ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການ​ລົງ​ຄະ​ແນນ​ສຽງ​ ເລືອກ​ຕັ້ງ ຕູ​ນີ​ເຊຍ ໄດ້​ຈົບ​ລົງ, ຫຼາຍ​ຄົນ​ອ້າງ​ເອົາ​ໄຊ​ຊະ​ນະ


ຜູ້​ສະ​ໜັບ​ສະ​ໜູນ​ພັກ ອິ​ສ​ລາມ​ ເອັນ​ນາ​ດາ ສະ​ແດງ​ຄວາມ​ດີ​ໃຈ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຕິດ​ຕາມ​ການ​ສຳຫຼວດຄວາມ​ຄິດ​ເຫັນ ​ໃນ​ນະ​ຄອນຫຼວງ ຕູ​ນີ, ປະ​ເທດ ຕູ​ນີ​ເຊຍ. 6 ຕຸ​ລາ, 2019.
ຜູ້​ສະ​ໜັບ​ສະ​ໜູນ​ພັກ ອິ​ສ​ລາມ​ ເອັນ​ນາ​ດາ ສະ​ແດງ​ຄວາມ​ດີ​ໃຈ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຕິດ​ຕາມ​ການ​ສຳຫຼວດຄວາມ​ຄິດ​ເຫັນ ​ໃນ​ນະ​ຄອນຫຼວງ ຕູ​ນີ, ປະ​ເທດ ຕູ​ນີ​ເຊຍ. 6 ຕຸ​ລາ, 2019.

ໃນ​ຂະ​ນະ​ທີ່​ສະ​ຖານ​ທີ່​ປ່ອນ​ບັດ​ໄດ້​ປິດ​ລົງ​ ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຂອງ ຕູ​ນີ
​ເຊຍ ເມື່ອ​ວັນ​ອາ​ທິດ​ວານນີ້​ນັ້ນ, ພັກ ອິ​ສ​ລາ​ມິ​ສ ເອັນ​ນາ​ດາ ທີ່​ນິ​ຍົມ​ແນວ​ທາງ​ປານ​ກາງ
ປະ​ກົດ​ວ່າ​ກຳ​ລັງ​ມຸ່ງ​ໜ້າ​ສູ່​ໄຊ​ຊະ​ນະ.

ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ພັກ ເອັນ​ນາ​ດາ ໄດ້​ຊະ​ນະ​ປະ​ມານ
40 ຈາກ 217 ບ່ອນ​ນັ່ງ ຕາມຫຼັງ​ດ້ວຍ​ພັກ ຫົວ​ໃຈ​ຂອງ ຕູ​ນີ​ເຊຍ ຫຼື Heart of Tunisia
ຂອງນັກຂ່າວ​ຄົນ​ສຳ​ຄັນ​ທີ່​ຖືກ​ຈັບ​ເຂົ້າ​ຄຸກ ທ່ານ ນາ​ບິ​ລ ຄາ​ຣູຍ ໄດ້​ຊະ​ນະ​ລະ​ຫວ່າງ
30-35 ບ່ອນ​ນັັ່ງ.

ບໍ່​ມີ​ພັກ​ການ​ເມືອງ​ໃດ​ຄາດ​ວ່າ​ຈະ​ໄດ້​ຊະ​ນະ​ຄະ​ແນ​ນ​ສຽງ​ສ່ວນຫຼາຍ​ຢ່າງ​ສົມ​ບູນ, ເຊິ່ງ
​ໝາຍ​ຄວາມ​ວ່າ​ ຜູ້​ຊະ​ນະ​ເລີດ​ຈະ​ຕ້ອງ​ໄດ້​ສ້າງ​ລັດ​ຖະ​ບາ​ນ​ຮ່ວມ​ຂຶ້ນ.

ການ​ເລືອກ​ຕັ້ງ​ດັ່ງ​ກ່າວ, ເຊິ່ງ​ເປັນ​ພຽງ​ຄັ້ງ​ທີ​ສອງ​ນັບ​ຕັ້ງ​ແຕ່​ການ​ຂັບ​ໄລ່​ຜູ້​ມີ​ອຳ​ນາດ​ສູງ
​ທ່ານ ໄຊນ໌ ແອ​ລ ອາ​ບິ​ດີນ ເບັນ ອາ​ລີ ອອກ​ຈາກ​ຕຳ​ແໜ່ງ​ໃນ​ລະ​ຫວ່າງ ການ​ລຸກ​ຮື້​ຕໍ່​
ຕ້ານ​ລັດ​ຖ​ະ​ບານ ອາ​ຣັບ ສ​ປ​ຣິງ ໃນ​ປີ 2011 ນັ້ນ, ຖືກ​ພິ​ຈາ​ລະ​ນາ​ວ່າເປັນ​ຜູ້​ນຳ​ໜ້າ​ສຳ​
ລັບ​ການ​ເລືອກ​ຕັ້ງ​ຂັ້ນ​ຊີ້​ຂາດ​ ທີ່​ມີ​ກຳ​ນົດ​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ຕຸ​ລານີ້.

ທັງ​ສອງ​ພັກ​ການ​ເມືອງ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ອາ​ທິດ​ວານນີ້ ເພື່ອ​ອ້າງ​
ເອົາ​ໄຊ​ຊະ​ນະ. ຜົນ​ຄະ​ແນນແມ່ນ​ຄາດ​ວ່າ​ຈະ​ຖືກ​ປະ​ກາດ​ໃນ​ວັນ​ຈັນ​ມື້ນີ້.

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ເດືອນ​ທີ່​ຜ່ານ​ມາ ບໍ່​ສາ​ມາດ​ທີ່​ຈະ​ຫາ​ຜູ້​ຊະ​ນະ​ເລີດ​
ໄດ້​ຢ່າງ​ຊັດ​ເຈນ. ການ​ແຂ່ງ​ຂັນ​ຂັ້ນ​ຊີ້​ຂາດ​ຈະ​ຖືກ​ຈັດ​ຂຶ້ນ​ລະ​ຫວ່າງ ອ​າ​ຈານ​ສອນ​ກົດ
​ໝາຍ​ທ່ານ ເຄ​ສ ຊາ​ອີດ, ຜູ້​ທີ່​ຖືກ​ໜູນຫຼັງ​ໂດຍ​ພັກ​ອິ​ສ​ລາ​ມິ​ສ ແລະ ຜູ້​ລົງ​ແຂ່ງ​ຂັນ​ຂອງ​
ພັກ​ຫົວ​ໃຈ​ຂອງ​ ຕູ​ນີ​ເຊຍ ທ່ານ ຄາ​ຣູຍ, ຜູ້​ທີ່​ຖືກ​ຂັງ​ຄຸກ​ສຳ​ລັບ​ການຫຼີກ​ລ່ຽງ​ພາ​ສີ ແລະ
ການ​ຟອກ​ເງິນ.

ປະ​ຊາ​ຊົນ​ທີ່​ອອກ​ໄປ​ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ຂອງວັນ​ອາ​ທິດ​ວານນີ້​ແມ່ນ​
ປະ​ມານ 41 ເປີ​ເຊັນ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ.

ຜູ້​ລົງ​ຄະ​ແນນ​ສຽງ​ຕ້ອງ​ໄດ້​ເລືອກ​ຜູ້​ລົງ​ແຂ່ງ​ຂັນຫຼ​າຍກວ່າ 15,000 ຄົນ​ຈາກ 200 ພັກ​
ການ​ເມືອງ ທີ່​ລົງ​ແຂ່ງ​ຂັນ​ເພື່ອ​ບ່ອນນັ່ງ​ທັງ​ໝົດ 217 ບ່ອນ​ໃນ​ລັດ​ຖະ​ບານ​ທີ່​ມີ​ສະ​ພາ​
ດຽວ​ນັ້ນ.

As the polls closed in Tunisia's parliamentary election Sunday, the moderate Islamist Ennahda party appeared to be heading for victory.

Exit polls showed Ennahda winning some 40 of the 217 seats followed by the Heart of Tunisia party of detained media mogul Nabil Karoui winning between 30-35 seats.

No party is expected to win an absolute majority, which means the winner will have to build a coalition government.

The election, only the second since the ousting of strongman Zine El Abidine Ben Ali during the Arab Spring in 2011, is seen as a bellwether for the presidential runoff election set for October 13.

Both parties held news conferences last Sunday to claim victory. The results are expected to be announced Monday.

The presidential election last month failed to produce a clear winner. The runoff will be held between law professor Kais Saied, who is backed by the Islamists and Heart of Tunisia party's candidate Karoui, who is in jail for tax evasion and money laundering.

The turnout for Sunday's election was about 41%, the election commission reported.

Voters had to choose from more than 15,000 candidates from 200 parties vying for all the 217 seat in the unicameral parliament.

XS
SM
MD
LG