ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວໍຊິງຕັນ ອາທິດນີ້: ປ. ໂອບາມາ ຈະຕ້ອນຮັບ ປ. ຫວຽດນາມ (ວີດີໂອ)


ຈະ​ມີ​ການເນ້ນ​ໜັກ​ໃສ່ ​ເລື້​ອງຄວາມ​ໝາຍ​ໝັ້ນ​ທີ່​ເລິກ​ເຊິ່ງຂຶ້ນ​
ນັບ​ມື້ຂອງອາ​ເມຣິກາ ຕໍ່​ຂົງ​ເຂດ ເອ​ເຊ​ຍ-ປາຊິ​ຟິກ ​ໃນ​ອາທິດ
​ນີ້ ​ໃນ​ຂະນະ​ທີ່ ປະທານາທິບໍດີ Barack Obama ​ຈະເປັນ
ເຈົ້າພາບຕ້ອນ​ຮັບ ປະທານາທິບໍດີ ຫວຽດນາມ ຢູ່ທໍານຽບ
ຂາວ ຊຶ່ງ​ການ​ພົບ​ປະກັນດັ່ງກ່າວ​ນີ້ ​ແມ່ນຈະ​ມີຂື້ນ 40 ປີ ຫລັງ​
ຈາກ ​ສະຫະລັດ ​ໄດ້​ສີ້​ນສຸດ ການ​ພົວພັນທາງ​ທະຫານຢູ່​ໃນ
ສົງຄາມຫວຽດນາມ ​ແລະ​ມີ​ຂຶ້ນ ໃນ​ເວລາທີ່ສາຍ​ພົວພັນ​ດ້ານ
​ການ​ຄ້າ ​ແລະ​ດ້ານ​ຄວາມ​ໝັ້ນຄົງ ລະ​ຫວ່າ​ງ ວໍ​ຊິງ​ຕັນ ແລະ
ຮາໂນ່ຍ ​ເຕີບ​ໃຫຍ່​ຂະຫຍາຍ​ໂຕ​ຂຶ້ນ​ໄປ​ນັບ​ມື້.

ການຜິດ​ຖຽງກັນ​ເລື້ອງ​ເຂດ​ນໍ້າ​ແດນ​ດິນ​ ໃນທະ​ເລ​ຈີນ​ໃຕ້ ກໍ​
ຄົງຈະ​ຖືກ​ຍົກ​ຂຶ້ນ​ມາ ໂອ້​ລົມກັນ ໃນ​ວັນ​ພະຫັດ​ຈະມາ​ເຖິງ​ນີ້
ລະ​ຫວ່າງ ປະທານາທິບໍດີObama ​ແລະ ປະທານາທິບໍດີ
​ເຈື່ອງ ຕັນ ສັງ (Truoung Tan Sang). ລັດຖະມົນຕີ​ຕ່າງ
ປະ​ເທດ ທ່ານ John Kerry ​ໄດ້​ໃຫ້​ຄໍາ​ໜັ້ນສັນຍາເຖິງ​ການ​
ສືບ​ຕໍ່​ພົວພັນຂອງອາ​ເມຣິກາ ຢູ່ທີ່​ກອງ​ປະ​ຊຸມສຸດ​ຍອດອາ
ຊ່ຽນ ​ໃນ​ຕົ້ນ​ເດືອນ​ນີ້ ​ຊຶ່ງ​ທ່ານ​ກ່າວ​ວ່າ:

“ພວກ​ເຮົາ​ມີ​ຄວາມ​ສົນ​ໃຈ​ຢ່າງ​ແຮງ​ກ້າ​ ນໍາ​ວິທີ​ການທີ່ບັນຫາການ​ຜິດຖຽງກັນ
ຢູ່​ໃນ​ເຂດທະ​ເລ​ຈີນ​ໃຕ້ ​ຈະ​ໄດ້​ຮັບ​ການ​ແກ້​ໄຂ ​ແລະ​ນໍາ​ວິທີ​ການປະຕິບັດຂອງ
ແຕ່ ລະພັກ​ຝ່າຍ​ນັ້ນ.”


ທໍານຽບຂາວ ກ່າວ​ວ່າ ປະ​ທາ​ນາ​ທິບໍດີ Obama ​ແລະ ປະທານາທິບໍດີ Sang ຍັງ​ຈະ​
ສົນທະນາ ກ່ຽວ​ກັບ​ຄວາມເປັນ​ຫ່ວງ​ດ້ານ​ສິດທິ​ມະນຸດ ການ​ປ່ຽນ​ແປງ​ຂອງ ດິນ​ຟ້າ​ອາ
ກາດ ​ແລະ​ສາຍ​ພົວສໍາພັນ​ດ້ານ​ເສດຖະກິດ. ການພົບ​ປະກັນ​ຂອງ​ຜູ້​ນໍາ​ທັງ​ສອງ ​ແມ່ນ
ຈະ​ໄດ້​ຮັບ​ການ​ຕິດຕາມ​ສິ້​ງຊອ​ມຢ່າງ​ໃກ້​ຊິດ​ ຈາກປະຊາ​ຄົມ​ຫວຽດນາມ​ ຢູ່​ໃນ
ສະຫະລັດ.

ທ່ານ​ນາງ Christy Nguyen ນັກ​ເຄື່ອນ​ໄຫວ ຫວຽດນາມ-ອາ​ເມຣິກັນ ກ່າວ​ວ່າ:

“ຂ້າພະ​ເຈົ້າ ​ເປັນຄົນ​ສັນຊາດ​ອາ​ເມຣິກັນ ​ແລະ​ຂ້າພະ​ເຈົ້າ ອອກ​ມາ​ກ່າວ​ເພື່ອ
ປະຊາ​ຊົນຫວຽດນາມ ​ເພາະວ່າ ​ເຂົາ​ເຈົ້າ​ບໍ່​ມີເສລີ​ພາບໃນ​ການ​ປາກ​ເວົ້າ.
ຂ້າພະ​ເຈົ້າຕ້ອງ​ໄດ້​ເປັນ​ປາກ​ກະບອກ​ສຽງ ​ໃຫ້​ພວກ​ທີ່​ລັດຖະບານຄອ​ມມິ​ວນິສ
ຈັບ​ໄປ​ຂັງ​ຄຸກ.”


ໃນ​ດ້ານ​ບັນຫາ​ພາຍ​ໃນ​ປະ​ເທດນັ້ນ ກໍ​ແມ່ນ​ຍັງ​ມີການ​ປະຕິບັດ​ງານ​ຢູ່​ຕໍ່​ມາ ໃນ​ສະພາ​ຕໍ່າ
ກ່ຽວກັບການ​ປະຕິ​ຮູບກົດໝາຍ​ຄົນ​ເຂົ້າ​ເມືອງຂອງສະຫະລັດ. ສະພາ​ສູງໄດ້​ຮັບຜ່ານ
ຮ່າງ​ກົດໝາຍ​ປະຕິ​ຮູບລະບົບ​ກວດ​ຄົນ​ເຂົ້າ​ເມືອງ​ຢ່າງຮອບດ້ານ ​ເມື່ອ​ສອງ​ສາມ​ອາທິດ
ກ່ອນ ຊຶ່ງຈະ​ອໍານວຍໃຫ້​ມີ​ການ​ຮັກສາ​ຊາຍ​ແດນ​ເພີ້​ມຂື້ນ​ຢ່າງ​ໃຫຍ່ ໃນ​ຂະນະ​ທີ່ແຜ້ວ
ທາງໄປ​ສູ່​ການ​ໄດ້​ຮັບ​ສັນຊາດ ​ແກ່​ຊາວ​ຕ່າງ​ດ້າວ​ຫລາຍ​ລ້າ​ນຄົນ ທີ່ຢູ່​ໃນອາ​ເມຣິກາ​ຢ່າງ​
ຜິດ​ກົດໝາຍ. ​ແຕ່​ຂໍ້ກໍານົດ​ກ່ຽວ​ກັບ​ການ​ອະນຸມັດ​ສັນຊາດ ແມ່ນ​ປະ​ເຊີນກັບການ​ຄັດຄ້ານ​
ຢ່າງ​ແຮງ​ ຈາກບັນດາ​ສະມາ ຊິກ​ສະພາ​ຫົວ​ຈາຮີດ​ນິຍົມ ຫລາຍໆ​ຄົນ ຢູ່​ໃນ​ສະພາ​ຕໍ່າ ທີ່​
ຄວບ​ຄຸມ​ໂດຍ​ພັກ ຣີພັບບລິ​ກັນນັ້ນ.
XS
SM
MD
LG