ້ນ​ຄົງ​ມິວ​ນິກ ທີ່​ໂຮງ​ແຮມ​ເບ​ເຢີ​ຣິ​ສ​ແຊ​ຣ ຮອ​ຟ ໃນເມືອງ​ທາງ​ພາກ​ໃຕ້​ຂອງ​ເຢຍ​ຣ​ະ​ມັນ ​ເມື່ອວັນ​ທີ 14 ກຸມ​ພາ 2020. . 14, 2020.

ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ປະ​ຈຳ​ປີ​ທີ່​ເມືອງມິວ​ນິກໄດ້​ເລີ້ມ​ຂຶ້ນໃນ​ວັນ​ສຸກວານ​ນີ້ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ຣະ​ມັນ ທ່ານ​ແຟຣັງ ວອ​ລ​ເຕີ ສ​ຕາຍເມຍເອີ ໄດ້ອອກ​ຄຳເຕືອນ​ວ່າ​ ຣັດ​ເຊຍ ຈີນ ແລະ​ສະ​ຫະ​ລັດ ໄດ້​ເຮັດ​ໃຫ້​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ.

ທ່ານສ​ຕາຍເມຍເອີ ໄດ້​ກ່າວ​ຕໍ່ບັນ​ດາ​ຜູ້ນຳ​ ​ພວກ​ນາຍ​ທະ​ຫານ ແລະ​ພວກ​ນັກ​ການ​ທູດທີ່​ເຂົ້າ​ຮ່ວມ ຢູ່ ໂຮງ​ແຮມ​ເບ​ເຢີ​ຣິ​ສ​ແຊ​ຣ ຮອ​ຟ ໃນເມືອງ​ທາງ​ພາກ​ໃຕ້​ຂອງ​ເຢຍ​ຣ​ະ​ມັນ​ວ່າ “ຣັດ​ເຊຍ ໄດ້​ເຮັດ​ກຳ​ລັງ​ທະ​ຫານແລະ​ການ​ເຄື່ອນ​ໄຫວ​ທີ່​ຮຸນ​ແຮງ​ຢູ່​ຕາມ​ຊາຍ​ແດນ​ຂອງ​ຢູ​ໂຣບ ແທນ​ການ​ເມືອງ​ຊຶ່ງ​ເຄີຍ​ໃຊ້​ກັນ​ເມື່ອ​ຄັ້ງ​ນຶ່ງນັ້ນ.”

ທ່ານ​ກ່າວ​ເພີ້ມ​ວ່າ​ຈີນ “ຮັບ​ເອົາ​ກົດ​ໝາຍ​ສາ​ກົນ ພຽງ​ແຕ່​ເລືອກ​ເອົາ​ບ່ອນ​ທີ່​ບໍ່ຂັດ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຕົນ.”

“ແລະພັນ​ທະ​ມິດ​ໃກ້​ຊິດທີ່​ສຸດ​ຂອງ​ພວກ​ເຮົາ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ພາຍ​ໃຕ້​ລັດຖະບານ​ຊຸດປັດ​ຈຸ​ບັນນີ້ ​ໄດ້ປະ​ຕິ​ເສດຕໍ່​ແນວ​ຄິດ​ປະ​ຊາ​ຄົມສາ​ກົນ. ພວກ​ເຮົາຢ້ອນຄືນໄປສູ່ຄວາມ​ຍາກລຳ​ບາກດ້ານ​ຄວາມ​ໝັ້ນ​ຄົງ​ແບບ​ເກົ່າ ບໍ່​ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຫຼາຍ​ຂຶ້ນ ​ມີ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ເພີ້ິ້ມ​ຂຶ້ນ ແລະ​ຄວາມ​ປອດ​ໄພ​ໜ້ອຍ​ລົງ. ນີ້​ແມ່ນອັນ​ຕະ​ລາຍທີ່​ຕິດ​ຕາ​ມ​ມາ.”

ບັນ​ດາ​ຜູ້​ນຳ​ໂລກ​ໄດ້​ພາ​ກັນ​ໄປ​ເຕົ້າ​ໂຮມ​ຢູ່​ນະ​ຄອນ​ມິວ​ນິກ ພ້ອມດ້ວຍ​ບັນ​ຊີ​ອັນຍືດຍາວ​ກ່ຽວ​ກັບ
ຈຸດ​ລະ​ເບີດ​ ຢູ່ໃນທົ່ວ​ໂລກ ເພື່ອ​ຈະ​ໄດ້​ຮັບ​ການແກ້​ໄຂ ນັບ​ແຕ່​ການ​ຂັດ​ແຍ້ງ ​ຢູ່​ພາກຕາ​ເວັນ​ອອກກ​າງ ໄປ​ຫາ​ການ​ແຂ່ງ​ຂັນ​ລະ​ຫວ່າງ​ສະ​ຫະ​ລັດແລະ​ຈີນ. ບັນ​ດາ​ຜູ້​ສັງ​ເກດ​ການ​ມາ​ເປັນ​ເວ​ລາ​ດົນນານ ​ມີ​ຄວາມ​ຮູ້​ສຶກ​ເຖິງ​ການ​ປ່ຽນແປງ​ໃນ​ນ້ຳ​ສຽງ.

ທ່ານ​ເຈມ​ສ໌ ເດ​ວິ​ສ ສາດ​ສະ​ດາ​ຈານ​ການ​ເມືອງ​ສາ​ກົນ​ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ແຊນກອ​ລ​ເ​ລັນ ໃນ​ປະ​ເທດ​ສະ​ວິດ​ເຊີ​ແລນ ກ່າວ​ວ່າ “ນີ້​ແມ່ນ​ການ​ເສີມ​ຂະ​ຫຍາຍ​ໃນຄວາມ​ຮູ້​ສຶກຂອງການ​ມີອັນ​ຕະ​ລາຍ​ຊຶ່ງປາ​ກົດ​ວ່າ​ຈະດຶງ​ເອົາ​ຊາວ​ອາ​ເມ​ຣິ​ກັນ ແລະ​ຢູ​ໂຣບ​ໃຫ້​ຫຍັບ​ໃກ້​ເຂົ້າ​ຫາ​ກັນ​ຫຼາຍ​ຂຶ້ນ”

ລັດ​ຖະ​ມັນ​ຕີ​ປ້ອງ​ກັນ​ປະ​ເທດສ​ະ​ຫະ​ລັດ ທ່ານ​ມາກ​ ແອັ​ສ​ເ​ພີ ຜູ້​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເປັນ​ເວ​ລາ​ສ​າມ​ວັນ ພ້ອມ​ດ້ວຍ​ລັດ​ຖະ​ມັນ​ຕີ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ສັນ​ລະ​ເສີນບັນ​ດາ​ສະ​ມາ​ຊິກກຸ່ມແນວ​ໂຮມ 82 ທ່ານ ​ທີ່ໂຮມແຮງ​ກັນ ເພື່ອ​ເອົາ​ຊະ​ນະ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ຢູ່​ໃນ​ອີ​ຣັກ ແລະ​ຊີເ​ຣຍ. ​


The annual Munich Security Conference got underway Friday, with German President Frank-Walter Steinmeier issuing a warning that Russia, China and the United States were endangering global security.

"Russia… has made military force and the violent shifting of borders on the European continent the means of politics once again," Steinmeier told the audience of leaders, military chiefs and diplomats at the Bayerischer Hof Hotel in the southern German city.

He added that China "accepts international law only selectively where it does not run counter to its own interests."

"And our closest ally, the United States of America, under the present administration itself, rejects the idea of an international community. We fall back into the classical security dilemma: more mistrust, more armament, and then less security. These are the inevitable consequences."

World leaders have descended on Munich with a long list of global flashpoints to resolve, from regional conflicts in the Middle East to rising competition between the U.S. and China. Long-time observers of the conference sense a change of tone.

"This enhanced sense of danger seems to be pulling the Americans and the Europeans a bit closer together," said James Davis, a Professor of International Politics at the University of St. Gallen in Switzerland.

U.S. Secretary of Defense Mark Esper, who is attending the three-day conference along with Secretary of State Mike Pompeo, hailed the 82-member coalition that had come together to defeat the Islamic State terror group in Iraq and Syria.

XS
SM
MD
LG