ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກນັກຊ່ຽວຊານ ດ້ານແຫຼ່ງນ້ຳ ຕັ້ງຄຳຖາມ ຕໍ່ບົດບາດ ຂອງທະນາຄານໂລກ ໃນການສ້າງເຂື່ອນ ຢູ່ລາວ


ພວກຊາວບ້ານ ພາກັນຫອບເຄື່ອງຂອງພວກເຂົາເຈົ້າ ໃນຂະນະຖືກຍົກຍ້າຍ ອອກຈາກພື້ນທີ່ ຫຼັງຈາກເຂື່ອນ ໄຟຟ້າເຊປຽນ ເຊນ້ຳນ້ອຍ ພັງລົງ ໃນແຂວງອັດຕະປື ຂອງລາວ, ວັນທີ 24 ກໍລະກົດ 2018.
ພວກຊາວບ້ານ ພາກັນຫອບເຄື່ອງຂອງພວກເຂົາເຈົ້າ ໃນຂະນະຖືກຍົກຍ້າຍ ອອກຈາກພື້ນທີ່ ຫຼັງຈາກເຂື່ອນ ໄຟຟ້າເຊປຽນ ເຊນ້ຳນ້ອຍ ພັງລົງ ໃນແຂວງອັດຕະປື ຂອງລາວ, ວັນທີ 24 ກໍລະກົດ 2018.

ຄະນະຜູ້ຊ່ຽວຊານດ້ານແຫຼ່ງນ້ຳ ໄດ້ເຕືອນວ່າ ການສົ່ງເສີມໃນການສ້າງເຂື່ອນຂະນາດ
ໃຫຍ່ຢູ່ໃນລາວ ຂອງທະນາຄານໂລກ ນັ້ນ ຊຶ່ງພວກເຂົາເຈົ້າ ກ່າວວ່າ ໄດ້ລົ້ມແຫຼວ ໃນ
ການຕອບສະໜອງຕໍ່ຄຳໝັ້ນສັນຍາໃນຂັ້ນພື້ນຖານ ຊຶ່ງໄດ້ຊຸກ ຍູ້ໃຫ້ມີການພັດທະນາ
ຂອງປະເທດ ໃນໂຄງການສ້າງເ​ຂື່ອນໄຟຟ້າພະລັງນ້ຳ ຫຼາຍແຫ່ງ ທີ່ມີຄຸນນະພາບຕ່ຳ
ໂດຍໄດ້ຮັບຜົນກະທົບທີ່ເປັນໄພພິບັດຂະໜາດ ໃຫຍ່.

ໃນເດືອນກໍລະກົດຜ່ານມາ ສັນ​ເຂື່ອນຂອງເຂື່ອນໄຟຟ້າພະລັງນ້ຳເຊປຽນເຊນ້ຳນ້ອຍ
ຢູ່ທາງພາກໃຕ້ຂອງລາວ ໄດ້ແຕກ ໂດຍເຮັດໃຫ້ປະຊາຊົນຫຼາຍພັນ ຄົນຍົກຍ້າຍອອກ
ຈາກພື້ນທີ່ ແລະໄດ້ສັງຫານຢ່າງໜ້ອຍ 40 ຄົນ ຕາມການ ແຈ້ງຂອງທາງການ ແຕ່ຢ່າງ
ໃດກໍຕາມ ຫຼາຍໆຄົນເຊື່ອວ່າ ຈຳນວນຕົວຈິງ ແມ່ນສູງກວ່ານັ້ນຫຼາຍເທົ່າ.

ລັດຖະບານລາວ ໄດ້ຍອມຮັບວ່າ ການກໍ່ສ້າງບໍ່ໄດ້ມາດຕະຖານ ມີບົດບາດໃນການເຮັດ
ໃຫ້ເຂື່ອນພັງລົງ ຊຶ່ງເປັນຄວາມລົ້ມແຫຼວ ອີງຕາມການ​ຖະ​ແຫຼງໃນວັນ ພະຫັດຜ່ານມານີ້
ຂອງຜູ້ເຂົ້າຮ່ວມໃນຄະນະ ສະ​ໂມ​ສອນນັກຂ່າວຕ່າງປະເທດ ຂອງໄທທ່ານນຶ່ງ ທີ່ວ່າ
ເປັນຜົນມາຈາກການສໍ້ລາດບັງຫຼວງ ແລະ ການຈັດ ການທີ່ຜິດພາດ ໃນທົ່ວພາກສ່ວນ
ຂອງໂຄງການສ້າງເຂື່ອນໄຟຟ້າພະລັງນ້ຳ ທັງໝົດ ຢູ່ໃນລາວ.

ທ່ານ ບຣຸສ ຊູມາເກີ ຜູ້ທີ່ໄດ້ເລີ້ມຕົ້ນການສຳຫຼວດ ເພື່ອປະເມີນຜົນຂອງການກະທົບ
ຂອງເຄືອນນ້ຳເທີນສອງ ກ່ອນໜ້າການກໍ່ສ້າງເຂື່ອນຈະເລີ້ມຕົ້ນຂຶ້ນ ປະມານ 13 ປີ
ກ່ອນ ຊຶ່ງທ່ານໄດ້ກ່າວວ່າ ທະນາຄານໂລກ ໄດ້ສ້າງເລື້ອງໃຫ້ເຊື່ອ ວ່າ ເຂື່ອນໄຟຟ້າ
ພະລັງນ້ຳທີ່ສາມາດຍືນຍົງໄດ້ ໂດຍຜ່ານການສົ່ງເສີມ ແລະ ການສະໜອງທຶນ ຂອງ
ຕົນສຳລັບໂຄງການຕ່າງໆນັ້ນ.

ທ່ານ ຊູມາເກີ ເວົ້າວ່າ “ແລະ ອັນນັ້ນ ໄດ້ຊຸກຍູ້ໃຫ້ອຸດສາຫະກຳແບບນີ້ທັງມວນ ຟື້ນ
ຄືນມາ ແລະ ແທ້ຈິງແລ້ວສົ່ງເສີມໃຫ້ພາກເອກກະຊົນ ພາກັນຟ້າວເຂົ້າໄປ ໃນລາວ
ເພື່ອສ້າງເຂື່ອນໄຟຟ້າພະລັງນ້ຳ.”

ເຂື່ອນທີ່ມີມູນຄ່າ 1 ພັນ 3 ຮ້ອຍລ້ານໂດລາ ຊຶ່ງຍັງໄດ້ຮັບການສະໜອງທຶນ ຈາກ
ທະນາຄານພັດທະນາເອເຊຍ ແລະ ມີກຳນົດຈະເລີ້ມຕົ້ນດຳເນີນງານ ໃນ ປີ 2010
ເພື່ອສົ່ງອອກກະແສໄຟຟ້າ 90 ເປີເຊັນຂອງຕົນ ໄປຍັງປະເທດໄທ.

ເຖິງແມ່ນວ່າ ຄະນະນັກຊ່ຽວຊາດນານາຊາດ ທີ່ໄດ້ຖືກວ່າຈ້າງໃຫ້ຕິດຕາມເບິ່ງ ເຂື່ອນ
ນ້ຳເທີນສອງ ໄດ້ລາຍງານຢູ່ສະເໝີເຖິງຂໍ້ບົກຜ່ອງທີ່ຮ້າຍແຮງ ໃນມາດຕະການ ທີ່ໄດ້
ຖືກອອກແບບ ເພື່ອຫັນກຳໄລ ກັບຄືນໄປໃສ່ການຫລຸດຜ່ອນຄວາມ ທຸກຍາກ ແລະ
ການອະນຸລັກ ນັ້ນ ຊຶ່ງທະນາຄານດັ່ງກ່າວ ໄດ້ສືບຕໍ່ສົ່ງເສີມ ເຂື່ອນວ່າ ເປັນໂຄງການ
ເຂື່ອນໄຟຟ້າພະລັງນ້ຳ ທີ່ສ້າງຂຶ້ນຢ່າງຖືກຕ້ອງ ອີງຕາມຄຳ​ເວົ້າຂອງທ່ານ ຊູມາເກີ.

ຍົກຕົວຢ່າງ ທ່ານໄດ້ກ່າວວ່າ ໃນເຂດມີການອະນຸລັກທີ່ໄດ້ຮັບທຶນໂດຍເຂື່ອນ ແລະ
ໄດ້ຖືກຮັບຮອງໂດຍ ອົງການກອງທຶນເພື່ອອະນຸລັກສັດປ່າ ກໍມີການຄ້າຂາຍໄມ້ກະ​
ຍຸງທີ່ມີລາຄາແພງຜິດກົດໝາຍ ເກີດຂຶ້ນຢ່າງກວ້າງຂວາງ ຊຶ່ງໄດ້ພົບເຫັນເສັ້ນທາງ
ທີ່ຖືກຕັດສຳລັບທີມລາດຕະເວນ ຂະຫຍາຍອອກໄປສູ່ເສັ້ນທາງຕ່າງໆ ເພື່ອນຳເອົາ
ໄມ້ເຖື່ອນອອກໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG