ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນງານ ລົດໄຟ ໃຕ້ດິນ ບຣາຊິລ ຍົກເລີກ ນັດຢຸດງານ ປະທ້ວງ (ສະໄລດ໌/ວີດີໂອ)


ປະຊາຊົນພາກັນຖືປ້າຍ ປະທ້ວງສະໜັບສະໜູນ ຄົນງານລົດໄຟໃຕ້ດິນ
ປະຊາຊົນພາກັນຖືປ້າຍ ປະທ້ວງສະໜັບສະໜູນ ຄົນງານລົດໄຟໃຕ້ດິນ
ໃນ​ຄືນ​ວັນ​ຈັນ​ທີ່​ຜ່ານ​ມາ​ນີ້ ພວກຄົນ​ງານ​ລົດ​ໄຟ​ໃຕ້​ດິນ ​ໃນ
ເມື​ອງ Sao Paulo ຂອງ​ປະ​ເທດ​ບຣາຊິ​ລ ​ໄດ້ລົງຄະ​ແນນ​
ສຽງ ງົດ​ການ​ນັດ​ຢຸດ​ງານ​ປະ​ທ້ວງ ທີ່​ໄດ້​ຂົ່ມຂູ່​ຈະ​ເຮັດການ​
ຂົນ​ສົ່ງໃນເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ​ເປັນ​ເປ້​ຍລ່ອຍ​ໄ
ປ ບໍ່​ເທົ່າ​ໃດ​ມື້​ລ່ວງ​ໜ້າ ທີ່​ເມືອງ​ດັ່ງກ່າວ​ຈະ​ເປັນ​ເຈົ້າພາບ
ຈັດງານ​ແຂ່ງຂັນ​ເຕະ ບານ​ໂລກ ​ນັດ​ປະຖົມມະ​ເລີກ ​ໃນ​ວັນ
​ພະຫັດ ທີ 12 ມີ​ຖຸນາ ມື້​ອື່ນ​ນີ້.

ທ່ານ Altino de Melo Prazeres ປະທານ​ສະຫະພັນກຳ
ມະບານລົດ​ໄຟ​ໃຕ້​ດິນ ກ່າວ​ວ່າ:

“​ໄດ້​ມີ​ການ​ລົງມະຕິ​ໃນ​ເວລາ​ນີ້ ​ໃຫ້​ພວກ​ເຮົາ​ກັບ​ຄືນ​ໄປ​ເຮັດ​ວຽກ ​ແລະໃຫ້​ງົດ​ການ​ນັດ​ຢຸດ​ງານ​ປະ​ທ້ວງ​ໄວ້ ​ແລະ​ໃຫ້​ພວກ​ເຮົາ​ມາ​ປະຊຸມ​ກັນ​ອີກ​ເທື່ອ​ນຶ່ງ​ໃນ​ວັນ​ທີ່ 11. ບາງ​ທີ ອາດ​ຈະ​ມີ​ການ​ນັດ​ຢຸດ​ງານ​ຄືນ​ໃໝ່ ​ໃນ​ວັນ​ທີ 12 ແລະ​ນັ້ນ​ແມ່ນ ຈະ​ຂຶ້ນ​ຢູ່​ກັບ​ການຮັບ​ເອົາ​ຄົນ​ງານ 42 ຄົນ​ທີ່​ຖືກ​ໄລ່​ອອກ​ນັ້ນ ກັບ​ຄືນ​ໄປ​ເຮັດ​ວຽກ​ອີກ.”

ເບິ່ງສະໄລດ໌ກ່ຽວຂ້ອງ:

ທາງ​ສະຫະພັນ​ໄດ້​ທວງ​ໃຫ້​ ຮັບ​ເອົາ​ພວກ​ຄົນ​ງານ 42 ຄົນ​ທີ່​ໄດ້​ຖືກ​ໄລ່​ອອກ ຍ້ອນ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ທ້ວງ​ດ້ານ​ແຮງງານ​ ເປັນ​ເວລາ 5 ວັນ​ນັ້ນ ​ເຂົ້າ​ມາ​ເຮັດ​ການ​ຄືນ​ໃໝ່ ກ່ອນ​ທີ່​ຕົນ​ຈະ​ຕັດສິນ​ໃຈຂັ້ນ​ສຸດ​ທ້າຍ​ວ່າ ຈະ​ຍົກ​ເລີກ​ການ​ນັດຢຸດ​ງານ​ປະ​ທ້ວງ​ນັ້ນ​ຫລື​ບໍ່.
BRAZIL SUBWAY STRIKE
please wait
Embed

No media source currently available

0:00 0:00:33 0:00

ສານ​ແຫ່ງ​ນຶ່ງ​ໃນ​ເມືອງ ຊາວ ປາວ​ໂລ ​ໄດ້​ຕັດສິນ​ໃນ​ວັນ​ອາທິດ​ຜ່ານ​ມາ​ວ່າ ການ​ນັດ​ຢຸດ​ງານ​ດັ່ງກ່າວ ​ເປັນ​ການ​ຜິດ​ກົດໝາຍ ​ແລະ​ໄດ້​ປັບ​ໄໝ​ສະຫະພັນ $175,000 ສຳ​ຫລັບ​ການ​ຂັດ​ຢຸດ​ງານ​ 4 ມື້​ທຳ​ອິດ ​ແລະ​ເວົ້າ​ວ່າ ຄ່າ​ປັບ​ໄໝ ຈະ​ເພີ້​ມຂຶ້ນ​ $220,000 ສຳ​ຫລັບ​ແຕ່ລະ​ມື້​ ຫລັງ​ຈາກ​ນັ້ນ ທີ່​ມີ​ການ​ຢຸດ​ງານ.

ໃນ​ເວລາບໍ່ດົນ ກ່ອນ​ການ​ປະກາດ​ຍົກເລີກຊົ່ວຄາວນັ້ນ ພະນັກງານ​ກໍ່ສ້າງ​ຜູ້​ນຶ່ງ​ໄດ້​ເສຍ​ຊີວິດ ຍ້ອນ​ອຸປະຕິເຫດ ຢູ່ບ່ອນ​ສ້າງ​ລາງ​ລົດ​ໄຟໃນເມືອງ Sao Paulo ​ໃນ​ຂະນະ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່ເທດສະບານ​ແລະ​ພວກ​ພະນັກງານ​ພາກັນເລັ່ງລັດ ໂຄງການກໍ່ສ້າງ​ໃຫ້​ສຳເລັດ ກ່ອນ​ການ​ເປີດການ​ແຂ່ງຂັນເຕະບານໂລກ ທີ່ມີທັງ ໝົດ 32 ປະ​ເທດເຂົ້າຮ່ວມ ​ໃນ​ວັນ​ທີ 12 ເດືອນ​ມິຖຸນານີ້.
CN-Despite Protests, World Cup Excitement Building in Brazil
please wait

No media source currently available

0:00 0:02:27 0:00

Subway workers in the Brazilian city of Sao Paulo voted late Monday to suspend their labor strike, which threatened transportation in the country's biggest city just days before it hosts the opening World Cup football (soccer) match, Thursday June 12.

((SOUNDBITE IN PORTUGUESE: Altino de Melo Prazeres//Metro Workers Union President ))

"It was voted on at this moment that we return to work and that the strike is suspended and that we hold another assembly on the 11th. Maybe the strike will return on the 12th and this will depend on the readmission of the 42 workers who were fired.''

The union is demanding that 42 workers who were dismissed for joining the five-day labor protest be rehired before it makes a final decision on ending the walkout.

A Sao Paulo labor court ruled Sunday the strike is illegal and fined the workers' union $175,000 for the first four days of the strike. It said the fine would increase by $220,000 for each day the work stoppage continues.

A short while before the suspension announcement, a construction worker was killed in an accident at a Sao Paulo monorail construction site, as city officials and workers scrambled to complete the project before the opening of the 32-nation tournament. The line was to connect the airport to the city's metro but is behind schedule.

XS
SM
MD
LG