ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ລາວ ສຳພາດ ທ່ານນາງ ວັນນະພອນ ແໝັ້ງ ໂລທີ ແມ່ຂອງນັກສະແດງ ຮໍລີວູດ ໃນລາຍການຊຸມຊົນ ລາວ ໃນທະວີບ ອາເມຣິກາ


ທ່ານນາງ ວັນນະພອນ ຖ່າຍຮູບກັບລູກ ແລະ ແຟນ.
ທ່ານນາງ ວັນນະພອນ ຖ່າຍຮູບກັບລູກ ແລະ ແຟນ.

ໃນລາຍການຊຸມຊົນ ລາວ ໃນທະວີບອາເມຣິກາ ຂອງວີໂອເອພາກພາສາ ລາວ ສຳລັບແລງວັນອາ ທິດມື້ນີ້, ທ່ານນາງ ວັນນະພອນ ແໝັ້ງ ໂລທີ, ແມ່ຂອງນັກ ສະແດງ ຮໍລີວູດ ອາເມຣິກັນເຊື້ອສາຍ ລາວ ໄດ້ໃຫ້ກຽດສຳພາດກັບພວກເຮົາ ເລົ່າສູ່ຟັງ ກ່ຽວກັບ ການດຳລົງຊີວິດໃນຊຸມຊົນຂອງລາວ ແລະ ອາຊີບການ ສະແດງຂອງລູກຂອງລາວໃຫ້ເຮົາ. ຊຶ່ງ ພຸດທະສອນ ຈະນຳມາສະເໜີທ່ານໃນ ອັນດັບຕໍ່ໄປນີ້.


ທຸກຄົນທີ່ມີລູກແມ່ນມີຄວາມປາຖະໜາຢາກໃຫ້ລູກຂອງຕົນເປັນຄົນດີ, ຕັ້ງໃຈ ຮໍ່າຮຽນເພື່ອໃຫ້ມີຄວາມກ້າວໜ້າໃນອາຊີບວຽກງານ ແລະ ມີຊີວິດທີ່ດີ. ແຕ່ວ່າ ທາງເລືອກຂອງແຕ່ລະຄົນນັ້ນແມ່ນບໍ່ຄືກັນ, ບາງຄົນຢາກເປັນນາຍຄູ, ບາງຄົນ ຢາກເປັນນັກວິສະວະກອນ, ບາງຄົນຢາກເປັນນັກການ ທູດ ແລະ ອື່ນໆ. ສຳລັບ ລູກຊາຍຂອງແຂກທີ່ເຮົາໄດ້ສຳພາດສຳລັບມື້ນີ້ ເປັນນັກສະແດງ ຮໍລີວູດ, ແມ່ນແລ້ວທ່ານ, ນັກສະແດງ ນໍລີວູດ.

ທ່ານນາງ ວັນນະພອນ ແໝັ້ງ ໂລທີ, ມີລູກຊາຍຊື່ວ່າ ໄອແຊັກ ເຊິ່ງແມ່ນນັກ ສະແດງ ຮໍລີວູດ ແລະ ໄດ້ເປັນນັກພາກສຽງຮູບ ເງົາກາຕູນ ຣາຢາ ແລະ ມັງກອນໂຕສຸດທ້າຍ (Raya and the Last Dragon) ທີ່ໄດ້ຮັບຄວາມ ນິຍົມໃນທົ່ວໂລກເມື່ອບໍ່ດົນມານີ້.

ທ່ານນາງ ວັນນະພອນ ເວົ້າວ່າລາວໄດ້ອົບພະຍົບມາ ສະຫະລັດ ຕັ້ງແຕ່ຕອນຍັງນ້ອຍກັບຄອບຄົວຂອງລາວ.

ຄອບຄົວຂອງທ່ານນາງ ວັນນະພອນ ທັງໝົດລວມມີ 5 ຄົນ, ລາວເປັນລູກກົກ ແລະ ມີນ້ອງຊາຍຄົນນຶ່ງ ກັບນ້ອງສາວຄົນນຶ່ງ. ຕອນນີ້ນ້ອງສາວ ແລະ ນ້ອງ ຊາຍແມ່ນອາໄສຢູ່ລັດ ມິນເນໂຊຕ້າ ກັບພໍ່ ສ່ວນແມ່ ແມ່ນອາໄສຢູ່ກັບທ່ານ ນາງ ວັນນະພອນ ແລະ ແຟນຂອງລາວ.

ທ່ານນາງ ວັນນະພອນ ກ່າວວ່າຕອນໄດ້ມາຮອດທຳອິດ ພໍ່ຂອງລາວໄດ້ເຮັດວຽກຢູ່ບໍລິສັດແຫ່ງນຶ່ງ ແລະ ແມ່ໄດ້ເຮັດວຽກຢູ່ຮ້ານອາຫານ. ແຕ່ຕອນນີ້ແມ່ຂອງລາວໄດ້ບຳນານແລ້ວ ແລະ ກໍມີແຕ່ອາໄສຢູ່ບ້ານ ແລະ ຊ່ວຍລາວເຮັດອາຫານກິນໃນຄອບຄົວ.

ທ່ານນາງ ວັນນະພອນ ມີລູກຊາຍຄົນນຶ່ງ ຊື່ວ່າ ໄອແຊັກ, ແຕ່ວ່າລາວຍັງບໍ່ໄດ້ແຕ່ງງານເທື່ອ, ລາວບອກວ່າມີແຕ່ວ່າຕອນນີ້ໄດ້ໝັ້ນກັນແລ້ວ.

ທ່ານນາງ ແໝັ້ງ ຟ້ອງຢູ່ງານວັນເກີດຂອງໝູ່.
ທ່ານນາງ ແໝັ້ງ ຟ້ອງຢູ່ງານວັນເກີດຂອງໝູ່.

ຄູ່ໝັ້ນຂອງທ່ານນາງ ວັນນະພອນ ເປັນຄົນມັກມ່ວນ, ລາວມັກພາແຟນເຂົ້າສັງຄົມ ລາວ ແລະ ມ່ວນຊື່ນກັບຄົນລາວໃນຍາມມີງານສັງສັນ ຫຼື ບຸນຕ່າງໆ.

ລູກຊາຍຂອງທ່ານນາງ ວັນນະພອນ ເປັນເດັກຊາຍທີ່ສະຫຼາດ ແລະ ມີພອນສະຫວັນໃນການສະ ແດງ. ລາວໄດ້ບອກພວກເຮົາວ່າ ລາວກໍລ້ຽງລູກແບບທຳມະດາ, ເຂົ້າໂຮງຮຽນລັດ ແຕ່ຈະລ້ຽງໃຫ້ເປັນຄົນທີ່ຊ່ວຍເຫຼືອຕົນເອງໄດ້.

ທ້າວ ໄອແຊັກ ອັດສຽງພາກກາຕູນ Raya and The last Dragon.
ທ້າວ ໄອແຊັກ ອັດສຽງພາກກາຕູນ Raya and The last Dragon.

ລູກຊາຍຂອງທ່ານນາງ ວັນນະພອນ ໄດ້ເຂົ້າວົງການ ຮໍລີວູດ ດ້ວຍຄວາມບັງເອີນ. ເຊິ່ງມີຕົ້ນມາ ຈາກການທີ່ແຟນຂອງລາວເວົ້າຢອກຄົນທີ່ເຂົ້າໄປຊື້ຢາຢູ່ຮ້ານແຟນຂອງລາວ ຈົນໄດ້ກາຍເປັນນັກສະແດງຢ່າງແທ້ຈິງ.

ວຽກຫຼ້າສຸດທີ່ ໄອແຊັກ ໄດ້ເຮັດສຳເລັດກໍແມ່ນຮູບເງົາກາຕູນ ຣາຢາ ແລະ ມັງກອນໂຕສຸດທ້າຍ. ເຊິ່ງລາວໄດ້ພາກເປັນນຶ່ງໃນຕົວລະຄອນເອກຊື່ວ່າ ບຸນ. ລະຄອນດັ່ງກ່າວໄດ້ຮັບຄວາມນິຍົມໄປທົ່ວໂລກ, ທີ່ມັນໄດ້ເລົ່າເລື່ອງເຖິງວັດທະນະທຳທີ່ຫຼາກຫຼາຍໃນເອເຊຍຕາເວັນອອກສຽງໃຕ້.

ລະຄອນທີ່ວ່ານີ້ມີຜູ້ຊ່ຽວຊານດ້ານວັດທະນະທຳຄົນ ລາວ ເຂົ້າຮ່ວມໃນການຜະລິດດ້ວຍ.

ທ້າວ ໄອແຊັກ ຖ່າຍຮູບໃນລະຫວ່າງການພາກສຽງກາຕູນ Raya and the Last Dragon.
ທ້າວ ໄອແຊັກ ຖ່າຍຮູບໃນລະຫວ່າງການພາກສຽງກາຕູນ Raya and the Last Dragon.

ທ່ານນາງ ວັນນະພອນ ກ່າວວ່າເຖິງແມ່ນລູກຊາຍໄດ້ເຂົ້າວົງການ ຮໍລີວູດ ຊີວິດ ຄອບຄົວຂອງລາວກໍຍັງຄືເກົ່າ, ບໍ່ໄດ້ມີການປ່ຽນແປງ. ເພາະວ່າລູກຊາຍ ກໍຫາກໍ່ ເລີ່ມເຂົ້າວົງການ ແລະ ຍັງບໍ່ທັນໄດ້ດັງປານໃດ. ຮູບເງົາກາຕູນ ຣາຢາ ແລະ ມັງກອນໂຕສຸດທ້າຍ ກໍແມ່ນຮູບເງົາຈໍໃຫຍ່ທຳອິດທີ່ຖືກສາຍ. ແຕ່ວ່າລາວມີຮູບ ເງົາອີກເລື່ອງນຶ່ງທີ່ມີກຳນົດອອກໂຮງໜັງປີກາຍນີ້ ແຕ່ກໍຖືກເລື່ອນໄປເປັນເດືອນ ພະຈິກຂອງປີນີ້ ຍ້ອນໂຣກລະບາດໄວຣັສໂຄໂຣນາ.

ທ່ານນາງໄດ້ກ່າວວ່າ ຄົນລາວ ໃນ ສະຫະລັດ ໂດຍສະເພາະຄອບຄົວຄົນ ລາວ ໃນນະຄອນ ລອສ ແອນເຈີລິສ ໃຫ້ການສະໜັບສະໜູນລູກຊາຍຂອງ ລາວ ຫຼາຍ ແລະ ທ່ານນາງກໍຮູ້ສຶກຂອບໃຈ ແລະ ຊາບຊຶ້ງຫຼາຍ.

ແລະ ທ້າຍສຸດນີ້ພວກເຮົາມີຂໍ້ຄວາມຈາກ ໄອແຊັກ ມາຝາກບັນດາທ່ານຜູ້ຟັງທຸກຄົນ.

ລິງໂດຍກົງ

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາວ ໃນທະວີບ ອາເມຣິກາ, ຊຶ່ງມື້ນີ້ທ່ານນາງ ວັນນະພອນ ແໝັ້ງ ໂລທີ ຈາກນະຄອນ ລອສ ແອນເຈີລີສ, ໄດ້ມາເລົ່າເຖິງການໃຊ້ຊີວິດຂອງຄອບຄົວຂອງລາວໃນນະຄອນ ດັ່ງກ່າວ ພ້ອມກັບວຽກງານການສະແດງໃນ ຮໍລີວູດ ຂອງລູກຊາຍຂອງລາວ. ຂໍເຊີນບັນດາທ່ານພົບກັບ ລາຍການຊຸມຊົນລາວຂອງພວກເຮົາໄດ້ອີກໃນວັນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG