ໄດ້ມີການຄາດຄິດກັນວ່າ ການທ່ອງທ່ຽວໃນນະຄອນຫຼວງວໍຊິງ
ຕັນ ດີຊີ ຈະໄດ້ຮັບຜົນກະທົບຈາກການຕັດງົບປະມານໂດຍອັດ
ຕະໂນມັດຂອງລັດຖະບານກາງ ຈໍານວນ 85 ພັນລ້ານໂດລາທີ່
ໄດ້ກະທົບກະເທືອນໄປທົ່ວທຸກກະຊວງທະບວງກົມນັ້ນ ໂຕຢ່າງ ທໍານຽບຂາວກໍໄດ້ງົດລາຍການເປີດໃຫ້ນັກທ່ອງທ່ຽວເຂົ້າຊົມ
ແລະ ບັນດາສວນອຸດທະຍານ ແລະຫໍພິພິດ ທະພັນແຫ່ງຊາດ
ຕ່າງໆ ກໍໄດ້ປະກາດຫຼຸດການບໍລິການລົງ ແຕ່ Brian Padden
ຜູ້ສື່ຂ່າວວີໂອເອ ລາຍງານມາວ່າ ຂະນະທີ່ລະດູການທ່ອງທ່ຽວ
ເລີ້ມຕົ້ນຂຶ້ນນີ້ ພວກນັກທ່ອງທ່ຽວສ່ວນໃຫຍ່ກໍແມ່ນບໍ່ໄດ້ຜົນກະ
ທົບຈາກ ການຕັດງົບປະມານດັ່ງກ່າວຂອງລັດຖະບານນັ້ນ ແຕ່
ຢ່າງໃດເລີຍ. ທອງປານ ມີລາຍລະອຽດມາສະເໜີທ່ານໃນອັນ
ດັບຕໍ່ໄປ
ເບິ່ງວີດີໂອພາສາລາວ:
ຄວາມຈິງແລ້ວ ຈໍານວນນັກທ່ອງທ່ຽວທີ່ພາກັນ ມາທ່ຽວຊົມພິພິດທະພັນອາກາດແລະ
ອະວະກາດແຫ່ງຊາດ ຫຼື National Air and Space Museum ນັ້ນ ປາກົດວ່າໄດ້
ເພີ່ມຂຶ້ນ ນັບຕັ້ງແຕ່ການຕັດງົບປະມານໂດຍອັດຕະໂນມັດໄດ້ເລີ່ມມີຜົນບັງຄັບໃຊ້ ໃນ
ວັນທີນຶ່ງພຶດສະພາ ເປັນຕົ້ນມາ. ງົບປະມານສໍາລັບພິພິດທະພັນຕ່າງໆຂອງສະຖາບັນ
Smithsonian ທີ່ຕັ້ງ ລຽງລາຍຢູ່ອ້ອມແອ້ມບໍລິເວນສະໜາມຫຼວງໃນວໍຊິງຕັນ ໂຮມທັງ
ພິພິດທະພັນອາກາດແລະອາວະກາດແຫ່ງຊາດດ້ວຍນັ້ນ ແມ່ນໄດ້ຖືກຕັດລົງ 42 ລ້ານ
ໂດລາ ແຕ່ Linda St. Thomas ໂຄສົກພິພິດທະພັນ ເວົ້າວ່າ ໂຄງການສ່ວນຫຼາຍທີ່
ກ່ຽວພັນກັບນັກທ່ອງທ່ຽວນັ້ນ ບໍ່ໄດ້ຖືກກະທົບ.
ໂຄສົກລິນດາ ເວົ້າວ່າ: “ແລະສະນັ້ນ ພວກເຮົາຕ້ອງໄດ້ຕັດງົບປະມານຈາກ
ດ້ານການບູລະນະຮັກສາ ແລະສັນຍາວ່າຈ້າງຕ່າງໆ. ຄືພວກເຮົາຕັດການ
ເດີນທາງລົງ ຕັດກິດຈະກໍາຫຼາຍຢ່າງຂອງພະນັກງານ ແລະກໍບໍ່ຈ້າງຄົນຕື່ມ
ຫຼືບັນຈຸຕໍາແໜ່ງໃໝ່. ພວກເຮົາໄດ້ເຮັດສິ່ງທີ່ກ່າວມາທັງໝົດນັ້ນ ເພື່ອວ່າ
ພວກເຮົາຈະສ້າງຜົນກະທົບ ໃຫ້ພວກນັກທ່ອງທ່ຽວ ໜ້ອຍລົງ.”
ການຕັດງົບປະມານລົງດັ່ງກ່າວ ໄດ້ບັງຄັບໃຫ້ປິດລາຍການວາງສະແດງແຕ່ພຽງສາມ ລາຍການເທົ່ານັ້ນ ໃນພິພິດທະພັນ Smithsonian ທັງໝົດ 16 ແຫ່ງໃນນະຄອນຫຼວງ.
ແລະມີການຕັດເວລາເປີດໃຫ້ຊົມໃນຕອນແລງ ຢູ່ຫໍເກັບມ້ຽນເອກະສານແຫ່ງຊາດ ຫຼື
National Archives ບ່ອນທີ່ພວກນັກທ່ອງທ່ຽວພາກັນ ໄປເບິ່ງຄໍາປະກາດເອກະລາດ
ສະບັບດັ້ງເດີມຂອງສະຫະລັດ. ຜົນກະທົບທີ່ແລເຫັນໄດ້ແຈ້ງທີ່ສຸດຂອງການຕັດງົບປະ
ມານນັ້ນ ກໍຄືການລົບລ້າງລາຍການເຂົ້າຊົມທໍານຽບຂາວ. ແຕ່ໂດຍສະເລ່ຍແລ້ວ ມີພຽງ
ສາມເປີເຊັນ ຂອງຈໍານວນນັກທ່ອງທ່ຽວ 18 ລ້ານຄົນທີ່ມາທ່ຽວວໍຊິງຕັນໃນແຕ່ລະປີນັ້ນ
ທີ່ໄປເຂົ້າຊົມທໍານຽບຂາວ.
Marcus Warden ທີ່ພາຄອບຄົວມາຢ້ຽມຢາມວໍຊິງຕັນຈາກອັງກິດ ບໍ່ຮູ້ຫຍັງເລີຍກ່ຽວ
ກັບການຕັດງົບປະມານ ແລະຄິດວ່າ ມີແຕ່ພຽງຊາວຕ່າງປະເທດເທົ່ານັ້ນ ທີ່ຖືກຫ້າມບໍ່
ໃຫ້ເຂົ້າຊົມທໍານຽບຂາວ.
ທ່ານ Marden ເວົ້າວ່າ: “ແຕ່ລາຍການເຂົ້າຊົມທໍານຽບຂາວນັ້ນ ພວກເຮົາກໍຢາກ ເຂົ້າໄປເບິ່ງຄືກັນ ແຕ່ປາກົດວ່າ ຊາວຕ່າງຊາດບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃກ້ ບໍລິເວນທໍານຽບຂາວໃນເວລານີ້. ຂ້ອຍກໍບໍ່ຮູ້ວ່າ ເປັນຫຍັງຈຶ່ງເປັນຈັ່ງຊັ້ນເນາະ.”
ຈຸດປະສົງຫຼັກ ຢູ່ເບື້ອງຫຼັງການຕັດງົບປະມານໂດຍອັດຕະໂນມັດ ທີ່ເກີດຂຶ້ນຍ້ອນການ
ຕົກລົງກັນບໍ່ໄດ້ ລະຫວ່າງສອງພັກການເມືອງໃຫຍ່ນັ້ນ ກໍ ແມ່ນເພື່ອສ້າງຄວາມເດືອດ
ຮ້ອນ ແລະຄວາມລໍາບາກຍາກແຄ້ນ ໃນລະດັບ ທີ່ມະຫາຊົນອົດທົນບໍ່ໄດ້ ຊຶ່ງກໍຈະເປັນ
ການກົດດັນໃຫ້ປະທານາທິບໍດີ ແລະ ລັດຖະສະພາເຈລະຈາຕໍ່ຮອງກັນ ເລຶ່ອງການຫຼຸດ
ຜ່ອນໜີ້ສິນໄລຍະຍາວ ຂອງລັດຖະບານລົງໃຫ້ໄດ້ໃນທີ່ສຸດນັ້ນ ແຕ່ David Nathan
son ຈາກລັດເວີຈີເນຍ ທີ່ມາທ່ຽວຊົມພິພິດທະພັນເຫຼົ່ານີ້ກັບລູກສາວ ເວົ້າວ່າແຜນຍຸດ ທະສາດນີ້ ໃຊ້ການບໍ່ໄດ້.
ທ່ານ Nathanson ເວົ້າວ່າ: “ຂ້າພະເຈົ້າຄິດວ່າມັນເປັນເຄຶ່ອງມືທາງການເມືອງ
ສໍາລັບທັງສອງພັກນັ້ນຫຼາຍກວ່າ ແລະຂ້າພະເຈົ້າບໍ່ຄິດວ່າ ມັນໄດ້ສົ່ງຜົນກະທົບ
ແບບທີ່ຫຼາຍໆຄົນໄດ້ຄິດກັນໄວ້ນັ້ນ ແລະຂ້າພະເຈົ້າກໍຄິດວ່າ ຜົນກະທົບບໍ່ໄດ້
ກວ້າງໄກ ຫຼືໄດ້ສ້າງຄວາມເສຍຫາຍຫຼວງຫຼາຍປານໃດ ແລະສໍາລັບຂ້າພະເຈົ້າ
ແລ້ວ ກໍເຫັນວ່າ ມັນມີຄວາມໂປ່ງໃສພໍສົມຄວນ.”
ທ່ານ Nathanson ແລະນັກທ່ອງທ່ຽວສ່ວນຫຼາຍ ທີ່ມາທ່ຽວຊົມນະຄອນຫຼວງວໍຊິງຕັນ
ດີຊີ ເວົ້າວ່າ ພວກເຂົາເຈົ້າບໍ່ຮູ້ສຶກເດືອດຮ້ອນຫຍັງເລີຍ ຈາກການຕັດງົບປະມານໂດຍ ອັດຕະໂນມັດດັ່ງກ່າວນີ້.
ວີດິໂອ ພາສາອັງກິດ: