ຜູ້ເສັຍຊີວິດປະມານ 20 ຄົນ ໃນພາກເໜືອຂອງປະເທດມາລີ, ເມື່ອພາຫະນະຫຼາຍຄັນທີ່ພວກເຂົາໂດຍສານມາຢູ່ນັ້ນ ຖືກໂຈມຕິີ ໂດຍແຫຼ່ງຂ່າວໃນທ້ອງຖິ່ນແຈ້ງຕໍ່ ອົງການຂ່າວ ເອແອັຟພີ ວ່າ ທະຫານຮັບຈ້າງ ແວກເນີ ແລະ ທະຫານຂອງກອງທັບບົກ ມາລີ ເປັນຜູ້ຮັບຜິດຊອບ.
ຍາດພີ່ນ້ອງຂອງຄົນຂັບລົດຄັນນຶ່ງ ບອກກັບອົງການຂ່າວ ເອແອັຟພີ ຈາກເມືອງ ກາວ ( Gao ) ທາງພາກເໜືອວ່າ ກຸ່ມຄົນດັ່ງກ່າວ ກຳລັງມຸ້ງໜ້າໄປ ແອລຈີເຣຍ ເມື່ອເກີດການໂຈມຕີ ທີ່ເຮັດໃຫ້ມີຜູ້ເສັຍຊີວິດ.
“ ຄົນຂັບລົດຄັນທຳອິດເປັນລູກອ້າຍລູກນ້ອງຂອງຂ້ອຍ” ພວກເຂົາກ່າວໂດຍບໍ່ຂໍເປີດເຜີຍຊື່.
“ ພວກເຂົາພົບກຸ່ມທະຫານຮັບຈ້າງແວກເນີ ແລະ ທະຫານມາລີ ຈຳນວນນຶ່ງທີ່ຍິງປືນໃສ່ພວກເຂົາ. ໃນລົດຄັນທຳອິດທຸກຄົນເສຍຊີວິດ ລວມເຖິງລູກອ້າຍລູກນ້ອງຂອງຂ້ອຍນໍາດ້ວຍ” ພວກເຂົາກ່າວໂດຍລະບຸວ່າ ຜູ້ໂດຍສານລວມເຖິງຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ ແລະຊົນເຜົ່າໂນມາດ ທີ່ບໍ່ມີທີ່ຢູ່ເປັນຫຼັກແຫຼ່ງ.
ເມື່ອອົງການຂ່າວເອແອັຟພີເຂົ້າໄປຕິດຕໍ່ກອງທັບມາລີ ເມື່ອວັນຈັນຜ່ານມາ, ກອງທັບມາລີບໍ່ໄດ້ໃຫ້ຄວາມເຫັນຢ່າງເປັນທາງການກ່ຽວກັບຂໍ້ກ່າວຫາດັ່ງກ່າວ.
ຢ່າງໃດກໍ່ຕາມແຫຼ່ງຂ່າວທາງທະຫານໄດ້ອອກມາປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວໂດຍກ່າວວ່າ ຂະນະນີ້ພວມມີການສອບສວນຢູ່ ແຕ່ “ ກອງທັບບໍ່ໄດ້ສັງຫານໃຜ.”
“ເຫດການທີ່ເກີດຂຶ້ນນັ້ນ ຮ້າຍແຮງຫຼາຍ ພົນລະເຮືອນເຫຼົ່ານີ້ເສຍຊີວິດໃນລົດ 2 ຄັນໃນພາກພື້ນ ໄທເລມຊີ” ໂຕແທນຈາກພາກພື້ນ ກາວ (Gao) ບອກກັບເອແອັຟພີ. ລາວກ່າວວ່າ “ ລວມທັງໝົດ, ໃນລົດ 2 ຄົນ, ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ.”
ກຸ່ມກະບົດແບ່ງແຍກດິນແດນ Front for the Liberation of Azawad (FLA) ກ່າວປະນາມເຫດການທີ່ວ່າ “ ການກວາດລ້າງຊົນເຜົ່າທີ່ດຳເນີນການໂດຍຄະນະລັດຖະບານທະຫານ ບາມາໂກ ຕໍ່ປະຊາກອນໃນ ອາຊາວາດ.” ຖະແຫຼງການຂອງ FLA ອ້າງວ່າລົດ 2 ຄັນ “ ຖືກສະກັດກັ້ນໂດຍ ກອງກຳລັງຕິດອາວຸດ ມາລີ (FAMA)/Wagner ຊຶ່ງເປັນກຸ່ມກໍ່ການຮ້າຍ.”
ອ່ານຂ່າວເປັນພາສາອັງກິດ
Around 20 people were killed in northern Mali on Monday when the vehicles they were traveling in came under attack, with local sources telling Agence France-Presse that Wagner mercenaries and Mali's army were responsible.
A relative of the driver of one of the vehicles told AFP from the northern city of Gao that the group was bound for Algeria when the deadly attack occurred.
"The driver of the first vehicle is my cousin," they said on the condition of anonymity.
"They encountered a group of Wagner mercenaries and some Malian soldiers who shot at them. In the first car, everyone died. My cousin too," they said, specifying that the passengers included illegal migrants and nomads.
Mali's army did not provide an official comment on the accusations when approached by AFP on Monday.
However, a military source refuted the claims, saying an investigation was under way but "the army killed no one."
"What happened is serious. These were civilians who were killed in the two vehicles in the Tilemsi region," a representative from the Gao region told AFP.
"In total, in the two vehicles, there are at least 20 dead," he said.
The separatist rebel group Front for the Liberation of Azawad (FLA) condemned the continuation of "ethnic cleansing carried out by the Bamako junta against the Azawad population."
The FLA statement claimed two vehicles "were intercepted by the terrorist coalition FAMA (Malian Armed Forces)/Wagner."
ຟໍຣັມສະແດງຄວາມຄິດເຫັນ