ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານສະແດງ ລົດໂອໂຕ ທີ່ວໍຊິງຕັນ ເນ້ນໜັກ ເທັກໂນໂລຈີ ໃໝ່ໆ (ວີດີໂອ ພາສາລາວ/ອັງກິດ)


Washington Auto Show Highlights New Technologies
please wait

No media source currently available

0:00 0:03:22 0:00
ລິງໂດຍກົງ

ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານນີ້.

ຢູ່​ໃນ​ງານ​ສະ​ແດງ​ລົດ​ໂອ​ໂຕ ປະ​ຈໍາປີ​ຂອງນະຄອນຫຼວງ​ວໍ​ຊິງຕັນ
ທີ່​ໄຂ​ຂຶ້ນໃນ​ອາທິດ​ແລ້ວ​ນີ້ ບັນດາ​ຜູ້​ຜະລິດ​ລົດ​ພາກັນ​ນໍາ​ເອົາ​ລົດ
ລຸ້ນມາດຕະຖານ​ຂອງ​ຕົນ ມາວາງສະ​ແດງ ພ້ອມ​ກັບ​ລົດລຸ້ນ​ໃໝ່ທີ່​
ຊີ້​ໄປ​ໃສ່ອະນາຄົດ ທັງ​ໃນ​ແງ່​ຂອງ​ແຮງ​ຂັບ​ດັນ​ແລະໂຄງ​ສ້າງ​ຂອງ
ໂຕ​ຖັງລົດ ທີ່​ໃຊ້​ວັດຖຸ​ຫລາຍ​ຊະນິດ. ຜູ້​ສື່​ຂ່າວ​ວີໂອ​ເອ George
Putic ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​ດາຣາຈະ​ນໍາ​ມາສະ​ເໜີ​ທ່ານ.


ນອກຈາກ​ແນວ​ຄິດ​ເກົ່າ​ ທີ່​ເອົາ​ມາ​ຫໍ່ໃໝ່​ຢູ່​ໃນ​ໂຕ​ຖັງ​ທີ່​ອອກ​ແບບ
​ໃໝ່​ນັ້ນ​ແລ້ວ ບັນດາ​ຜູ້​ຜະລິດ​ລົດ​ຫລາຍໆ​ຍີ່​ຫໍ້ ກໍ​ໄດ້​ນໍາ​ເອົາລົດ
​ລຸ້ນ​ໃໝ່​ມາ​ວາງ ສະ​ແດງ​ນໍາ ທີ່​ເປັນ​ເຄື່ອງ​ທົດ​ລອງສໍາລັບເທັກ​
ໂນໂລ​ຈີ່​ໃໝ່ໆ ທີ່​ຊີ້​ໄປ​ໃສ່​ອະນາຄົດ​ຂອງ​ອຸດສາຫະກໍານີ້.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:



ລົດ​ລຸ້ນນຶ່ງ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຢ່າງ​ໃຫຍ່ ກໍ​ຄື​ລົດ​ FCV Concept ທີ່​ແລ່ນດ້ວຍ​ແກ໊ສ hydrogen ຂອງ​ບໍລິສັດ​ໂຕໂຢຕາ ທີ່​ອາດ​ຈະ​ນໍາ​ອອກ​ວາງ​ຕະຫລາດ ​ໃນ​ປີໜ້າ​ນີ້​ກໍ​ໄດ້
ຢ່າງ​ໄວ​ທີ່​ສຸດ.

ຖັງຫລື​ໜ່ວຍ​ເຊື້ອ​ໄຟ​ຂອງ​ລົດ​ລຸ້ນນີ້ ຈະ​ຫັນປ່ຽນພະລັງງານຂອງ hydrogen ​ໄປ​ເປັນ​
ໄຟຟ້າ​ທີ່​ສາກ​ແບ​ຕ​ເຕີຣີ ຫລື​ໝໍ້​ໄຟ​ຂອງ​ລົດ. ​ແກ໊ສ hydrogen ​ແມ່ນ​ມີຫລາຍ​ແລະ​ກໍ​ຖືກ ​
ແລະ​ຜົນ​ພອຍ​ໄດ້​ອັນ​ດຽວ​ຈາ​ກການ​ນໍາ​ໃຊ້​ມັນ ກໍ​ຄື​ນໍ້າ​ສະອາດ.

ຫົວໜ້າ​ພະ​ແນ​ກອອກ​ແບບ​ລະບົບ​ພາຫາ​ນະ Vehicle System Design ທີ່ມະຫາວິທະ
ຍາໄລ Clemson ລັດ​ແຄ​ໂຣລາຍ​ນາ​ໃຕ້ ​ທ່ານ Zoran Filipi ເວົ້າ​ວ່າ ຖັງ​ຫລື​ໜ່ວຍ​ເຊື້ອ​
ໄຟດັ່ງກ່າວ​ແມ່ນ​ວິທີ​ແກ້​ໄຂ​ໄລຍະ​ຍາວ ສໍາ​ລັບ​ບັນຫາ​ສິ່ງ​ແວດ​ລ້ອມ.

“ຄໍາ​ປະກາດ​ຕ່າງໆ​ເມື່ອໄວໆ​ມາ​ນີ້ ທີ່​ວ່າ​ເທັກ​ໂນ​ໂລ​ຈີ​ດັ່ງກ່າວ​ນີ້ ​ຈະ​ມີ​ໄວ້​ໃຫ້​ພວກ​
ອຸບປະ​ໂພ​ກ​ໄດ້​ຊົມ​ໃຊ້​ໃນ​ອີກ​ບໍ່​ດົນ​ນັ້ນ ​ແມ່ນ​ດີ​ຫລາຍ​ແທ້ໆ ​ເພາະວ່າ​ມັນ​ຈະ​ອໍາ
ນວຍ​ໃຫ້​ມີ​ປະສົບ​ປະການ​ໂຕ​ຈິງ​ໃນ​ໂລກ ມີ​ການ​ຕີ​ລາຄາ​ເທັກ​ໂນ​ໂລ​ຈີ​ອັນ​ນີ້ ​ແລະ​
ຈະ​ກຽມ​ພວກ​ເຮົາ​ໃຫ້​ພ້ອມ ສໍາລັບ​ອະນາຄົດ​ບ່ອນ​ທີ່ ​ໃນ​ຈຸດ​ໃດ​ຈຸດ​ນຶ່ງ ​ໂຄງ​ລ່າງ​
ພື້ນຖານ​ສໍາ ​ເທັກ​ໂນ​ໂລ​ຈີ​ນີ້ ອາດ​ຈະ​ມີ​ໄວ້​ໃຫ້​ໃຊ້​ຄື​ກັນ.”


ບໍລິສັດ​ໂຕ​ໂຢຕາອ້າງ​ວ່າ ລົດ​ລຸ້ນ FCV Concept ຂອງ​ຕົນ ສາມາດ ​ແລ່ນ​ໄດ້​ໄກ​ຮອດ
500 ຫລັກ ​ແລະ​ການ​ຕື່ມ​ແກ໊ສ hydrogen ​ໃສ່​ຖັງ​ນັ້ນ ກໍ​ໃຊ້​ເວລາ​ປະມານ​ເທົ່າໆ​ກັນ​ກັບ
ຕື່ມ​ນໍ້າມັນແອ​ສຊັງ​ໃສ່​ຖັງ​ລົດ.

​ແຕ່​ວ່າ​ລົດ​ທີ່ແລ່​ດ້ວຍ​ເຄື່ອງ​ຈັກ​ທໍາ​ມະ​ດາ​ນັ້ນ ກໍ​ຍັງ​ຖືວ່າ​ເປັນ​ລຸ້ນທີ່​ຖືກ​ຫລາຍ​ທີ່​ສຸດສໍາ
ລັບຜູ້​ຊົມ​ໃຊ້​ທໍາ​ມະ​ດາ​ສາມັນ​ທີ່​ບໍ່​ມີ​ເງິນ ​ແລະ​ນອກ​ນັ້ນແລ້ວ ກໍ​ຍັງອອກ​ແບບໃຫ້​ເປັນ​ມິດ
ຫລາຍຂຶ້ນ​ຕໍ່​ສິ່ງ​ແວດ​ລ້ອມ ​ໂດຍ​ສະເພາະ​ລຸ້ນທີ່ໃຊ້​ເຄື່ອງ​ຈັກ​ທີ່ແລ່ນ​ດ້ວຍນໍ້າມັນ​ກາ​ຊວນ
ຫລື diesel ຊຶ່ງກໍາລັງ​ຖືກ​ນໍາ​ໃຊ້​ຫລາຍ​ຂຶ້ນ​ເລື້ອຍໆ​ ກັບ​ລົດລຸ້ນ​ຫລູຫລາ​ລາຄາ​ແພງ.

ອາ​ຈານ Zoran Filipi ທີ່ມະຫາ​ວິທະຍາ​ໄລ Clemson ​ເວົ້າ​ວ່າ ​ເຄື່ອງ​ຈັກ​ເຜົາໃໝ້ນໍ້າ
ມັນທາງ​ໃນ ກໍຄື internal combustion engines ເອີ້ນ​ຫຍໍ້​ວ່າ IC ນັ້ນ ກໍາລັງ​ຕໍ່ສູ້​ຄືນ
ຊຶ່ງທ່ານອະທິບາຍວ່າ:

“ສິ່ງ​ທີ່​ພວກ​ເຮົາ​ເຫັນ ກໍ​ຄື​ວ່າ ການ​ເອົາ​ແນວ​ຄິດ​ຕ່າງໆ​ທີ່​ກ້າວໜ້າ​ກ່ຽວ​ກັບ​ເຄື່ອງ​ຈັກ
IC ມາ​ໃຊ້​ປະສົມ​ກັນ ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້ ​ເປັນ​ຕົ້ນ​ວ່າ ການ​ເຮັດ​ເຄື່ອງ​ຈັກ​ນ້ອຍ​
ລົງ ການ​ໃຊ້​ລະບົບ​ສາກໂດຍ​ກັງ​ຫັນ ການ​ປ້ອນ​ເຊື້ອ​ໄຟ​ເຂົ້າ​ໄປ​ໂດຍ​ກົງ ​ແລະ​ລະບົບ
ເກ​ຍກ້າວໜ້າ​ທີ່​ມີ​ຮອດ 7 8 9 ​ແລະ 10 ສະ​ປີດ ​ຫລື​ຄວາມ​ໄວ​ນັ້ນ ​ແມ່ນ​ຈະ​ອໍານວຍ​
ໃຫ້​ປະ​ຫຍັດ​ເຊື້ອ​ໄຟ​ໄດ້ເຖິງ 10 15 ຫລືຮອດ 20 ສ່ວນ​ຮ້ອຍ​ໄດ້.” ​


ເຄື່ອງ​ຈັກຮາ​ຍບຣີດ ກໍ​ກໍາລັງ​ຖືກ​ນໍາ​ໄປ​ໃຊ້ ຢູ່​ໃນ​ຕະຫລາດ​ລົດ​ຫລູຫລາ​ລາຄາ​ແພງຫລາຍ
​ຂຶ້ນ​ເຊັ່ນ​ກັນ. ບໍລິສັດ​ຜະລິດ​ລົດ Cadillac ລາຄາ​ແພງ ຂອງ​ສະຫະລັດ ​ໄດ້​ຮັບ​ລາງວັນ​
ເທັກ​ໂນ​ໂລ​ຈີ​ລົດ​ສີຂຽວ​ Green Car Technology ສໍາລັບ​ປີ​ນີ້ ຍ້ອນ​ລົດ​ລຸ້ນ ELR ທີ່​ໃຊ້
​ເຄື່ອງ​ຈັກ​ໄຟຟ້າ​ເວລາ​ແລ່ນ ​ແລະ​ໃຊ້​ເຄື່ອງ​ຈັກນ້ອຍ​ທີ່​ແລ່ນ​ດ້ວຍ​ແກ໊ສທີ່ໃຊ້​ລະ​ບົດ​ສາກ​
ໂດຍ​ກັງ​ຫັນ​ນັ້ນ ​ເວລາ​ສາກ​ໄຟ​ຟ້າ​ເຂົ້າ​ໃສ່​ໝໍ້​ໄຟ ຊຶ່ງ​ອໍານວຍ​ໃຫ້​ລົດ​ແລ່ນ​ໄດ້​ໄກ​ຂຶ້ນ​ອີກ.

​ເທັກ​ໂນ​ໂລ​ຈີ​ໃໝ່​ອີກອັນ​ນຶ່ງທີ່​ກໍາລັງ​ໂຜ່​ໂຕຂຶ້ນ​ມາ ກໍ​ຄື​ວັດຖຸ​ປະສົມ​ທີ່​ນໍາ​ເອົາ​ມາ​ໃຊ້​ຄືນໃໝ່​
ໄດ້ ສໍາລັບ​ເຮັດ​ໂຄງ​ຮ່າງ​ຫລື​ໂຕ​ຖັງ​ຂອງ​ລົດ ​ເຊັ່ນ​ລົດ BMW ລຸ້ນ i3 ທີ່​ບ່ອນ​ໄວ້​ເຄື່ອງຂອງ
​ຜູ້​ໂດຍສານ ​ເຮັດ​ດ້ວຍ​ພະລັສຕິກທີ່ປະສົມ​ສາຍ​ໃຍ​ຄາບ​ອນເພື່ອໃຫ້​ຄົງ​ທົນ​ ​ແຕ່​ວ່າ​ເບົາ​ລົງ.
ທ່ານ Filipi ກ່າວ​ວ່າ ວັດຖຸ​ແລະ​ໂຄງ​ສ້າງ​ທີ່​ເບົາໆ ​ແມ່ນ​ຈໍາ​ເປັນ​ທີ່​ສຸດ​ສໍາລັບ​ລົດ​ທີ່ ​ໃຊ້​ໝໍ້
ໄຟ ຫລື ແບ​ຕ​ເຕີຣີ ໜັກໆ. ທ່ານ Filipi ​ເວົ້າ​ວ່າ

“ເຮົາ​ອາດ​ຈະ​ໄດ້​ເຫັນອະນາຄົດ ທີ່​ມີ​ລົດ​ທີ່ໂຄງ​ສ້າງ ຫລື​ໂຕ​ຖັງ ​ເຮັດ​ດ້ວຍ​ວັດຖຸ​
ຫລາຍໆ​ຢ່າງ​ປະສົມປະສານ​ກັນ ​ເຊັ່ນ​ເຫລັກ​ກ້າ ອາ​ລູມີ​ນຽມ ​ແລະ​ສາຍ​ໃຍ​ຄາບ​ອນ
ຫລື
carbon fiber ນັ້ນ​ກໍ​ໄດ້ ຊຶ່ງ​ທັງ​ໝົດ​ນັ້ນ​ຈະ​ຖືກ​ນໍາ​ໃຊ້​ໃນ​ລົດຍົນ​ຄັນ​ດຽວ​ກັນ ​
ແລະ​ອາດ​ຈະ​ເຫັນ​ການ​ໃຊ້​ກາວ​ເຊື່ອມ​ຕິດ​ສ່ວນ​ປະກອບ​ຕ່າງ​ໆ ​ແທນ​ການ​ໃຊ້​ໄຟ
ຈອດຕິດ​ກັນ​.”


ທ່ານ Filipi ກ່າວ​ອີກ​ວ່າ ​ເວລາ​ນີ້ ກໍ​ກໍາລັງ​ມີ​ການ​ຄົ້ນ​ຄ້ວາ​ຢ່າງ​ຂຸ້ນຂ້ຽວ ກ່ຽວ​ກັບ​ວັດຖຸປະສົມ
ຊີວະ​ພາບ​ທີ່​ຍ່ອຍ ​ຫລື​ລະລາຍ​ໄດ້ ​ເພື່ອ​ເອົາ​ມາ​ໃຊ້ເຮັດ​ທາງ​ໃນ​ຂອງ​ລົດ ​ແລະ​ສາມາດນໍາພາ
​ພວກ​ເຮົາ​ໄປ​ສູ່​ອະນາຄົດ ທີ່​ຍືນ​ຍົງ​ໄດ້. ​

ພິຈາລະນາ​ຈາກ​ລົດ​ລຸ້ນຕ່າງໆ​ທີ່​ນໍາ​ມາສະ​ແດງ​ໃນ​ງານ Washington Auto Show ນີ້ແລ້ວ
ລົດ​ລຸ້ນ​ໃນອະນາຄົດ​ແມ່ນ​ຈະ​ມີ​ລາຄາ​ຖືກ​ລົງ​ນັບ​ມື້ ແລະກໍ​ຈະ​ສົ່ງຜົນ​ກະທົບ​ຕໍ່​ສິ່ງ​ແວດລ້ອມ
ໜ້ອຍ​ລົງນັບ​ມື້​ເຊັ່ນ​ກັນ.

ວີດີໂອ: ງານສະແດງລົດອາເມຣິກັນ ປະຈໍາປີ 2014 ທີ່ນະຄອນ Detroit:

Detroit Showcases Dramatic Turnaround at Auto Show
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG