ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໓໐ ທັນວາ ໒໐໒໔

ວີໂອເອ ລາວ ສຳພາດ ທ່ານນາງ ໂນລີ ຄຳພາວົງ ໃນລາຍການ ຊຸມຊົນຊາວ ລາວ ໃນອາເມຣິກາ


ທ່ານນາງ ໂນລີ (ກາງ) ຖ່າຍຮູບກັບລູກສາວ ແລະ ລູກຊາຍ.
ທ່ານນາງ ໂນລີ (ກາງ) ຖ່າຍຮູບກັບລູກສາວ ແລະ ລູກຊາຍ.

ການຕັ້ງຖິ່ນຖານໃໝ່ແມ່ນສິ່ງທ້າທາຍຫຼາຍສຳລັບທຸກຄົນ ໂດຍສະເພາະໃນປະ ເທດ ທີ່ບໍ່ແມ່ນບ້ານເກີດເມືອງນອນ ແລະ ໃນລາຍການຊຸມຊົນລາວຢູ່ທະວີບ ອາເມຣິກາ ຂອງວີໂອເອພາກພາກສາລາວມື້ນີ້, ພວກເຮົາໄດ້ສຳພາດກັບທ່ານ ນາງ ໂນລີ ຄຳພາວົງ, ຜູ້ທີ່ໄດ້ຍ້າຍມາອາໄສຢູ່ ສະຫະລັດ ຕັ້ງແຕ່ປີ 2016, ເຊິ່ງລາວຈະມາເວົ້າໃຫ້ພວກເຮົາຟັງ ກ່ຽວກັບ ການໃຊ້ຊີວິດ ແລະ ການປັບຕົວ ເຂົ້າກັບຖິ່ນຖານໃໝ່ຂອງລາວ. ພຸດທະສອນ ຈະນຳມາສະເໜີທ່ານໃນອັນດັບ ຕໍ່ໄປ.


ຄົນລາວທີ່ອາໄສຢູ່ໃນ ສະຫະລັດ ສ່ວນຫຼາຍນັ້ນແມ່ນອົບພະຍົບທີ່ອອກຈາກປະເທດໃນລະຫວ່າງສົງຄາມ ແລະ ຄວາມວຸ້ນວາຍໃນຊຸມປີ 1970. ແຕ່ວ່າ ນອກຈາກນັ້ນກໍຍັງມີຜູ້ຍົກຍ້າຍຖິ່ນຖານຄົນອື່ນໆທີ່ຖືກປະກັນມາຢູ່ໂດຍພໍ່ແມ່ເຂົາເຈົ້າ ຫຼື ແມ່ນກະທັ້ງຍ້ອນວຽກງານທີ່ເຂົາເຈົ້າໄດ້ຮັບໃນ ສະ ຫະລັດ. ແຂກທີ່ພວກເຮົາໄດ້ສຳພາດສຳລັບມື້ນີ້ຄືທ່ານນາງ ໂນລີ ຄຳພາວົງ, ແມ່ນໄດ້ຖືກຮັບປະ ກັນມາຢູ່ ສະຫະລັດ ໂດຍພໍ່ແມ່, ແລະ ຕອນນີ້ແມ່ນໄດ້ດຳລົງຊີວິດຢູ່ໃນເມືອງ ແກສໂຕເນຍ, ລັດ ຄາໂຣໄລນາເໜືອ.

ທ່ານນາງ ໂນລີ: ຊື່ວ່າ ໂນລີ ຄຳພາວົງ, ກະເປັນຄົນລາວທຳມະດານີ້ແຫຼະ, ຢູ່ບ້ານເຮົາຍ້າຍມາຢູ່ ອາເມກາ,​ ມາຕົກອາເມກາປີ 2006. ກະໄປໆມາໆບ້ານເຮົາ ວ່າຊັ້ນຊະ. ຢູ່ໜີ້ແດ່ຢູ່ພຸ້ນແດ່. ແຕ່ກະຫາມາຢູ່ດົນຫຼາຍ ຢູ່ຍາວເລີຍແບບບໍ່ໄດ້ ກັບ ກະຊ່ວງປີ 2011.”

ພຸດທະສອນ ຖາມ: ຕອນມາຮອດ ສະຫະລັດ ທຳອິດ ເອື້ອຍຢູ່ລັດໃດ?

ທ່ານນາງ ໂນລີ: ຢູ່ ໄອໂອວາ, ພໍ່ປະກັນເອົາ, ລາວມາຢູ່ກ່ອນ, ລາວເປັນອົບພະຍົບ. ອົບພະຍົບມາລະລາວກະຢູ່ມາແຕ່ດົນຫັ້ນແຫຼະ. ແລ້ວກະປະກັນເອົາເອື້ອຍມາ. ຢູ່ຫັ້ນໄດ້ສິບປາຍປີ, ຢູ່ກັບພໍ່ກັບແມ່ນ້າ. ຄອບຄົວຢູ່ຫັ້ນວ່າຊັ້ນນະ. ຢູ່ກັບພໍ່ ກັບແມ່. ມີນ້ອງສາວນຳຢູ່ຫັ້ນສອງຄົນ.”

ພໍ່ແມ່ຂອງທ່ານນາງ ໂນລີ ອາໄສຢູ່ເມືອງ ສຕອມເລກ, ລັດ ໄອໂອວາ, ເປັນເມືອງທີ່ຕັ້ງຢູ່ຫ່າງໄກຈາກຕົວເມືອງຂອງລັດດັ່ງກ່າວ. ພໍ່ຂອງທ່ານນາງ ໂນລີ ເປັນເຈົ້າຂອງກິດຈະການຄອບຄົວ, ຕັ້ງແຕ່ຍ້າຍມາທ່ານນາງ ໂນລີ ກໍໄດ້ເຮັດວຽກຊ່ວຍເພິ່ນ, ເຊິ່ງລາວໄດ້ກ່າວດັ່ງນີ້

ທ່ານນາງ ໂນລີ: “ຢູ່ພຸ້ນມັນຊິເປັນແບບຊ່ອຍວຽກພໍ່ລາວເຮັດທຸລະກິດຄອບຄົວ. ລາວຊິເຮັດຕະຫຼາດລາວ, ມີໂຮງແຮມ, ມີຮ້ານຊັກເຄື່ອງ,​ ມີຮ້ານອາຫານ. ລະ ສ່ວນຫຼາຍເອື້ອຍກະຊິແມ່ນໂດຍລວມຕັ້ງແຕ່ມາຢຽບ ອາເມຣິກາ ກະແມ່ນເຮັດວຽກນຳລາວ, ເຮັດວຽກຊ່ວຍລາວວ່າຊັ້ນຊະ. ຊ່ອຍບ່ອນລະໜ້ອຍຄືຄັນໄປຮ້ານລາວກະຢູ່ Cashier ເນາະ, ລະກະ Bill ເຄື່ອງ ເກັບເຄື່ອງ ລະກະເບິ່ງແຍງ ລູກຄ້າໄປຊັ້ນແຫຼະ. ຄັນຢູ່ໂຮງແຮມ ເຮົາກະຢູ່ພະແນກຕ້ອນຮັບ ເຮົາກະເບິ່ງວຽກໂດຍລວມຫັ້ນແຫຼະ.”

ຄອບຄົວຂອງທ່ານນາງ ໂນລີ ຍັງມີຮ້ານອາຫານທີ່ມີຊື່ວ່າ Little Vientiane, ຂາຍອາຫານລາວ ແລະ ໄທ. ຫຼັງຈາກໄດ້ອາໄສຢູ່ກັບພໍ່ແມ່ເປັນເວລາຫຼາຍປີ ແລ້ວ, ລາວກໍໄດ້ຕັດສິນໃຈຍ້າຍອອກຈາກລັດ ໄອໂອວາ ໄປຢູ່ລັດ ຄາໂຣໄລ ນາເໜືອ, ເຊິ່ງລາວອາໄສຢູ່ກັບຄົນຮັກ ແລະ ກໍຍັງໄດ້ຢູ່ໃກ້ກັບພີ່ນ້ອງເຊັ່ນກັນ.

ພຸດທະສອນ ຖາມ: ເປັນຫຍັງເອື້ອຍຈຶ່ງຍ້າຍໄປຢູ່ລັດ ຄາໂຣໄລນາເໜືອ?

ທ່ານນາງ ໂນລີ: ຍ້າຍມາຢູ່ ນອຣທ໌ ຄາໂຣໄລນາ ມາຢູ່ກັບແຟນ ຄົນອາເມຣິກັນ ເຊື້ອສາຍອາຟຣິ ກາ. ແຕ່ມາຢຽບກະຢູ່ນຳພໍ່ມາຕະຫຼອດເນາະ, ຢູ່ນຳພໍ່ນຳແມ່ ມາ ລະກະເລີຍວ່າ ຍ້າຍມາຢູ່ນຳແຟນ. ຢາກມາຢູ່ສ້າງຄອບຄົວໂຕເອງຫັ້ນນະ. ລະກະມີພີ່ນ້ອງຢູ່ໜີ້ແດ່. ເຄີຍມາຫຼາຍເທື່ອລະກະມີພີ່ນ້ອງຢູ່ໜີ້ແຫຼະ. ແຟນກະ ມາເຮັດວຽກຢູ່ໜີ້ ກະເລີຍວ່າຕົກລົງຍ້າຍມາຢູ່.

ແກສໂຕເນຍ ເປັນຕົວເມືອງທີ່ໃຫຍ່ອັນດັບສອງຂອງເມືອງ ແກສຕັນ. ມີປະຊາ ກອນປະມານ 77,000 ຄົນ.

ພຸດທະສອນ ຖາມ: ບ່ອນທີ່ເອື້ອຍອາໄສຢູ່ໃນລັດ ໄອໂອວາ ກັບ ເມືອງ ແກສ ໂຕເນຍ ມີຄວາມແຕກຕ່າງກັນຫຼາຍບໍ່?

ທ່ານນາງ ໂນລີ: ຕ່າງຫຼາຍເພາະວ່າຕອນເອື້ອຍຢູ່ໄອໂອວາຫັ້ນ ເອື້ອຍຊິຢູ່ເມືອງນ້ອຍຫຼາຍ. ຄັນຊິເອີ້ນວ່າ Countryside (ເຂດຊົນນະບົດ) ກໍແມ່ນ. ແຕ່ວ່າການເປັນຢູ່ມັນກະຊິຕ່າງກັນຫຼາຍ ເມືອງນ້ອຍກັບເມືອງໃຫຍ່ເນາະ. ຂັບລົດຂັບລາງກະງ່າຍ ໄປໃສກະໃກ້ວ່າຊັ້ນຊະ. ແຕ່ລະໝ້ອງ ໄປໂຮງຮໍ່າ ໂຮງໝໍມັນກະຊິໄກ. ຄັນເຮົາຊິເດີນທາງຂຶ້ນເດີ່ນຍົນມັນກະຊິໃຊ້ເວລາຫຼາຍ,​ ຊົ່ວໂມງ, ສອງຊົ່ວໂມງ. ມັນກະຊິຕ່າງກັນໃນການເດີນທາງ. ຄືຊິໄປຫ້າງຮ້ານ ເຮົາຊິໄປທ່ຽວຊື້ເຄື່ອງຊື້ຂອງເຮົາກະຕ້ອງໄດ້ຂີ່ລົດໄກ. ຄ່າຄອງຊີບມັນກະຊິບໍ່ສູງຫຼາຍວ່າຊັ້ນຊະ.”

ພຸດທະສອນ ຖາມ: ເມືອງ ແກສໂຕເນຍ ໄກຈາກຕົວເມືອງບໍ່, ມີຄົນລາວ
ຫຼາຍບໍ່?

ທ່ານນາງ ໂນລີ: “ໄກຈາກ ຊາລັອດ ປະມານ 30 ເກືອບ 40 ນາທີ. ບໍ່ໄກ ຫຼາຍ. ຢູ່ລັດນີ້ເອື້ອຍຖືວ່າໃໝ່, ໃໝ່, ໃໝ່ຂະນາດ. ໝ້ອງເອື້ອຍຢູ່ເລີຍຊະ. ໝ້ອງ ຄຸ້ມບ້ານເອື້ອຍຢູ່ບໍ່ມີຄົນລາວເລີຍ. ກ່ອນເອື້ອຍຊິເຮັດວຽກຢູ່ໄປສະນີນີ້ ເອື້ອຍເຮັດວຽກໂຕນຶ່ງ ເຂົາເຈົ້າເອີ້ນມັນເປັນໂຮງງານຝ້າຍນະ. ໂຮງ ງານຝ້າຍ ເຂົາເຈົ້າມີ ຝ້າຍທຸກຊະນິດ ຄົນລາວຊິຢູ່ຫັ້ນຫຼາຍ. ເຫັນຄົນລາວຫຼາຍ. ຄົນລາວ ຢູ່ເມືອງນີ້ຫຼາຍຢູ່. ມັນກະຊິໃຫຍ່ເນາະ. ເຂົາກະມີວຽກມີງານ ແຕ່ວ່າເຫັນຄົນ ລາວຫຼາຍ ແມ່ນຢູ່ໂຮງງານຝ້າຍໂຕນັ້ນ. ລະກະໄປວັດຢູ່ໃສກະຊ່າງເນາະ ຢູ່ບ້ານໃດເມືອງໃດ ຄັນໄປວັດລະກະແມ່ນເຈິຄົນລາວ ລະກະຫຼາຍເຕີບ ໄປວັດເທື່ອນຶ່ງ. ຄົນລາວຫຼາຍ. ຢູ່ໜີ້ກະຄົນລາວຫຼາຍເຕີບ. ມັນໃຫຍ່ ລະກະບໍ່ຄ່ອຍ ໄດ້ຈຸ້ມກັນ. ລະກະອີກຢ່າງນຶ່ງວຽກງານ. ເຮົາກະບໍ່ຄ່ອຍມີເວລາພົບປະ. ຍ້າຍມາຢູ່ໃໝ່ແນ່.”

ລັດຄາໂຣໄລນາເໜືອມີວັດລ າວຕັ້ງຢູ່ຫຼາຍແຫ່ງ ແລະ ຕັ້ງແຕ່ທ່ານນາງ ໂນລີ ໄດ້ຍ້າຍໄປລັດດັ່ງກ່າວນັ້ນ, ລາວກໍເຄີຍໄປວັດແຫ່ງນຶ່ງ. ລາວເວົ້າວ່າເວລາໄດ້ ໄປຮອດວັດດັ່ງກ່າວ ໄດ້ໄປລອຍກະໂທງ ໄດ້ເຮັດພິທີຕາມຮີດຄອງປະເພນີ ລາວ ມັນເຮັດໃຫ້ລາວຮູ້ສຶກຄືວ່າຕົນເອງໄດ້ຢູ່ບ້ານເກີດ. ເມື່ອຄົນລາວຜູ້ອື່ນທີ່ ໄປວັດ ໄດ້ພົບພໍ້ກັນກໍຮູ້ສຶກວ່າຕົນເອງຮູ້ຈັກກັນມາດົນ. ລາວກ່າວວ່າຄົນລາວ ໄດ້ພໍ້ກັນຢູ່ໃສ ໄດ້ຊຸມນຸມກັນຢູ່ບ່ອນໃດ ເຂົາເຈົ້າກໍດີໃຈ.

ຢູ່ເມືອງແກສໂຕເນຍ ບໍ່ມີຮ້ານອາຫານລາວ, ແຕ່ວ່າມີຮ້ານອາຫານໄທ. ສຳລັບການກິນແຕ່ລະມື້ນັ້ນ ທ່ານນາງ ໂນລີ ເວົ້າວ່າຕົນເອງມັກແຕ່ງກິນ, ບາງມື້ກໍເຮັດອາຫານລາວ, ບາງມື້ກໍເຮັດອາຫານ ອາເມຣິກັນ. ສ່ວນຄົນຮັກຂອງທ່ານ ນາງ ໂນລີ ນັ້ນກໍມັກກິນອາຫານລາວ, ເຂົ້າໜຽວປີ້ງໄກ່, ກິນເຜັດໄດ້ແຕ່ບໍ່ເຜັດ ຫຼາຍ.

ຄຸ້ມບ້ານທີ່ທ່ານນາງ ໂນລີ ອາໄສຢູ່ນັ້ນເປັນຄຸ້ມທີ່ສະຫງົບ ແລະ ປອດໄພດີ ດັ່ງທີ່ລາວກ່າວຕໍ່ໄປນີ້

ທ່ານນາງ ໂນລີ: ຮູ້ສຶກວ່າຄຸ້ມບ້ານນີ້ປອດໄພດີ. ແຕ່ລະມື້ກະເດັກນ້ອຍແລ່ນຫຼິ້ນຢູ່ນອກ. ຮູ້ສຶກວ່າເພື່ອນບ້ານກະສະຫງົບດີວ່າຊັ້ນຊະ. ຢູ່ໃຜຢູ່ມັນ ລະເຂົາກະເປັນມິດດີ.

ພຸດທະສອນ ຖາມ: ສ່ວນຫຼາຍແມ່ນຄົນແບບໃດທີ່ອາໄສຢູ່ຄຸ້ມນັ້ນ?

ທ່ານນາງ ໂນລີ: ມີຜິວຂາວນຳ, ຜິວດຳນຳ ລະກະເມັກຊິກັນ. ເຫັນ ອິນເດຍ ນຳໃດ. ກະປົນກັນຢູ່.

ປັດຈຸບັນນີ້ ທ່ານນາງ ໂນລີ ເຮັດວຽກຢູ່ໄປສະນີ ສະຫະລັດ, ເລີ່ມວຽກແມ່ນ ຕອນ 11 ໂມງກາງຄືນຫາ 7 ໂມງເຊົ້າ. ເຮັດວຽກເປັນພະນັກງານຈັດແຈງຈົດໝາຍຕ່າງໆ. ປັດຈຸບັນນີ້ເປັນສັນຍາຈ້າງ ແລະ ສາມາດເລື່ອນຂຶ້ນເປັນພະ ນັກງານຖາວອນໄດ້ໃນປະມານສອງປີ. ອາຊີບຂອງຄົນຢູ່ໃນລັດນັ້ນສ່ວນຫຼາຍ ຈະເປັນກຳມະກອນໂຮງຈັກໂຮງງານ.

ລັດຄາໂຣໄລນາເໜືອ ຕັ້ງຢູ່ກໍ້າຕາເວັນອອກຂອງ ສະຫະລັດ. ເປັນລັດທີ່ມີທຳມະຊາດສວຍງາມ. ສະຖານທີ່ທ່ອງທ່ຽວນັ້ນມີທັງນໍ້າຕົກຕາດ, ພູຜາສູງ ແລະ ຫາດຊາຍທີ່ມີຊື່ສຽງທີ່ສຸດກໍແມ່ນຢູ່ເກາະ Outer Banks, ເຊິ່ງມີຄວາມຍາວຫຼາຍກວ່າ 300 ກິໂລແມັດ. ປະຊາຊົນສາມາດໄປລອຍນໍ້າທະ ເລ, ດຳນໍ້າເບິ່ງ ຊາກເຮືອຫຼົ້ມ ແລະ ທ່ຽມຊົມຫໍພິພິຕະພັນຕ່າງໆ.

ທ່ານນາງ ໂນລີ ເວົ້າວ່າການອາໄສຢູ່ ອາເມຣິກາ ແມ່ນຕ່າງຈາກການອາໄສຢູ່ໃນປະເທດ ລາວ ຫຼາຍ, ເຊິ່ງລາວກໍໄດ້ຮຽນຮູ້ເກືອບວ່າທຸກຢ່າງນັບຈາກການໃຊ້ຊີວິດ ແລະ ການທຳມາຫາກິນ.

ພຸດທະສອນ ຖາມ: ຕອນຊິໄດ້ຍ້າຍມາຢູ່ພີ້ ເອື້ອຍຮູ້ສຶກແນວໃດ? ຕື່ນເຕັ້ນບໍ່?

ທ່ານນາງ ໂນລີ: ເອື້ອຍຕື່ນເຕັ້ນກ່ອນເອື້ອຍມາ. ຕ້ອງຄືໃນໜັງ ແຕ່ມາເຫັນໂຕ ຈິງແລ້ວບໍ່ຄືໃນໜັງຈັກໜ້ອຍເລີຍ. ເວົ້າເລື່ອງງາມມັນກະງາມເນາະ. ສະພາບ ການເປັນຢູ່ວ່າຊັ້ນຊະ. ຊີວິດຈິງ. ຊີວິດຢູ່ໜີ້ຄົນລາວສ່ວນຫຼາຍຊິເບິ່ງເນາະ ຄົນຢູ່ ອາເມຣິກາ ມີຊີວິດດີ, ມີເງິນ, ລວຍ. ແຕ່ເຂົາກະບໍ່ໄດ້ຮູ້ວ່າເບື້ອງຫຼັງກ່ອນເຂົາຊິ ມີເງິນເຂົາຍາກຊໍ່າໃດ. ມາຢູ່ໜີ້ເອື້ອຍວ່າມັນສອນຫຼາຍຢ່າງ. ນຶ່ງຄືຄວາມຮັບ ຜິດຊອບ,​ ມີຄວາມຮັບຜິດຊອບຫຼາຍຂຶ້ນ ລະກະມີສະຕິຫຼາຍຂຶ້ນ ຮູ້ຄຸນຄ່າຂອງເງິນ. ຮູ້ຄຸນຄ່າຂອງເວລາ ລະກະໃຊ້ຊີວິດແບບມີສະຕິ. ແຮງມາຢູ່ໄກບ້ານແຮງຮູ້ຫຼາຍອັນ. ຄິດຮອດບ້ານ ຄິດຮອດຂອງຢູ່ຂອງກິນ. ຕອນເຮົາຢູ່ບ້ານນິບໍ່ເຮັດບໍ່ຢູ່ບໍ່ໄປ. ວັດນິບໍ່ເຂົ້າ. ບາດມາຮອດພີ້ ຄຶດຮອດ ຮູ້ໝົດ. ຊິໃຊ້ເງິນແຕ່ລະບາດ, ແຕ່ລະ ດອນ ແຕ່ລະກີບນິຄຶດ ຊົ່ວຊິໄດ້ມາ. ຄືຢູ່ບ້ານເຮົາເນາະ ແຕ່ກີ້ນິຢາກ ກິນຫຍັງ ອອກລົດໄຟຊື້. ມາໜີ້ເຮັດກິນເປັນໝົດໃດ ເພາະວ່າຢາກກິນຫຍັງມັນຫາຊື້ບໍ່ໄດ້ ເດະ ຕ້ອງໄດ້ເຮັດກິນເອງ. ເປັນວຽກເປັນງານ ວ່າຊັ້ນຊະ. ອັນນີ້ຈາກປະສົບ ການທີ່ວ່າຢູ່ມາ. ລະຮູ້ສຶກວ່າແຕ່ກີ້ຕອນຢູ່ລາວຄືຢູ່ບໍ່ມີປະໂຫຍດ ຄືບໍ່ຮູ້ຈັກເຮັດ ນັ້ນເຮັດນີ້. ບາດມາ ຢູ່ພີ້ລະ ເຂົ້າປຽນກະຍັງຄັ້ນເປັນຈັ່ງຊີ້ຫັ້ນນະ.”

ໃນຂະນະທີ່ໂຣກລະບາດ ໂຄວິດ-19 ກຳລັງລະບາດຢູ່ນີ້, ທ່ານນາງ ໂນລີ ກໍບໍ່ມີແຜນເດີນທາງໄປໃສໄກ. ລາວເວົ້າວ່າມື້ໃດພັກວຽກຄົງຈະພາລູກ ແລະ ຄົນຮັກ ໄປທ່ຽວຫຼິ້ນຊົມທີວທັດຢູ່ເທິງພູ.

XS
SM
MD
LG