ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອ-ລາວ ໂອ້ລົມກັບນັກທຸລະກິດຊາວອາເມຣິກັນເຊື້ອສາຍລາວ ຜູ້ທີ່ປະສົບຜົນສໍາເລັດຈາກການໄດ້ຮັບໂອກາດ ຈາກການຮຽນຮູ້


ເອັນເນັກ ຖ່າຍຮູບຢູ່ທີ່ບໍລິສັດຂອງລາວເອງ.
ເອັນເນັກ ຖ່າຍຮູບຢູ່ທີ່ບໍລິສັດຂອງລາວເອງ.

ການເລີ້ມຕົ້ນຊີວິດໃໝ່ຢູ່ໃນດິນແດນຕ່າງຖິ່ນ ຄືສິ່ງທີ່ຫຍຸ້ງຍາກສໍາລັບທຸກຄົນສະເໝີ, ແຕ່ການວາງເປົ້າໝາຍແລະເອົາໃຈໃສ່ແບບບໍ່ຢ້ານກົວຕໍ່ຄວາມຫຍຸ້ງ ຍາກ ຄືສິ່ງທີ່ເຮັດໃຫ້ຊາວອາເມຣິກັນເຊື້ອສາຍລາວທ່ານນຶ່ງ ປະສົບກັບສິ່ງທີ່ຕົນເອງບໍ່ໄດ້​ຄາດ​ຄິດ​ຫວັງ, ທິບສຸດາ ມີລາຍງານ ກ່ຽວກັບທີ່ມາໃນການສ້າງຕັ້ງບໍລິ ສັດທີ່ກໍາລັງປະສົບຄວາມສໍາເລັດ ຂອງ ເອັນເນັກ ມາສະເໜີທ່ານ.

ເອັນເນັກ ຫຼື ອະເນກ ອັກຂະສອນ, ເປັນຊາວອາເມຣິກັນເຊື້ອສາຍລາວ ຜູ້ທໍາອິດ ທີ່ເປັນເຈົ້າຂອງທຸລະກິດກ່ຽວກັບເຄື່ອງ Slot Machine ເຊິ່ງກໍຕັ້ງບໍລິສັດຂຶ້ນໃນປີ 2012 ພາຍໃຕ້ຊື່ບໍລິສັດ ANNECK AKHASONE SLOT MACHANIC SERVEICE ດ້ວຍການສ້ອມແປງເຄື່ອງ Slot Machine ໃຫ້ລູກຄ້າ ແລະຕໍ່ມາຈຶ່ງປ່ຽນຊື່ບໍລິສັດເປັນ AA SLOTS Repair & Parts ໂດຍມີລູກຄ້າຫຼາຍກວ່າ 400 ແຫ່ງໃນທົ່ວສະຫັດ, ນອກນັ້ນ ເອັນເນັກ ຍັງມີບໍລິສັດເຄື່ອງອາໄຫຼ່ຂອງຕົນເອງ ທີ່ຜະລິດຂຶ້ນໃນ ໄຕ້ຫວັນ, ສປ ຈີນ ແລະ ເກົາຫຼີໃຕ້ ໂດຍສິນຄ້າດັ່ງກ່າວຂຶ້ນທະບຽນ ແລະມີຈໍາໜ່າຍມາຕັ້ງແຕ່ປີ 2018 ພາຍໃຕ້ຊື່ບໍລິສັດ, ປັດຈຸບັນ ເອັນເນັກ ອາຍຸ 39 ປີ, ແຕ່ລາວ ສາມາດສ້າງຊື່ສຽງໃຫ້ແກ່ບໍລິສັດ ແລະເຮັດໃຫ້ເປັນທີ່ຮູ້ຈັກຈາກລູກຄ້າຢ່າງກວ້າງຂວາງ ຢູ່ໃນທົ່ວໂລກ ເຊິ່ງລາວກ່າວວ່າ ທຸກຢ່າງແມ່ນເລີ້ມຕົ້ນຈາກການທີ່ລາວໄປຮຽນວິຊາຊີບກ່ຽວກັບການສ້ອມແປງ ໂດຍລາວກ່າວໃຫ້ຟັງວ່າ:

“ເອັນເນັກ: ກົດໝາຍຂອງສະເຕດເນວາດາ ເຈົ້າຕ້ອງອາຍຸ 21 ປີຂຶ້ນໄປ ຈຶ່ງຮຽນກ່ຽວກັບເກມມິງໄດ້, ບັດນີ້ເຮົາກໍເລີຍເຮັດວຽກໄປນໍາ ສອງຈອບໄປນໍາຈົນຖ້າ ຈົນຮອດອາຍຸ 21 ປີ.

ຖາມ: ໃນຂະນັ້ນ ເອັນເນັກ ເຮັດວຽກຫຍັງຢູ່?

ຕອບ: ເຮັດວຽກຢຸ່ອາວເບີສັນແນ່, ຊຸກລົດແນ່, ເຮັດຂັບລົດ, ຮ້ານອາຫານແນ່ຈັງຊີ້ນະ, ເລເບີ້ຈັງຊີ້ຊະ ແບບບໍ່ຕ້ອງໃຊ້ຄວາມຮູ້ ເພາະວ່າຫາເງິນເພື່ອຮຽນເດະ. ຕັ້ງແຕ່ຮຽນຈົບໄຮສະຄູລຈົນຮອດ 21 ປີນີ້ເຮັດວຽກສອງຈອບຕະຫຼອດ ເພື່ອຫາເງິນມາຮຽນຫັ້ນນະ ຫາເອງເດ. ບັດນີ້ພໍອາຍຸ 21 ປີປຶບ ໄປສະໝັກເຂົ້າຮຽນບາດນິ, ຕອນເຊົ້າກໍຕ້ອງໄປເຮັດວຽກ ຕອນແລງມາກໍຕ້ອງໄປຮຽນບາດນີ້ນະ, ຈົບມານີ້ມັນກະມີຄູເຂົາບອກວ່າ ເຮ ເອັນເນັກ ຄັນເຈົ້າຮຽນຈົບແລ້ວນີ້ນະ ບໍລິສັດນຶ່ງເຂົາເອີ້ນໂກລເດັນເກມມິງ, ເຂົາຖາມໄປ ເຮ ເອັນເນັກ ຂ້ອຍຮູ້ກ່ຽວກັບເຈົ້າເຂົາວ່າຈັ່ງຊີ້ ເບິ່ງຄືວ່າເຈົ້າເປັນຄົນເກັ່ງຫຼາຍ ເຈົ້າມີຄວາມສາມາດພິເສດ ບອກວ່າຄັນເຈົ້າຈົບແລ້ວໃຫ້ມາຫາຂ້ອຍ ຂ້ອຍມີໜ້າທີ່ໃຫ້ເຈົ້າເຮັດ.”

ຢູ່ທີ່ງານວາງສະແດງກ່ຽວກັບເກມຕ່າງໆຂອງໂລກ ປີ 2023.
ຢູ່ທີ່ງານວາງສະແດງກ່ຽວກັບເກມຕ່າງໆຂອງໂລກ ປີ 2023.

ຫຼັງຈາກເຮັດວຽກກັບບໍລິສັດທີ່ອາຈານແນະນໍາໃນປີ 2009 ດ້ວຍການສ້ອມແປງເຄື່ອງຈັກຫຼິ້ນເກມ ຢູ່ຕາມສະຖານທີ່ຕ່າງໆທົ່ວໄປ ມາໄດ້ໃນໄລຍະ 3 ປີ, ເອັນ- ເນັກກໍເກັບກ່ຽວປະສົບການຫຼາຍຂຶ້ນ, ພ້ອມກັນນັ້ນ ຄວາມສາມາດຂອງລາວເອງ ກໍເຮັດໃຫ້ທາງສະຖານທີ່ຕັ້ງ Slot Machine ເຫັນຄວາມສາມາດຂອງລາວແລະເຊື່ອໝັ້ນໃນໂຕຂອງລາວຫຼາຍຂຶ້ນ, ເອັນເນັກ ຈຶ່ງເລີ້ມຕົ້ນເປີດບໍລິສັດສ້ອມ ແປງນ້ອຍໆຂອງຕົນເອງຂຶ້ນ ໃນປີ 2012 ຢູ່ເຮືອນ, ໂດຍໃຊ້ Garage ລົດເປັນບໍລິສັດ ດ້ວຍທຶນຈົດທະບຽນທົ່ວໄປ. ແຕ່ເນື່ອງຈາກປະສົບການ ບວກກັບການເຮັດວຽກແບບບໍ່ຕິ, ລູກຄ້າກໍເລີ້ມຮູ້ຈັກຫຼາຍຂຶ້ນ, ດັ່ງນັ້ນ ບໍລິສັດຂອງລາວຈຶ່ງຂະຫຍາຍອອກ ຈົນກາຍມາເປັນບໍລິສັດສ້ອມແປງຂະໜາດໃຫຍ່ ໃນເນື້ອທີ່ 20,000 ຟິດ​ມົນ​ທົນ, ເຊິ່ງລາວເລົ່າໃຫ້ຟັງດັ່ງນີ້:

“ຂອງມັນຫຼາຍຈົນລົ້ນຕະຫຼາດໃດບາດນີ້ນະ ເຮົາກະເລີ້ມວ່າ ໂອເຄ ຕ້ອງຫາຊອກຮ້ານສອບແປງ ຕ້ອງໄປຫາເຊົ່າ ກະເລີຍຍ້າຍອອກມາປີ 2019 ໄປ 1,100 ຟິດມົນທົນ, ອັນນັ້ນກະສາມາດ ໃສ່ໄດ້ປະມານ ຄິດວ່າປະມານ 50 ກວ່າເຄື່ອງ ຄັນຊິເອົາ Slot Machine ໃດ, ແລ້ວເຮົາຍ້າຍຈາກ 1,100 ຟິດມົນທົນ ໄປ 3,500 ຟິດມົນທົນ, ເຊິ່ງເຮົາຈົດສັນຍາກັຍ Property Management, ບາດນີ້ Property Management ມັນຊິມີກົດໂຕນຶ່ງມັນວ່າ ເຈົ້າສາມາດຂະຫຍາຍແບບບໍ່ຕ້ອງຫັກສັນຍາເຊົ່າ, ບາດນີ້ເຮົາຢູ້ຫັ້ນບໍ່ຮອດ 6 ເດືອນ ຍ້າຍຈາກໂຕນັ້ນອີກ ຂະຫຍາຍອີກໃດບາດນີ້ນະ ບາດນີ້ເຮົາເລີ້ມອອກໄປຕ່າງລັດໃດບາດນິ.”

ເອັນເນັກ ເລົ່າວ່າ ສິ່ງທີ່ເຮັດໃຫ້ລາວມີລູກຄ້າຫຼາຍ ເນື່ອງຈາກລາວເປັນຄົນເຮັດວຽກໄວ ໂດຍການນໍາໃຊ້ເຄື່ອງອາໄຫຼ່ ທີ່ຕົນເອງສ້ອມໄວ້ແລ້ວມາປ່ຽນໃຫ້ລູກຄ້າເລີຍ, ດັ່ງທີ່ລາວກ່າວຕອນນຶ່ງວ່າ:

“ປະສົບການທີ່ເຮົາຢູ່ດົນ ໃຊ້ເວລາປະມານ 45 ນາທີ ບາງທີ 35 ນາທີ, ແລ້ວແຕ່ ຄັນໂຕໃດພາວເວີ້ຊັບພລາຍ ບາດນີ້ເຮົາໃຊ້ໄຫວພິບເຮົາຄືວ່າໂອເຄຄັນຮູ້ວ່າພາວເວີ້ຊັບພລາຍແມ່ນບໍ ສ້ອມແປງປະມານ 10 ນາທີກະລຽບລ້ອຍ ບາງທີກະ 5 ນາທີ ຄັນເປີດເບິ່ງກະຮູ້ຄັນເຈົ້າມີປະສົບການ, ໃນຄວາມຄິດຂອງເຮົາ ຄັນເຮົາຮູ້ວ່າເປັນພາວເວີ້ຊັບພລາຍປຶບ ເຮົາເອົາພາວເວີ້ຊັບພລາຍທີ່ເຮົາສ້ອມໄວ້ແລ້ວປ່ຽນ ເຮົາຕ້ອງເຮັດແນວໃດທີ່ຈະໃຫ້ຂອງລູກຄ້ານັ້ນອອກໄປກ່ອນ ພາວເວີ້ຊັບພລາຍທີ່ເຮົາປ່ຽນອອກມານັ້ນ ເຮົາຕ້ອງເກັບໄວ້, ເວລາເຮົາມີດາວທາມ ເຮົາກໍຈະມາສ້ອມໂຕນີ້ໄວ້ ເພື່ອເກັບໄວ້ເປັນສຕັອກໂຕຕໍ່ໜ້າໄປ, ຕ້ອງມີວິທີເຮັດ ຄືວ່າເຈົ້າປ່ຽນຂອງອອກໄປກ່ອນ ເຈົ້າປ່ຽນໃສ່ແຜນໃຫ້ຂອງລູກຄ້າມັນເວີກ.”

ເອັນເນັກ ຢູ້ທີ່ງານວາງສະແດງກ່ຽວກັບເກມລະດັບໂລກ ປີ 2023.
ເອັນເນັກ ຢູ້ທີ່ງານວາງສະແດງກ່ຽວກັບເກມລະດັບໂລກ ປີ 2023.

ແນວໃດກໍຕາມ, ຫຼັງຈາກເຮັດວຽກກ່ຽວກັບທຸລະກິດດັ່ງກ່າວມາ ແລະເກັບກໍາປະ ສົບການ ພ້ອມທັງສັງເກດໄດ້ເຖິງຄວາມຕ້ອງການຂອງຕະຫຼາດ, ເອັນເນັກ ກໍໄດ້ລົງທຶນຜະລິດເຄື່ອງອາໄຫຼ່ຂອງ Slot Machine ພາຍໃຕ້ຊື່ບໍລິສັດຂອງຕົນເອງ ເຊັ່ນຜະລິດຈໍ LED Display ໃນໄຕ້ຫວັນ, ສ່ວນຢູ່ປະເທດຈີນ ແລະເກົາ ຫຼີໃຕ້ ແມ່ນການຜະລິດອາໄຫຼ່ທີ່ເປັນ Touch Screen Panel ແລະ Full monitor, ນອກນັ້ນ ຍັງສັນຍາເປັນ Partner ໃນການສ້ອມແປງໃຫ້ລູກຄ້າເກົາຫຼີຢູ້ໃນສະຫະລັດອີກດ້ວຍ, ໃນນັ້ນ ການອອກແບບຕ່າງໆ ເອັນເນັກ ຈະເປັນຜູ້ອອກແບບ ແລະພົວພັນກັບທາງບໍລິສັດທີ່ຜະລິດເຄື່ອງອາໄຫຼ່ຂອງ ເອັນ- ເນັກ ເອງ, ດັ່ງທີ່ລາວກ່າວວ່າ:

“ເຮົາຕ້ອງເອົາບລູປິນໃຫ້ເຂົາ ເຮົາຕ້ອງດີໄຊນ໌ກັບເຂົາ ຄືວ່າຂອງຂອງເຮົາຫັ້ນນະ ແຕ່ວ່າເຂົາຜະລິດໃຫ້ເຮົາ.

ຖາມ: ສ່ວນຜູ້ທີ່ຮັບຜິດຊອບດີໄຊນ໌ບລູປິນນິ ແມ່ນ Engineer ບໍ ຫຼືວ່າເຮົາເອງ?

ຕອບ: ເຮົາເອງ, ແມ່ນເຮົາເອງ.

ເຂົາເອີ້ນວ່າປະສົບການເດະ ເຂົາເຈົ້າວ່າ Test your limit, ກະຄືວ່າ ເຮົາເອົາ Idea ຂອງເຮົາແມ່ນບໍ ແລ້ວເຮົາກະໄປນັ່ງກັບເຂົາ ນັ່ງກັບບໍລິສັດ Engineer ເຂົາ ບໍລິສັດທີ່ຜະລິດ ເຂົາກະມີ Engineer ເຂົາຢູ່ແລ້ວ We work together.”

ປັດຈຸບັນ, ບໍລິສັດຂອງ ເອັນເນັກ ເປັນທີ່ຮັບຮູ້ໄປທົ່ວໂລກ, ເຊິ່ງບໍລິສັດຂອງລາວເອງໄດ້ເຂົ້າຮ່ວມງານ Global G2E gaming expo ມາໄດ້ 2 ປີແລ້ວ, ແລະປີທີ 3 ຈະຈັດຂຶ້ນໃນວັນທີ 7-10 ຕຸລາ 2024 ທີ່ລາສເວກັສ.

ນີ້ກໍສະແດງໃຫ້ເຫັນວ່າ ບາງຄັ້ງໂອກາດ ແລະສະພາບແວດລ້ອມກໍສໍາຄັນໃນການຜັກດັນ, ແຕ່ຄວາມພະຍາຍາມ ແລະບຸກບືນຂອງບຸກຄົນໃດນຶ່ງເອງ ທີ່ຈະເຮັດໃຫ້ຄົນໆນັ້ນ ຂະຫຍາຍຄວາມກ້າວໜ້າຂອງຕົນເອງໄດ້ ດັ່ງ ເອັນເນັກ ຫຼື ອະເນກ ອັກຂະສອນ. ພ້ອມກັນນັ້ນ ເອັນເນັກ ຍັງກ່າວອີກວ່າ ທຸກຄົນທີ່ຢາກສຶກສາດ້ານນີ້ ແລະຕ້ອງການເຮັດວຽກ ທາງບໍລິສັດຂອງລາວກໍຍິນດີໃຫ້ຄໍາແນະນໍາ ແລະຊ່ວຍເຫຼືອ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG