ເສດຖະກິດໃນເຂດນະຄອນຫຼວງ ວຽງຈັນ ຂະຫຍາຍຕົວເພີ່ມຂຶ້ນເຖິງ 9.58 ເປີເຊັນ ແຕ່ບັນດາໂຄງການພັດທະນາໃນພາກລັດກັບມີຄຸນນະພາບຕ່ຳ ເພາະການທຸຈະລິດ ແລະ ການຈັດຕັ້ງປະຕິບັດທີ່ດ້ອຍປະສິດທິພາບຢ່າງຍິ່ງ.
ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ວຽງຈັນ ຖະແຫຼງວ່າໃນປີ 2019 ເສດຖະກິດຂອງນະຄອນຫຼວງວຽງຈັນໄດ້ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 9.58 ເປີເຊັນທຽບໃສ່ປີ 2018 ໂດຍມີມູນຄ່າຜະລິດຕະພັນພາຍໃນ (GDP) ເກີນກວ່າ 48,865 ຕື້ກີບ ຄິດສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ຢູ່ໃນເຂດສະຄອນຫຼວງວຽງຈັນ ໄດ້ເຖິງ 5,699 ຕໍ່ຄົນຕໍ່ປີ ສ່ວນໂຄງປະກອບດ້ານເສດຖະກິດນັ້ນກໍປາກົດວ່າພາກອຸດສາຫະກຳ ແລະ ຫັດຖະກຳໄດ້ຂະຫຍາຍຕົວເພີ່ມຂຶ້ນເຖິງ 12.79 ເປີເຊັນ ແລະ ກວມເອົາ 50.28 ເປີເຊັນຂອງ GDP ໃນຂະນະທີ່ພາກບໍລິການຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ ພາກກະສິກຳ-ປ່າໄມ້ຂະຫຍາຍຕົວເພີ່ມຂຶ້ນ 3.54 ເປີເຊັນ ໂດຍກວມເອົາ 34.43 ເປີເຊັນ ແລະ 13.81 ເປີເຊັນຂອງ GDP ຕາມລຳດັບ.
ສ່ວນໃນແຜນການພັດທະນາປີ 2020 ອຳນາດການປົກຄອງເຂດນະຄອນຫຼວງວຽງຈັນ ໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດໄວ້ທີ່ອັດຕາສະເລ່ຍຕ່ຳກວ່າ 9.5 ເປີເຊັນຊຶ່ງຈະເຮັດໃຫ້ GDP ມີມູນຄ່າລວມເກີນກວ່າ 54,080 ຕື້ກີບທີ່ຖົວສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໃນນະຄອນຫຼວງວຽງຈັນໄດ້ເຖິງ 6,120 ໂດລາຕໍ່ຄົນໃນປີ 2020 ຫາກແຕ່ກໍບໍ່ແມ່ນເລື່ອງງ່າຍເພາະນອກຈາກຈະເປັນຜົນກະທົບຈາກການລະບາດຂອງເຊື້ອໄວຣັສໂຄໂຣນາ ຫຼື Covid-19 ແລ້ວ ການນຳໃຊ້ງົບປະມານທີ່ບໍ່ມີປະສິດທິພາບ ແລະ ມີການທຸຈະລິດເກີດຂຶ້ນຢ່າງກວ້າງຂວາງໃນບັນດາໂຄງການພັດທະນາທີ່ລັດລົງທຶນນັ້ນກໍຖືວ່າເປັນສາເຫດທີ່ສຳຄັນທີ່ເຮັດໃຫ້ການຈັດຕັ້ງປະຕິບັດບັນດາໂຄງການພັດທະນາຕ່າງໆບໍ່ໄດ້ຕາມເປົ້າໝາຍທີ່ວາງເອົາໄວ້ ທັງຍັງເຮັດໃຫ້ລັດຖະບານ ສູນເສຍລາຍຮັບໄປຢ່າງຫຼວງຫຼາຍ ຂະນະທີ່ພະນັກງານຂອງລັດມີຖານະຮັ່ງມີຂຶ້ນດັ່ງທີ່ ທ່ານ ສາຍທອງ ແກ້ວດວງດີ ສະມາຊິກສະພາແຫ່ງຊາດ ລາວ ຈາກເຂດນະຄອນຫຼວງ ວຽງຈັນ ຢືນຢັນວ່າ
"ກົດໝາຍເລີ່ມເຂັ້ມແຂງ ປະຊາຊົນເລີ່ມນັບຖືກົດໝາຍຜູ້ປະກອບການ 2 ແສນກວ່າລາຍ ນັບຖືກົດໝາຍເງິນຖືກເຂົ້າມາລັດ ແລະ ເສຍຢູ່ກາງທາງຍ້ອນໜ່ວຍງານຂອງລັດເອົາເງິນໄປຝາດທະນາຄານລັດ ແລະ ເອົາໄປປັນກັນເຂົ້າຖົງຕົນເອງ ເຫຼືອໜ້ອຍນຶ່ງສົ່ງເຂົ້າລັດ ຄັນເປັນແນວນັ້ນເສດຖະກິດຂອງປະເທດຂະຫຍາຍຕົວຂຶ້ນ ປະຊາຊົນ ຜູ້ປະກອບການເສຍອາກອນພາສີໃຫ້ລັດຢ່າງເອົາໃຈໃສ່ ລາຍຮັບເຂົ້າງົບປະມານລັດຖະບານໜ້ອຍນຶ່ງ ກໍສະແດງວ່າລັດຖະບານເຮົານີ້ທຸກລົງພະນັກງານຮັ່ງຂຶ້ນ."
ສ່ວນເຈົ້າໜ້າທີ່ຂັ້ນສູງໃນຄະນະກວດກາພັກ-ລັດປະຈຳສະພາແຫ່ງຊາດ ລາວ ເປີດເຜີຍວ່າ ການກໍ່ສ້າງຖະນົນໃນເຂດນະຄອນຫຼວງວຽງຈັນ ປະເຊີນບັນຫາຊັກຊ້າໃນທຸກໂຄງການທີ່ບັນດາບໍລິສັດເອກະຊົນເປັນພາກສ່ວນທີ່ອອກທຶນໃຫ້ກ່ອນ ຕົວຢ່າງຄືໂຄງການກໍ່ສ້າງຖະນົນຈາກ 3 ແຍກບ້ານບໍ່ໂອ ໄປຫາບ້ານສີຖານໃຕ້ ຊຶ່ງໄດ້ເລີ່ມລົງມືກໍ່ສ້າງນັບແຕ່ປີ 2015 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ກໍປາກົດວ່າມີຄວາມຄືບໜ້າບໍ່ເຖິງ 70 ເປີເຊັນຂອງແຜນການ ແລະ ການທີ່ບໍລິສັດເອກະຊົນໄດ້ປະສົບບັນຫາຂາດເງິນທຶນໝຸນວຽນນັ້ນກໍຍັງເຮັດໃຫ້ໂຄງການຕ້ອງຢຸດຊະງັກນັບເປັນເວລາກວ່າ 1 ປີມາແລ້ວອີກດ້ວຍ.
ບັນຫາດຽວກັນນີໄດ້ເກີດຂຶ້ນກັບໂຄງການກໍ່ສ້າງຖະໜົນ T5 ແລະ ຖະໜົນ T6 ດ້ວຍເຊັ່ນກັນໂດຍບໍລິສັດເອກະຊົນ ລາວ ທີ່ລົງທຶນໃຫ້ກ່ອນໃນທັງສອງໂຄງການດັ່ງກ່າວບໍ່ມີເງິນທຶນດຳເນີນການກໍ່ສ້າງນັບແຕ່ປີ 2014 ເປັນຕົ້ນມາແລ້ວເຊັ່ນກັນກັບໂຄງການກໍ່ສ້າງຖະໜົນຈາກ 3 ແຍກບ້ານບໍໂອ ໄປບ້ານສີຖານໃຕ້ ຊຶ່ງຍັງບໍ່ມີຄວາມຊັດເຈນວ່າບໍລິສັດຜູ້ຮັບເໝົາຈະສາມາດຫາເງິນທຶນເພື່ອດຳເນີນການຕໍ່ໄປໄດ້ເມື່ອໃດແທ້.
ຍິ່ງໄປກວ່ານັ້ນ ການກໍ່ສ້າງຖະນົນເຫຼົ່ານີ້ຍັງບໍ່ໄດ້ມາດຕະຖານຕາມແບບທີ່ກຳນົດ ແລະ ປາກົດມີຫຼາຍໂຄງການທີ່ມີຄຸນນະພາບຕ່ຳ ແຕ່ກັບມີການປະເມີນຄ່າການກໍ່ສ້າງສູງກວ່າຄວາມເປັນຈິງ ໂດຍສາເຫດທີ່ເຮັດໃຫ້ເກີດບັນຫາດັ່ງກ່າວກໍຍ້ອນວ່າ ໂຄງການສ່ວນໃຫຍ່ບໍ່ໄດ້ຈັດການປະມູນຢ່າງເປີດກວ້າງ ຈຶ່ງດຳເນີນໂຄງການໃນທຸກຂັ້ນຕອນໂດຍຜູ້ຮັບເໝົາລາຍດຽວ ໂດຍສະເພາະໂຄງການຂອງລັດທີ່ເອກະຊົນລົງທຶນໃຫ້ກ່ອນນັ້ນຖືເປັນໂຄງການທີ່ມີມາດຕະຖານການກໍ່ສ້າງຕ່ຳສຸດໂດຍໃນປີ 2019 ໄດ້ກວດພົບ 209 ໂຄງການທີ່ປະຕິບັດບໍ່ຖືກກົດໝາຍເຮັດໃຫ້ລັດຖະບານ ລາວ ເສຍຫາຍເຖິງ 5,331 ຕື້ກີບ.