ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ນະ​ຄອນຫຼວງ ວຽງ​ຈັນ ກຳ​ລັງ​ປະ​ເຊີນ​ກັບ​ ການ​ລະ​ບາດ​ ຂອງໂຣກ​ ໄຂ້​ເລື​ອດ​ອອກ


ປະ​ຊາ​ຊົນ​ອະ​ນາ​ໄມ​ ເພື່ອ​ກຳ​ຈັດ​ບ່ອນ​ຫຼົບ​ລີ້​ຂອງ​ຍຸງ​ທີ່​ເປັນ​ພາ​ຫະ​ນະ​ນຳ​ເຊື້ອ​ໄຂ້​ເລືອດ​ອອກ​ມາ​ສູ່​ປະ​ຊາ​ຊົນ.
ປະ​ຊາ​ຊົນ​ອະ​ນາ​ໄມ​ ເພື່ອ​ກຳ​ຈັດ​ບ່ອນ​ຫຼົບ​ລີ້​ຂອງ​ຍຸງ​ທີ່​ເປັນ​ພາ​ຫະ​ນະ​ນຳ​ເຊື້ອ​ໄຂ້​ເລືອດ​ອອກ​ມາ​ສູ່​ປະ​ຊາ​ຊົນ.

ປະ​ຊາ​ຊົນໃນ​ເຂດ​ນະ​ຄອນຫຼວງວຽງ​ຈັນ ກຳ​ລັງ​ປະ​ເຊີນ​ກັບ​ບັນ​ຫາ​ການ​ແຜ່​ລະ​ບາດ​
ຂອງເຊື້ອໂຣກໄຂ້ເລືອດອອກທີ່ຮຸນແຮງທີ່ສຸດໃນຮອບ 30 ປີ ສະເພາະໃນສັບປະດາ
ທຳອິດຂອງປີ 2019 ມີຜູ້ເສຍຊີວິດແລ້ວ 4 ຄົນ.

ດ​ຣ. ພອນ​ປະ​ສິດ ອຸ​ນາ​ພົມ ຫົວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ ນະ​ຄອນຫຼວງ ວຽງ​ຈັນ
ຖະແຫຼງຢືນຢັນວ່າ ການແຜ່ລະບາດຂອງເຊື້ອໂຣກໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກໃນ
ເຂດນະຄອນຫຼວງວຽງຈັນ ໃນປັດຈຸບັນຖືວ່າມີລະດັບທີ່ຮຸນແຮງທີ່ສຸດໃນຮອບ 30 ປີ
ຊຶ່ງຈະເຫັນໄດ້ຈາກການທີ່ມີຜູ້ເສຍຊີວິດແລ້ວ 4 ຄົນໃນຊ່ວງສັບປະດາທຳອິດຂອງ
ເດືອນມັງກອນ 2019 ນີ້ ໃນຂະນະທີ່ຕະຫຼອດປີ 2018 ທີ່ຜ່ານມາບໍ່ມີການເສຍຊີວິດ
ຂຶ້ນແຕ່ຢ່າງໃດ.

ສະ​ນັ້ນ ຈຶ່ງ​ຕ້ອງ​ດຳ​ເນີນ 4 ມາດ​ຕະ​ການ​ປ້ອງ​ກັນ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ ກໍ​ຄື​ການ​ປະ​ສານ​
ງານຢ່າງໃກ້ຊິດລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວ
ສານ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອໂຣກດ້ວຍການຮ່ວມມືຈາກປະຊາຊົນ
ການດຳເນີນມາດຕະການຄວບຄຸມ ແລະ ກຳຈັດເຊື້ອໂຣກໃນເຂດທີ່ເກີດການແຜ່ລະ
ບາດ ແລະ ການຮັກສາປິ່ນປົວຜູ້ປ່ວຍໃຫ້ໄດ້ຢ່າງມີປະສິດທິພາບ ດັ່ງທີ່ ດຣ. ພອນປະ
ສິດ ໄດ້ຖະແຫຼງຢືນຢັນວ່າ

"ພະ​ຍາດ​ໄຂ້​ເລືອດ​ອອກ ພວມ​ເປັນ​ບັນ​ຫາ​ໃໝ່​ຢູ່​ໃນ​ນະ​ຄອນຫຼວງວຽງ​ຈັນ ຊຶ່ງບໍ່​ເຄີຍ​ມີ​
ມາໃນຮອບ 20 ຫາ 30 ປີແຕ່ມາປີນີ້ຊຶ່ງວ່າເປັນເຫດການທີ່ຜິດປົກກະຕິອັນສຳຄັນທີ່
ສຸດ ພຽງແຕ່ມາອາທິດທີ 1 ຂອງປີ 2019 ມັນມີກະລະນີເສຍຊີວິດຍ້ອນພະຍາດໄຂ້
ຍຸງລາຍເກີດຂຶ້ນ ຖ້າໄລ່ເປັນຄົນກະແມ່ນ 4 ຄົນຖ້າໄລ່ເປັນກໍລະນີກໍ 3 ກໍລະນີຊຶ່ງວ່າ
ໝວດເຮົາຈະຕ້ອງໄດ້ຮີບຮ້ອນປຶກສາຫາລືກັນວ່າເຮົາສິເຮັດແນວໃດ ຊຶ່ງທາງທີມງານ
ໝວດກະໄດ້ເປັນເອກະພາບກັນກຳນົດອອກຢູ່ 4 ຍຸດທະສາດໃຫຍ່ທີ່ວ່າຈະເຮັດຮ່ວມ
ກັນໃນຕົ້ນປີນີ້."

ທາງ​ດ້ານ​ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ​ລາຍ​ງານ​ວ່າ ໃນ​ປີ 2018 ທີ່​ຜ່ານ​ມາ​ມີ​ປະ​ຊາ​ຊົນ
ລາວ ເປັນໄຂ້ເລືອດອອກຈຳນວນ 6,000 ກວ່າຄົນ ແລະ ເສຍຊີວິດ 19 ຄົນໃນທົ່ວ
ປະເທດໂດຍແຂວງອັດຕະປືມີຜູ້ປ່ວຍເປັນໄຂ້ເລືອດອອກຫຼາຍທີ່ສຸດ ຕິດຕາມດ້ວຍນະຄອນຫຼວງວຽງຈັນ, ຈຳປາສັກ ແລະ ສະຫວັນນະເຂດ ຕາມລຳດັບ.

ສ່ວນ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໂຣກ​ໄຂ້​ເລືອດ​ອອກ​ດັ່ງ​ກ່າວ ກໍ
ຄືສະພາບຄວາມແອອັດໃນຕົວເມືອງ ແລະ ເຂດຊານເມືອງ ການມີຂີ້ເຫຍື້ອທີ່ຕົກຄ້າງ
ເພີ່ມຂຶ້ນ ແລະ ການອະນາໄມອາຄານ-ສະຖານທີ່ຕ່າງໆ ທັງຂອງລັດ ແລະ ເອກະຊົນ
ຍັງເຮັດໄດ້ບໍ່ທັນດີເປັນຕົ້ນ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເພື່ອ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​
ຊີວິດການເປັນຢູ່ຂອງແມ່ ແລະ ເດັກໃນ ລາວ ກໍຍັງບໍ່ສາມາດບັນລຸຜົນຕາມເປົ້າໝາຍ
ທີ່ວາງໄວ້ໃນຫຼາຍໆດ້ານທີ່ລວມເຖິງການປ້ອງກັນພະຍາດໄຂ້ເລືອດອອກໃນແມ່ ແລະ
ເດັກດ້ວຍນັ້ນ ດ້ວຍເຫດນີ້ຈຶ່ງເຮັດລະດັບຄຸນນະພາບຊີວິດຄວາມເປັນຢູ່ຂອງແມ່ ແລະ
ເດັກໃນ ລາວ ຍັງຖືກຈັດໃຫ້ຢູ່ໃນອັນດັບຕ່ຳທີ່ສຸດໃນ ອາຊຽນ ອີກດ້ວຍ ຊຶ່ງເຮັດໃຫ້ລັດ
ຖະບານ ລາວ ຈະຕ້ອງເພີ່ມງົບປະມານເຂົ້າໃນວຽກງານພັດທະນາແມ່ ແລະ ເດັກໃຫ້
ຫຼາຍຂຶ້ນ ທັງຍັງຈະຕ້ອງພັດທະນາ ແລະ ປັບປຸງການບໍລິຫານງານໃນທຸກພາກສ່ວນທີ່
ກ່ຽວຂ້ອງໃນວຽກງານແມ່ ແລະ ເດັກໃຫ້ມີປະສິດທິພາບສູງຂຶ້ນຢ່າງເປັນຮູບປະທຳອີກ
ດ້ວຍ.

ສ່ວນ​ທ່ານ ບຸນກອງ ສີ​ຫາ​ວົງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຢືນ​ຢັນ​ວ່າ
ເປົ້າໝາຍສຳຄັນທີ່ຈະຈັດຕັ້ງປະຕິບັດໃຫ້ໄດ້ໃນປີ 2019 ຄືການຫຼຸດອັດຕາການຕາຍ
ຂອງແມ່ຍິງຂະນະຖືພາ ຫຼື ເກີດລູງລົງຈາກ 182 ເປັນ 175 ຕໍ່ 1 ແສນຄົນ, ການຫຼຸດ
ອັດຕາການຕາຍຂອງເດັກອາຍຸຕ່ຳກວ່າ 5 ປີລົງຈາກ 56 ຄົນເປັນ 51 ຄົນຕໍ່ 1,000
ຄົນ ແລະ ຫຼຸດອັດຕາການຕາຍຂອງເດັກທີ່ອາຍຸຕ່ຳກວ່າ 1 ປີລົງຈາກ 43 ເປັນ 38 ຕໍ່
1,000 ຄົນໃຫ້ໄດ້ຢ່າງເປັນຮູບປະທຳ.

ທາງ​ດ້ານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ (UNDP) ລາຍ​ງານ​ວ່າ​ລັດ​
ຖະບານ ລາວ ຍັງບໍ່ສາມາດບັນລຸເປົ້າໝາຍໃນ 6 ດ້ານຄື ເດັກອາຍຸຕ່ຳກວ່າ 5 ປີຍັງມີ
ສ່ວນສູງຕ່ຳກວ່າເກນເຖິງ 38 ເປີເຊັນ ສ່ວນເດັກທີ່ມີນ້ຳໜັກຕ່ຳກວ່າເກນຍັງມີເຖິງ 27
ເປີເຊັນ ຂະນະທີ່ການຮຽນຈົບຊັ້ນປະຖົມປີທີ 5 ຍັງເພີ່ມຂຶ້ນຢ່າງຊັກຊ້າ ສ່ວນອັດຕາ
ການຕາຍຂອງເດັກອາຍຸຕ່ຳກວ່າ 1 ປີກໍຍັງສູງເຖິງ 43 ຄົນຕໍ່ 1,000 ຄົນ ອັດຕາການ
ຕາຍຂອງແມ່ຂະນະຖືພາຍັງສູງເຖິງ 182 ຄົນຕໍ່ 1 ແສນຄົນ ສ່ວນແມ່ຍິງ ລາວ ທີ່ເກີດ
ລູກໂດຍໄດ້ຮັບການຊ່ວຍເຫຼືອຈາກແພດ-ພະຍາບານກໍມີພຽງແຕ່ 60 ເປີເຊັນເທົ່ານັ້ນ.

ສ່ວນ​ທ່ານ ລັດ​ທິ​ພອນ ອຸ​ລາ ນັກ​ໂພ​ສະ​ນາ​ການ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໃຫ້​ການ​
ຢືນຢັນວ່າ ຍັງມີເດັກນ້ອຍ ລາວ ທີ່ອາຍຸຕ່ຳກວ່າ 5 ປີຄິດເປັນອັດຕາສະເລ່ຍເຖິງ 44
ເປີເຊັນໃນທົ່ວປະເທດທີ່ຍັງຕ້ອງປະເຊີນກັບບັນຫາຂາດແຄນດ້ານໂພສະນາການຢ່າງ
ໜັກ ເຮັດໃຫ້ເດັກເຫຼົ່ານີ້ມີສ່ວນສູງ ແລະ ນ້ຳໜັກຕ່ຳກວ່າເກນ ທງັຍັງມີການຈະເລີນ
ເຕີບໂຕທາງສະໝອງ ແລະ ການຮຽນຮູ້ໃນລະດັບທີ່ຕ່ຳກວ່າ ເກນມາດຕະຖານສາກົນ
ອີກດ້ວຍ.

XS
SM
MD
LG