ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອລາວ ສຳພາດນາງ ອາລານນີ ຄຳຈັນ ໃນລາຍການຊຸມຊົນຊາວລາວ ໃນທະວີບ ອາເມຣິກາ


ນາງ ອາລານນີ ຄຳຈັນ.
ນາງ ອາລານນີ ຄຳຈັນ.

ບັນດາທ່ານຜູ້ຟັງທີ່ເຄົາລົບ ລາຍການຊົມຊົນຊາວລາວ ໃນທະວີບອາເມຣິກາມື້ນີ້, ພວກເຮົາມີການສຳພາດ ກັບນາງ ອາລານນີ ຄຳຈັນ, ນັກຮ້ອງ ລາວ ທີ່ອາໄສຢູ່ລັດ ເທັນເນັສຊີ ທາງພາກໃຕ້ຂອງ ສະຫະລັດ. ພວກເຮົາໄດ້ລົມກັບລາວ ກ່ຽວກັບ ການດຳລົງຊີວິດໃນ ສະຫະລັດ ພ້ອມກັບການເຮັດກິດ ຈະກຳໃນສັງຄົມລາວຢູ່ລັດດັ່ງກ່າວ. ເຊີນທ່ານຮັບຟັງກັບ ພຸດທະສອນ ໄດ້ໃນອັນດັບຕໍ່ໄປ.

ລັດເທັນເນັສຊີ ເປັນທີ່ຮູ້ຈັກດີສຳລັບເພງປະເພດລູກທົ່ງ, ເຫຼົ້າວິສກີ ແລະ ນັກຮ້ອງຊື່ດັງ ໃນຕຳນານ ທ່ານ ແອລວິສ ເພຣັສລີ. ເມືອງເອກຂອງລັດດັ່ງກ່າວແມ່ນ ແນສວິລ, ລັດດັ່ງກ່າວມີປະຊາກອນອາໄສຢູ່ເກືອບ 7 ລ້ານຄົນ.

ນາງ ອາລານນີ ຄຳຈັນ, ເປັນລູກຂອງພໍ່ແມ່ຄົນ ລາວ ທີ່ໄດ້ອົບພະຍົບມາ ສະ ຫະລັດ ຕັ້ງແຕ່ເກີດຄວາມບໍ່ສະຫງົບໃນປະເທດ ລາວ.

ນາງ ອາລານນີ (ຂວາ) ຮ່ວມສະແດງຮ້ອງເພງໃນງານແຫ່ງນຶ່ງ.
ນາງ ອາລານນີ (ຂວາ) ຮ່ວມສະແດງຮ້ອງເພງໃນງານແຫ່ງນຶ່ງ.

ນາງ ອາລານນີ ໄດ້ອາໄສຢູ່ນຳພໍ່ແມ່ໃນເມືອງ ເຟຣສໂນ ຕັ້ງຕອນຍັງນ້ອຍ, ເຊິ່ງເມືອງດັ່ງກ່າວກໍມີຄົນ ລາວ ອາໄສຢູ່ຫຼາຍ, ແຕ່ດຽວນີ້ລາວໄດ້ຍ້າຍອອກຈາກເມືອງນັ້ນແລ້ວຍ້າຍໄປຢູ່ນະຄອນ ເມັມຟິສ ລັດເທັນເນສຊີ.

ປັດຈຸບັນນີ້ ອາລານນີ ແມ່ນບໍ່ໄດ້ແຕ່ງງານເທື່ອ ແຕ່ວ່າມີແຟນແລ້ວ, ລາວເວົ້າວ່າລາວຮູ້ຈັກກັນໃນສື່ສັງຄົມ ຫຼັງຈາກລົມກັນໄດ້ໄລຍະນຶ່ງກໍໄດ້ຄົບກັນ.

ລັດ ເທັນເນັສຊີ ເປັນລັດນຶ່ງທີ່ມີຄົນລາວອາໄສຢູ່ຫຼາຍ, ເຂົາເຈົ້າຍັງຄົງຮັກສາວັດທະນະທຳລາວໄວ້ເປັນຢ່າງດີ, ແຕ່ລະປີຈະມີການຈັດເທດສະການສະເຫຼີມ ສະຫຼອງບຸນປະຈຳປີຕາມຮີດຄອງປະເທດນີ, ແລະ ຢູ່ລັດນັ້ນກໍມີວັດລາວຂະໜາດໃຫຍ່ດ້ວຍ.

ນາງ ອາລານນີ ແລະ ໝູ່ໄປຕັກບາດຢູ່ວັດລາວ.
ນາງ ອາລານນີ ແລະ ໝູ່ໄປຕັກບາດຢູ່ວັດລາວ.

ອາຫານ ລາວ ຢູ່ລັດ ເທັນເນັສຊີ ແມ່ນຊອກກິນໄດ້ງ່າຍ, ເຄື່ອງປະກອບສຳລັບການແຕ່ງກິນແມ່ນຫາໄດ້ສະບາຍ, ພ້ອມກັນນັ້ນກໍມີຮ້ານອາຫານນຳດ້ວຍ. ແຕ່ ອາລານນີ ກໍແຕ່ງອາຫານລາວກິນເຊັ່ນກັນ, ລາວເວົ້າວ່າ

ຖ້າຈະເວົ້າແລ້ວ ອາລານນີ ເປັນແມ່ຍິງທີ່ມີຄວາມເປັນລາວຫຼາຍ, ມັກທຸກຢ່າງທີ່ເປັນ ລາວ, ເຖິງແມ່ນຈະມາຢູ່ ສະຫະລັດ ຕັ້ງແຕ່ອາຍຸ 3 ປີ ອາລານນີ ໄດ້ຮຽນພາສາລາວ, ເວົ້າພາສາລາວນຳພໍ່ແມ່, ພໍຂຽນໄດ້ ແລະ ອ່ານ.

ປັດຈຸບັນນີ້ ອາລານນີ ເຮັດວຽກຢູ່ຮ້ານເສີມສວຍ ແລະ ເປັນນັກຮ້ອງ. ລາວມັກຮ້ອງເພງຢູ່ງານຕ່າງໆເຊັ່ນງານບຸນ, ຢູ່ກາຊີໂນ ແລະ ງານລ້ຽງ.

ນາງ ອາລານນີ ຂຶ້ນຮ້ອງເພງຢູ່ງານບຸນຂອງວັດລາວ.
ນາງ ອາລານນີ ຂຶ້ນຮ້ອງເພງຢູ່ງານບຸນຂອງວັດລາວ.

ໃນທ້າຍປີນີ້ຊຸມຊົນລາວ ຈະຈັດເທດສະການເພງຊື່ວ່າ Sabaidee Fest ຢູ່ເມືອງ ນໍໂຄ ລັດ ຄາລິຟໍເນຍ. ອາລານນີ ກໍຈະໄດ້ຊ່ວຍ ແລະ ຮ້ອງເພງໃນງານດັ່ງກ່າວ. ງານທີ່ວ່ານີ້ຖ້າຖືກຈັດຂຶ້ນມັນກໍຈະເປັນງານທີ່ໃຫຍ່ທີ່ສຸດທີ່ຊຸມຊົນຄົນ ລາວ ຈັດຢູ່ໃນ ສະຫະລັດ.

ອາລານນີ ເປັນຄົນທີ່ຮັກວັດທະນະທຳລາວ, ຮັກໃນການຮ້ອງເພງ. ລາວເວົ້າວ່າເວລາຖືກຈ້າງໄປຮ້ອງໃນງານຕ່າງໆຄືງານບຸນຂອງວັດ ລາວກໍບໍ່ໄດ້ເອົາຄ່າແຮງຫຼາຍ, ເພາະວ່າຢາກມີສ່ວນຮ່ວມໃນການຊ່ວຍເຫຼືອໃນສັງຄົມລາວ. ແຕ່ຖ້າເປັນງານເອກະຊົນລາວກໍຈະເອົາຕາມຄວາມເໝາະສົມ. ລາວເວົ້າວ່າຢູ່ ສະຫະລັດ ມີນັກຮ້ອງລາວຫຼາຍ, ມີແຕ່ຄົນຮ້ອງເພງມ່ວນໆ, ເສບດົນຕີມ່ວນໆ. ນອກຈາກນັ້ນກໍມີນັກຮ້ອງທີ່ໄດ້ມາຕັ້ງຖິ່ນຖານໃໝ່ໃນ ສະຫະລັດ ເຊັ່ນກັນ.

XS
SM
MD
LG