ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີການວາງລະ​ເບີດ ໂຈມຕີຢ່າງຕໍ່ເນື່ອງ ຢູ່ໃນອິຣັກ (ວີດີໂອ/ສະໄລດ໌)


ຊາວອີຣັກ ໄປເບິ່ງ ສະຖານທີ່ເກີດເຫດລະເບີດ ໃນເມືອງຫລວງ Baghdad, ວັນທີ 30 ພຶດສະພາ 2013.
ຊາວອີຣັກ ໄປເບິ່ງ ສະຖານທີ່ເກີດເຫດລະເບີດ ໃນເມືອງຫລວງ Baghdad, ວັນທີ 30 ພຶດສະພາ 2013.
ໄດ້​ເກີດ​ເຫດລະ​ເບີດ​ຫຼາຍໆ​ບັ້ນ​ ໃນ​ເຊົ້າ​ມືດ​ວັນ​ພະຫັດ​ມື້ນີ້ ໃນ​ທົ່ວ​ອີຣັກ ທີ່ໄດ້​ສັງຫານ ​ຢ່າງ​ນ້ອຍ 8 ຄົນ ​ແລະເຮັດ​ໃຫ້ບາດ​ເຈັບ​ຫຼາຍ​ສິບ​ຄົນ ​ໃນເຫດ​ຮຸນ​ແຮງເທື່ອ​ຫລ້າ​ສຸດ ທີ່​ສືບ​ເນື່ອງ​ມາ​ຈາກການ​ແບ່ງ​ແຍກກັນ​ທາງສາສະໜາ ທີ່​ໄດ້​ກະ​ທົບ​ທົ່ວ​ປະ​ເທດ.

ທາງ​ການ​ກ່າວ​ວ່າ ລົດ​ຄັນ​ນຶ່ງ​ໄດ້​ລະ​ເບີດ​ຂຶ້ນໃນ​ເຂດ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນະຄອນຫລວງ Baghdad ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 4 ຄົນ ​ໃນ​ຂະນະ​ທີ່ເຫດລະ​ເບີດ​ອີກ​ບັ້ນ​ນຶ່ງ​ຢູ່​ຕະຫຼາດ​ໃນ​ພາກ​ກາງຂອງ​ເມືອງ​ຫຼວງ ​ໄດ້​ສັງຫານ​ຢ່າງ​ນ້ອຍ 2 ຄົນ ​ແລະ​ບາດ​ເຈັບ​ອີກ​ຫຼາຍ​ຄົນ.

ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພຍັງ​ກ່າວ​ອີກ​ວ່າ ມີ​ຢ່າງ​ນ້ອຍ ຕໍາຫຼວດ 2 ຄົນ ​ໄດ້ເສັຍ​ຊີວິດ​ໃນ​ການວາງລະ​ເບີດ​ລົດ​ສະລະ​ຊີບ ​ຢູ່​ເມືອງ Mosul ທາງ​ພາກ​ເໜືອຂອງ​ອິຣັກ.

ຍັງ​ບໍ່​ທັນ​ມີ​ກຸ່​ມ​ໃດໆອອກ​ມາ​ອ້າງ​ເອົາ​ຄວາມຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ໃນ​ມື້​ນີ້​ເທື່ອ ທີ່ມີ​ຂຶ້ນ​ຢູ່​ໃນເຂດ​ຄຸ້ມ​ ​ຂອງ​ທັງ​ຊາວ Sunni ​ແລະ Shi’ite.


ຄວາມ​ຮຸນ​ແຮງໃນ​ມື້​ມື້​ແມ່ນ​ຕິດຕາມ​ມາ ຫຼັງ​ຈາກ​ໄດ້​ມີ​ຢ່າງ​ນ້ອຍ 26 ຄົນ ​ເສຍ​ຊີວິດ​ໃນ​ທົ່ວ​ອີຣັກ ​ໃນ​ມື້​ວານ​ນີ້ ​ໃນ​ຂະນະ​ທີ່ຄວາມ​ເຄັ່ງ​ຕຶງລະ​ຫວ່າງຊາວ Sunni ​ແລະ Shi’ite ​ເພີ່ມ​ທະວີ​ສູງ​ຂຶ້ນ.

ຄວາມ​ຮຸນ​ແຮງ​ໄດ້ສັງ​ຫານ​ຜູ້​ຄົນ ​ຫຼາຍຮ້ອຍ​ຄົນໃນ​ອີຣັກ ພາຍ​ໃນ​ເດືອນ​ນີ້ ຊຶ່ງ​ເຮັດ​ໃຫ້​ອົງການສະຫະປະຊາ​ຊາດ ມີຄວາມ​ຢ້ານ​ກົວວ່າ ອິຣັກອາດ​ຈະ​ກໍາລັງຖອຍຫລັງ​ກັບ​ຄືນ​ໄປ​ສູ່​ສົງຄາມ​ກາງ​ເມືອງ​.

ຊາວ Sunni ຊຶ່ງ​ເປັນ​ຊົນກຸ່ມນ້ອຍ​ໃນ​ອີຣັກ ​ໄດ້​ກ່າວ​ຫາ ລັດຖະບານ​ທີ່​ນໍາພາ​ໂດ​ຍ ຊາວ Shi’ite ທີ່​ເປັນ​ຊົນ​ກຸ່ມ​ໃຫຍ່​ນັ້ນ​ວ່າ ​ວາງ​ຂໍ້ຈໍາກັດ​ຮັດ​ແຄບຕໍ່​ພວກ​ເຂົາ​ເຈົ້າ ​ເມີນເສີຍ​ຕໍ່​ບັນຫາ​ຕ່າງໆ​ທີ່​ຢູ່​ໃນຄວາມ​ເປັນ​ຫ່ວງຂອງ​ເຂົາ​ເຈົ້າ ​ແລະ​ຈັບ​ກຸມ​ຄຸມ​ຂັງ​ພວກ​ເຂົາເຈົ້າ.

IRAQ VIOLENCE
please wait
Embed

No media source currently available

0:00 0:00:29 0:00
XS
SM
MD
LG