ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ ຮຽກ​ຮ້ອງ​ໃຫ້​ປົກ​ປ້ອງ​ອະ​ທິ​ປະ​ໄຕ ຢູ່​ໃນ​ທະ​ເລ​ຈີນ​ໃຕ້


ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ກ່າວ​ຄຳ​ປາ​ໄສ ຢູ່​ເທິງ​ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ເທ​ເຣ​ຊາ ມັກ​ບາ​ນົວ (Teresa Magbanua) ທີ່​ຈອດ​ຢູ່​ເມືອງ​ທ່າ​ເປີ​ໂຕ ປ​ຣິນ​ເຊ​ຊາ (Puerto Princesa) ປະ​ເທດ​ຟີ​ລິບ​ປິນ ວັນ​ທີ 22 ພະ​ຈິກ 2022.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ກ່າວ​ຄຳ​ປາ​ໄສ ຢູ່​ເທິງ​ກຳ​ປັ່ນ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ເທ​ເຣ​ຊາ ມັກ​ບາ​ນົວ (Teresa Magbanua) ທີ່​ຈອດ​ຢູ່​ເມືອງ​ທ່າ​ເປີ​ໂຕ ປ​ຣິນ​ເຊ​ຊາ (Puerto Princesa) ປະ​ເທດ​ຟີ​ລິບ​ປິນ ວັນ​ທີ 22 ພະ​ຈິກ 2022.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ ໃນ​ວັນ​ອັງ​ຄານ​ວານນີ້ ລຸກ​ຂຶ້ນ​ປົກ​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ແລະ​ອິ​ດ​ສະ​ຫຼະ​ພາບ​ໃນ​ການ​ເດີນ​ເຮືອ ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ໄດ້​ມີ​ການ ​ທ້າ​ທາຍ​ໂດຍ​ຈີນແລະ​ກ່າວ​ວ່າ ວໍ​ຊິງ​ຕັນ​ຈະ​ກົດ​ດັນ​ໃຫ້​ມີ​ການ​ປຸກ​ລະ​ດົມ​ຕໍ່​ຕ້ານ“ການ​ປະ​ພຶດທີ່​ຂາດ​ຄວາມ​ຮັບ​ຜິດ​ຊອບ” ຢູ່​ໃນ​ເຂດ​ນ່ານ​ນ້ຳ ​ທີ່​ມີ​ການ​ຂັດ​ແຍ້ງ ​ກັນ​ນັ້ນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານ​ນາງ​ແຮ​ຣິ​ສ​ບໍ່​ໄດ້​ກ່າວ​ເຖິງ​ຈີນ ແຕ່​ກໍ​ເປັນ​ທີ່​ຈະ​ແຈ້ງ ​ໄດ້​ໝາຍ​ເຖິງ​ປັກ​ກິ່ງ ເວ​ລາ​ທ່ານ​ນາງ​ກ່າວ​ຢ້ຳ​ເຖິງ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງ​ອາ​ເມ​ຣິ​ກາ​ຕໍ່ສົນ​ທິ​ສັນ​ຍາ​ການ​ເປັນ​ພັນ​ທະ​ມິດ​ກັບ​ຟີ​ລິບ​ປິນ “ໃນ​ການ​ປະ​ເຊີນ​ໜ້າ​ກັບ​ການຂົ່ມ​ຂູ່​ແລະ​ບີບ​ບັງ​ຄັບ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້.”

ທ່ານ​ນາງ​ໄດ້​ກ່າວ​ຄຳ​ປາ​ໄສ ຢູ່​ເທິງ​ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ​ທີ່​ຈອດຢູ່​ເມືອງ​ທ່າເປີ​ໂຕ​ ປ​ຣິນ​ເຊ​ຊາ (Puerto Princesa) ​ທີ່​ແຂວງ​ເກາະ ​ປາ​ລາວານ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ຊຶ່ງຢູ່​ສົ້ນ​ດ້ານ​ນຶ່ງ​ຂອງ​ເຂດ​ນ່ານ​ນ້ຳທີ່​ມີ​ການ​ຂັດ​ແຍ້ງ​ກັນ.

ການໄປ​ຢ້ຽມ ​ທີ່​ມີ​ຄວາມ​ສຳ​ຄັນ​ຢ່າງ​ສູງ​ໃນ​ດ້ານ​ສັນ​ຍາລັກ ​ແມ່ນບ່ອນ​ຢຸດ​ແວ່​ແຫ່ງ​ສຸດ​ທ້າຍ ໃນ​ການ​ຢ້ຽມ​ຢາມ​ຟີ​ລິບ​ປິນ​ເປັນ​ເວ​ລາ 2ມື້ ຊຶ່ງ​ເລີ້ມ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາ ໃນ​ມື້​ວັນ​ຈັນ ດ້ວຍ​ການ​ສົນ​ທະ​ນາ​ຫາ
ລື​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ເຟີ​ດີ​ນານ ມາ​ໂກ​ສ ຈູ​ເນຍ.

ໂດຍ​ກ່າວ​ອ້າງ​ເຖິງ​ຄວາມ​ສຳ​ຄັນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ອາ​ເມ​ຣິ​ກາ ແລະ​ປະ​ຊາຄົມ​ສາ​ກົນຢູ່​ໃນ​ຂົງ​ເຂ​ດ ໂດຍ​ສະ​ເພາະ​ແມ່ນ​ທະ​ເລ​ຈີນ​ໃຕ້​ຊຶ່ງ​ມີ​ການ​ຂົນ​ສົ່ງ​ສິນ​ຄ້າ​ໄປ​ມາ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍນັ້ນ ທ່ານ​ນາງ​ໄດ້​ຮຽກ​ຮ້ອງ ​ໃຫ້​ມີ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມຢ່າງກວ້າງ​ຂວາງເພື່ອ​ຕໍ່​ສູ້​ເພື່ອ​ການ​ຄ້າ​ແບບ​ບໍ່​ມີ​ການ​ກີດກັ້ນແລະ​ອິດ​ສະຫຼະ​ພາບ​ໃນ​ການ​ເດີນ​ເຮືອ​ ແລະ​ການ​ບິນ​ຜ່ານ​ຢູ່​ເທິງ​ນ່ານ​ຟ້າ​ທີ່​ມີ​ການ​ຂັດ​ແຍ້ງ.

ທ່ານ​ນາງ​ແຮ​ຣິ​ສ ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ໄດ້​ລຸກ​ຂຶ້ນ​ເພື່ອ​ຫຼັກ​ການ ເຊັ່ນ​ວ່າ​ການ​ເຄົາ​ລົບ​ຕໍ່​ອະ​ທິ​ປະ​ໄຕແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ການ​ຄ້າ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ແບບ​ບໍ່​ມີ​ການ​ຂັດ​ຂວາງ ການ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ດ້ວຍ​ສັນ​ຕິ​ວິ​ທີ.”

ທ່ານ​ນາງ​ແຮ​ຣິ​ສ ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ໃຫ້​ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງ​ພວກ​ເຮົາ ຕໍ່​ຕ້ານ​ການ​ປະພຶດແບບ​ຜິດ​ກົດ​ໝາຍ​ແລະ​ຂາດ​ຄວາມ​ຮັບ​ຜິດ​ຊອບ. ເວ​ລາ​ລະ​ບຽບ​ກົດ​ໝາຍ​ຂອງ​ສາ​ກົນ​ໄດ້​ຮັບ​ການ​ຂົ່ມ​ຂູ່​ຢູ່​ບ່ອນ​ໃດ​ບ່ອນ​ນຶ່ງນັ້ນ ມັນ​ເປັນ​ການ​ຂົ່ມ​ຂູ່​ຢູ່​ໃນ​ທຸກໆ​ບ່ອນ.

ການ​ປະ​ເຊີນ​ໜ້າ​ກັນ​ໄດ້​ລະ​ເບີດ​ຂຶ້ນ ກ່ອນ​ໜ້າ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເກາະ​ປາ​ລາ​ວານ ເວ​ລາ​ກອງ​ທັບ​ເຮືອ​ຂອງ​ຟີ​ລິບ​ປິນ ກ່າວ​ຫາ​ວ່າ ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ໄດ້​ໃຊ້​ກຳ​ລັງ​ບັງ​ຄັບ​ເພື່ອ​ເຂົ້າ​ຢຶດ​ເອົາ​ຊາກ​ກຳ​ປັ່ນຟີ​ລິບ​ປິນທີ່​ຖືກ​ລູກ​ຈະ​ຫຼວດ​ຂອງ​ຈີນ ໃນ​ຂະ​ນະ​ທີ່​ຝ່າຍ​ຟີ​ລິບ​ປິນ​ພວມ​ແກ່​ກຳ​ປັ່ນ​ດັ່ງ​ກ່າວ​ໄປ​ຍັງ​ເກາະ​ທີ່​ຟີ​ລິບ​ປິນ​ຄວບ​ຄຸມ​ຢູ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG