ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົງຄາມຢູ່ໄຕ້ຫວັນ ຈະປ່ຽນໂລກ, ເອກອັກຄະລັດຖະ ທູດ ອອສເຕຣເລຍ ປະຈຳສະຫະລັດ ທ່ານ ເຄວິນ ຣັດ ກ່າວ


ເອກອັກຄະລັດຖະທູດອອສເຕຣເລຍ ປະຈໍາ ສະຫະລັດ ທ່ານ ເຄວິນ ຣັດ (Kevin Rudd).
ເອກອັກຄະລັດຖະທູດອອສເຕຣເລຍ ປະຈໍາ ສະຫະລັດ ທ່ານ ເຄວິນ ຣັດ (Kevin Rudd).

ເອກອັກຄະລັດຖະທູດອອສເຕຣເລຍ ປະຈໍາ ສະຫະລັດ ທ່ານ ເຄວິນ ຣັດ (Kevin Rudd) ໄດ້ກ່າວເຕືອນໃນຄຳປາໄສວ່າ ຜົນສະທ້ອນໃນທົ່ວໂລກ ຈາກສົງຄາມໄຕ້ຫວັນ ຈະຫຼວງຫຼາຍເທົ່າໆກັບ ຜົນກະທົບຂອງສົງຄາມໂລກ ຄັ້ງທີ 2 ເຊິ່ງຈະເຮັດໃຫ້ໂລກ "ແຕກຕ່າງໄປຈາກເກົ່າ ໂດຍສິ້ນເຊີງ", ອີງຕາມອົງການຂ່າວ Reuters.

ຖ້າຫາກວ່າ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ (Xi Jinping), ເຊິ່ງມີອາຍຸ 71 ປີໃນເດືອນນີ້, ຕ້ອງການບັນລຸ "ການຮ່ວມຊາດຄັ້ງສຸດທ້າຍ" ກັບໄຕ້ຫວັນ, ທ່ານມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະດຳເນີນການໃນທົດສະວັດຕໍ່ໄປ ກ່ອນທີ່ທ່ານຈະ ມີອາຍຸ 80 ປີ, ທ່ານ ຣັດ ກ່າວໃນຄໍາປາໄສທີ່ນະ​ຄອນ ໂຮໂນລູລູ (Honolulu), ຂອງ​ລັດ ຮາ​ວາຍ ໃນວັນພະຫັດວານນີ້.

"ພວກເຮົາຈະໂງ່ ຖ້າພວກເຮົາບໍ່ສົນໃຈຕໍ່ຄວາມຊັດເຈນທີ່ເພີ່ມຂຶ້ນຂອງສັນຍານ ທາງການທະຫານຂອງຈີນ, ລວມທັງຮູບແບບການຊ້ອມລົບຄັ້ງຫຼ້າສຸດຂອງຈີນ," ທ່ານ ຣັດ, ເຊິ່ງເປັນນາຍົກລັດຖະມົນຕີຂອງອອສເຕຣເລຍ ເຖິງ 2 ສະໄໝ ໃນທົດສະວັດທີ່ຜ່ານມາກ່າວ.

ທ່ານ​ກ່າວ​ວ່າ ຈີນ ຈະດຳເນີນການ​ ຫຼືບໍ່ ນັ້ນ ແມ່ນ​ຈະ​ຂຶ້ນ​ຢູ່​ກັບ​ຄວາມ​ຮັບ​ຮູ້​ຂອງ​ຈີນ ​ຕໍ່ກັບ​ຄວາມ​ເຂັ້ມ​ແຂງ​ຂອງ​ການ​ສະກັດ​ກັ້ນ​ຂອງສະຫະລັດ.

ຈີນ​ອ້າງ​ເອົາໄຕ້​ຫວັນທີ່ຖືກປົກຄອງຢ່າງເປັນປະຊາທິປະ​ໄຕ​ວ່າ​ເປັນ​ດິນ​ແດນ​ຂອງ​ຕົນ ​ແລະ​ບໍ່​ເຄີຍ​ປະ​ຖິ້ມ​ການ​ໃຊ້​ກຳລັງ​ເພື່ອ​ຍຶດເອົາ​ເກາະ​ດັ່ງກ່າວ​ມາ​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ຕົນ. ໄຕ້​ຫວັນ ​ຄັດຄ້ານ​ການ​ອ້າງ​ເອົາ​ອະທິປະ​ໄຕ​ຂອງ​ຈີນ​ຢ່າງ​ໜັກແໜ້ນ ​ແລະ​ກ່າວ​ວ່າ ມີພຽງ​ແຕ່​ປະຊາຊົນ​ທີ່ຢູ່ເທິງເກາະ​ດັ່ງກ່າວ​ສາມາດ​ຕັດສິນ​ອະນາຄົດ​ຂອງ​ຕົນເອງໄດ້.

ສະຫະລັດ ໄດ້ສະແດງຄວາມກັງວົນກ່ຽວກັບການເຄື່ອນໄຫວທາງທະຫານ ຂອງຈີນ ຢູ່ໃກ້ກັບໄຕ້ຫວັນ, ເຊິ່ງລວມເຖິງ ຫຼັງຈາກການເລືອກຕັ້ງປະທານາ ທິບໍດີຂອງເກາະດັ່ງກ່າວ ແລະການເຂົ້າຮັບຕໍາແໜ່ງ ຂອງປະທານາທິບໍດີ ຫຼາຍ ຈິງ-ເຕ (Lai Ching-te) ໃນເດືອນແລ້ວນີ້. ຈີນ​ ເຕືອນສະຫະລັດ ວ່າ​ບໍ່​ຄວນ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ຂອງ​ຈີນ​ກັບ​ໄຕ້​ຫວັນ.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

June 6 (Reuters) - Australia's ambassador to the United States, Kevin Rudd, cautioned in a speech that the global consequences of a war over Taiwan would be as great as the impact of the Second World War, making the world "a radically different place".

If Chinese President Xi Jinping, who turns 71 this month, wanted to achieve "final national unification" with Taiwan he would likely act in the next decade before he reaches his 80s, Rudd said in a speech in Honolulu on Thursday.

"We would be foolish to ignore the increasing clarity of China's military signalling, including the pattern of its most recent military exercises," said Rudd, who was twice Australia's prime minister in the previous decade.

Whether China acts will depend on its perception of the strength of U.S. deterrence, he said.

China claims democratically governed Taiwan as its own territory and has never renounced the use of force to bring the island under its control. Taiwan strongly objects to China's sovereignty claims and says only the island's people can decide their future.

The United States has expressed concern about Chinese military activity near Taiwan, including after the island's presidential election and the inauguration of President Lai Ching-te last month. China has warned the U.S. should not interfere in China's affairs with Taiwan.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG