ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

12 ຄົນ ບາດເຈັບ ໃນເຫດລະເບີດແຕກ ຢູ່ນອກສານ ໃນພາກຕາເວັນອອກ ຢູເຄຣນ


ukraineairport19january15
please wait

No media source currently available

0:00 0:02:33 0:00

ລະ​ເບີດ​ລູກ​ນຶ່ງ​ແຕກ​ຂື້ນ​ຢູ່​ນອກສານ ໃນ​ເມືອງ Kharkiv ​ທາງ​
ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ໃນ​ວັນ​ຈັນ​ວານ​ນີ້ ​ເຮັດ​ໃຫ້​ມີ​ຜູ້
ໄດ້​ຮັບ​ບາດ​ເຈັບຢ່າງໜ້ອຍ12 ຄົນ.

ເຫດລະ​ເບີດ​ແຕກ​ ເກີດຂຶ້ນຫລັງ​ຈາກ​ບັນດາ​ຜູ້​ສະໜັບສະໜູນ
ພັກ Svoboda ຊຶ່ງເປັນພັກຊາດນິຍົມຂອງຢູ​ເຄຣນ ອອກ​ຈາກ
​ຕຶຶກໄປ ບ່ອນ​ທີ່​ສະມາຊິ​ກພັກ​ຄົນ​ນຶ່ງ​ຖືກ​ດຳ​ເນີນ​ຄະດີ.

​ຫົວໜ້າໄອ​ຍະ​ການຄົນ​ນຶ່ງ ກ່າ​ວວ່າ ມັນ​ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ກ່າວ​
ວ່າ Svoboda ​ໄດ້​ມີສ່ວນກ່ຽວຂ້ອງ ​ແຕ່​ທ່ານ​ກໍເວົ້າ​ວ່າ ເຫດລະ​ເບີດ​ນີ້ຈະ​ຖືກ​ສືບສວນ​ວ່າ​ເປັນ​ການ​ກໍ່​ການ​ຮ້າຍ.

​ໃນ​ຕອນ​ເຊົ້າ​ວັນ​ຈັນວານນີ້ ນາຍົກລັດຖະມົນຕີ ຢູ​ເຄຣນ ທ່ານ Arseny Yatsenyuk ກ່າວ​
ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ມີ​ຫລັກ​ຖານ​ທີ່​ໂຕ້​ຖຽງ​ບໍ່​ໄດ້​ວ່າ” ລັດ​ເຊຍຍັງສືບຕໍ່​ສົ່ງ​ທະຫານ ​ແລະ​
ອຸບປະກອນມາສະ​ໜັບສະ​ໜູນພວກ​ແບ່ງ​ແຍ​ກ ດິນ​ແດນ.

ທ່ານ Yatsenyuk ກ່າວ​ວ່າ ໜ່ວຍ​ສືບ​ລັບຢູ​ເຄຣນ ​ໄດ້​ເຫັນມີການສົ່ງ​ບັນດາ​ລົດ​ຖັງ ປືນ
ໃຫຍ່ ລະບົບ​ລູກ​ສອນ​ໄຟ ​ແລະ​ອຸບປະກອນສອດແນມທາງອີ​ເລັກ​ໂຕຣນິກ​ເຂົ້າມາ. ທ່ານ
ກ່າວ​ວ່າ ອາ​ວຸດ​ເຫລົ່າ​ນີ້ແມ່ນມາຈາກກອງທັບຣັດ​ເຊຍເທົ່າ ​ນັ້ນ

ການ​ສູ້​ລົບກັນ​ຢ່າງ​ດຸ​ເດືອດ​ຍັງ​ດຳ​ເນີນ​ຢູ່ຕໍ່ມາໃນ​ວັນ​ຈັນ​ວານ​ນີ້ລ​ະຫວ່າງກຳລັງ​ຢູ​ເຄຣນ
​ແລະ​ພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ​ນິຍົມ​ຣັດ​ເຊຍ ຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ
​ໂດຍ​ສະ​ເພາະ​ແລ້ວ ແມ່ນໃກ້ໆ​ເດີ່ນ​ເຮືອບິນເມືອງ Donetsk.

​ເຈົ້າ​ໜ້າ​ທີ່​ຂອງທັງ​ສອງ​ຝ່າຍ ຕ່າງກໍອ້າງວ່າ ຕົນເປັນຜູ້​ຄວບ​ຄຸມ​ສະຖານທີ່ເກືອບ​ຫັກ​ພັງດັ່ງກ່າວ.

A blast outside a courthouse in the eastern Ukrainian city of Kharkiv Monday has wounded at least 12 people.

The explosion came just after supporters of the Ukrainian nationalist Svoboda party left the building, where a party member is on trial.

A top prosecutor says it is too early to say if Svoboda was involved, but he says the blast will be investigated as a terrorist act.

Earlier Monday, Ukrainian Prime Minister Arseniy Yatsenyuk told reporters there is "indisputable evidence" Russia continues to send military personnel and equipment to support separatists.

Mr. Yatsenyuk said Ukrainian intelligence has seen tanks, howitzers, missile systems and electronic surveillance equipment. He says the arms could only have come from the Russian military.

Fierce fighting continued Monday between Ukrainian forces and pro-Russian separatists in eastern Ukraine, especially near the area of the Donetsk airport.

Officials from both sides claim to be in control of the nearly wrecked facility.

Also Monday, European Union foreign ministers decided not to ease sanctions on Russia as long as the fighting in eastern Ukraine continues. An EU spokeswoman called the situation in the east "much worse" today than last week.

XS
SM
MD
LG