ການສ້າງວັດລາວພຸດທະຄະຍານາໆຊາດທີ່ເມືອງກາຍາ ລັດພິຫານໃນ ປະເທດອິນເດຍ ຊຶ່ງເປັນສະຖານທີ່ຕັດສະຣູ້ຂອງພະພຸດທະເຈົ້າເມື່ອ 2554 ກ່ອນນັ້ນໄດ້ເລີ່ມຂຶ້ນແລ້ວໃນວັນທີ 25 ພະຈິກທ້າຍປີ 2010 ໂດຍມີພະສົງຈາກວັດຕ່າງໆ ໃນເມືອງກາຍາ 39 ອົງ ໄປຮ່ວມສູດໄຊຍະມຸງຄາຖາ ເພື່ອ ການເທເສົາເລີ່ມຕົ້ນການກໍ່ສ້າງກຸດຕິທີ່ພັກສົງ .
ຄວາມໄຝ່ຝັນໃນການຢາກມີວັດລາວຢູ່ໃນດິນແດນພຸດທະພູມນັ້ນ ແມ່ນມີມາເປັນເວລາດົນນານສົມແລ້ວ ດັ່ງທີ່ພະອາຈານມະຫາຈັນດາພອນ ຈັກກະວາໂຣຮອງເຈົ້າອາວາດ ວັດລາວພຸດທະວົງ ພ້ອມທັງເປັນປະທານອຳນວຍການບໍລິຫານຂອງຄະນະສົງລາວໃນສະຫະລັດ ຊຶ່ງເປັນຜູ້ກຳກັບແລະຜູ້ປະສານໃນໂຄງການສ້າງວັດລາວພຸດທະຄະຍານາໆຊາດກ່າວກ່ຽວກັບເລື່ອງນີ້ວ່າ:
// ສຽງ //
ລຸນຫຼັງທີ່ໄດ້ກັບມາຈາກການໄປສັງເວຫຼືກາບໄຫວ້ສະຖານທີ່ພະພຸດທະເຈົ້າ ປະສູດ ຕັດສະຮູ້ ຊົງສະແດງທຳ ແລະປະຣິນິພານແລ້ວ ພະອາຈານໃຫຍ່ ມະຫາບຸນມີ ກິດຕິທຳມະວັນໂນ ເຈົ້າອາວາດວັດລາວພຸດທະວົງໃນຂົງເຂດນະຄອນຫຼວງວໍຊິງຕັນ ພ້ອມທັງເປັນປະມຸກສົງໃນສະຫະລັດອະເມຣິກາ ກໍໄດ້ມອບໝາຍໃຫ້ ພະອາຈານມະຫາຈັນດາພອນໄປສຶກສາຄົ້ນຄວ້າວ່າເຮັດວິທີໃດຈຶ່ງຈະສາມາດເຮັດໃຫ້ຄວາມໄຝ່ຝັນໃນການຢາກມີວັດລາວແຫ່ງທໍາອິດຢູ່ໃນດິນແດນພຸດທະພູມເກີດເປັນຄວາມຈິງຂຶ້ນມາໄດ້.
ພະອາຈານມະຫາຈັນດາພອນກ່າວວ່າ ຫຼັງຈາກທີ່ໄດ້ຮັບມອບໝາຍ ຈາກພະອາຈານໃຫຍ່ ມະຫາບຸນມີ ກິດຕິທຳມະວັນໂນແລ້ວເພິ່ນກໍໄດ້ໄປສຶກສາຄົ້ນຄວ້າກ່ຽວກັບການສ້າງວັດລາວ ທີ່ເມືອງກາຍາ. ການຕັ້ງວັດລາວທີ່ລັດພິຫານໃນປະເທດອິນເດຍເລີ່ມຕົ້ນຂຶ້ນ ດ້ວຍການເຊົ່າເຮືອນຫຼັງນຶ່ງ ທີ່ມີ 12 ຫ້ອງ ນອນໃນປີ 2008 ຕິດຕາມດ້ວຍການກໍ່ຕັ້ງສະມາຄົມວັດລາວພຸດທະຄະຍານາໆຊາດໃນປີ 2009 ຊຶ່ງຕາມລະບຽບການຂອງປະເທດອິນເດຍແລ້ວຕ້ອງມີຊາວອິນເດຍ ຢ່າງນ້ອຍ 3 ຄົນເຂົ້າຮ່ວມນຳ ບໍ່ວ່າຈະເປັນການຈັດຕັ້ງວັດ ສະມາຄົມ ຫຼືມູນນິທິໃດໆກໍຕາມ. ສະມາຄົມວັດລາວພຸດທະຄະຍານາໆຊາດ ໃນເວລານີ້ມີທ່ານ S.K. Sing ເປັນເລຂານຸການ.
ພະອາຈານມະຫາຈັນດາພອນກ່າວວ່າ ລຸນຫຼັງທີ່ໄດ້ມີການກໍ່ຕັ້ງສະມາຄົມວັດລາວພຸດທະຄະຍານາໆຊາດ ເປັນທີ່ຮຽບຮ້ອຍແລ້ວ ກໍໄດ້ມີການຕົກລົງ ຊື້ທີ່ດິນ 1 ໄຣ່ (1600 ແມັດມົນ ທົນ) ແລະຕໍ່ມາໃນທ້າຍປີ 2010 ກໍໄດ້ມີການເຊັນສັນຍາສ້າງກຸດຕິທີ່ພັກສົງ ກັບບໍລິສັດ Techno Infrastructure ໂດຍມີທ່ານ Kamal Yusuf Ansara ເປັນວິສະວະກອນໃຫຍ່ຜູ້ອອກແບບ ແລະວິສະວະກອນ A.J. Sing ເປັນຜູ້ກຳກັບໃນການກໍ່ສ້າງ.
ອີງຕາມໂຄງການກໍ່ສ້າງແລ້ວ ວັດລາວພຸດທະຄະຍານາໆຊາດ ຈະປະກອບດ້ວຍກຸດຕິຫໍພັກ 34 ຫ້ອງ ຊຶ່ງໃນນັ້ນຈະມີຫ້ອງປະກອບພິທີທາງສາສະໜາ ທີ່ສາມາດບັນຈຸຜູ້ຄົນໄດ້ 100 ຄົນ ຮວມຢູ່ນຳ ປະຕູໂຂງ ພັດທະສີມາ ແລະພະທາດຫຼວງຈຳລອງ. ພະອາຈານມະຫາຈັນດາພອນກ່າວວ່າ ເຖິງແມ່ນການສ້າງສາ ມີຂຶ້ນຢູ່ທີ່ປະເທດອິນເດຍກໍຈິງ ແຕ່ກໍຈະພະຍາຍາມຮັກສາໄວ້ ຊຶ່ງຄວາມເປັນເອກກະລັກ ທາງດ້ານສິນລະປະຂອງລາວ. ພະອາຈານຈັນດາກ່າວກ່ຽວກັບເລື່ອງນີ້ວ່າ:
// ສຽງ //
ເພື່ອໃຫ້ການຖອດແບບໃນການຈຳລອງພັດທະສິມາຈາກວັດຊຽງທອງແລະພະທາດຫຼວງ ໃກ້ຄຽງກັບຄວາມເປັນຈິງ ທ່ານ Kamal Yusuf Ansara ວິສະວະກອນຜູ້ອອກແບບ ກໍໄດ້ເດີນທາງໄປຍັງນະຄອນຫຼວງພະບາງແລະວຽງຈັນ ກ່ອນການສ້າງວັດລາວທີ່ເມືອງກາຍາຈະເລິ່ມຂຶ້ນ.
ນັບແຕ່ໄດ້ຊື້ທີ່ດິນແລະເລີ່ມລົງມືກໍ່ສ້າງມາເຖິງປັດຈຸບັນນີ້ໃຊ້ເງິນໄປແລ້ວປະມານ 300,000
ໂດລາຊຶ່ງພະອາຈານມະຫາຈັນດາພອນ ກ່າວຊີ້ແຈງກ່ຽວກັບຄ່າໃຊ້ຈ່າຍສຳລັບແຜນການກໍ່
ສ້າງທັງໝົດສູ່ຟັງວ່າ:
// ສຽງ //
ທ່ານ Kamal Yusuf Ansara ຊຶ່ງເປັນວິສະວະກອນຜູ້ອອກແບບວັດລາວພຸດທະຄະຍາ
ນາໆຊາດກ່າວວ່າ ການກໍ່ສ້າງກຸດຕິຫໍພັກມາຮອດປັດຈຸບັນນີ້ແມ່ນໄດ້ດຳເນີນໄປດ້ວຍດີ.
// ສຽງ //
ທ່ານ Ansara ເວົ້າວ່າ ອາຄານຫຼັງນີ້ແມ່ນໄດ້ຮັບການອອກແບບໃຫ້ໄດ້ຕາມມາດຕະຖານ
ຂອງອິນເດຍແລະແມ່ນຫຍັງກໍຕາມທີ່ກົດໝາຍບັງຄັບເຊັ່ນຂ່າວ ຂາງແລະຂື່ທ່ານ AJ ແມ່ນ
ໄດ້ກະທຳຢ່າງຖືກຕ້ອງຕາມທີ່ຂ້າພະເຈົ້າໄດ້ອອກແບບໄປ ດັ່ງນັ້ນຂ້າພະເຈົ້າເຫັນວ່າຄຸນນະ
ພາບໃນການກໍ່ສ້າງແມ່ນດຳເນີນໄປໄດ້ດີຫຼາຍແລະການເຮັດວຽກກໍມີຄຸນນະພາບດີ.
ສ່ວນທ່ານ S.K Singh ເລຂານຸການຂອງວັດລາວພຸດທະຄະຍານາໆຊາດ ກ່າວວ່າ ການ
ສ້າງກຸດຕິຫໍພັກສົງຈະຕ້ອງແລ້ວສຳເລັດພາຍໃນປີ 2012 ຊຶ່ງທ່ານກ່າວກ່ຽວກັບເລື່ອງນີ້ວ່າ:
// ສຽງ //
ທ່ານ S.K Singh ເວົ້າວ່າ ການກໍ່ສ້າງໄດ້ເລີ່ມຂຶ້ນແລ້ວແຕ່ວັນທີ 2 ມັງກອນມາຈົນຮອດ
ປັດຈຸບັນ ວຽກງານໄດ້ດຳເນີນໄປຢ່າງວ່ອງໄວຄວາມຮັບຜິດຊອບກ່ຽວກັບເລື່ອງສັນຍາແມ່ນ
ເຮັດກັບບໍລິສັດທີ່ມີຊື່ສຽງບໍລິສັດນຶ່ງ ຈາກເມືອງປັກນາ ພວກເຂົາເຈົ້າເຮັດວຽກໃນເຂດເມືອງ
ປັກນາແລະພາລະນະສີ ບໍລິສັດກໍ່ສ້າງ Techno Infrastructure ແລະພວກເຮົາມີສັນຍາ
ເພື່ອສ້າງວັດຫຼັງນີ້ພາຍໃນໄລຍະເວລານຶ່ງປີແລະ 2 ເດືອນຊຶ່ງທັງໝົດແລ້ວເປັນເກືອບ 15
ເດືອນພວກເຮົາຕ້ອງສ້າງວັດນີ້ໃຫ້ແລ້ວ.
ການກໍ່ສ້າງວັດລາວພຸດທະຄະຍານາໆຊາດ ທີ່ໄດ້ເລີ່ມມາແຕ່ທ້າຍປີ 2010 ນັ້ນຈະດຳເນີນ
ໄປເປັນຂັ້ນໆ ແລະຈະແລ້ວສຳເລັດທັງໝົດ ພາຍໃນປີ 2015 ຊຶ່ງພະອາຈານມະຫາຈັນດາ
ພອນ ກ່າວຊີ້ແຈງເພີ່ມຕື່ມກ່ຽວກັບເລື່ອງນີ້ວ່າ:
// ສຽງ //
ຕໍ່ຄໍາຖາມທີ່ວ່າ ເປັນຫຍັງຈຶ່ງຕ້ອງໄປສ້າງວັດລາວເມືອງກາຍາ ປະເທດອິນ ເດຍໃນເມື່ອວ່າ
ການເຜີຍແຜ່ພະພຸດທະສາສະໜາຢູ່ໃນອະເມລິກາກໍເປັນພາລະກິດທີ່ໜັກໜ່ວງຢູ່ແລ້ວ ພະ
ອາຈານມະຫາຈັນດາພອນຮອງເຈົ້າອາວາດວັດລາວພຸດທະວົງພ້ອມທັງເປັນປະທານອຳນວຍ
ການບໍລິຫານຂອງຄະນະສົງລາວໃນສະຫະລັດໃຫ້ເຫດຜົນວ່າ:
// ສຽງ //
ວັດລາວພຸດທະຄະຍານາໆຊາດເກີດຂຶ້ນໄດ້ກໍຍ້ອນການບໍລິຈາກສົມທົບທຶນຂອງຊາວລາວ
ທັງຫຼາຍທັງຢູ່ໃນແລະຕ່າງປະເທດຕະຫຼອດທັງຜູ້ມີຈິດໃຈໃສສັດທາຈາກທົ່ວໂລກທັງຫຼາຍ.
// ສຽງ //
ສຳລັບການສະເຫຼີມສະຫຼອງຕ່າງໆນັ້ນຈະໄດ້ຈັດຂຶ້ນເປັນຮອບໆ ແຕ່ການສະເຫຼີມສະຫຼອງ
ເປີດວັດລາວພຸດທະຄະຍານາໆຊາດຢ່າງເປັນທາງການນັ້ນ ຈະໄດ້ຈັດຂຶ້ນໃນທ້າຍປີ 2013.
ພະອາຈານມະຫາຈັນດາພອນກ່າວຊີ້ແຈງເພີ່ມຕື່ມວ່າ:
// ສຽງ //
ເມື່ອສ້າງສຳເລັດວັດລາວທີ່ເມືອງກາຍາ ລັດພິຫານ ປະເທດອິນເດຍ ກໍຈະເປັນວັດລາວແຫ່ງ
ທຳອິດຢູ່ໃນດິນແດນພຸດທະພູມ ຊຶ່ງເປັນສັງເວສະນີຍະສະຖານອັນສັກສິດແລະເປັນມໍລະດົກ
ຂອງໂລກນໍາດ້ວຍ.